ເຣື້ອງທີ່ເກັບບັນທຶກໄວ້
2025-02-18
ທາງການລາວ ກວດກາສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1 ຫຼັງທາງການໄທຕັດໄຟ ຕັດອິນເຕີເນັດ ແລະການກົດດັນຈາກຈີນ ເພື່ອກວດລ້າງ ສູນສໍ້ໂກງຊັບ ທາງໂທລະຄົມ ຢູ່ມຽນມາ
2025-02-18
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 18 ກຸມພາ 2025.
2025-02-18
ເກີດເຫດຍິງກັນ ເສຍຊີວິດ 1 ຄົນ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ເສັ້ນທາງຖະໜົນດົງນາໂຊກ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນເວລາປະມານ 4 ໂມງເຊົ້າ ຂອງວັນທີ 16 ກຸມພາ 2025 ນີ້.
2025-02-16
ລາຍການ ເມືອງລາວ EP-84 ນີ້ ສົນທະນາກັນ ເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ.
2025-02-14
ລາວ ເປັນປະເທດອັນດັບນຶ່ງ ທີ່ປະຊາກອນດື່ມເຫຼົ້າຫຼາຍທີ່ສຸດ ໃນເອເຊຽຕາເວັນອອກສ່ຽງໃຕ້ ຄືສະເລ່ຍ 11.71 ລິດຕໍ່ຄົນຕໍ່ປີ
2025-02-14
ໃນໄລຍະທ້າຍປີ 2024 ມາຈົນຮອດປັດຈຸບັນ ມີຄົນລາວ ຈໍານວນໜຶ່ງ ໄດ້ປະກາດຮັບຈ້າງ ເປີດບັນຊີ ຫຼື ບັນຊີມ້າ ແລະ ຮັບໂອນເງິນ ຜ່ານບັນຊີມ້າ ເພີ່ມຂຶ້ນເລື້ອຍໆ ເພື່ອຮອງຮັບລູກຄ້າ ທີ່ຕ້ອງການໂອນເງິນ ທີ່ໄດ້ຮັບ ຈາກການຫຼິ້ນເກມ ຫຼື ພະນັນອອນລາຍ.
2025-02-14
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 14 ກຸມພາ 2025.
2025-02-14
ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ເຂື່ອນຫຼວງພຣະບາງ ຢູ່ເມືອງງາ ແຂວງອຸດົມໄຊ ແລະ ເມືອງຈອມເພັດ ແຂວງຫຼວງພຣະບາງ ຍັງມີຂໍ້ກັງວົນ ຫຼາຍດ້ານ, ທັງເລື່ອງການຊົດເຊີຍ ທີ່ຫຼ້າຊ້າ ແລະ ເລື່ອງພື້ນທີ່ ທໍາມາຫາກິນ ໃນອະນາຄົດ ແລະ ຍັງມີຊາວບ້ານ ອີກ 60 ປາຍຄອບຄົວ ທີ່ຍັງບໍ່ໄດ້ ຮັບຄ່າຊົດເຊີຍ ຈາກໂຄງການນີ້ ເທື່ອ.
2025-02-13
ການກໍ່ສ້າງທາງດ່ວນ 76 ຫຼັກ ແຕ່ແຂວງອຸດົມໄຊ ຫາບໍ່ເຕັນ ແຂວງຫຼວງນໍ້າທາ ຊຶ່ງເປັນໄລຍະທີ 4 ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເມືອງຫຼວງນໍ້າທາ 89 ຄອບຄົວ, ທາງສາຍນີ້ ຍາວທັງໝົດ 440 ຫຼັກ.
2025-02-13
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 13 ກຸມພາ 2025.
2025-02-13
ເຈົ້າໜ້າທີ່ ຄະນະກໍາມະການ ຕ້ານການຄ້າມະນຸດ ໃນລາວ ທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຍັງມີຄົນຈີນ ເຂົ້າມາຕົວະຍົວະແມ່ຍິງລາວ ໄປຄ້າມະນຸດ ໃນລັກສະນະແຕ່ງດອງຢູ່ເລື້ອຍໆ ເຊິ່ງເຮັດທຸກຢ່າງ ຖືກຕ້ອງຕາມກົດໝາຍ ໂດຍຈະມີນາຍໜ້າຄົນລາວ ເປັນຄົນປະສານງານໃຫ້, ເປົ້າໝາຍສ່ວນໃຫຍ່ ແມ່ນແມ່ຍິງຊົນເຜົ່າ ຍ້ອນວ່າ ແມ່ຍິງກຸ່ມນີ້ ຮູ້ເທົ່າບໍ່ເຖິງການ ແລະຊີວິດຄອບຄົວທຸກຍາກ.
2025-02-13
ທາງການລາວ ຍັງຮູ້ ແບບບໍ່ເປັນທາງການ ວ່າ ມີຊາວລາວ ຜູ້ເຄາະຮ້າຍ 6 ຄົນ ໄດ້ຖືກຊ່ວຍອອກ ຈາກສູນສະແກມເມີ້ ຢູ່ມຽນມາ ແຕ່ກໍເວົ້າວ່າ ຈະຊ່ວຍພວກເຂົາເຈົ້າ ໃຫ້ໄດ້ກັບບ້ານ.
2025-02-12
ຄະດີອາດຊະຍາກໍາ ຢູ່ລາວ ປີ 2024 ມີເຖິງ 8,000 ປາຍເລື່ອງ ແລະຈັບຜູ້ຕ້ອງຫາໄດ້ 10,700 ປາຍຄົນ ໃນຂະນະທີ່ປະຊາຊົນຕໍານິວ່າ ເຈົ້າໜ້າທີ່ເຮັດວຽກຊັກຊ້າ ບາງກໍລະນີ ຈົນລືມຄາວໄປກໍມີ.
2025-02-12
ອັດຕາແລກປ່ຽນເງິນຕາ ຕ່າງປະເທດ ລາຄາຄໍາ ແລະ ນໍ້າມັນເຊື້ອໄຟ ປະຈໍາວັນທີ 12 ກຸມພາ 2025.
2025-02-12
ດັດຊະນີ ການຮັບຮູ້ ການສໍ້ລາດບັງຫຼວງ ຂອງລາວ ດີຂຶ້ນຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ໃນປີ 2024, ແຕ່ຄວາມເຂັ້ມງວດ ຂອງການນໍາແຕ່ລະທ້ອງຖິ່ນ ກໍຍັງຂາດການເອົາໃຈໃສ່ ຢູ່.