ຊາວກະສິກອນ ປູກໄມ້ ອຸດສາຫະກັມ ສາມາດຕັດໄມ້ ຈາກສວນ ຫລືໄຮ່ຂອງຕົນເອງ ນໍາໄປຂາຍໃຫ້ ເອກກະຊົນ ຊຶ່ງທາງການເຫັນວ່າ ຈະຊ່ວຍໃຫ້ພວກ ຂະເຈົ້າ ມີຣາຍຮັບເຂົ້າສູ່ ຄອບຄົວຫລາຍຂຶ້ນ. ໄມ້ທ່ອນທີ່ຕັດ ຈະອະນຸຍາດໃຫ້ຂາຍ ສະເພາະພາຍໃນ ພື້ນທີ່ແຂວງ. ຖ້າມີການເຄື່ອນຍ້າຍ ກໍຈະຕ້ອງແປຮູບກ່ອນ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຜແນກ ກະສິກັມແລະປ່າໄມ້ ແຂວງຫລວງນໍ້າທາ:
"ພາຍຫລັງຈາກທີ່ວ່າ ຂະເຈົ້າປູກແລ້ວ ທາງຣັຖຈະເຮັດທະບຽນ ໃຫ້ມັນຈະເປັນ ຂອງຕົນເອງເລີຍ ໂຕນີ້ສາມາດ ຕັດໄມ້ຂາຍໄດ້ເນາະ ຄືປັຈຈຸບັນ ສວນຢາງ, ໄມ້ສັກ ໄມ້ຫຍັງຄືກັນ ກ້າປູກເອງ ແຈ້ງໃຫ້ນາຍບ້ານ ແຈ້ງຫ້ອງການ ກະສິກັມ ປະຈໍາເມືອງ ແລ້ວກໍຕັດໄດ້ເລີຍ".
ທ່ານກ່າວຕື່ມວ່າ ປັຈຈຸບັນ ປະຊາຊົນ ຈໍານວນຫລວງຫລາຍ ຫັນມາປູກ ໄມ້ອຸດສາຫະກັມ ເປັນອາຊີບ ຢ່າງກວ້າງຂວາງ ຊຶ່ງນອກຈາກ ຈະສ້າງຣາຍໄດ້ ໃຫ້ພວກເຂົາເຈົ້າແລ້ວ ຍັງຊ່ວຍໃຫ້ທົ່ວ ປະເທດລາວ ມີສວນປ່າຜລິດ ຫລາກຫລາຍຊນິດ ອີກດ້ວຍ. ໃນນັ້ນ ປະຊາຊົນ ທີ່ມີທະບຽນ ອອກໃຫ້ໂດຍທາງການ ທີ່ຣະບຸເຖິງປະເພດ ສວນປ່າແລະຊນິດ ຂອງໄມ້ເທົ່ານັ້ນ ຈຶ່ງສາມາດ ຕັດໄມ້ອອກຂາຍໄດ້. ພ້ອມດຽວກັນ ທາງການກໍໄດ້ອອກ ຂໍ້ບັງຄັບ ຈໍາກັດການເຄື່ອນຍ້າຍ ໄມ້ດັ່ງກ່າວ ເວັ້ນເສັຽແຕ່ວ່າ ມີການແປຮູບ ເປັນທີ່ຮຽບຮ້ອຍ ຈຶ່ງສາມາດເຄື່ອນຍ້າຍໄມ້ ອອກນອກແຂວງ ທີ່ເປັນພື້ນທີ່ ຂອງສວນປູກໄມ້ ເລົ່ານັ້ນໄດ້:
"ດຽວນີ້ ຍາກຕັດໄມ້ ຈໍານວນປະມານ ເທົ່ານີ້ ລູກບາດເມັດ ກໍຕ້ອງແຈ້ງໃຫ້ ຫ້ອງການກະສິກັມ ເມືອງ ຊຶ່ງຖ້າຈະເຄື່ອນຍ້າຍ ໄປໃສຈະຕ້ອງ ມີການ ປຸງແຕ່ງສໍາເຣັດຮູບ ຈຶ່ງຄ່ອຍຈະໄດ້ ເຄື່ອນຍ້າຍອອກໄປ".
ເປັນທີ່ຈະແຈ້ງວ່າ ການພັທນາສວນໄມ້ ອຸດສາຫະກັມ ສ້າງຣາຍໄດ້ໃຫ້ ແກ່ປະຊາຊົນ ຊຶ່ງພາກສ່ວນກ່ຽວຂ້ອງ ກໍພຍາຍາມ ຄວບຄຸມດູແລ ສວນປ່າຕ່າງໆ ໃຫ້ທົ່ວເຖິງ-ຮັດກຸມ ເພື່ອປົກປ້ອງປ່າໄມ້ ທັມມະຊາດ ເພາະໃນຂນະທີ່ ມີຣະບົບໂຄຕ້າໄມ້ ຢູ່ນີ້ ສະພາບ ການລັກລອບຕັດໄມ້ ກໍຍັງມີຢູ່ຕໍ່ໄປ ຊຶ່ງສົ່ງຜົລໃຫ້ ຊັພຍາກອນປ່າໄມ້ ຂອງປະເທດລາວ ຕ້ອງສູນເສັຽໄປ ໃນປາຣິມານ ທີ່ຫລາຍ ໃນລະຍະທີ່ຜ່ານມາ.