ເຣື້ອງທີ່ເກັບບັນທຶກໄວ້
2010-07-16
ແຂວງຈໍາປາສັກ ມູ້ງໝາຍ ຈະຊຸກຍູ້ສົ່ງເສີມ ການພັທນາ ກະສິກັມ ພາຍໃນແຂວງ.
2010-07-15
ຣາຍການ ຕອບຈົດໝາຍ ປະຈໍາສັປດາ ຈັດສເນີທ່ານໂດຍ: ຈະເຣີນສຸກ... ຕອບຈົດໝາຍ ຂອງ ທ່ານ ລູກລາວໃຕ້ ແລະ ທ່ານ ຜູ່ອິສຣະ, ຕິດຕາມດ້ວຍ ເພງ ປະຊາທິປະຕາຍ ຊຶ່ງເປັນຜົລງານເພງ ຂອງສິດດົງໂດກ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-15
ເຊີນທ່ານຮັບຟັງ ພາກ 2 ຫຼື ພາກສຸດທ້າຍ ການໃຫ້ສັມພາດ ຂອງ ດຣ.ສິນລາວົງ ຄຸດໄພທູນ ຣັຖມົນຕຣີ ກະຊວງວາງແຜນ ແລະການລົງທຶນຂອງ ສປປລາວ ຊຶ່ງຈະໄດ້ຊີ້ແຈງ ກ່ຽວກັບໂຄງການ ຊ່ອຍເຫລືອແລະ ລົງທືນຕ່າງໆ ທີ່ໄດ້ຕົກລົງ ກັນກັບຈີນ ໃນຊ່ວງຣະຍະ ເວລາການມາ ຢ້ຽມຢາມ ສປປລາວ ຂອງຮອງປະທານ ປະເທດສປຈີນ ໃນກາງເດືອນ ມິຖຸນາ 2010 ຜ່ານມາ. ສເນີໂດຍ ວຽງໄຊ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-15
ທະນາຄານ ພັທນາເອເຊັຍ ຊ່ວຍເຫລືອ ລາວແກ້ໄຂບັນຫາ ການຂາດແຄນ ແຮງງານທີ່ມີຝິມື.
2010-07-15
ພຍາດໄຂ້ເລືອດອອກ ຣະບາດ ໃນແຂວງວຽງຈັນ ແລະ ຍັງຂຍາຍຢູ່ ແຂວງພາກໃຕ້ ຂອງລາວ.
2010-07-14
ນໍ້າມັນຮົ່ວໃຫລ ຈາກບໍ່ ຂອງບໍຣິສັດ British Petroleum ຫລື ບີພີ ທີ່ອ່າວເມັກຊີໂກ ເປັນຈໍານວນຫລວງຫລາຍ ໃນແຕ່ລະວັນ ບໍ່ພຽງແຕ່ ກະທົບໃສ່ ທຸຣະກິດນ້ຳມັນ ເທົ່ານັ້ນ ແຕ່ຫາກຍັງ ກະທົບໃສ່ ທັມມະຊາດ ແລະສິ່ງແວດລ້ອມ ໃສ່ອຸດສາຫະກັມ ຕ່າງໆຮວມທັງ ການປະມົງ ການທ່ອງທ່ຽວ ຊຶ່ງຂນະນີ້ ກໍາລັງແກ້ໄຂ ກັນຢູ່. ຈໍາປາທອງ ມີລາຍງານ ກ່ຽວກັບເລື້ອງນີ້ ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-14
ທ່ານຈະໄດ້ຟັງ ພາກ 1 ຂອງການສັມພາດ ດຣ. ສິນລາວົງ ຄຸດໄພທູນ ຣັຖມົນຕຣີ ກະຊວງວາງແຜນ ແລະການລົງທຶນ ຂອງສປປລາວ ທີ່ຈະຊີ້ແຈງ ກ່ຽວກັບສະພາບ ການລົງທຶນ ທົ່ວປະເທດ ໃນປັດຈຸບັນ. ສເນີໂດຍ ວຽງໄຊ.... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-14
ເຈົ້າຫນ້າທີ່ ແຮງງານລາວ ຈະໄປກວດກາ ພິສູດສັນຊາດ ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທ.
2010-07-14
ສປປລາວ ແລະ ສະຫະຣັດ ລົງນາມ ໃນຂໍ້ຕົກລົງ ເປີດນ່ານຟ້າເສຣີ ແລະສຶບຕໍ່ຄວາມ ຮ່ວມມື ໃນຫລາຍໆດ້ານ ໃນການພົບປະ ຣະຫວ່າງ ທ່ານ ທອງ ລຸນ ສີສຸລີດ ແລະ ມາດາມ Hillary Clinton ໃນອາທິດນີ້ ທີ່ກຸງ ວໍຊີງຕັນ.
2010-07-13
ຂົວຂ້າມແມ່ນໍ້າຂອງ ແລະຖົນນຫລວງ ສາຍສໍາຄັນ ທາງພາກເໜືອຂອງ ລາວ ໄທ ແລະທາງພາກໃຕ້ ຂອງຈີນ ເປັນເສັ້ນທາງ ຕິດຕໍ່ ແລະ ຊ່ວຍຂຍາຍ ແລວເສຖກິດເໜືອໃຕ້ ແລະປ່ຽນແປງ ຊີວິດການເປັນຢູ່ ຂອງປະຊາຊົນ ຫລາຍລ້ານຄົນ ທີ່ອາສັຍ ແມ່ນໍ້າຂອງ. ນອກຈາກຈະນຳ ຄວາມຈະເຣີນ ຮຸ່ງເຮືອງ ມາສູ່ພູມີພາກ ນີ້ແລ້ວ ຍັງອາດຈະນໍາ ເອົາບັນຫາຫລາຍຢ່າງ ມາສູ່ສັງຄົມ ໃນເຂດນີ້ດ້ວຍ. ໂພໄຊສວັດ ມີລາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-13
ເຊິນທ່ານຟັງ ການໃຫ້ສັມພາດ ຂອງທ່ານ ຄໍາອວ້ນ ບຸບຜາ ຣັຖມົນຕຣີ ປະຈໍາສໍານັກງານ ນາຍົກຣັຖມົນຕຣີ ຫົວໜ້າອົງການ ຄຸ້ມຄອງທີ່ດີນ ແຫ່ງຊາຕ ຊຶ່ງໃນພາກທີ່ສອງ ຫຼືພາກສຸດທ້າຍ ຂອງການສັມພາດ ເທື່ອນີ້ ແມ່ນຈະໄດ້ກ່າວເຖິງ ການຈັດສັນ ທີ່ດີນ ໃນທົ່ວປະເທດ ເພື່ອຫລີກເວັ້ນ ບໍ່ໃຫ້ມີການ ຂັດແຍ້ງກັນ ໃນເຣື້ອງ ສັມປະທານ ທີ່ດີນ ອີກຕໍ່ໄປ. ສເນີໂດຍ ແລະ ສັມພາດໂດຍ: ວຽງໄຊ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-13
ຣັຖບານລາວ ອະນຸຍາດໃຫ້ ປະຊາຊົນ ຕັດໄມ້ໃນສວນ ຂອງຕົນເອງ ອອກຂາຍເພື່ອ ສ້າງຣາຍໄດ້.
2010-07-13
ເຈົ້າໜ້າທີ່ລາວ ຍອມຮັບວ່າ ເຂື່ອນດອນສະໂຮງ ອາຈສົ່ງຜົລກະທົບ ຕໍ່ອາຊີພ ກາຣປຣະມົງ ໃນແມ່ນໍ້າຂອງ.
2010-07-12
ຣາຍການ ໝໍລໍາລາວ ປະຈໍາສັປດາ ຈັດສເນີທ່ານ ໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-07-12
ເຊີນທ່ານຮັບຟັງ ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈໍາສັປດາ ຕອນທີ 48. ໃນມື້ນີ້ ຈະເວົ້າເຖິງ ເຣື້ອງແຜນການ ໂຕນໜີຂອງພວກ ນັກໂທດ ສັມມະນາກອນ ທີ່ສູນສັມມະນາ ບ້ານດົງ ຊຶ່ງມີຢູ່ໃນ ຈິດສໍານຶກ ພວກຂະເຈົ້າ ແຕ່ລະຄົນວ່າ ຕ້ອງຫາຊ່ອງທາງ ລັກໜີອອກຈາກ ທີ່ຄຸມຂັງ ຢູ່ຕລອດເວລາ. ສເນີໂດຍ: ໂມທະນາ.. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"