ການກະສິກັມໃນ ແຂວງຈໍາປາສັກ
2010.07.16
ແຂວງຈໍາປາສັກ ຢືນຢັນທີ່ຈະ ຊຸກຍູ້ໃຫ້ປະຊາຊົນ ມາສົນໃຈລົງທຶນ ປູກພືດ ອຸດສາຫະກັມ ເພີ່ມຂຶ້ນ ເພື່ອເປັນເງື່ອນໄຂ ສໍາຄັນໃນການ ພັທນາເສຖກິດ ປ່ຽນການຜລິດ ກະສິກັມ ມາເປັນອຸດສາຫະກັມ ທີ່ທັນສມັຍ. ພ້ອມດຽວກັນ ທາງແຂວງ ກໍຍັງຕ້ອງການ ພັທນາອຸດສາຫະກັມ ແບບຕໍ່ເນື່ອງ ເພື່ອປຸງແຕ່ງ ກະສິກັມ ເປັນສິນຄ້າ ຮອງຮັບຜົລຜລິດ ທີ່ມີຫລາຍຂຶ້ນນັ້ນ ນໍາດ້ວຍ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຈໍາປາສັກ:
"ແມ່ນເລັ່ງໃສ່ ການຜລິດກະສິກັມ ປູກຢາງພາຣາ ໄດ້ບັນລຸ 24 ພັນເອັກຕາຣ ແລະປັບປຸງ ຄຸນນະພາບກາເຟ ເພື່ອຜລິດເປັນກາເຟ ສໍາເຣັດຮູບ ຈາກນັ້ນ ກໍຜລິດເປັນສິນຄ້າອື່ນໆ ໂດຍສະເພາະ ໝາກມ່ວງຫິມມະພານ ແລະການຜລິດ ມັນຕົ້ນເພື່ອສົ່ງອອກ".
ທ່ານກ່າວຕໍ່ໄປວ່າ ທຸກພາກສ່ວນກ່ຽວຂ້ອງ ໃນການ ພັທນາເສຖກິດ ຕ່າງກໍເຫັນວ່າ ການຜລິດກະສິກັມ ເພື່ອຫັນເປັນອຸດສາຫະກັມ ທີ່ທັນສມັຍ ຖືເປັນພື້ນຖານສໍາຄັນ ຂອງການ ພັທນາເສຖກິດ ໂດຍລວມຂອງແຂວງ ເພາະແຂວງຈໍາປາສັກ ມີເງື່ອນໄຂແລະ ທ່າແຮງເໝາະສົມ ຍ້ອນປະຊາຊົນ ປູກຝັງກະສິກັມ ເປັນອາຊີບຫລັກ ແລະຄວາມອຸດົມສົມບູນ ຂອງພູມີປະເທດ ແລະພູມີອາກາດ ເຮັດໃຫ້ຣະຍະຜ່ານມາ ການປູກພືດ ອຸດສາຫະກັມ ມີການຂຍາຍຕົວ ຢ່າງກວ້າງຂວາງ.
ແຕ່ຢ່າງໃດກໍດີ ການພັທນາອຸດສາຫະກັມ ປຸງແຕ່ງກະສິກັມ ເປັນສິນຄ້າ ເພື່ອມາຮອງ ຮັບຜົລຜລິດ ທີ່ເລີ່ມອອກມາຫລາຍ ຂຶ້ນນັບມື້ ທີ່ຍັງລ່າຊ້າ ເຮັດໃຫ້ຜົລຜລິດ ກະສິກັມຫລາຍຊນິດ ມີຣາຄາຕົກຕໍ່າ ເພາະບໍ່ໄດ້ຮັບການ ປຸງແຕ່ງມູນຄ່າເພີ່ມ ປັຈຈຸບັນມີພຽງ ການປູກກາເຟ ພຽງຢ່າງດຽວເທົ່ານັ້ນ ທີ່ມີລັກສນະເປັນ ອຸດສາຫະກັມ ທີ່ທັນສມັຍ.
ກ່ຽວກັບເລື່ອງດັ່ງກ່າວ ທາງຫນ່ວຍງານ ທີ່ກ່ຽວຂ້ອງກໍຕ້ອງໄດ້ ຫາທາງດຶງດູດ ນັກລົງທຶນ ໃຫ້ເຂົ້າມາພັທນາ ອຸດສາຫະກັມປຸງແຕ່ງ ພືດຜົລຊນິດອື່ນໆ ໃຫ້ມີຫລາຍຂຶ້ນ ບໍ່ດັ່ງນັ້ນ ກໍຈະສົ່ງຜົລສະທ້ອນ ຕໍ່ການຍົກຣະດັບ ການເປັນຢູ່ ແລະການສ້າງຣາຍຮັບ ຂອງປະຊາຊົລ ຈໍານວນຫລວງຫລາຍ ທີ່ຫັນມາປະກອບ ອາຊີບຕາມ ການສົ່ງເສີມຂອງຣັຖ.