ຄົນງານລາວ ໃນປະເທດໄທ

ເຈົ້າຫນ້າທີ່ ແຮງງານລາວ ຈະໄປກວດກາ ພິສູດສັນຊາດ ຄົນງານລາວ ທີ່ເຮັດວຽກ ຢູ່ປະເທດໄທ.
ສິດນີ
2010.07.14

ເຈົ້າຫນ້າທີ່ແຮງງານລາວ ມີແຜນການ ຈະເດີນທາງໄປ ປະເທດໄທ ໃນອາທີດຫນ້າ ເພື່ອພິສູດສັນຊາດ ແຮງງານລາວ ຫລາຍສີບພັນຄົນ ທີ່ເຮັດວຽກແບບ ຖືກຕ້ອງຕາມກົດຫມາຍ ແລະຜິດກົດຫມາຍ ທີ່ປະເທດໄທ ອີງຕາມລາຍງານ ຂອງແຫລ່ງຂ່າວ earthtime ໃນມື້ວັນອັງຄານ ໂດຍອ້າງຕາມ ຫນັງສືພີມວຽງຈັນທາມສ.

ລາຍງານວ່າ ທີມງານດັ່ງກ່າວ ຈະພັກຢູ່ ປະເທດໄທ ໂດຍບໍ່ມີກຳນົດ ໃນການພິສູດ ສັນຊາດແຮງງານລາວ ຄາດວ່າ ມີຢູ່ປະມານ 62 ພັນຄົນ ຜູ້ທີ່ໄດ້ລົງທະບຽນ ຂໍເຮັດວຽກແບບ ຖືກຕ້ອງຕາມກົດຫມາຍ ທີ່ປະເທດໄທ ໃນແຜນການ ການລົງທະບຽນ ແຮງງານຕ່າງດ້າວ ຣະຫວ່າງຣັຖບານ ຂອງສອງປະເທດ.

ເຈົ້າຫນ້າທີ່ແຮງງານລາວ ກຸ່ມດັ່ງກ່າວ ຂັ້ນທຳອິດ ມີກຳນົດ ຈະມາປະເທດໄທ ໃນເດືອນກຸມພາ ແຕ່ໄດ້ເລື່ອນເວລາ ການເດີນທາງອອກໄປ ໃຫ້ເຫດຜົລວ່າ ຍ້ອນການປະທ້ວງ ຣັຖບານທີ່ບາງກອກ ເລີ້ມຈາກວັນທີ 12 ເດືອນມີນາ ແລະກໍຍືດເຍື້ອ ມາເປັນເປັນເວລາ ສອງເດືອນ ທີ່ເຮັດໃຫ້ຄົນ ເສັຽຊີວີດ 90 ຄົນ ຈາກການປະທະກັນ.

ເປັນທີ່ຄາດກັນວ່າ ໃນປັດຈຸບັນ ມີແຮງງານປະມານ 2ແສນຄົນ ເຮັດວຽກຢູ່ປະເທດໄທ ແລະສາມສວ່ນ ໃນນັ້ນ ໄດ້ຍື່ນຂໍເຮັດ ວຽກແບບຖືກຕ້ອງຕາມ ກົດຫມາຍ ໃນແຜນການພິສູດສັນຊາດ ແຮງງານຕ່າງດ້າວ.
ແຜນການດັ່ງກ່າວ ແມ່ນຮ່າງອອກມາເພື່ອ ຊອ່ຍແຮງງານ ຕ່າງດ້າວຈາກ 3 ຊາດເພື່ອນບ້ານຂອງໄທ ເຊັ່ນ: ກຳພູຊາ ລາວແລະພະມ້າ ໃຫ້ມີໃບຫນັງສື ເຮັດວຽກແບບຖືກ ຕ້ອງຕາມກົດຫມາຍ ໃນປະເທດໄທ. ສີ່ງດັ່ງກ່າວ ຈະຊ່ອຍໃຫ້ ພວກຂະເຈົ້າສາມາດ ເຂົ້າເຖີງການ ບໍຣິການລ້າ ທາງດ້ານການສືກສາ ສາທາຣະນະສຸຂ ແລະການບໍຣິການ ທາງດ້ານສັງຄົມ ປະເພດຕ່າງໆ ແກ່ຄອບຄົວແລະ ລູກເຕົ້າຂອງພວກ ຂະເຈົ້າ ໃນຂນະດຽວກັນ ກໍເປັນການຕ້ານ ການຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.