ຄົນລາວຜູ້ທີ 10 ເສັຽຊີວິດ ຍ້ອນ ໂຄວິດ-19
2021.08.19

ຄົນທີ 10 ທີ່ເສັຽຊີວິດ ຍ້ອນ ເຊື້ອໂຄວິດ-19 ຢູ່ລາວ ໃນມື້ວັນທີ 19 ສິງຫາ ນີ້ ເປັນຄົນງານເພດຊາຍ ອາຍຸ 55 ປີ ທີ່ ກັບມາຈາກ ປະເທດໄທຍ, ໄດ້ຮັບການປິ່ນປົວ ຢູ່ສູນຫຼັກ 9 ແຂວງ ສວັນນະເຂດ, ເປັນຄົນບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ແຂວງ ສວັນນະເຂດ. ສົບຂອງຜູ້ກ່ຽວ ໄດ້ຖືກນໍາໄປເຜົາ ກ່ອນຈະໃຫ້ຍາດພີ່ນ້ອງ ມາເກັບກະດູກ ໄປທໍາພິທີທາງ ສາສນາ ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ ແຂວງສວັນນະເຂດ ທ່ານນຶ່ງ ທີ່ ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ສິງຫາ ນີ້ວ່າ:
“ແມ່ນແລ້ວເປັນແຮງງານມາຈາກຝັ່ງໄທຍ ເປັນຜູ້ຊາຍ 55 ປີ ຢູ່ນະຄອນ ໄກສອນ ພົມວິຫານ ນີ້ ສ່ວນໃຫຍ່ກໍແມ່ນມີໂຣຄປະຈໍາຕົວ ນັ້ນຕ້ອງໄດ້ທໍາການເຜົາກ່ອນ ຈັ່ງມາເຮັດເອົາ ກະດູກ ໄປທໍາພິທີທາງສາສນາຕາມຫລັງ.”
ຢູ່ແຂວງຄໍາມ່ວນ ຄະນະສະເພາະກິດປ້ອງກັນໂຄວິດ-19 ເມືອງທ່າແຂກ ໄດ້ອອກແຈ້ງການໃນມື້ວັນທີ 18 ສິງຫາ ນີ້ວ່າໄດ້ກວດພົບ ຄົນຕິດເຊື້ອໂຄວິດ-19 ໃນສູນກັກຕົວຢູ່ເມືອງນີ້ ພາຍຫຼັງຖືກກັກຕົວເປັນເວລາ 17 ມື້ ແລະໄດ້ແຈ້ງໃຫ້ນາຍບ້ານ ບ້ານໂພນສະອາດ ແລະ ບ້ານສຸກສະຫວັນ ເຝົ້າຣະວັງຢ່າງໃກ້ຊິດ ເພາະຜູ້ຕິດເຊື້ອນີ້ ເປັນຄົນໃນເຂດນັ້ນ, ຖ້າເຫັນຄອບຄົວໃດ ມີອາການຜິດປົກກະຕິ ໃຫ້ແຈ້ງຄະນະສະເພາະກິດ ຮູ້ທັນທີ. ນອກຈາກນີ້ ປະຊາຊົນບ້ານນາແຮ່, ບ້ານປາກເປັ່ງ, ບ້ານດອນທົງ ແລະ ບ້ານດອນໃຕ້ ທີ່ໄປ ຮ່ວມງານສົບພໍ່ເຖົ້າມີ ກໍໃຫ້ໄປກວດຫາເຊື້ອໂຄວິດ-19 ນໍາດ້ວຍ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຄະນະສະເພາະກິດ ແຂວງຄໍາມ່ວນ ທ່ານນຶ່ງເວົ້າວ່າ ທຸກຄົນກໍໃຫ້ຄວາມຮ່ວມືເປັນຢ່າງດີ ໃນການ ປະຕິບັດຕາມມາຕການ ປ້ອງກັນໂຄວິດ-19. ສໍາລັບ ຜູ້ຕິດເຊື້ອທີ່ວ່ານັ້ນ ແມ່ນກວດເທື່ອທີ 2 ຈຶ່ງພົບວ່າຕິດ:
“ກວດຄືນຢູ່ໃນສູນຫັ້ນແຫຼະ ເທື່ອທີນຶ່ງມັນບໍ່ພົບເນາະ ມາພົບເທື່ອທີ 2 ຈັ່ງຊີ້ນ່າ ພວກຕິດເຊື້ອເຂົາເຈົ້າ ກໍເອົາໄປບ່ອນປິ່ນປົວໝົດ ໃຫ້ຣະມັດຣະວັງ ແຕ່ລະເຂດແຕ່ລະບ້ານ ເຂົ້າໃຈໝົດ ເນາະ.”
ຈາກຜົລຂອງການກວດວິເຄາະຫາເຊື້ອໂຄວິດ-19 ຈໍານວນ 2,456 ຄົນ ໃນມື້ວັນທີ 18 ສິງຫາ 2021 ນີ້ ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ 284 ຄົນ. ໃນນັ້ນ ຕິດໃນຊຸມຊົນ 19 ຄົນ ແລະ ນໍາເຂົ້າ 265 ຄົນ, ເຮັດໃຫ້ມີຜູ້ຕິດເຊື້ອສະສົມ 11,313 ຄົນ, ມີຄົນເສັຽຊີວິດຕື່ມອີກ 1 ຄົນ, ທັງໝົດເປັນ 10 ຄົນ ດັ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດ ຕິດຕໍ່ ກະຊວງສາທາຣະນະສຸຂ, ຕາງໜ້າຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 19 ສິງຫາ ນີ້ວ່າ:
“ພວກເຮົາໄດ້ກວດທັງໝົດ 2456 ຄົນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 284 ຄົນ ຊຶ່ງແບ່ງອອກເປັນ ຜູ້ຕິດເຊື້ອໃນຊຸມຊົນ 19 ຄົນ ແຂວງບໍ່ແກ້ວ 2 ຄົນ ຈາກເມືອງຕົ້ນເຜິ້ງ ແຂວງ ສວັນນະເຂດ 17 ຄົນ. ສ່ວນກໍຣະນີນໍາເຂົ້າ ມີ 265 ຄົນ.”
ໃນຈໍານວນ 284 ຄົນ ທີ່ຕິດເຊື້ອໃໝ່ນັ້ນ ຕິດຢູ່ ແຂວງຈໍາປາສັກ 82 ຄົນ, ສວັນນະເຂດ 80 ຄົນ, ຄໍາມ່ວນ 66 ຄົນ, ສາລະວັນ 44 ຄົນ, ນະຄອນຫຼວງວຽງຈັນ 7 ຄົນ, ບໍ່ແກ້ວ 2 ຄົນ, ຫຼວງພຣະບາງ, ໄຊຍະບູຣີ ແລະ ອຸດົມໄຊ ແຂວງລະ 1 ຄົນ.
ຄະນະສະເພາະກິດ ປ້ອງກັນໂຄວິດ-19 ຂັ້ນສູນກາງ ໄດ້ອອກແຈ້ງການ ໃຫ້ສືບຕໍ່ປະຕິບັດ ມາຕການປ້ອງກັນໂຄວິດ-19 ໄປຕື່ມອີກ 15 ມື້ ຄືແຕ່ວັນທີ 19 ສິງຫາ ນີ້ເຖິງວັນທີ 2 ກັນຍາ, ໃຫ້ປະຕິບັດຕາມຄໍາສັ່ງ ຂອງນາຍົກຣັຖມົນຕຣີ ສະບັບເລກທີ 15/ນຍ ຄືເກົ່າ.
ພ້ອມກັນນັ້ນຣັຖບານກໍຮຽກຮ້ອງໃຫ້ ທຸກພາກສ່ວນປະຕິບັດຕາມມາຕການ ປ້ອງກັນໂຄວິດ-19 ນັ້ນຢ່າງເຂັ້ມງວດ ແລະເປັນຫູເປັນຕາ ຕິດຕາມ ແລະຣາຍງານກ່ຽວກັບ ຄົນລັກລອບເຂົ້າປະເທດ ໃຫ້ພາກສ່ວນທີ່ກ່ຽວຂ້ອງຊາບ ດັ່ງ ຍານາງ ທິບພະກອນ ຈັນທະວົງສາ ຮອງຣັຖມົນຕຣີ ຫົວໜ້າ ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ຫົວໜ້າກອງເລຂາ ຄະນະສະເພາະກິດ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ວັນທີ 19 ສິງຫາ ນີ້ວ່າ:
“ຣັຖບານຮຽກຮ້ອງໃຫ້ພະນັກງານ ນັກລົບ ປະຊາຊົນລາວບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈປະຕິບັດມາຕການ ທີ່ຄະນະສະເພາະກິດ ແຕ່ລະຂັ້ນວາງອອກ ຢ່າງເຂັ້ມງວດ ດ້ວຍການ ເປັນຫູເປັນຕາ ຕິດຕາມ ແລະ ຣາຍງານກໍຣະນີພົບເຫັນ ການລັກລອບເຂົ້າເມືອງ ແລະ ການຣະເມີດມາຕການຕ່າງໆ ໃຫ້ຣາຍງານອົງການ ເຫລົ່ານັ້ນ ໃຫ້ພວກເພິ່ນ ມີວິທີການແກ້ໄຂ.”
ອີງຕາມການຣາຍງານ ຂອງຄະນະສະເພາະກິດ ປ້ອງກັນໂຄວິດ-19 ໃນມື້ວັນທີ 19 ສິງຫາ 2021 ນີ້, ມາເຖິງປັດຈຸບັນ ຢູ່ລາວ ມີຜູ້ໄດ້ຮັບການກວດ ວິເຄາະຫາເຊື້ອໂຄວິດ-19 ທັງໝົດ 366,472 ຄົນ, ມີຜູ້ຕິດເຊື້ຶອສະສົມ 11,313 ຄົນ, ປິ່ນປົວເຊົາແລ້ວ 6,869 ຄົນ,ເສັຍຊີວິດ 10 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ 4,435 ຄົນ.