ທະນາຄານພັທນາເອເຊັຽ ຊ່ວຍແກ້ບັນຫາແຮງງານ

ທະນາຄານ ພັທນາເອເຊັຍ ຊ່ວຍເຫລືອ ລາວແກ້ໄຂບັນຫາ ການຂາດແຄນ ແຮງງານທີ່ມີຝິມື.
ໂພໄຊສວັດ
2010.07.15

ທະນາຄານ ພັທນາເອເຊັຍ ຫລື ADB ຕົກລົງທີ່ຈະ ໃຫ້ການຊ່ວຍເຫລືອລາວ ໃນໂຄງການມີມູນຄ່າ 23 ລ້ານໂດລາ ສະຫະຣັຖ ເພື່ອປັບປຸງ ດ້ານວິຊາເທັກນິກ ແລະ ຝຶກສອນວິຊາອາຊີບ ເພື່ອແກ້ໄຂບັນຫາ ການຂາດແຄນ ແຮງງານ ທີ່ມີສີມື ຊຶ່ງເປັນຂແນງ ສຳຄັນຂອງເສຖກິດ. ຕາມລາຍງານ ຂອງແຫລ່ງຂ່າວ ຊິນຫົວ ໂດຍອີງຕາມ ໜັງສືພິມວຽງຈັນທາມສ ຂອງລາວ ໃນມື້ວັນພຸດທີ 14 ກໍຣະກະດາ 2010 ນີ້.

ຕາມຂໍ້ມູນຂອງ ADB ຫວ່າງບໍ່ຫລາຍປີ ຜ່ານມາ ເສຖກິດລາວໄດ້ພັທນາ ຂື້ນຫລາຍ ຍ້ອນມີການຂຍາຍໂຕ ທາງດ້ານການ ຂຸດຄົ້ນບໍແຮ່ ແລະ ຜແນກພະລັງໄຟຟ້າ ນ້ຳຕົກ. ຜົນຜລິດຮວມຍອດ ຂອງປະເທດຄາດວ່າ ຈະເພີ້ມຂື້ນຮອດ 7.5 ສ່ວນຮ້ອຍ ພາຍໃນປີນີ້ ແລະ ອາດຈະສະເລັ່ຽ 7.8 ສ່ວນຮ້ອຍ ລະຫວ່າງປີ 2011 ຫາ 2015.

ເຖິງຢ່າງໃດກໍຕາມ ADB ວ່າຜແນກເທັກນິກ ແລະ ສະຖາບັນຝຶກສອນ ວິຊາອາຊີບ ໃນສປປລາວ ຍັງລ້າຫລັງ ບໍ່ສາມາດຜລິດ ແຮງງານທີ່ມີສີໄດ້ ໂດຍສະເພາະ ໃນຂແນງການ ທີ່ສຳຄັນ. ໂຄງການທີ່ ADB ຈະໃຫ້ທຶນຊ່ວຍເຫລືອ ຕັ້ງຄວາມຫວັງວ່າ ຈະສ້າງຄວາມແຂງແກ່ງ ໃຫ້ນາຍຄຣູສອນ ມີສີມື, ປັບປຸງອຸປກອນ ການຮຽນການສອນ ແລະສົ່ງເສີມໃຫ້ ພາກສ່ວນເອກກະຊົນ ໄດ້ມີສ່ວນຮ່ວມ ໃນການຝຶກອົບຮົມ ວິຊາອາຊີບ ພັທນານະໂຍບາຍ ແລະ ຜລິດແຮງງານ ທີ່ມີສີມືໃຫ້ໄດ້.

ນອກຈາກນັ້ນ ໂຄງການດັ່ງກ່າວ ຍັງຈະເນັ້ນໃສ່ ພັທນາການຮຽນ ໃຫ້ໄດ້ຂັ້ນ ປະກາສນີຍະບັດ  ແລະ ອະນຸປຣິນຍາ ໃນຂແນງທີ່ມີ ການຂາດແຄນແຮງງານ ເຊັ່ນ ການກໍ່ສ້າງທົ່ວໄປ ແລະການກໍ່ສ້າງ ອາຄານບ້ານຊ່ອງ, ນາຍຊ່າງທົ່ວໄປ ແລະນາຍຊ່າງແປງ ເຄື່ອງຈັກ ນາຍຊ່າງປະດິດ ເຄື່ອງເຮືອນ ແລະ ຄົນງານທີ່ມີພື້ນຖານ ທາງການຄ້າ. ຕາມລາຍງານ ຄາດວ່າຈະມີ ນັກຮຽນເຂົ້າມາ ຝຶກອົບຮົມ ຜ່ານໂຄງການນີ້ເຖີງ 20,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.