ເກີດຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ແລະທະຫານ
2022.04.11

ເກີດມີຂໍ້ຂັດແຍ່ງທີ່ດິນກັນ ຢູ່ເຂດບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ລະຫວ່າງ ຊາວບ້ານໃນເຂດດັ່ງກ່າວ ແລະ ເຈົ້າໜ້າທີ່ທະຫານ ຄ້າຍ 513 ທີ່ຂຶ້ນກັບ ກອງບັນຊາການທະຫານ ຄອນຫລວງວຽງຈັນ.
ໃນວັນທີ 10 ເມສາ ທີ່ຜ່ານມາ, ມີປະຊາຊົນ 5 ຄົນ ຖືກເຈົ້າໜ້າທີ່ທະຫານ ນະຄອນຫລວງວຽງຈັນ ຈັບໄປ ຫຼັງຈາກທີ່ມີການຖົກຖຽງເຣື່ອງບັນຫາທີ່ດິນ.
ຊາວບ້ານຜູ້ທີ່ອ້າງສິທ ເປັນເຈົ້າຂອງທີ່ດິນ ໃນເຂດດັ່ງກ່າວ ມີປະມານ 40 ຄອບຄົວ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ.
ຊາວບ້ານ ຜູ້ທີ່ອ້າງສິດເປັນເຈົ້າຂອງທີ່ດິນ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ:
ຊາວບ້ານ:
“ຂະເຈົ້າມາມາຕັດໄມ້ວິກປະຊາຊົນຫັ້ນ ລະກະມາປຸກຕຸບໃສ່ ທາງໜ້າຫັ້ນລະ ເປັນຄ້າຍເລີຍ. ປະຊາຊົນຊິປູກຝັງ, ລ້ຽງສັດ ແມ່ນຫຍັງກະບໍ່ໄດ້ເລີຍ ບໍ່ໃຫ້ເຮັດຫຍັງເລີຍ.”
ນັກຂ່າວ: ຂະເຈົ້າມາເຮັດດົນລະຫວະ?
ປະຊາຊົນ:
“ຂະເຈົ້າຫາກໍ່ມາສ້າງ ໝ໋ອງປະມານ 4-5 ເດືອນນີ້ແຫຼະ.”
ນັກຂ່າວ: ຈັບໄປມື້ນີ້ [10 ເມສາ] ເລີຍແມ່ນບໍ?
ປະຊາຊົນ:
“ໂດຍ ຈັບໄປມື້ນີ້ເລີຍ ຕອນສວາຍ. ຂະເຈົ້າຕີ.”
ນັກຂ່າວ: ເອົາຫຍັງຕີລະ?
ປະຊາຊົນ:
“ເອົາມື, ເອົາມື ລະກະເອົາປືນຂູ່.”
ນັກຂ່າວ: ມີຈັກຄົນລະ ທະຫານມາຂູ່ ມາຕີ?
ປະຊາຊົນ:
“ໂອ້ຫຼາຍເຕີບໃດ ເກືອບຮອດ 100 ຄົນ ພຸ້ນແຫຼະ ຂະເຈົ້າຂີ່ຣົຖທະຫານມາ.”
ນັກຂ່າວ: ດິນຂອງເຮົາມີໃບຕາຕິນບໍ່ ຄື ຈັ່ງໃດ?
ປະຊາຊົນ:
“ບໍ່ໃບຕາດິນຍັງບໍ່ທັນອອກ ແຕ່ໃບນຳໃຊ້ ກັບເອກສານແມ່ນຫຍັງມີຄົບໝົດແລ້ວ.”
ນັກຂ່າວ: ຮູ້ຄັກແນ່ ບໍ່ ຂ້າວໆ ນີ້ ມັນຈັກເຮັກຕ້າ?
ປະຊາຊົນ:
“200 ປາຍ ເຮັກຕ້າຣ໌.”
ຊາວບ້ານມາຕັ້ງຫຼັກ ປັກຖານ ຢູ່ເຂດດັ່ງກ່າວ ມາໄດ້ຫຼາຍ 10 ແລ້ວ. ຊາວບ້ານອີກຄົນນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:
ຊາວບ້ານອີກຄົນນຶ່ງ:
“ຢູ່ນີ້ມາ ມັນກະຫຼາຍປີແລ້ວ ພໍ່ແມ່ປະຊາຊົນຢູ່ນີ້ນ່າ ມາຢູ່ນຳຮົ້ວນຳສວນ ດິນໂຕນີ້ເຮົາລະເຮັດມາແຕ່ນ້ຳຫຸມຍັງບໍ່ທັນໄດ້ຕັນ, ເຂື່ອນນ້ຳຫຸມຍັງບໍ່ທັນມີເນາະ ເຮົາເຮັດຢູ່ນີ້ມາຫັ້ນນ່າ.
ລະບາດນີ້ ທະຫານລະມາຢູ່ລຸນ ເພິ່ນລະມາຮ້າຍມາວ່າ ບໍ່ໃຫ້ເຮັດໃຫ້ສ້າງຕໍ່ເດີ ດິນນີ້ມັນຖືກດິນທະຫານນະຄອນຫລວງໃດ ເພິ່ນລະວ່າຊິໃຫ້ປະຊາຊົນນີ້ນະ.
ລະປະຊາຊົນລະວ່າ ໂອຍ ຊູຂ້ອຍກະຢູ່ ມາແຕ່ພໍ່ແຕ່ແມ່ເດ້ ພໍ່ແມ່ຂ້ອຍກະຈົນຕາຍກັບຫຍັງຢູ່ກັບນີ້ແຫຼະ ດິນຊູຂ້ອຍເຮັດມາແຕ່ໃດ ມາໃດລະ ຊູຂ້ອຍກະບໍ່ອອກແຫຼະ.
ມາຂະເຈົ້າກະມາເວົ້າມາວ່າ ປະຊາຊົນກະມາວ່າ ຄັນວ່າ ມັນແມ່ນຂອງທະຫານແທ້ຫັ້ນນ່າ ຂ້ອຍຂໍເບິ່ງໃບດູ້ ໃບອະນຸມັດຂອງນາຍເຈົ້າຜູ້ໃດ ຊື່ຫຍັງ ວ່າຊິນ່າ ເຂົາກະວ່າ ບໍ່ມີໃບຫຍັງ ເຂົາກະບໍ່ປາກ.
ກະມີແຕ່ຂົ່ມຂູ່ຊຸມເຮົາບໍ່ໃຫ້ເຮັດຫັ້ນແຫຼ ແນວຂະເຈົ້າມາລຸມໃສ່ໄທເຮົາ. ຊຸມເຮົາລະຊ່ອຍກັນ ລະພ້າຊ້ຳພັດຖືກມືທະຫານ ຜູ້ນຶ່ງເນາະ, ມືທະຫານ. ບາດນີ້ທະຫານຄຽດຕິເບາະ ລະແມ່ນໂທກັນມາບັກຫຼາຍໆ ເປັນ 60-70 ຄົນ ພຸ້ນ.
ມາບາດນີ້ ທະຫານ ໂດດຢຽບຜູ້ນັ້ນ ໂດດຕີຜູ້ນີ້ ຄຸບເອົາຊິນ່າ ເປັນ 10 ຄົນ ຕໍ່ຜູ້ນຶ່ງ ມັນກະບໍ່ໄຫວແຫຼະ ປະຊາຊົນເນາະ ວ່າໂອ້ ຄັນມາແບບນີ້ ເປັນຫຍັງຄືນາຍບ້ານບໍ່ຮູ້ ເຮົາວ່ານະ.
ທັມມະດາ ຄັນວ່າ ຊິເຮັດຫຍັງ ຄື ມີນາຍບ້ານເນາະ ເພິ່ນຕ້ອງໄປແຈ້ງນາຍບ້ານກ່ອນບໍ່ ກ່ອນຊິເຮັດຫຍັງເຮົາວ່າ ຖືກບໍ່ອັນນີ້ນ່າ ປະຊາຊົນເວົ້າແນວນີ້ນ່າ.
ຕ້ອງແຈ້ງນາຍວ່າໃຫ້ຮັບຮູ້ກ່ອນວ່າ ຊິເຮັດຫຍັງລົງໄປກ່ອນຫັ້ນເນາະ ອັນນີ້ຂະເຈົ້າບໍ່ຮູ້ເລີຍນະ ນາຍບ້ານ, ລະແມ່ນເອົາຄົນເຮົາໄປເລີຍນະ ໃສ່ກັບມືໄປໂລດ.”
ນັກຂ່າວ: ເພິ່ນແຈ້ງຂໍ້ຫາ ບໍ່ວ່າ ເປັນຫຍັງ?
ປະຊາຊົນອີກທ່ານນຶ່ງ:
“ທະຫານມາໃສ່ຂໍ້ຫາເຮົາ ວ່າເຮົານີ້ມາບຸກລຸກດິນເຂົາເຈົ້າ. ແຕ່ວ່າ ດິນນີ້ມາແຕ່ພໍ່, ແຕ່ແມ່ພຸ້ນແລ້ວ ມາໄດ້ 20-30 ປີແລ້ວລະ. ແມ່ນບ້ານເກົ່າ, ບ້ານເດີມຂອງໂພນແຕ້ ເດ້. ຊິມາໄລ່ຕີໄລ່ຂ້າ ໄລ່ຈັບກັນຈັ່ງຊີ້ນີ້ ມັນບໍ່ເປັນຕີ້ ເຮົາວ່າ ແຕ່ວ່າ ໄທເຮົາ ກະບໍ່ຍອມ ເພາະເຄີຍຢູ່ແລ້ວຊິນ່າ.
ຄອບຄົວເຮົາກະທຸກຍາກ, ກະລ້ຽງງົວ, ລ້ຽງຫັ້ນ, ລ້ຽງນີ້ ນຳດິນຄັງເກົ່າເດີມ ມາແຕ່ພຸ້ນແຫຼ ຂອງໃຜຂອງມັນນ່າ ຜູ້ລະເຮັດຕ້າ 2 ເຮັກຕ້າ ໄປຈັ່ງຊີ້ນ່າ ບໍ່ໄດ້ມີຫຼາຍດອກ ແຕ່ວ່າ ມີຫຼາຍຄອບຄົວຢູ່.
ແຕ່ວ່າ ບາງຄົນຂະເຈົ້າມີບ້ານຢູ່ຫ້ວຍນ້ຳເຢັນ, ລະຂະເຈົ້າມາເຮັດຊື່ໆ ກະມີ ແຕ່ເຮົານີ້ແທ້ ຢູ່ພີ້ຫັ້ນກະຫຼາຍປີແລ້ວ. ດິນແຕ່ກ່ອນ ມາເຮັດແຕ່ບໍ່ໄດ້ມາຢູ່ຊັ້ນເທາະໄປ໋.”
ຊາວບບ້ານເຣີ່ມມາຢູ່ ແລະ ມາຕັ້ງຫຼັກປາກຖານ ຢູ່ໃນເຂດດັ່ງກ່າວ ນັບແຕ່ປີ 1988-1989 ເປັນຕົ້ນມາ ຫຼັງຈາກທີ່ມີການສ້າງເຂື່ອນນ້ຳຫຸມ ຍ້ອນວ່າ ບ້ານເກົ່າຂອງເຂົາເຈົ້າຖືກນ້ຳຖ້ວມ. ເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸເອເຊັຽເສຣີ ວ່າ.
ນັກຂ່າວ: ມັນເປັນໄປເປັນມາແນວໃດ ຂອງເຣື່ອງນີ້?
ເຈົ້າໜ້າທີ່ທ້ອງຖິ່ນ:
“[ແຕ່ກີ້ທີ່ດິນ] ມັນອອກຊື່ ບ້ານໂພນແຕ້ ລະຫຼັງຈາກປົດປ່ອຍມາລະ ເພິ່ນລະມາຕັນອ່າງນ້ຳຫຸມເນາະ. ຕັນອ່າງນ້ຳຫຸມ ມາລະຂຶ້ນມາລະ ນ້ຳມັນລະຖ້ວມໄຮ່ຖ້ວມນາປະຊາຊົນ. ລະປະຊາຊົນຈັ່ງຄ່ອຍຍ້າຍ ຈາກນ້ຳນັ້ນ ຂຶ້ນມາໂນນເທິງ ບ່ອນນ້ຳບໍ່ຖ້ວມ ເຄິ່ງນາໃຜ ຜູ້ນັ້ນກະເອົາຈັ່ງຊີ້ນ່າ ລະມາແບ່ງປັນກັນ ເຂດຫົວໄຮ່ປາຍນາຂອງໃຜຂອງມັນ.
ປີ 1988-1989 ເພິ່ນລະມາເຮັດນິຄົມລ້ຽງງົວ ນິຄົມລ້ຽງສັດຂອງກຳແພງນະຄອນ ລະບາດນີ້ ໃນເມື່ອກຳແພງນະຄອນຫັ້ນ ເຮັດນິຄົມແບບມັນຫຼົ້ມຫັ້ນນ່າ ມັນບໍ່ມີນິຄົມເກີດວ່າຊິຊາ ລະດິນຕອນດັ່ງກ່າວໜ້າທີ່ຈະມອບຄືນໃຫ້ປະຊາຊົນ ລະເພິ່ນພັດວ່າ ທາງກະສິກັມ ມອບໃຫ້ທາງກອງບັນຊາການ ທະຫານນະຄອນຫລວງ.
ລະບາດນີ້ ເພິ່ນລະໃຫ້ທະຫານໄປຢູ່ ໄປຢູ່ລະ ເຂດບໍລິເວນນັ້ນ ມັນເປັນສວນຂອງປະຊາຊົນໝົດ. ລະກະປະຊາຊົນກະປູກຝັງລ້ຽງສັດ ລະງົວ-ຄວາຍຢູ່ ຫັ້ນເປັນພັນໆ ໂຕພຸ້ນລະ ຢູ່ໃນນັ້ນ.
ຂະເຈົ້າເຮັດຮົ້ວເຮັດສວນ ຢູ່ຫັ້ນລະກະລ້ຽງສັດໄປນຳ ເປັນງົວ ເປັນຄວາຍ ລະກະແບ້ຈັ່ງຊີ້ນ່າ ມັນເປັນລາຍໄດ້ຂອງປະຊາຊົນ ລະເມື່ອມາເປັນແນວນັ້ນ ກອງບັນຊາການ 513 ລະຢາກໄດ້ ພື້ນທີ່ດັ່ງກ່າວເໝາະສົມກັບການລ້ຽງສັດເດ້ ລະພາກັນຫວງຢູ່ຫັ້ນບໍ່ໜີເລີຍ. ລະດິນຢູ່ຫັ້ນ ປະຊາຊົນບໍ່ມີສິທຊີ້ນ່າ ກະສເນີຫຼາຍພາກສ່ວນລະວ່າ ຫຼາຍພາກສ່ວນນີ້ລະແມ່ນຂະເຈົ້າຫັ້ນລະວ່າ ໃຫ້ເອີ້ນກອງບັນຊາການທະຫານ ນະຄອນຫລວງມາໄກ່ເກັ່ຽ ຂະເຈົ້າກະບໍ່ເຂົ້າຮ່ວມ ຖິ້ມໄປໃສ່ 513 ແລະ 513 ຖິ້ມໃສ່ກອງບັນຊາການ ບໍ່ມີໃຜເຂົ້າຮ່ວມຈັກເທື່ອ. ເລີຍຍາວມາຈົນ 10 ປາຍປີ ຈົນຊະເຂົ້າ 20 ປີແລ້ວຫັ້ນນ່າ. ປະຊາຊົນ ກະບໍ່ຍອມໜີ ທະຫານກະບໍ່ຍອມໜີ.”
ນັກຂ່າວ: ແຕ່ວ່າ ແມ່ນໃຜມາຢູ່ກ່ອນ?
ເຈົ້າໜ້າທີ່ທ້ອງຖິ່ນ:
“ກະປະຊາຊົນແຫຼ.”
ນັກຂ່າວ: ເຣີ່ມຕົ້ນປະມານປີໃດ ທີ່ວ່າເຂົາມາລ້ຽງສັດມາປູກຝັງໃສ່ ມາປຸກເຮືອນໃສ່ ກະມີເຮືອນມີຫຍັງຕົ່ວ?
ເຈົ້າໜ້າທີ່ທ້ອງຖິ່ນ:
“ຍ້າຍມາ ກະປະມານ 1989.”
ນັກຂ່າວ: ມີຈັກຄອບຄົວ?
ເຈົ້າໜ້າທີ່ທ້ອງຖິ່ນ:
“ທຳອິດລະແມ່ນ 5 ຄອບຄົວ ທີ່ມັນຍັງເຫຼືອແທ້ລະແມ່ນ 7 ຄອບຄົວ ເພາະມັນມີ 2 ບ້ານເດ້ເນາະ. ມັນມີບ້ານຫ້ວຍນ້ຳເຢັນ ກັບ ບ້ານໂພນແຕ້ເກົ່າ.”
ນັກຂ່າວ: ແລ້ວ ບາດນີ້ ມີຈັກຄອບຄົວ ໃນປັດຈຸບັນນີ້ ທີ່ວ່າ ມີຂັດແຍ່ງກັນກັບທາງກອງບັນຊາການ ທະຫານ?
ເຈົ້າໜ້າທີ່ທ້ອງຖິ່ນ:
“ປະຊາຊົນບ້ານໂພນແຕ້ (ຫຼື ບ້ານສີສະຫວາດ) 7 ຄອບຄົວ, ບ້ານຫ້ວຍນ້ຳເຢັນ 35 ຄອບຄົວ. ຈາກບ້ານໂພນແຕ້ ລະເພິ່ນມາປ່ຽນຊື່ ເປັນບ້ານສີສະຫວາດ.”
ນັກຂ່າວ: ແລ້ວດິນຫັ້ນຈັກເຮັກຕ້າ?
ເຈົ້າໜ້າທີ່ທ້ອງຖິ່ນ:
“220 ປາຍເຮັກຕ້າຣ໌.”
ນັກຂ່າວ: ຊາວບ້ານີ້ ມີໃບຕາດິນບໍ່?
ເຈົ້າໜ້າທີ່ທ້ອງຖິ່ນ:
“ມີ, ມີແຕໃບນຳໃຊ້ ເສັຽພາສີທຸກຄົນ ລະບາດນີ້ ທາງກອງບັນຊາການ 513 ເພິ່ນໃຫ້ເອົາໃບເອກສານດັ່ງກ່າວນີ້ມາແຈ້ງ, ມາແຈ້ງລະຫຸບຂອງຂະເຈົ້າໄວ້ໝົດເລີຍ, ຜູ້ມັນຂີ້ຫຼັກ. ຜູ້ມັນຮູ້ແດ່ຫັ້ນນ່າ ຂະເຈົ້າລະກອບໄປ ລະຍັງແຕ່ຜູ້ນັ້ນ.”
ໃນຂະນະທີ່ ເຈົ້າໜ້າທີ່ທາງການ ໃຫ້ຂໍ້ມູນວ່າ ເຂດດັ່ງກ່າວເປັນດິນຣັຖ. ໃນເບື້ອງຕົ້ນ ຜແນກກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ເປັນຜູ້ຄຸ້ມຄອງ ແລະ ຕໍ່ມາໄດ້ມອບໃຫ້ກອງບັນຊາການ ທະຫານນະຄອນຫລວງວຽງຈັນ ເປັນຜູ້ຄຸ້ມຄອງ.
ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີວ່າ.
ນັກຂ່າວ: ວ່າ ມັນມີຂ່າວເຣື່ອງ ປະຊາຊົນ. ປະຊາຊົນຖືກທະຫານຈັບ ອັນນີ້ ມັນເປັນຈັ່ງໃດນີ້ ທ່ານ?
ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ:
“ເອີ! ຂໍ້ມູນໂຕນີ້ນິ ກະຍັງບໍ່ທັນລະອຽດຈະແຈ້ງເທື່ອເນາະ ມີແຕ່ວ່າດຽວນີ້ນ່າ. ມີແຕ່ວ່າ, ແຕ່ກ່ອນນີ້ເນາະ ດິນນີ້ ມັນເປັນດິນສງວນຂອງນ້ຳຫຸມຫັ້ນແຫຼະ ອ່າງນ້ຳຫຸມເດ້ເນາະຫັ້ນນ່າ.
ລະເປັນດິນຣັຖ ທາງຜແນກກະສິກັມ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ເພິ່ນລະໄດ້ມອບໃຫ້ທາງກອງບັນຊາການ ທະຫານນະຄອນຫລວງວຽງຈັນ ຫັ້ນ. ເພື່ອເປັນຜູ້ຄຸ້ມຄອງ ປົກປັກຮັກສານ້ຳໃຊ້ ເພື່ອປູກໄມ້ເບາະ ພັທນາ ຕ່າງຫັ້ນແຫຼເນາະ ໃຫ້ຕິດພັນກັບໜ້າທີ່ວຽກງານປ້ອງກັນຊາດ ປ້ອງກັນຄວາມສງົບ ເພື່ອຮັກສາເຂື່ອນອ່າງນ້ຳຫຸມຫັ້ນແຫຼ.
ແຕ່ວ່າພໍ່ແມ່ປະຊາຊົນນີ້ ເພິ່ນກະອ້າງວ່າ ເປັນກັມສິທຂອງເພິ່ນ. ລະເຂົ້າໄປບຸກລຸກດິນຕອນດັ່ງກ່າວຫັ້ນ ແຕ່ແທ້ຈິງມັນເປັນດິນຂອບເຂດ ສງວນຂອງອ່າງນ້ຳຫຸມຫັ້ນ ເປັນດິນຣັຖຄຸ້ມຄອງ ບໍ່ແມ່ນຂອງພໍ່ແມ່ປະຊາຊົນ.”
ນັກຂ່າວ: ອັນນີ້ ຄືວ່າ ຈັບໄປ 5 ຄົນ ເບາະ?
ຮອງເຈົ້າເມືອງ:
“ເອີ! ອັນຈັບ ເພິ່ນກະຊິເອົາສຶກສາອົບຮົມ ບໍ່ແມ່ນຈັບດອກ ເພິ່ນກະຊິເອົາໄປສຶກສາອົບຮົມ ເພາະວ່າ ພໍ່ແມ່ປະຊາຊົນເປັນຜູ້ເຕົ້າລວມ ປຸກລະດົມ ເອົາພີ່ນ້ອງປ້ອງປາຍ, ໝູ່ຄູ່ເພິ່ນ ມາເຕົ້າໂຮມ ມາສ້າງສະຖານະການຢູ່ຫັ້ນໃດ. ອັນນັ້ນລະ ຄວາມເປັນຈິງມັນເປັນແນວນັ້ນໄດ໋. ສະນັ້ນ ທາງນະຄອນຫລວງ ເພິ່ນກະຕ້ອງລະງັບເຫດຫັ້ນແຫຼເນາະ ບໍ່ໃຫ້ມັນບານປາຍຫັ້ນແຫຼເນາະ.”
ນັກຂ່າວ: ໃນສ່ວນຂອງປະຊາຊົນເພິ່ນກະວ່າ ໄດ້ໄປຢູ່ຫັ້ນດົນແລ້ວ ເພາະວ່າ ມັນບໍ່ມີດິນຊົດເຊີຍໃຫ້ເຂົາເຈົ້າວ່າ ຫຼັງຈາກເຂື່ອນນ້ຳຫຸມມີການສ້າງແລ້ວຫັ້ນນ່າ?
ຮອງເຈົ້າເມືອງ:
“ເອີ! ມັນບໍ່ແມ່ນແນວນັ້ນ ຂອບເຂດດັ່ງກ່າວ ເຂົາເອີ້ນວ່າ ພູກະແຕ ເປັນເຂດໂພນແຕ້ ເຂົາເອີ້ນນ່າ. ພາຍຫຼັງເພິ່ນສ້າງອ່າງນ້ຳຫຸມ ເພິ່ນໄດ້ມີການ ສຶກສາອົບຮົມ ພໍ່ແມ່ປະຊາຊົນ ແລະ ເພິ່ນກໍໄດ້ມີການຍ້ານພໍ່ແມ່ປະຊາຊົນ ແລະ ເພິ່ນກໍໄດ້ຊົດເຊີຍໃຫ້ໝົດຫັ້ນແຫຼະ ມາຢູ່ທາງບ້ານສີສະຫວາດ ຫຍັງອອກມາພີ້ເດ້.
ໃຫ້ໝົດລະແຫຼະ. ມັນບໍ່ແມ່ນດອກອັນນີ້ຫັ້ນນະ ອັນນັ້ນ ມັນກະເປັນຫາງສຽງ ບໍ່ຢາກຖືກຕ້ອງປານໃດ ບໍ່ມີຄວາມຈິງດອກ ອັນນັ້ນຫັ້ນນ່າ. ແຕ່ກີ້ ບ້ານຫັ້ນ ມັນບໍ່ໄດ້ແມ່ນບ້ານໃຫຍ່ ມັນກະຊິມີທໍ່ໃດ ກ່ອນເພິ່ນສ້າງ ບໍ່ເກີນ 20-30 ຄອບຄົວດອກເນາະ.
ມັນເປັນການດື້ດ້ານ ເປັນການລະເມີດຝ່າຝືນຫັ້ນແຫຼະ ຄັນວ່າ ແມ່ນດິນຂອງເພິ່ນຄຸ້ມຄອງນຳໃຊ້ ມັນຕ້ອງມີຂໍ້ມູນ ມີຫຼັກຖານ ເວົ້າເຣື່ອງການທວງສິທ ທີ່ໄປທີ່ມາຂອງຕອນດິນເວົ້າເຣື່ອງອັນ ການຊັບຊ່າວຫັ້ນແຫຼະເນາະ ຄັນບໍ່ມີອັນນີ້ນິ ກະຄາຄືກັນໄດ໋.”
ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທ້ອງຖິ່ນ, ປະຊາຊົນທີ່ອ້າງກັມມະສິທທີ່ດິນຢູ່ໃນເຂດດັ່ງກ່າວ ລວມມີປະຊາຊົນບ້ານ ສີສະຫວາດ (ຫຼື ບ້ານໂພນແຕ້ເກົ່າ) ແລະ ປະຊາຊົນ ບ້ານຫ້ວຍນ້ຳເຢັນ ສ່ວນວ່າ ປະຊາຊົນ 5 ຄົນ ທີ່ຖືກຈັບນັ້ນ ມາຈາກບ້ານຫ້ວຍນ້ຳເຢັນ.
ເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ ຊາວບ້ານທີ່ຖືກຈັບໄປນັ້ນ ປັດຈຸບັນ ຖືກກັກໂຕ ຢູ່ກອງບັນຊາການ ທະຫານນະຄອນຫລວງວຽງຈັນ ຫຼື ຄ້າຍໜອງແຕ່ງ ເມືອງສີໂຄດຕະບອງ ໂດຍມີ ລາຍຊື່ດັ່ງນີ້:
- ນາງ ບຸນມີ ອາຍຸ 55 ປີ
- ທ້າວ ຫງັດ ອາຍຸ 58 ປີ
- ທ້າວ ບຸນທະວີ ອາຍຸ ປະມານ 36 ປີ
- ທ້າວ ຄຳພຸດ ອາຍຸ ປະມານ 48-49 ປີ
- ພໍ່ຕູ້ ອຸ່ນ ອາຍຸ 72 ປີ
ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ຫາເຈົ້າໜ້າທີ່ຣະດັບສູງ ກະຊວງປ້ອງປະເທດ ແລະ ເຈົ້າໜ້າທີ່ກອງບັນຊາການທະຫານ ນະຄອນຫລວງວຽງຈັນ ເພື່ອຖາມຄຳເຫັນກ່ຽວກັບກໍຣະນີດັ່ງກ່າວ, ແຕ່ບໍ່ສາມາດຕິດຕໍ່ໄດ້.