ໄຂ້ເລືອດອອກແພ່ຂຍາຍ ໃນແຂວງວຽງຈັນ

ພຍາດໄຂ້ເລືອດອອກ ຣະບາດ ໃນແຂວງວຽງຈັນ ແລະ ຍັງຂຍາຍຢູ່ ແຂວງພາກໃຕ້ ຂອງລາວ.
ໂພໄຊສວັດ
2010.07.15

ກະຊວງ ສາທາຣະນະສຸຂ ກ່າວວ່າບັນຫາ ໄຂ້ເລືອດອອກໄດ້ຣະບາດ ໃນຫລາຍແຂວງ ທົ່ວປະເທດ ແລະຍັງແພ່ຂຍາຍ ໄປເລື້ອຍໆ ໂດຍສະເພາະ ໃນແຂວງວຽງຈັນ ຄຳມ່ວນ ແລະສວັນນະເຂດ ທີ່ພົບວ່າມີຜູ້ປ່ວຍ ຈຳນວນເພີ້ມຂື້ນເຖິງ 300 ຫາ 500 ຄົນໃນລະຍະ 3 ເດືອນທີ່ຜ່ານມາ. ທາງການ ພຍາຍາມລົງພື້ນທີ່ ໃຫ້ການຊ່ວຍເຫລືອ ຮັກສາປິ່ນປົວ ໃຫ້ທົ່ວເຖິງ. ເຈົ້າໜ້າທີ່ຈາກ ກະຊວງສາທາຣະນະສຸຂ ຜູ້ນຶ່ງເວົ້າວ່າ:

"ດຽວນີ້ມີ ໄຂ້ເລືອດອອກ ຣະບາດທີ່ ສວັນນະເຂດ ແຂວງວຽງຈັນ ຄຳມ່ວນ ແລະຈຳປາສັກ ຫລາຍທີ່ສຸດແມ່ນ ຢູ່ສວັນນະເຂດ ແລະຄຳມ່ວນ ຕອນນີ້ນີ້ໂຕເລກ ສະສົມໄດ້ 4,000 ແລ້ວເບ໋າະ".

ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ໄຂ້ເລືອດອອກ ໄດ້ຣະບາດໃນແຂວງ ອື່ນໆອີກ ໂດຍສະເພາະຢູ່ ທາງພາກໃຕ້ຂອງລາວ ສາຣະວັນ ແລະເຊກອງ. ນັບຕັ້ງແຕ່ ລະດູຝົນມານີ້ ມີຜູ້ປ່ວຍເພີ້ມຂື້ນ ສະເລັ່ຍໄດ້ 500 ຄົນໃນແຕ່ລະແຂວງ ຊຶ່ງເປັນໂຕເລກ ທີ່ສູງ ໂດຍຍັງບໍ່ທັນ ຮວມປະຊາຊົນ ທີ່ຢູ່ໃນເຂດ ຫ່າງໄກສອກຫລີກ ຊຶ່ງເຈົ້າໜ້າທີ່ ທາງການບໍ່ສາມາດ ເຂົ້າໄປເກັບກຳ ຂໍ້ມູນໄດ້.

ຜູ້ປ່ວຍທີ່ຕິດ ພຍາດດັ່ງກ່າວ ຈະມີທຸກເພດທຸກວັຍ ແຕ່ສ່ວນຫລາຍ ຈະແມ່ນເດັກນ້ອຍ ທີ່ມີອາຍຸ 1 ຫາ 15 ປີຍ້ອນບໍ່ມີ ຄວາມຣະມັດຣະວັງ ກ່ຽວກັບສຸຂພາບ ຮ່າງກາຍພຽງພໍ ຈຶ່ງຕິດພຍາດໄດ້ງ່າຍ. ເຈົ້າໜ້າທີ່ຈາກ ກະຊວງ ສາທາຣະນະສຸຂ ຕ້ອງໄດ້ເຝົ້າຣະວັງ ພຍາດໄຂ້ເລືອດອອກ ໃນຢາມຝົນນີ້ເປັນ ພິເສດ. ທາງກະຊວງໄດ້ສັ່ງໄປ ຫາຫ້ອງການປ້ອງກັນ ພຍາດໄຂ້ຍູງ ເຊື້ອພຍາດແລະແມງໄມ້ ໃນແຂວງຕ່າງໆ ທົ່ວປະເທດ ໃຫ້ເອົາໃຈໃສ່ ລົງສຳຣວດອົບຮົມ ໃຫ້ຄວາມຮູ້ແກ່ ປະຊາຊົນ ໃນການປ້ອງກັນ ໂດຍການທຳລາຍ ແຫລ່ງເພາະພັນ ໜອນນຳ ຍູງລາຍ ພ້ອມທັງພົ່ນຢາ ຂ້າຍູງແລະໜອນນ້ຳ ທີ່ເປັນພາຫະນະ ນຳເຊື້ອພຍາດມາແພ່ຜາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.