ເຣື້ອງທີ່ເກັບບັນທຶກໄວ້
2022-04-12
ແມ່ຍິງລາວ 3 ຄົນ ຈາກແຂວງໄຊຍະບູຣີ ແລະແຂວງຫຼວງພຣະບາງ ທີ່ຖືກຕົວະໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຍັງລໍຖ້າການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ ຊຶ່ງແມ່ຍິງທັງ 3 ຄົນດັ່ງກ່າວນັ້ນ ກໍ່ໄດ້ຕິດຕໍ່ ຫາເຈົ້າໜ້າທີ່ແລ້ວ, ແຕ່ວ່າ ຍັງບໍ່ໄດ້ມີການຊ່ອຍເຫຼືອ ແຕ່ຢ່າງໃດ.
2022-04-12
ປະຊາຊົນ ລຽນແຖວລໍຖ້າຊື້ປີ້ຣົຖໄຟ ລາວ-ຈີນ ກັບບ້ານເກີດ ເພື່ອສລອງເທສການ ປີໃໝ່ລາວ ຊຶ່ງເຮັດໃຫ້ປີ້ຣົຖໄຟ ບໍ່ພໍກັບຜູ້ໂດຍສານ ໃນນັ້ນຫຼາຍຄົນ ບໍ່ໄດ້ປີ້ຣົຖໄຟ ຕາມທີ່ຕ້ອງການ ສ້າງຄວາມຜິດຫວັງ ແລະພົບເຫັນບັນຫາ ຫຍຸ້ງຍາກຫຼາຍຢ່າງ.
2022-04-12
ບໍຣິສັດ ທຸຣະກິຈສວນກ້ວຍ ປ່ອຍນ້ຳປົນເປື້ອນ ສານເຄມີ ລົງສູ່ຫ້ວຍນ້ຳ ກະທົບຊາວບ້ານ, ເປັນອັນຣາຍ ຕໍ່ສັດລ້ຽງ, ໄຮນາຮົ້ວສວນ ແລະ ສິ່ງແວດລ້ອມ ສົ່ງຜົລໃຫ້ ມີສັດລ້ຽງຈຳນວນນຶ່ງ ທີ່ກິນສິ່ງເສດເຫຼືອ ຈາກສວນກ້ວຍແລ້ວລົ້ມຕາຍ.
2022-04-12
ບັນດາສິລປິນ ໃນທົ່ວໂລກ--ສະຫະຣັຖ ອາເມຣິກາ, ການາດາ, ຝຣັ່ງເສດ, ສປປລາວ, ສົ່ງພອນປີໃໝ່ ພ.ສ. ໒໕໖໕ ແດ່ພີ່ນ້ອງຊາວລາວ.
2022-04-11
ປະຊາຊົນລາວ ຍັງພາກັນລັກລອບ ໄປເຮັດວຽກຢູ່ປະເທດໄທຍ ຫລາຍໃນແຕ່ລະເດືອນ ໃນນັ້ນ ສ່ວນໃຫຍ່ລັກຂ້າມຊາຍແດນ ທີ່ເປັນຊ່ອງທາງ ທັມມະຊາດ, ສາຍເຫດທີ່ພາໃຫ້ ຄົນລາວລັກຂ້າມໄປເຮັດວຽກຢູ່ໄທຍນັ້ນ ກໍຍ້ອນວ່າ ຢູ່ລາວບໍ່ມີວຽກເຮັດງານທຳ ຫຼືໄດ້ຄ່າຈ້າງໜ້ອຍກວ່າ.
2022-04-11
ຊາວບ້ານ 5 ຄົນ ຖືກເຈົ້າໜ້າທີ່ທະຫານ ນະຄອນຫຼວງ ຈັບໄປ ຍ້ອນວ່າ ມີຂໍ້ຂັດແຍ່ງທີ່ດິນ ຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ກັບ ເຈົ້າໜ້າທີ່ທະຫານ.
2022-04-11
ຫ້ອງການ ຄຸ້ມຄອງ ແລະບໍຣິການ ໂຕເມືອງວຽງຈັນ ຫຼື ຄບຕ ໄດ້ປັບໃໝ ທ້າວ ອາເຈີ້ນ ຄົນສັນຊາດຈີນ, ທີ່ຂົນຂີ້ເຫຍື້ອ ຂອງບໍຣິສັດ ອາຍກົວ ວິສາຫະກັມ ກໍ່ສ້າງ ວຽງຈັນ ຈຳກັດ ໄປຖິ້ມຢູ່ ເສັ້ນທາງຕັດໃໝ່ ໜອງບຶກ-ໜອງບົວທອງ ເມືອງສີໂຄດຕະບອງ.
2022-04-11
UNESCO ແລະອົງການ ICOMOS ໄປປະເມີນສະພາບ ການຮັກສາເມືອງມໍຣະດົກໂລກ ຫລວງພຣະບາງ ຮອບດ້ານ ເປັນຕົ້ນເຣື່ອງເຂື່ອນໄຟຟ້າ ຫລວງພຣະບາງ ໃນມື້ວັນທີ 6 ເມສານີ້ ພາຍຫລັງທີ່ທາງການລາວ ໄດ້ສົ່ງບົດຣາຍງານລະອຽດ ກ່ຽວກັບຜົລກະທົບ ທີ່ອາຈເກີດຂຶ້ນ ຈາກເຂື່ອນນັ້ນ ເປັນຄັ້ງທໍາອິດ.
2022-04-11
ເຮືອນຖ້າວອນ ສ້າງຍັງບໍ່ສຳເຣັດ ຕາມຄາດໝາຍ ເຮັດໃຫ້ ຊາວບ້ານຜູ້ປະສົບພັຍ ເຂື່ອນແຕກ ຢູ່ເມືອງສນາມໄຊ ຕ້ອງລໍເກີ້, ຊຶ່ງສ້າງຄວາມຫຍຸ້ງຍາກ ແລະເສົ້າໃຈ ໃຫ້ຜູ້ປະສົບພັຍ, ຂະນະທີ່ ການກໍ່ສ້າງ ຕ້ອງເລື່ອນໄປອີກ ໂດຍອ້າງວ່າ ຄົນງານບໍ່ພໍ ແລະການຣະບາດ ຂອງໂຄວິດ-19 ເປັນສາຍເຫດ.
2022-04-11
ການສເລີມສລອງ ປີໃໝ່ລາວ ວັດລາວ ສິຣິພຸທທາວາດ, ຣັຖ ເທັກຊັດສ໌ ຈະຈັດຂຶ້ນ ໃນວັນທີ 23-24 ເມສາ, ຊຶ່ງຈະມີພຽງແຕ່ ຈັດພິທີທາງສາສນາ ແລະ ປະເພນີ ເທົ່ານັ້ນ.
2022-04-10
ກອງທັບແຫ່ງຊາຕ ໄດ້ເຮັດຣັຖປະຫານ ແລະ ຂາບບັງຄົມທູນສເນີ ໃຫ້ພຼະເຈົ້າມະຫາຊີວິຕ ຊົງແຕ່ງຕັ້ງ ຣັຖບານທະຫານຂຶ້ນ ແທນຣັຖບານຜຸຍ ຊນະນິກອນ ທີ່ລາອອກໄປແລ້ວ, ແຕ່ພຼະອົງຊົງ ບໍ່ເຫັນດີນໍາ ຄໍາສເນີດັ່ງກ່າວ.
2022-04-10
ອົງການຂ້າຫຼວງໃຫຍ່ ສະຫະປະຊາຊາດ ໄດ້ລົງຄະແນນສຽງ ເພື່ອໂຈະ ຫຼື ລະງັບບົດບາດ ປະເທດຣັສເຊັຽ ຢູ່ໃນສະພາ ສິທທິມະນຸສ ຍ້ອນຣັສເຊັຽ ຖືກກ່າວຫາວ່າ ສັງຫານພົລເຮືອນ ຢູ່ປະເທດ ຢູເຄຣນ.
2022-04-10
ແມ່ຍິງລາວ ຫາຍສາບສູນ ຫຼັງຈາກແຕ່ງດອງ ໄປຢູ່ຈີນ, ກວດພົບພະນັກງານຣັຖ ສໍ້ຣາສບັງຫຼວງ ຢູ່ເຊກອງ 2 ກໍຣະນີ, ປີນີ້ ລາຄານໍ້າມັນ ຂຶ້ນ 8 ເທື່ອ ແຕ່ທາງການ ຍັງແກ້ໄຂ ບໍ່ໄດ້, ມີແຜນຕຣຽມພ້ອມ ລົງມືກໍ່ສ້າງ ເຂື່ອນປາກລາຍ.
2022-04-09
ຄະນະກັມມະການ ເລືອກຕັ້ງກັມພູຊາ ເອົາຜູ້ສມັກຝ່າຍຄ້ານ ອອກຈາກບັນຊີລາຍຊື່ ຜູ້ສມັກຮັບເລືອກຕັ້ງສະພາທ້ອງຖິ່ນ ທີ່ຈະຈັດຂຶ້ນໃນຕົ້ນເດືອນ ມິຖຸນານີ້ ໂດຍກ່າວຫາວ່າໃຊ້ຊື່ປອມ.
2022-04-09
ບຸນປີໃໝ່ລາວ ປີ ພ.ສ. ໒໕໖໕ ກົງກັບ ວັນທີ ໑໔, ໑໕ ແລະ ໑໖ ເມສາ, ຊຶ່ງຊາວລາວ ທີ່ຕັ້ງຖິ່ນຖານ ໃນຕ່າງແດນ ພາກັນສເລີມສລອງ ຕາມວັດລາວ ໃນແຕ່ລະເມືອງ ຂອງຣັຖຕ່າງໆ ຕາມເວລາ ທີ່ແຕກຕ່າງກັນ.