ການຄ້າລາວໄທຍສົ່ງເສີມ ອາຫານ ທະເລ
2021.08.20

ສໍານັກງານສົ່ງເສີມການຄ້າຕ່າງປະເທດ ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ແລະກົມສົ່ງເສີມການຄ້າ ຣະຫວ່າງປະເທດ ກະຊວງພານິດ ຂອງໄທຍ ຮ່ວມກັນສົ່ງເສີມ ການບໍຣິໂພຄອາຫານທະເລ ທີ່ປອດພັຍ ແລະ ສ້າງຄວາມໝັ້ນໃຈ ໃຫ້ແກ່ຜູ້ບໍຣິໂພຄ ພາຍຫລັງທີ່ທາງການລາວ ບໍ່ໃຫ້ນໍາອາຫານ ທະເລຈາກປະເທດໄທຍ ເຂົ້າມາລາວປະມານ 4 ເດືອນ ຄືແຕ່ວັນທີ 24 ທັນວາ 2020 ຮອດທ້າຍເດືອນ ເມສາ 2021 ນີ້ ຍ້ອນກັງວົນວ່າ ອາຫານທະເລຈາກໄທຍ ອາຈປົນເປື້ອນ ເຊື້ອໂຄວິດ-19.
ເພື່ອເປັນການສົ່ງເສີມໃນເທື່ອນີ້ ກະຊວງອຸດສາຫະກັມ ແລະການຄ້າຂອງລາວ ແລະກະຊວງພານິດຂອງໄທຍ ຮ່ວມກັນຈັດເທສການ ອາຫານທະເລໄທຍ ຢູ່ຕລາດບຶງທາດຫຼວງ ນະຄອນຫຼວງວຽງຈັນ ແຕ່ມື້ວັນທີ 20 ຫາວັນທີ 22 ສິງຫານີ້.
ເຈົ້າໜ້າທີ່ກະຊວງອຸດສາຫະກັມ ແລະ ການຄ້າລາວ ເວົ້າວ່າ ຈາກຜົລຂອງການຄົ້ນຄວ້າ ໃນໄລຍະທີ່ຜ່ານມາທາງການລາວ ແລະ ໄທຍ ຮູ້ວ່າເຊື້ອໂຄວິດ-19 ບໍ່ສາມາດຕິດຕໍ່ ຈາກສັດ ສູ່ຄົນໄດ້ ແລະ ຫ້າມບໍ່ໃຫ້ຜູ້ຕິດເຊື້ອ ເຂົ້າມາກ່ຽວຂ້ອງ ໃນຂັ້ນຕອນການສົ່ງ ອາຫານທະເລອອກ. ດັ່ງນັ້ນທາງການລາວ ຈຶ່ງອະນຸຍາດໃຫ້ ຜູ້ຄ້າຣາຍຍ່ອຍ ນໍາເຂົ້າມາໄດ້ຕາມປົກກະຕິ ຕັ້ງແຕ່ມື້ວັນທີ 1 ພຶສພາ 2021 ເປັນຕົ້ນມາ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ສິງຫາ ນີ້ວ່າ:
“ເອີ໋, ສປປລາວ ອະນຸຍາດໃຫ້ນໍາເຂົ້າ ອາຫານທະເລ ມາຈາກໄທຍ ແລະ ປະເທດອື່ນແລ້ວໄດ໋ ເດືອນພຶສພາ ເດືອນ 5 ກະຖືວ່າ ອາຫານທະເລ ກໍຖືວ່ານໍາເຂົ້າເປັນປົກຕິເນາະ. ຂໍແຕ່ວ່າ ມີໃບຢັ້ງຢືນ ອິຫຍັງທາງດ້ານມາຕຖານ ຜລິຕພັນເນາະ ທີ່ວ່າເຮົາກໍານົດໄວ້ ໃນຣະບຽບການນັ້ນ ກະສາມາດເອົາເຂົ້າມາໄດ້.”
ແລະວ່າ ນອກຈາກປະເທດ ທີ່ວ່ານີ້ແລ້ວ ລາວ ຍັງນໍາອາຫານທະເລ ມາຈາກປະເທດອື່ນໆ ທັງຈາກ ວຽດນາມ, ຈີນ ແລະ ຢູໂຣບ. ເພື່ອຂໍຮູ້ຄວາມກະຈ່າງແຈ້ງ ກ່ຽວກັບການສົ່ງ ອາຫານ ທະເລ ໄປປະເທດລາວ ແລະ ການສ້າງຄວາມໝັ້ນໃຈ ໃຫ້ຜູ້ບໍຣິໂພກ ຢູ່ລາວ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ ຖາມໄປຍັງກົມສົ່ງເສີມການຄ້າ ຣະຫວ່າງປະເທດຂອງໄທຍ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະ ໃຫ້ຄໍາເຫັນ.
ກ່ຽວກັບເຣື່ອງນີ້ ແມ່ຄ້າອາຫານທະເລ ຣາຍຍ່ອຍ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ນັບຕັ້ງແຕ່ ທາງການລາວ ອອກແຈ້ງການວ່າ ໂຄວິດ-19 ບໍ່ສາມາດຕິດນໍາອາຫານທະເລ ໄດ້ ນາງກໍມີຄວາມໝັ້ນໃຈ ແລະໄດ້ນໍາອາຫານ ທະເລ ມາຈາກໄທຍ ຄືເກົ່າ:
“ໝັ້ນໃຈວ່າ 100% ກິນໄດ້ຫັ້ນແຫຼະ ກະເພິ່ນລົງມາກວດກະວ່າ ເພິ່ນກ່ອນສົ່ງາກໍຖ່າຍວິດິໂອ ສົ່ງມາ ວ່າເອີ໋ກຸ້ງເປັນໆລົງກ່ອງເລີຍ ມາຮອດເຮົາແລ້ວ ລະນັອກນໍ້າກ້ອນ ຂາຍພາຍໃນມື້ ມາຮອດຝັ່ງລາວ ກໍປະມານ 10 ໂມງ 11 ໂມງເຊົ້າ ຂອງເວັນມື້ໃໝ່ ເຮົາກໍ ຂາຍແລງດຽວ ຫລືວ່າ ມື້ອື່ນເຊົ້າ.”
ໃນໄລຍະບໍ່ສາມາດນໍາອາຫານ ທະເລຈາກໄທຍ ເຂົ້າມານັ້ນ ພວກພໍ່ຄ້າແມ່ຄ້າຫຼາຍຄົນ ກໍໄດ້ຢຸດກິຈການຊົ່ວຄາວ ແລະບໍ່ສົນໃຈທີ່ ຈະນໍາອາຫານທະເລ ຈາກ ວຽດນາມເຂົ້າມາ ຍ້ອນມັນມີສານເຄມີ ປົນເປື້ອນຫຼາຍ ເປັນຕົ້ນແມ່ນສານຟອມມາລິນ.
ແລະແມ່ຄ້າອາຫານທະເລ ຣາຍຍ່ອຍອີກຜູ້ນຶ່ງກໍເວົ້າວ່າ ເຖິງແມ່ນເງິນບາດ ຈະແຂງຕົວຂຶ້ນ ແລະເງິນກີບອ່ອນຕົວລົງ ແຕ່ກໍຍັງຂາຍ ອາຫານທະເລ ໃນຣາຄາເກົ່າຢູ່ ເຖິງປານນັ້ນ ຈໍານວນລູກຄ້າກໍຍັງຫລຸດລົງ ປະມານ 20%:
“ບໍ່ໆ ຂ້ອຍຂາຍຣາຄາເກົ່າເລີຍ ເຖິງວ່າເງິນບາດສິຂຶ້ນ ຂ້ອຍກະຍັງຂາຍຣາຄາເກົ່າ ເອົາກໍາໄຣໜ້ອຍໆ. ຊ່ວງນີ້ໂຄວິດ-19 ລູກຄ້າ ກະສິຫລຸດລົງແດ່ ປະມານ 20% ເນື່ອງຈາກວ່າ ຝັ່ງລາວ ມີການຕິດເຊື້ອ ໃນຊຸມຊົນປະມານ 30-40 ຄົນ ເຂົາຈະບໍ່ອອກຈາກເຮືອນ ຫັ້ນນ່າ.”
ຜູ້ສົ່ງອາຫານທະເລ ຈາກໄທຍໄປລາວ ຢູ່ແຂວງສະມຸດສາຄອນ ຂອງໄທຍ ນາງນຶ່ງເວົ້າວ່າປັດຈຸບັນ ຜູ້ຄ້າອາຫານທະເລຣາຍຍ່ອຍ ຢູ່ລາວ ກັບມາຊື້ອາຫານທະເລ ຈາກໄທຍຢູ່ຄືເກົ່າ ຍ້ອນມັນໄດ້ມາຕຖານ ຫຼາຍກວ່າຂອງປະເທດອື່ນ:
“ຄວາມຮູ້ສຶກຂອງເອື້ອຍນ່າ ມັນຈະດີກວ່າ ມັນຈະໄດ້ມາຕຖານກວ່າ ຂອງຕ່າງປະເທດນ່າ ຄວາມມາຕຖານຄວາມແບບອິຫຍັງ. ການແພັກການແບບອິຫຍັງ ເປີເຊັນ ການແບບນໍ້າໜັກ ມັນໜ້າຈະໄດ້ຫຼາຍກວ່າກັນ ຫັ້ນນ່າ ເອື້ອຍເບິ່ງນ່າ.”
ໃນຂນະດຽວກັນ ຜູ້ສົ່ງອາຫານທະເລ ອອກຈາກໄທຍ ໄປລາວ ອີກນາງນຶ່ງກໍເວົ້າວ່າ ສ່ວນຫຼາຍຈະສົ່ງຈາກ ແຂວງສະມຸດສາຄອນ ໄປແຂວງໜອງຄາຍ ຊາຍແດນ ທີ່ຕິດກັບລາວ ທີ່ ໃຊ້ເວລາປະມານ 1 ມື້ ເຮັດໃຫ້ອາຫານຍັງສົດ ແຕ່ການສັ່ງຊື້ຫລຸດລົງ ແລະ ຖືກຜູ້ຄ້າຣາຍຍ່ອຍ ຢູ່ລາວ ຂໍຫລຸດຣາຄາລົງ ຫລືບໍ່ຈ່າຍເງິນໃຫ້ຕາມທີ່ ໄດ້ຕົກລົງກັນໄວ້:
“ເພິ່ນສັ່ງຂອງແລ້ວ ບໍ່ຄ່ອຍໂອນເງິນແນວນີ້ກໍແດ່ ເພາະວ່າເຂົາລໍຖ້າໃຫ້ຂອງຮອດກ່ອນຈັ່ງຊີ້ນ່າ ແຕ່ພໍອາຫານທະເລ ຮອດມັນກໍຈະ ມາຕໍານິຕິຕຽນ ແລະຂໍໃຫ້ຫລຸດຣາຄາໃຫ້. ເປັນຕົ້ນ ມື້ນີ້ສົ່ງໄປ ວັນນຶ່ງ ເພາະວ່າຂອງໄປຮອດໜອງຄາຍຕອນເຊົ້າ ແລ້ວຈະຂ້າມໄປ ລາວ ກໍຈະເຖິງປະມານບ່າຍໆ 3 ຫາ 4 ໂມງແລງ.”
ອີງຕາມການຣາຍງານ ຂອງສໍານັກງານສົ່ງເສີມການຄ້າ ໃນຕ່າງປະເທດ ຂອງກົມສົ່ງເສີມການຄ້າຣະຫວ່າງປະເທດ ກະຊວງພານິດ ຂອງໄທຍ ນັບຕັ້ງແຕ່ທາງການລາວ ອະນຸຍາດ ໃຫ້ນໍາອາຫານທະເລ ຈາກໄທຍ ເຂົ້າປະເທດໄດ້ເປັນປົກກະຕິ ຕັ້ງແຕ່ເດືອນພຶສພາ ຮອດເດືອນ ກໍຣະກະດາ 2021 ນີ້ ເຮັດໃຫ້ຮ້ານຄ້າອາຫານທະເລ ກັບມາເປີດກິຈການຫຼາຍຂຶ້ນ.
ໃນຂນະທີ່ກົມປະມົງຂອງໄທຍ ເວົ້າວ່າ ໃນໄລຍະດັ່ງກ່າວ ໄທຍ ມີຣາຍໄດ້ຈາກການສົ່ງອາຫານທະເລ ອອກໄປລາວ ໂດຍສະເພາະ ປາ, ປາມຶກ, ກຸ້ງ ມີມູນຄ່າເຖິງ 142 ລ້ານປາຍ ບາດ.