ເຣື້ອງທີ່ເກັບບັນທຶກໄວ້
2021-08-22
ຊາວນາ 7 ບ້ານ ໃນເຂດເມືອງຄຳ ທີ່ໄດ້ຮັບ ຜົລກະທົບ ຍ້ອນເຂື່ອນໄຟຟ້ານໍ້າແທ້ ຜັນເອົານໍ້າ ໄປຜລິດໄຟຟ້າ ທັງໝົດ ສົ່ງຜົລ ໃຫ້ຊົນລະປະທານ ຂາດນໍ້າ. ສ້າງຜົລກະທົບ ຕໍ່ການປູກຝັງ. ດັ່ງນັ້ນ ຈຶ່ງໄດ້ເຂົ້າໄປຫາ ຜູ້ພັທນາໂຄງການ ຍື່ນຂໍ້ສເນີ ເພື່ອໃຫ້ເພິ່ນ ປະຕິບັດ ຕາມສັນຍາ. ການຍື່ນຂໍ້ສເນີ ກໍເພື່ອໃຫ້ ທັງສອງຝ່າຍ ຮ່ວມກັນ ແກ້ໄຂບັນຫາ.
2021-08-22
ປະຊາສັງຄົມ ລາວ-ອະເມຣິກັນ ຈາກຣັຖຈໍເຈັຽ ຈັດໂຄງການແຈກຍາຍ ອາຫານຟຣີ ໃຫ້ແກ່ຊາວລາວ ແລະ ຕ່າງຊາດ ທີ່ໄດ້ຮັບຜົລກະທົບ ຈາກການຣະບາດ ໂຄວິດ-19, ໂດຍໄດ້ປະສານງານກັບ ຊຸມຊົນທ້ອງຖິ່ນ.
2021-08-22
ສັມພາດ ສິລປີນ ມາລີຈັນສຸກ ເທບສຸວັນ, ເຈົ້າຂອງສຽງເພງ “ຄົງເຊໂດນ ທີ່ຮັກ”, ຈາກເມືອງ ລີອົງ, ປະເທດຝຣັ່ງ.
2021-08-22
ໂຄງການ ເຂື່ອນໄຟຟ້າ ຂນາດໃຫຍ່ ເຊສານ 2 ທີ່ສ້າງ ໂດຍຈີນ ໃນກັມພູຊາ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ເສຖກິຈ, ສັງຄົມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ທ້ອງຖິ່ນ ສ່ວນໃຫຍ່ ແມ່ນຊົນເຜົ່າ ຢ້າງໃຫຍ.
2021-08-21
ຄວາມຄຶດຄວາມເຫັນ ກ່ຽວກັບ ຊາວເມືອງຄໍາ ຂໍໃຫ້ເຂື່ອນ ນໍ້າແທ້ ປ່ອຍນໍ້າ, ລາວ ສເນີຂາຍໄຟຟ້າ ໃຫ້ໄທຍ ເພີ່ມອີກ, ການພະນັນ ຫວຍເຖື່ອນ ຍັງຊື້ໄດ້ ຂາຍດີ ແລະ ຣາຍການປວັດສາຕການເມືອງລາວ ຮ່ວມສມັຍ ຕອນທີ 4.
2021-08-20
ນັກວິຊາການ ກ່າວວ່າ ການຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ ເປັນຍ້ອນ ສະຖານທີ່ ກັກໂຕ ນັ້ນແອອັດ ເຮັດໃຫ້ ຫຼາຍຄົນ ຕິດເຊື້ອ ໃນເວລາກັກໂຕ.
2021-08-20
ກະຊວງ ອຸດສາຫະກັມ ແລະ ການຄ້າຂອງລາວ ແລະ ກົມສົ່ງເສີມ ການຄ້າ ຣະຫວ່າງ ປະເທດ ກະຊວງພານິດ ຂອງໄທຍ ສົ່ງເສີມ ການບໍຣິໂພກ ອາຫານ ທະເລ.
2021-08-20
ທາງການ ນະຄອນຫຼວງວຽງຈັນ ອອກຄໍາສັ່ງ ຫ້າມບໍ່ໃຫ້ ບຸກລຸກ ປ່າສງວນ ແຫ່ງຊາດ ພູພະນັງ ແລະ ພູເຂົາຄວາຍ.
2021-08-20
ປະຊາຊົນ ຢູ່ ນະຄອນຫຼວງວຽງຈັນ ຮຽກຮ້ອງ ໃຫ້ຂແນງການ ທີ່ກ່ຽວຂ້ອງ ແກ້ໄຂ ຮ່ອງຣະບາຍ ນໍ້າອຸດຕັນ ຈົນສົ່ງກິນເໝັນ.
2021-08-20
ບໍຣິສັດ ຜລິດຢາ ຢວນຊູ ຈາກ ປະເທດຈີນ ແລະ ບໍຣິສັດ Stemi RNA ມີແຜນ ຈະທົດລອງ ແລະ ຜລິດວັກຊິນ ປ້ອງກັນ ໂຄວິດ-19 ໃນ ປະເທດລາວ.
2021-08-19
ຊາວລາວ ທີ່ຄ້າຂາຍງົວ ຢູ່ ແຂວງໄຊຍະບູຣີ ບໍ່ສາມາດຊື້ງົວ ແຂ່ງກັບ ພໍ່ຄ້າ ຈາກຖິ່ນອື່ນ ທີ່ ຊື້ງົວໄປຂາຍໃຫ້ ຄົນຈີນ ໄດ້.
2021-08-19
ເຈົ້າໜ້າທີ່ ເມືອງຫົງສາ ຈະເຕົ້າໂຮມ ບ້ານນ້ອຍ ໃຫ້ ເປັນບ້ານໃຫຍ່.
2021-08-19
ຄົນງານລາວ ທີ່ກັບມາຈາກ ປະເທດໄທຍ ເສັຍຊີວິດ ຍ້ອນ ໂຄວິດ-19 ແລະ ເປັນຄົນທີ 10 ຂອງ ສປປລາວ ທີ່ ເສັຽຊີວິດ ຍ້ອນ ໂຣຄຣະບາດ ດັ່ງກ່າວນີ້.
2021-08-19
ເກີດເຫດໄຟໄໝ້ ໂຮງງານ ປະກອບ ຣົດຈັກ ຂອງຈີນ ຢູ່ ນະຄອນຫຼວງ ວຽງຈັນ.
2021-08-19
ກະບອກສຽງ ຢ່າງເປັນທາງການ ຂອງ ພັກຄອມມິວນິສຈີນ People’s Daily, ຮວມທັງ ແຫຼ່ງຂ່າວອື່ນໆ ໃນຈີນ, ໄດ້ຊີ້ແນະວ່າ ກຸ່ມ ທະລິບານ (Taliban) ຍຶດອໍານາດໃນ ອັຟການິສຖານ ໂດຍໃຊ້ ຍຸທວິທີ ທາງທະຫານ ຂອງ ເໝົາ ເຈິ໋-ຕຸງ ຜູ້ກໍ່ຕັ້ງ PRC ຊຶ່ງແນະນໍາ ໃຫ້ “ລ້ອມຮອບເມືອງ ຈາກຊົນບົດ” ແຕ່ຊາວເນັຕ (ກຸ່ມອອນລາຍ) ບາງກຸ່ມ ເວົ້າລົມກັນວ່າ ສາກລະຄອນ ໃນ ກຸງ ຄາບູລ (KABUL) ແມ່ນເລັງເນັ້ນ ໄປໃສ່ຄວາມຢ້ານ, ການກົດຂີ່, ແລະ ການທໍາລາຍລ້າງ ທີ່ເກີດຂຶ້ນໃນສັງຄົມ ຂອງ ເຂົາເຈົ້າ ໂດຍກຸ່ມ ທະລິບານ ໃນປີ 1990 ແລະ ພວກ ຄອມມິວນິສ ຂອງ ເໝົາ ເມື່ອ 4 ທົສວັດ ກ່ອນ.