ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ກະທົບເມືອງ ມໍຣະດົກໂລກ
2022.04.11

ຄະນະຊ່ຽວຊານສູນມໍຣະດົກໂລກ ຊຶ່ງເປັນທີ່ປຶກສາ ຂອງອົງການ UNESCO ແລະອົງການ ອີໂກໂມສ (ICOMOS) ໄປປະເມີນ, ຕິດຕາມ, ກວດກາສະພາບການ ປົກປັກຮັກສາເມືອງມໍຣະດົກໂລກ ຫລວງພຣະບາງ ຮອບດ້ານ, ຮວມທັງການກໍ່ສ້າງໂຄງຮ່າງພື້ນຖານຕ່າງໆ ເປັນຕົ້ນເຣື່ອງເຂື່ອນໄຟຟ້າຫລວງພຣະບາງ ໃນມື້ວັນທີ 6 ເມສານີ້ ພາຍຫລັງທີ່ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ໄດ້ສົ່ງບົດຣາຍງານລະອຽດ ໃນຫລາຍດ້ານກ່ຽວກັບຜົລກະທົບ ຈາກການສ້າງເຂື່ອນໄຟຟ້າຫລວງພຣະບາງ ທີ່ຄາດວ່າຈະມີຕໍ່ເມືອງມໍຣະດົກໂລກ ຫລວງພຣະບາງ ເປັນຄັ້ງທໍາອິດ ໃຫ້ຄະນະກັມມະການ ມໍຣະດົກໂລກ ຂອງອົງການ UNESCO ໃນທ້າຍເດືອນມົກກະຣາ ຜ່ານມາ.
ດັ່ງເຈົ້າໜ້າທີ່ ດ້ານມໍຣະດົກໂລກຫລວງພຣະບາງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ເມສານີ້ວ່າ:
“ໂຄງການຈິງມີແຕ່ເຂື່ອນເທົ່ານັ້ນ ເຮົາກໍໄດ້ສົ່ງໄປທາງກົມມໍຣະດົກ ຢູ່ນະຄອນຫລວງວຽງຈັນ ເພິ່ນກໍສົ່ງໄປແລ້ວ ຢູເນສໂກຂະເຈົ້າກໍໄດ້ເບິ່ງແລ້ວ ໂຕນີ້ນະທາງເຈື່ອນເຮົາຍັງບໍ່ທັນໄດ້ສົ່ງ ເຮົາມີແຕ່ຣາຍງານໃຫ້ເຂົາເຈົ້າຊາບ ຂະເຈົ້າຈະໄປເຮັດບົດສລຸບມາກ່ອນ ວ່າໃຫ້ພວກເຮົາເຮັດແນວໃດຕໍ່ ເພາະວ່າເຮົາຣາຍງານໄປນີ້ ສະພາບມັນບໍ່ມີບັນຫານໍ ມັນມີລັກສະນະທັມມະຊາດ ແຕ່ວ່າເຂື່ອນນີ້ມັນຈໍາເປັນ ມັນເປັນລະດັບຊາດ ມັນຕ້ອງໄດ້ສົ່ງປະເມີນ HIAs ນໍ.”
ປັດຈຸບັນ ຄະນະກັມມະການມໍຣະດົກໂລກ ຢູ່ໃນລະຫວ່າງການພິຈາຣະນາບົດຣາຍງານ ດັ່ງກ່າວ ແລະຄາດວ່າ ຜົລການພິຈາຣະນານັ້ນຈະອອກມາ ໃນກາງເດືອນພຶສພາ 2022 ນີ້.
ດັ່ງເຈົ້າໜ້າທີ່ ສໍານັກງານນະໂຍບາຍ ແລະແຜນຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມຂອງໄທຍ ກ່າວໃນມື້ດຽວກັນນີ້ວ່າ:
“ຕັ້ງກັມມະການພິຈາຣະນາ ເອກກະສານມະຕິຄັ້ງທີ່ແລ້ວ ແລ້ວດຽວເຮົາຕ້ອງມານັ່ງເບິ່ງວ່າ ຣາຍງານໂຕນີ້ຂອງເຮົາອີກເທື່ອນຶ່ງ ວ່າມີການເຮັດແນວໃດແລ້ວ ແລ້ວລໍຄວາມເຫັນຂອງອົງການ ທີ່ປຶກສາອີກຄັ້ງນຶ່ງດ້ວຍ ແລ້ວດຽວກໍຈະມີໜ່ວຍທີ່ຈະມາປະເມີນ ຣາຍງານທີ່ລາວເຮັດອອກມາ ມັນກົງກັບທີ່ກັມມະການ ເຂົາຕ້ອງການ ຫລືບໍ່ ທີ່ວ່າໃຫ້ເຮັດເອກກະສານເຣື່ອງ HIAs.”
ໃນກອງປະຊຸມສມັຍສາມັນຄັ້ງທີ 44 ປະຈໍາປີ 2021 ເມື່ອເດືອນກໍຣະກະດາ ທີ່ຜ່ານມາ ຄະກັມມະການມໍຣະດົກໂລກໄດ້ມີ ມະຕິແນະນໍາໃຫ້ຣັຖບານລາວ ໂຈະການກໍ່ສ້າງເຂື່ອນໄຟຟ້າ ຫລວງພຣະບາງຊົ່ວຄາວ ແລະໃຫ້ເຮັດບົດຣາຍງານ ກ່ຽວກັບຜົລກະທົບທີ່ອາຈເກີດຂຶ້ນ ຕໍ່ເມືອງນັ້ນກ່ອນ ເພື່ອສເນີຕໍ່ຄະນະກັມມະການມໍຣະດົກໂລກ ໃນມື້ວັນທີ 1 ກຸມພາ 2022 ນີ້.
ອົງການ UNESCO ໄດ້ຂຶ້ນທະບຽນ ນະຄອນຫລວງພຣະບາງ ເປັນເມືອງມໍຣະດົກໂລກ ເມື່ອວັນທີ 9 ທັນວາ 1995, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າຂອງ. ແຕ່ມາເຖິງເດືອນສິງຫາ 2020 ຫ້ອງການມໍຣະດົກໂລກ ນະຄອນຫລວງພຣະບາງ ໄດ້ແຈ້ງວ່າ ການຄຸ້ມຄອງເມືອງມໍຣະດົກໂລກນີ້ ມີຄວາມຫຍຸ້ງຍາກ ແລະມີສິ່ງທ້າທາຍຫລາຍຢ່າງ ໂດຍສະເພາະແມ່ນວັດ ແລະອາຄານບ້ານເຮືອນເກົ່າແກ່ ຈໍານວນນຶ່ງ ທີ່ໄດ້ຂຶ້ນທະບຽນເປັນມໍຣະດົກໂລກ ຊຸດໂຊມ, ເປ່ເພ ບໍ່ມີງົບປະມານສ້ອມແປງ.
ເຖິງແມ່ນວ່າ ຄະນະກັມມະການມໍຣະດົກໂລກ ຈະຢູ່ໃນລະຫວ່າງການພິຈາຣະນາ ບົດຣາຍງານຂອງທາງການລາວດັ່ງກ່າວ ແຕ່ເຈົ້າຂອງໂຄງການເຂື່ອນຫລວງພຣະບາງ ກໍມີແຜນທີ່ຈະໂຍກຍ້າຍ ປະຊາຊົນບ້ານຫ້ວຍຢໍ້ ເມືອງຈອມເພັດ ປະມານ 74 ຄອບຄົວອອກໄປ ແຕ່ເດືອນທັນວາ 2022 ຫາຕົ້ນປີ 2023 ໃນຂະນະທີ່ປະຊາຊົນ ຈໍານວນຫລາຍບໍ່ຢາກໂຍກຍ້າຍອອກ ຍ້ອນເຮືອນຈັດສັນທີ່ທາງໂຄງການກຽມໄວ້ໃຫ້ນັ້ນໜ້ອຍຫລາຍ ແລະທັງບໍ່ມີດິນເຮັດໄຮ່ເຮັດນາ ຫລືລ້ຽງສັດ ຄືຢູ່ບ່ອນເກົ່າ.
ດັ່ງຊາວບ້ານ ບ້ານຫ້ວຍຢໍ້ຜູ້ນຶ່ງເວົ້າວ່າ:
“ເພິ່ນກຳລັງສ້າງບ້ານນໍ ປຸກໂຮງຮຽນ ປຸກບ້ານ ໂຮງໝໍປະມານ 3 ກິໂລແຫລະອອກຈາກບ້ານເກົ່າ ມາຫາບ່ອນໃໝ່ ກະເດືອນສິບສອງ ປີໃໝ່ພຸ້ນແຫລະ ຫລັງຈາກສໍາເຣັດການປຸກສ້າງເຮືອນ ດິນທໍາກິນຫັ້ນເພີ່ນກໍໄດ້ຈັດສັນໃຫ້ນໍ ປະມານຄອບຄົວນຶ່ງກໍສິແມ່ນ 0.80 ປະມານນີ້ແຫລະ ເອີຄັນຫາກວ່າເຣື່ຶອງເນື້ອທີ່ນີ້ ມັນກໍອາຈບໍ່ພໍໃຊ້ປານໃດ.”
ປັດຈຸບັນ ຫລາຍບໍຣິສັດຮ່ວມຮຸ້ນ ທີ່ເປັນເຂົ້າຂອງໂຄງການ ໄດ້ຈ່າຍຄ່າຊົດເຊີຍໃຫ້ຊາວບ້ານ ບ້ານຫ້ວຍຢໍ້ໄປແລ້ວຈໍານວນນຶ່ງ ເຖິງແມ່ນວ່າຊາວບ້ານຈະບໍ່ພໍໃຈ ຍ້ອນຄ່າຊົດເຊີຍໜ້ອຍ, ດິນທໍາກິນກໍຢູ່ໄກບ້ານຈັດສັນ.
ດັ່ງຊາວບ້ານຫ້ວຍຢໍ້ອີກຜູ້ນຶ່ງກໍເວົ້າວ່າ:
“ຍ້າຍບ້ານໄປແລ້ວ ເພິ່ນຈະຊົດເຊີຍເຂົ້ານາໃຫ້ແລ້ວ 6 ປີ ແລ້ວດິນນາຊົດເຊີຍຄືເກົ່າ ແລ້ວບາດນີ້ກໍວ່າຈະຊົດເຊີຍໃຫ້ແຕ່ 3 ປີ ຫລຸດລົງໆ ບ່ອນຊິລ້ຽງເປັດ, ລ້ຽງໄກ່ ກໍບໍ່ມີ ຄືວ່າບ່ອນເຮືອນຊີ້ນະ ບ່ອນເຮືອນນີ້ ທີແລກກໍເວົ້າກັນວ່າ 20x20 ນໍ ແລ້ວຊິບ່ອນລ້ຽງໄກ່ກໍບໍ່ມີ ບ່ອນກົກໄມ້ຕົກຕອກໜ້າບ້ານ ກໍບໍ່ມີ ສະເພາະແຕ່ດິນເຮືອນ.”
ເວົ້າເຖິງຜົລກະທົບ ຈາກໂຄງການເຂື່ອນຫລວງພຣະບາງ ທາງດ້ານສັງຄົມ ມີການປະເມີນວ່າ ຈະມີ 26 ບ້ານ, 3 ເມືອງຂອງ 3 ແຂວງ ຄືເມືອງຈອມເພັດ ແຂວງຫລວງພຣະບາງ, ເມືອງຫົງສາ ແຂວງໄຊຍະບູຣີ ແລະເມືອງງາ ແຂວງອຸດົມໄຊ ຊຶ່ງທາງໂຄງການ ມີແຜນທີ່ຈະຄ່ອຍໂຍກຍ້າຍ ແລະຈ່າຍຄ່າຊົດເຊີຍໃຫ້ຜູ້ໄດ້ຮັບຜົລກະທົບ ໄປຈົນຮອດປີ 2028.
ດັ່ງຊາວບ້ານ ບ້ານໂຄກຫລວງ ເມືອງຈອມເພັດຜູ້ນຶ່ງເວົ້າວ່າ:
“ເພິ່ນວ່ານໍ້າຂຶ້ນຖ້ວມ ເພິ່ນຈະໃຫ້ໂຍກຍ້າຍ ໄປຢູ່ບ້ານແກ້ງແຄນພຸ້ນວ່າຊັ້ນ ແຕ່ວ່າປະຊາຊົນເພິ່ນວ່າ ຈະຂໍຢູ່ບ້ານເກົ່ານີ້. ຍ່າງເອົາກໍ 4 ຊົ່ວໂມງ ແມ່ນແຫລະບ້ານນີ້ມັນມີນາຫລາຍ. ບາດນີ້ໄປຢູ່ພຸ້ນແລ້ວມັນໄກ ຢາກຢູ່ບ້ານເກົ່ານີ້ ແຜນເພິ່ນວ່າ ປີ 2027-2028 ນີ້ເພິ່ນວ່າຈະໄດ້ຍ້າຍນະ.”
ປະຊາຊົນທີ່ີຈະໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນຫລວງພຣະບາງ ແບ່ງອອກເປັນ 4 ກຸ່ມ ຄືກຸ່ມທີ 1 ຈະຖືກຜົລກະທົບທັງໝົດ ມີ 6 ບ້ານ, 2,285 ຄົນ, ກຸ່ມທີ 2 ໄດ້ຮັບຜົລກະທົບບາງສ່ວນ ມີ 9 ບ້ານ, 3,855 ຄົນ, ກຸ່ມທີ 3 ເສັຍດິນ ມີ 8 ບ້ານ, 2,330 ຄົນ ແລະກຸ່ມທີ 4 ທີ່ຢູ່ທ້າຍເຂື່ອນ ມີ 3 ບ້ານ, 904 ຄົນ.
ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ, ຕັ້ງຢູ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫລວງພຣະບາງ, ຮ່າງຈາກເມືອງມໍຣະດົກໂລກປະມານ 25 ກິໂລແມັດ. ໂຄງການນີ້ມີ 4 ບໍຣິສັດຖືຮຸ້ນ ຄືບໍຣິສັດໄຊຍະບູຣີ ພາວເວີ້ຣ໌ ຖືຮຸ້ນ 42%, ບໍຣິສັດພີທີຈໍາກັດ 38%, ບໍຣິວັດ PetroVietnam Power 10% ແລະບໍຣິສັດ ຊ.ການຊ່າງຂອງໄທຍ 10%, ມູນຄ່າການກໍ່ສ້າງ 3 ຕື້ໂດລາຣ໌ສະຫະຣັຖ, ໄຟຟ້າທີ່ຜລິດໄດ້ຈະຂາຍໃຫ້ປະເທດໄທຍ ແລະວຽດນາມ.