ແມ່ຍິງລາວ 3 ຄົນ ຂໍຄວາມຊ່ອຍເຫຼືອ ອອກຈາກ ສາມຫຼ່ຽມຄຳ
2022.04.12
ກໍຣະນີ ຂອງແມ່ຍິງລາວ 3 ຄົນ ຈາກແຂວງຫຼວງພຣະບາງ ແລະແຂວງໄຊຍະບູຣີ ທີ່ຖືກຕົວະມາວຽກ ຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວ່າເຮັດວຽກຕອບແຊັດ, ເຮັດວຽກດີ ແລະ ມີເງິນເດືອນຫຼາຍ ຮວມທັງ ຄົນທີ່ຊັກຊວນນັ້ນ ກໍບອກວ່າ ມີທີ່ພັກເຊົາ ແລະ ການຢູ່ກິນຟຣີ ລ້ຽງເຂົ້າ 3 ຄາບຕໍ່ມື້ນໍາດ້ວຍ ແຕ່ເມື່ອໄປຮອດພຸ້ນແລ້ວ ພັດບໍ່ເປັນຄືແນວນັ້ນ ບາງຄົນກໍໄດ້ເຮັດວຽກຕາມທີ່ຕົກລົງກັນໄວ້ ແຕ່ຫຼາຍຄົນ ພັດໄດ້ເຮັດວຽກ ເປັນສາວຂາຍບໍຣິການທາງເພດ ເມື່ອພວກນາງຮູ້ແນວນັ້ນ ກໍໄດ້ຕິດຕໍ່ຂໍຄວາມຊ່ອຍເຫຼືອ ນໍາເຈົ້າໜ້າທີ່ ຕໍາຣວດສະເພາະກິຈ ປະຈໍາເຂດເສຖກິຈພິເສດດັ່ງກ່າວ ບາງຄົນກໍຕິດຕໍ່ຫາເຈົ້າໜ້າທີ່ ຕັ້ງແຕ່ທ້າຍປີ 2021 ແລະບາງຄົນ ກໍເຣີ່ມຕິດຕໍ່ ຕັ້ງແຕ່ຕົ້ນເດືອນກຸມພາ 2022 ທີ່ຜ່ານມາ, ແຕ່ກໍບໍ່ມີການຕອບຮັບຈາກເຈົ້າໜ້າທີ່ເລີຍ.
ຈົນມາຮອດວັນທີ່ 10 ປາຍ ຂອງເດືອນມີນາ 2022 ນີ້ ເຈົ້າໜ້າທີ່ຈຶ່ງຮັບໂທຣະສັບ ແລະແນະນໍາໃຫ້ພວກນາງ ສົ່ງເອກະສານຕ່າງໆໃຫ້ ບໍ່ວ່າຈະເປັນ ຮູບບັດສັກວັກຊິນປ້ອງກັນ ເຊື້ອໂຄວິດ-19, ຮູບປຶ້ມສັມມະໂນຄົວ ແລະບອກທີ່ຢູ່ ບ້ານເກີດເມືອງນອນ ໃຫ້ເຈົ້າໜ້າທີ່ຮູ້ນໍາດ້ວຍ ມາຮອດວັນທີ່ 4 ເມສາ 2022 ນີ້ ເຈົ້າໜ້າທີ່ບອກວ່າ ຈະມາຊ່ອຍເຫຼືອ ແຕ່ກໍພັດມິດງຽບໄປ, ອີງຕາມຄວາມເວົ້າ ຂອງແມ່ຍິງລາວ ອາຍຸ 22 ປີ ຈາກແຂວງຫຼວງພຣະບາງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 11 ເມສານີ້.
“ນ້ອງຕິດຕໍ່ໄປແລ້ວ ແລ້ວອ້າຍເພິ່ນບອກວ່າ ມື້ນີ້ຊິເຂົ້າມາ ແລ້ວຮອດມື້ນີ້ແລ້ວ ນ້ອງຕິດຕໍ່ໄປແລ້ວ ເຂົາອອນຢູ່ ແຕ່ເຂົາບໍ່ຕອບນ້ອງ.”
ນາງເວົ້າອີກວ່າ ຕອນນີ້ ນາງ ແລະນ້ອງສາວຂອງນາງ ອາຍຸ 19 ປີ ໄດ້ຍ້າຍມາຢູ່ບ່ອນໃໝ່ແລ້ວ ແຕ່ນາຍຈ້າງ ກໍຍັງບັງຄັບຄືເກົ່າຢູ່ ມື້ໃດບໍ່ສະບາຍ ກໍຍັງຖືກບັງຄັບໃຫ້ອອກໄປເຮັດວຽກ ຮັບແຂກຄືເກົ່າ.
“ບໍ່ໄດ້ສະບາຍດີ ທຸກມື້ນີ້ກະ ບາງມື້ກະເປັນໄຂ້ ບາງມື້ເງິນຊື້ກິນກະບໍ່ມີ ຖາມຢືມເງິນກັບຫົວໜ້າກະບໍ່ໃຫ້, ນ້ອງອອກໄປຢູ່ບ່ອນໃໝ່ນີ້ ບັງຄັບຄືເກົ່າຫັ້ນແຫຼະ ອັນນີ້ເປັນໄຂ້ບໍ່ສະບາຍ ແລ້ວບໍ່ມີເງິນ ຖາມຢືມເງິນ ຊິຊື້ຢາ ແລ້ວຫົວໜ້າກະບໍ່ໃຫ້ ຢືມນໍາໝູ່ ໝູ່ກະບໍ່ມີ ແລ້ວຍັງບັງຄັບໃຫ້ເຮົາໄປວຽກ ເຮົາບໍ່ສະບາຍຍັງບັງຄັບໃຫ້ເຮົາໄປວຽກ ບໍ່ໄປກະຕັດເງິນ.”
ນາງຍັງເວົ້າຕື່ມວ່າ ທຸກມື້ນີ້ ນາງ ແລະນ້ອງສາວ ຄອງຖ້າແຕ່ໃຫ້ເຈົ້າໜ້າທີ່ເພິ່ນເຫັນໃຈ ແລະມາຊ່ອຍເຫຼືອ ໃຫ້ພວກນາງໄດ້ອອກໄປ ຈາກບ່ອນນີ້ໄວໆ ຫາກຖ້າຢູ່ໄປແບບນີ້ ຄົງບໍ່ຈະລອດ ເພາະເງິນຊື້ເຂົ້າ ຊື້ນໍ້າກິນໃນແຕ່ລະມື້ກໍບໍ່ມີ ຮວມທັງນາຍຈ້າງຄົນຈີນ ຍັງບອກວ່າຕົນ ເປັນໜີ້ ຕັ້ງວ່າ 30-40 ລ້ານກີບນໍາອີກດ້ວຍ ທັ້ງໆທີ່ຕົນກໍບໍ່ຮູ້ເລີຍວ່າ ໜີ້ນັ້ນມັນເກີດມາໄດ້ແນວໃດ.
“ອັນນີ້ນ້ອງກະບໍ່ຮູ້ ຢູ່ລະກະວ່າ ອັນນ້ອງຫັ້ນຕິດໜີ້ 30 ລ້ານ (ກີບ) 40 ລ້ານ (ກີບ) ວ່າຖ້າບໍ່ໃຊ້ໜີ້ເໝິດ ບໍ່ຕ້ອງກັບ ຢູ່ຈົນຈະໃຊ້ໜີ້ເໝິດ.”
ສ່ວນແມ່ຍິງລາວ ອາຍຸ 26 ປີ ຈາກແຂວງໄຊຍະບູຣີ ທີ່ຍັງລໍຖ້າ ການຊ່ອຍເຫຼືອຈາກເຈົ້າໜ້າທີ່ຢູ່ນັ້ນ ກໍເວົ້າຕໍ່ວິທຍຸເຊັຽເສຣີ ໃນວັນທີ່ 11 ເມສານີ້ວ່າ ນາງຢ້ານຖືກນາຍຈ້າງໃຫ້ຍ້າຍໄປຢູ່ບ່ອນໃໝ່ ແລະຢ້ານຖືກນາຍກັກຂັງ ຮວມທັງຢ້ານຖືກທໍາຮ້າຍຮ່າງກາຍນໍາດ້ວຍ ເພາະວ່າ ມື້ນີ້ຕົນກັບນາຍຈ້າງ ມີເຣື່ອງຜິດຖຽງກັນ ຍ້ອນນາຍຈ້າງບອກວ່າ ຕົນຍັງຕິດໜີ້ ຢູ່ຈໍານວນ 7,800 ຢວນ ຫຼືເປັນເງິນລາວ ປະມານ 14 ລ້ານ 3 ແສນປາຍກີບ ທັ້ງໆທີ່ຕົນ ເຮັດວຽກໃຊ້ໜີ້ມາຕລອດ ເງິນທີ່ວ່ານາຍຈ້າງວ່າ ຕົນເປັນໜີ້ນັ້ນ ຄວນຈະເຫຼືອ ແມ່ນ 6,200 ຢວນ ຫຼືເປັນເງິນລາວ ປະມານ 11 ລ້ານ 3 ແສນປາຍກີບ.
“ຄັ້ງແລກຂ້ອຍມາໜີ້ໝື່ນປາຍ ຂ້ອຍມາຕັ້ງແຕ່ເດືອນ 11 ວັນທີ່ 22 (ປີ 2021) ຂ້ອຍມາຮອດພີ້ ຂ້ອຍຈຶ່ງຮູ້ວ່າຖືກຕົວະ, ມີໜີ້ 18,000 (ຢວນ) ໃຊ້ຈົນເບິດລະ ຍັງມາເຫຼືອເງິນ 7,200 (ຢວນ), 7,200 (ຢວນ) ມື້ນີ້ໄປໄລ່ເງິນ ຄັນລາວໄລ່ຫັກອອກ ຍັງໆຢູ່ເງິນ 6,200 (ຢວນ) ແຕ່ມັນບໍ່ແມ່ນ ໜີ້ຂ້ອຍມັນມາຂຶ້ນ ເປັນ 7,800 (ຢວນ) ວິີກແລ້ວຫັ້ນໄດ້ເງິນ ລາວກະຫັກເອົາເໝິດ 4 ພັນປາຍ (ຢວນ) ບໍ່ໄດ້ໃຫ້ຂ້ອຍຈັກກີບ. ເບິ່ງວ່າມາຫັກຄ່າ ເອີ່ຈຸເຈົ້າອອກໄປນີ້ໄປນັ້ນຫັ້ນ ລະລາວມາບອກວ່າ ລາວມາປັບຂ້ອຍ 1,500 ລະໜີ້ຂ້ອຍເພີ່ມຂຶ້ນ ທັ້ງໆໜີ້ຂ້ອຍຊິເໝິດ.”
ນາງເວົ້າອີກວ່າ ໜີ້ສິນທັງໝົດທີ່ເກີດຂຶ້ນນັ້ນ ນາງເອງກໍບໍ່ຮູ້ເລີຍວ່າ ມັນເກີດຂຶ້ນມາໄດ້ແນວໃດ ແຕ່ໃນເມື່ອວ່າ ມາຕົກຢູ່ໃນສະພາບແບບນີ້ແລ້ວ ນາງກໍຈໍາເປັນຕ້ອງເຮັດວຽກໃຊ້ໜີ້ໃຫ້ໝົດກ່ອນ ຕາມທີ່ເຈົ້າໜ້າທີ່ເພິ່ນແນະນໍາ.
“ໂທຫາເຈົ້າໜ້າທີ່ ຂະເຈົ້າເວົ້າວ່າ ໃຫ້ນ້ອງຢູ່ໃຊ້ໜີ້ຂະເຈົ້າເໝິດ ລະຄັນພ້ອມກັບມື້ໃດລະ ຂະເຈົ້າຈິມາຮັບເອົາ ລະບາດນີ້ນ້ອງໃຊ້ໜີ້ຂະເຈົ້າບໍ່ເໝິດ ນ້ອງມີບັນຫາກັບເຂົາ.”
ໜີ້ສິນທີ່ບໍ່ຮູ້ ວ່າມັນເກີດຂຶ້ນມາໄດ້ແນວໃດນັ້ນ ຕົນກໍອົດທົນເຮັດວຽກໃຊ້ໜີ້ມາຕລອດ ຄິດວ່າຈະໝົດ ແລ້ວຈະໄດ້ກັບບ້ານ ແຕ່ກໍຄົງບໍ່ໝົດຈັກເທື່ອ ມີແຕ່ຈະເພີ່ມຂຶ້ນນັບມື້.
ດັ່ງນາງເວົ້າອີກວ່າ:
“ແຕ່ທີ່ຈິງຂ້ອຍກະບໍ່ຢາກ ກະຢາກລອງຫາ ຢາກຫາເພື່ອໃຊ້ໜີ້ເໝິດ ຄ້ຽວໃຫ້ມັນໄດ້ມີເງິນເກັບ ມັນບໍ່ແມ່ນ ມັນແຫ່ງມີໜີ້ ຄືເຮົາໃຊ້ໜີ້ເໝິດລະ ເຂົາຫາກຊ່າງມີແນວເຮັດ ເອີ່ ຈຸເຈົ້າຍັງຕິດໜີ້ນີ່ ມາຫັກຄ່ານີ້ ຈຸເຈົ້າໄປນີ້ໄປນັ້ນ ຫັກເອົາຄ່ານີ້ ປັບເອົາຄ່ານີ້.”
ນອກຈາກນີ້ ນາງຍັງມີຄໍາຖາມຄາໃຈ ຢູ່ວ່າ ເປັນຫຍັງ ໝູ່ທີ່ມາພ້ອມກັນ ຕົກຢູ່ໃນສະພາບແບບດຽວກັນ ແລະກໍແຈ້ງຂໍຄວາມຊ່ອຍເຫຼືອ ນໍາເຈົ້າໜ້າທີ່ພ້ອມກັນ ແຕ່ເປັນຫຍັງ ນາງຄືບໍ່ໄດ້ຮັບການຊ່ອຍເຫຼືອ.
“ແຈ້ງຕັ້ງແຕ່ຕອນເຂົ້າມາ ຈຸຂ້ອຍແຈ້ງໄປພ້ອມກັນ ໝູ່ທີ່ມານໍາກັນ ແລ້ວຂະເຈົ້າໄດ້ອອກໄປ ຂະເຈົ້າກະຕິດໜີ້ເປັນໝື່ນ (ຢວນ) ສອງໝື່ນ (ຢວນ) ແລ້ວກະໄດ້ເຊັນສັນຍາອີກ ແລ້ວເຂົາບໍ່ໄດ້ໃຊ້ເງິນຈັກກີບ ຂະເຈົ້າຍັງອອກໄປໄດ້ ລະຂ້ອຍເປັນຫຍັງ ຕ້ອງໃຫ້ຂ້ອຍຢູ່ໃຊ້ເງິນ (ໃຊ້ໜີ້) ລະດຽວນີ້ ຂ້ອຍກະຢູ່ໃຊ້ເງິນ (ໃຊ້ໜີ້) ໃຊ້ເງິນຈົນຈິເໝິດແລ້ວ ໃຊ້ເງິນ (ໃຊ້ໜີ້)ຈົນເໝິດເປັນເຄິ່ງແລ້ວ ແລ້ວມັນບໍ່ໄຫວ ຕ້ອງມາເຈິະແບບນີ້ ນ້ອງຢາກອອກ ນ້ອງຢາກອອກຈາກນີ້ ນ້ອງຢາກເມືອ ນ້ອງຢາກກັບບ້ານ ເຮັດແບບໃດຊິໄດ້ກັບ ນ້ອງຕິດຕໍ່ຫາເຈົ້າໜ້າທີ່ ເຈົ້າໜ້າທີ່ກະມີແຕ່ບອກວ່າ ຫົວໜ້າໃຫ້ຈີກໃບສັນຍາ ແມ່ນຫຍັງຊັກຢ່າງ ແລ້ວຂະເຈົ້າ ຈຶ່ງຈະມາຊ່ອຍໄດ້ ແລ້ວຈຸເກົ່າ ທີ່ຂະເຈົ້າອອກໄປເດ ຂະເຈົ້າຍັງບໍ່ໄດ້ຈີກໃບສັນຍາ ເປັນໜີ້ເປັນໝື່ນ (ຢວນ) ສອງໝື່ນ (ຢວນ) ຂະເຈົ້າຍັງບໍ່ໃຊ້ຈັກກີບ ຂະເຈົ້າຍັງກັບໄດ້ ຂະເຈົ້າເຮັດວິທີໃດ ເຈົ້າໜ້າທີ່ຂະເຈົ້າ ເຂົ້າມາຮັບເອົາຢູ່ໃນເລີຍ ແລ້ວເອົາອອກໄປ ແລ້ວນ້ອງ ຄືບໍ່ໄດ້ອອກໄປນໍາຂະເຈົ້າ.”
ກ່ຽວກັບທີ່ວ່າເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດ ສະເພາະກິຈ ປະຈໍາເຂດເສຖກິຈພິເສດ ເມືອງຕົ້ນເຜິ້ງ ຫຼາຍທ່ານ ແລະເຈົ້າໜ້າທີ່ສະຫະພັນແມ່ຍິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຫຼາຍຄັ້ງ ປະກົດວ່າ ໂທໄປຕິດທຸກຄັ້ງ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດຮັບສາຍ.
ແຕ່ເມື່ອເວລາທີ່ວິທຍຸເອເຊັຽເສຣີ ສົ່ງຂໍ້ຄວາມໄປ ຜ່ານທາງວອດແອັບ (WhatsApp) ປະກົດວ່າ ເຈົ້າໜ້າທີ່ອ່ານຂ້ໍຄວາມ ແຕ່ບໍ່ຕອບຫຍັງກັບມາ.
ໃນຂະນະທີ່ກ່ອນໜ້ານີ້ ເມື່ອວັນທີ່ 8 ກຸມພາ 2022 ວິທຍຸເອເຊັຽເສຣີ ກໍໍໄດ້ຕິດຫາເຈົ້າໜ້າທີ່ຕໍາຣວດສະເພາະກິຈ ຢູ່ເຂດເສຖກິຈພິເສດດັ່ງກ່າວ ແລະທ່ານ ກໍໄດ້ກ່າວວ່າ:
“ບອກເບີເພິ່ນມາ ໃຫ້ເພິ່ນ ເອົາເບີໆຂ້ອຍໃຫ້ເພິ່ນກະໄດ້ ໃຫ້ເພິ່ນໂທມາຂໍຄວາມຊ່່ວຍເຫຼືອຫຍັງ ໃຫ້ເພິ່ນໂທມາຫາຂ້ອຍເລີຍເດີ້ ເອົາເບີໃຫ້ເພິ່ນໂລດ ບອກເບີໂທມາໂລດ.”
ໃນມື້ດຽວກັນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ຕໍາຣວດ ສະເພາະກິຈ ເມືອງຕົ້ນເຜິ້ງ ອີກທ່ານນຶ່ງ ແລ້ວທ່ານກໍກ່າວ ກ່ຽວກັບເຣື່ອງນີ້ ສັ້ນໆວ່າ:
“ເອົາເບີໂທອັນນ່າ ໄປໃຫ້ຂະເຈົ້າເລີຍເນາະ ໃຫ້ຂະເຈົ້າໂທມາເລີຍເນາະ ເຮົາຊິແນະນໍາຂະເຈົ້າ.”
ນອກຈາກນີ້ແລ້ວ ເມື່ອວັນທີ່ 9 ກຸມພາ ທີ່ຜ່ານມາ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຫ້ອງການ ສະຫະພັນແມ່ຍິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຂໍຄວາມຊ່ອຍເຫຼືອ ໃຫ້ແກ່ແມ່ຍິງລາວ ຈາກແຂວງໄຊຍະບູຣີ ແລະ ແຂວງຫຼວງພຣະບາງ ທີ່ຢາກກັບບ້ານ ແລະທ່ານ ກໍໄດ້ໃຫ້ຄໍາຕອບພຽງສັ້ນໆວ່າ:
“ມັນກະມີທີມງານຊ່ອຍເຫຼືອເນາະ ບຶດນຶ່ງ ເອື້ອຍຊິໃຫ້ທາງຄະນະຮັບຜິດຊອບຕິດຕໍ່ໄປເດີ້ ເອື້ອຍຊິໂທຫາທີມງານ ໃຫ້ເພິ່ນປະສານອີກເທື່ອນຶ່ງເດີ້.”
ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕໍາຣວດແຂວງບໍ່ແກ້ວ ກໍຊ່ອຍເຫຼືອແມ່ຍິງລາວ ທີ່ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ໄດ້ຢ່າງໜ້ອຍ 14 ຄົນ ໃນນັ້ນ 3 ຄົນ ຊ່ອຍໃຫ້ໜີອອກມາໄດ້ ເມື່ອວັນທີ່ 6 ກຸມພາ ແລະເມື່ອວັນທີ່ 5 ກຸມພາ ທີ່ຜ່ານມາ ກໍຊ່ອຍໄດ້ 3 ຄົນ ຊຶຶ່ງມີທັງ ເປັນພະນັກງານຕອບແຊັດ ແລະສາວຂາຍບໍຣິການທາງເພດ.
ນອກຈາກແມ່ຍິງລາວ ແລະຄົນງານລາວ ທີ່ຖືກຕົວະໄປເຮັດວຽກ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວແລ້ວນັ້ນ ກໍມີຄົນງານໄທຍ ຖືກຕົວະມາເຮັດວຽກ ເປັນສແກມເມີ້ຣ໌ (Scammer) ຢູ່ທີ່ນີ້ເຊັ່ນກັນ.
ນັບແຕ່ວັນທີ 10-17 ເດືອນມີນາ ທີ່ຜ່ານມາ ມີຄົນງານໄທຍ ທີ່ຖືກຕົວະໄປເຮັດວຽກ ເປັນສແກມເມີ້ຣ໌ (Scammer) ຢູ່ ກາສິໂນ ຄິງສ໌ໂຣມັນສ໌ ພາຍໃນເຂດ ເສຖກິຈພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເດີນທາງກັບປະເທດໄທຍ ຈໍານວນ 24 ຄົນ ໃນນັ້ນ ບາງສ່ວນ ໄດ້ຮັບການຊ່ອຍເຫຼືອ ຈາກການປະສານງານ ລະຫວ່າງ ເຈົ້າແຂວງ ແຂວງຊຽງຮາຍ ແລະ ເຈົ້າແຂວງ ແຂວງບໍ່ແກ້ວ ແລະອີກສ່ວນນຶ່ງ ໄດ້ເດີນທາງໜີກັບມາດ້ວຍໂຕເອງ. ອີງຕາມການຣາຍງານຂອງ ທ່ານ ກະໜົກ ສີວິໄຊນັນ ເຈົ້າແຂວງ ແຂວງຊຽງຮາຍ ເມື່ອວັນທີ 17 ມີນາ 2022. ສະບາຍດີ.