ເມືອງຫົງສາຈະເຕົ້າໂຮມ ບ້ານນ້ອຍ
2021.08.19

ຫ້ອງການເມືອງຫົງສາ ແຂວງໄຊຍະບູຣີ ຈະຍ້າຍຊາວບ້ານ ຫ້ວຍຊອງ 40 ປາຍຄອບຄົວ ໄປເຕົ້າໂຮມກັບບ້ານທ່າຊວ່າງ ເພື່ອ ຄວາມສະດວກສະບາຍ ຕໍ່ການພັທນາດ້ານຕ່າງໆ ຕາມແຜນພັທນາເສຖກິຈສັງຄົມຂອງຣັຖ ແຕ່ຍັງຢູ່ໃນຂັ້ນຕອນ ບຸກເບີກພື້ນທີ່.
ບ້ານຫ້ວຍຊອງແຫ່ງນີ້ ເປັນບ້ານທຸກຍາກທີ່ສຸດ ຢູ່ ໃນເມືອງຫົງສາ ຍ້ອນວ່າ ບໍ່ມີເສັ້ນທາງ ບໍ່ມີໄຟຟ້າ ບໍ່ມີບ່ອນທຳການຜລິດທີ່ ໝັ້ນຄົງ ບໍ່ມີສຸຂສາລາ ແລະ ເດັກນ້ອຍສ່ວນຫຼາຍ ກໍບໍ່ໄດ້ຮຽນໜັງສື ຊຶ່ງທາງການມີແຜນ ຈະຍົກຍ້າຍມາຫຼາຍປີແລ້ວ. ຊາວບ້ານ ຫ້ວຍຊອງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ສິງຫາ ວ່າ:
"ຂະເຈົ້າຂ່າວວ່າ ຈະຍ້າຍໄດ້ 10 ປີ 20 ປີ ຜ່ານມາແລ້ວ ແຕ່ບໍ່ເກີດຍ້າຍຈັກເທື່ອ ແລ້ວກະບໍ່ມີໄຟຟ້າ ແລ້ວກະມີແຕ່ບ້ານແບບຍາກ ຈົນກ່ອນໝູ່ເລີຍ ໂຮງຮຽນມີຮອດ ປໍ 5 ແຕ່ບໍ່ມີຄຣູ ແຕ່ລະຄຣູກໍສອນບໍ່ປົກຕິ ເພາະວ່າມັນເປັນບ້ານນອກແດ່ ແລ້ວມັນທາງບ້ານນອກ ທາງລຳບາກ ແລ້ວກໍຂະເຈົ້າບໍ່ຢາກມານ່າ."
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ ຖ້າໄດ້ຮັບການຍົກຍ້າຍແທ້ ກໍໃຫ້ຮັບປະກັນ ການຈັດສັນທີ່ດິນທຳການກະເສດ ເພື່ອຈະນຳມາສ້າງ ອາຊີບໃຫ້ຄອບຄົວ ໄດ້ຢ່າງໝັ້ນຄົງ ເພາະວ່າ ບໍ່ຢາກເຫັນຄົນໃນຊຸມຊົນ ຕ້ອງອອກໄປຊອກຫາ ວຽກເຮັດງານທຳ ຢູ່ບ້ານເມືອງອື່ນ ຫຼື ແຂວງອື່ນ ແລ້ວປະຖິ້ມຄອບຄອບຄົວ.
ຊາວບ້ານຫ້ວຍຊອງ ໃຊ້ຊີວິດຢູ່ຕາມທັມຊາດ ຍັງຫາຢູ່ຫາກິນໃນປ່າ ແລະແມ່ນ້ຳຂອງ ເຂົາເຈົ້າມີອາຊີບຫຼັກຄື ການເຮັດໄຮ່ເຮັດສວນ ຕາມເຂດພູດອຍ. ຊາວບ້ານຫ້ວຍຊອງ ອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເພາະວ່າ ຣັຖບານເພິ່ນກໍຊິຍ້າຍ ຊິຈັດສັນໃຫ້ ອາຊີບເຮັດໄຮ່ ເລື່ອນລອຍ ເຮັດສ່ວນບໍ່ພໍຢູ່ພໍກິນປານໃດ ແລ້ວກະຫຍຸ້ງຍາກໃນການ ຜລິດຫັ້ນ ມັນເປັນພູເປັນຜາ."
ການຍົກຍ້າຍໄປ ຢູ່ບ້ານໃຫຍ່ ມີຄວາມສະດວກກວ່າເກົ່າ, ຊາວບ້ານອີກທ່ານນຶ່ງ ກໍກ່າວວ່າ:
"ແມ່ນແຫຼະ ຢູ່ແຄມຂອງເຈົ້າຍ້າຍມາເຈົ້າໂຮງບ້ານ ເພື່ອຄວາມສະດວກຫັ້ນແຫຼະ ແຖວດຽວກັນຫັ້ນແຫຼະ ມີແຕ່ຍ້າຍໄປເຕົ້າໂຮມກັນຊື່ໆ ເພື່ອຄວາມສະດວກການດຳລົງຊີວິດ ໜ້າຈະໄຄກວ່າເກົ່າ."
ບ້ານຫ້ວຍຊອງ ເມືອງຫົງສາ ແຂວງໄຊຍະບູຣີ ມີປະຊາກອນປະມານ 250 ຄົນ, 40 ປາຍຄອບຄົວ ສ່ວນໃຫຍ່ບໍ່ມີເຮືອນຢູ່ຖາວອນ ມີອຳຊີບຫຼັກ ແມ່ນການເຮັດໄຮ່ ແລະອາຊີບສຳຮອງ ແມ່ນການລ້ຽງສັດ.
ການຍົກຍ້າຍຊາວບ້ານ ອອກມາຢູ່ພື້ນທີ່ໃໝ່ ກໍເພື່ອຄວາມສະດວກສະບາຍ ໃນການພັທນາເຊັ່ນຖນົນຫົນທາງ, ໄຟຟ້າ, ນ້ຳສະອາດ ການເຂົ້າເຖິງຣະບົບ ສາທາຣະນະສຸຂ ແລະການສຶກສາຂັ້ນພື້ນຖານ ຂອງຄົນໃນຊຸມຊົນ. ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງຫົງສາ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:
"ໂຮມບ້ານນ້ອຍ ມາເປັນບ້ານໃຫຍ່ ຫັ້ນນ່າ ການພັທນາມັນກະສະບາຍ ວ່າຊັ້ນສາ ການກໍ່ນສ້າງພື້ນຖານໂຄງຮ່າງ ແມ່ນຫຍັງຕ່າງໆ ກະແບ່ງເນື້ອທີ່ທຳການຜລິດ ໃຫ້ເວົ້າເຣື່ອງ ສາທາຣະນະສຸຂ ເວົ້າເຣື່ອງການສຶກສາແດ່ເນາະ ກະໃຫ້ມັນເຂົ້າເຖິງໂຕນີ້ ເດັກນ້ອຍບໍ່ມີ ໂອກາດ ກະບໍ່ໄດ້ເຂົ້າໂຮງຮຽນ ໄປຊັ້ນດອກ."
ເຈົ້າໜ້າທີ່ກ່າວຕື່ມວ່າ: ການຍົກຍ້າຍຊາວບ້ານ ເປັນໄປຕາມແຜນພັທນາ ເສຖກິຈ-ສັງຄົມ ຂອງຣັຖບານ ແລະ ຊາວບ້ານບໍ່ໄດ້ຮັບ ຜົລກະທົບຈາກໂຄງການລົງທຶນໃດໆ ຍ້ອນວ່າ ບ້ານຫ້ວຍຊອງ ຍັງເປັນບ້ານ ທີ່ບໍ່ໄດ້ຮັບການພັທນາ ເກືອບທຸກດ້ານ ເຮັດໃຫ້ສະພາບ ການດຳລົງຊີວິດ ຂອງຊາວບ້ານ ບໍ່ດີປານໃດ.
ໃນປີ 2017 ທີ່ຜ່ານມາ, ອຳນາດການປົກຄອງ ເມືອງຫົງສາ ແຂວງໄຊຍະບູຣີ ໄດ້ກະກຽມຍົກຍ້າຍຊາວບ້ານຫ້ວຍຊອງ ມາແລ້ວແຕ່ ຕິດຂັດ ເຣື່ອງງົບປະມານ ໃນການດຳເນີນງານ ບໍ່ພຽງພໍ ສະນັ້ນ ເຈົ້າໜ້າທີ່ຈຶ່ງເລື່ອນ ແຜນການດັ່ງກ່າວອອກໄປ.
ຫຼ້າສຸດໃນວັນທີ 16 ສິງຫາ 2021 ທີ່ຜ່ານມາອຳນາດການປົກຄອງ ເມືອງຫົງສາ ໄດ້ເຊັນສັນຍາຮັບເໝົາ ໂຄງການຂຍາຍຜັງເມືອງ ແລະ ກໍ່ສ້າງເຮືອນໃຫ້ຊາວບ້ານ ທີ່ຈະຖືກ ຍົກຍ້າຍອອກຈາກ ບ້ານຫ້ວຍຊອງ ລະຫວ່າງ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫົງສາ ກັບ ບໍຣິສັດ ວິໄລພອນ 1818 ກໍ່ສ້າງເຄຫາ-ຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍຈະນຳໃຊ້ງົບປະມານ ຂອງຣັຖ 100 ເປີເຊັນ ໃນມູນຄ່າໝົດ ປະມານ 1.2 ຕື້ ກີບ.
ໂຄງການດັ່ງກ່າວ ມີກຳນົດໄລຍະດຳເນີນງານພາຍໃນເວລາ 12 ເດືອນ ໃຫ້ສຳເຣັດ 100 ເປີເຊັນ ຊຶ່ງຈະເຣີ່ມແຕ່ວັນທີ 1 ກັນຍາ 2021 ເຖິງວັນທີ 1 ກັນຍາ 2022.