ຄົນຕິດໂຄວິດ-19 ຫຼາຍຍ້ອນ ສູນກັກໂຕ ແອອັດ

ອຸ່ນແກ້ວ ສຸກສະຫວັນ
2021.08.20
ຄົນຕິດໂຄວິດ-19 ຫຼາຍຍ້ອນ ສູນກັກໂຕ ແອອັດ ທາງການ ແຂວງສວັນນະເຂດ ເພີ່ມສູນກັກກັນ ຮອງຮັບ ແຮງງານລາວ ທີ່ກັບມາຈາກ ປະເທດເພື່ອນບ້ານ ໂດຍນໍາໃຊ້ ອາຄານຫຼັັງເກົ່າ ຂອງ ບໍຣິສັດ ຟູລີ (ລາວ) ຕັດຫຍິບ ຈໍາກັດ ຜູ້ດຽວ ທີ່ ຕັ້ງຢູ່ ບ້ານໂນນສະຫວາດ ນະຄອນ ໄກສອນ ພົມວິຫານ.
ພາບຈາກ: ວີດີໂອ ປກສ ແຂວງສວັນນະເຂດ

ຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນວັນທີ 20 ສິງຫາ ມີເຖິງ 440 ຄົນ ໃນນັ້ນ ມີຕິດເຊື້ອຢູ່ໃນຊຸມຊົນຈຳນວນ 75 ຄົນ ສ່ວນທີ່ເຫຼືອ ແມ່ນນຳເຂົ້າມາ.

ປະເດັນທີ່ໜ້າສົນໃຈ ອີກຢ່າງນຶ່ງກໍຄື ສູນກັກໂຕ ມີຄວາມແອອັດ ສະນັ້ນຈຶ່ງມີການຕິດເຊື້ອກັນ ຢູ່ພາຍໃນສູນກໍມີ. ນັກວິຊາການລາວ ທ່ານນຶ່ງ ໄດ້ໃຫ້ສຳພາດ ຕໍ່ເອເຊັຍເສຣີ ວ່າ:

ນັກວິຊາການ: ກະປະໃຫ້ເຂົາເຈົ້າຮູ້ວ່າ ຕິດໂຄວິດແລ້ວ ຕາມລາວລົມກັບເອື້ອຍ ກັບນ້ອງລາວ ເຂົາກະບໍ່ສົນໃຈໄຍດີຫຍັງ ຮູ້ວ່າຕິດ ລະກະບໍ່ຢາກມາໃກ້ຫຍັງລາວ ກະປະໃຫ້ລາວຕາຍ ເອົາຊື່ໆ. ເປັນຕາສັງເວດ ເປັນຕາໜ່າຍຍັງວ່າ ເພາະວ່າ ຣັຖບານ ກະນາຍົກ ປະກາດເປ້ງໆ ໃຫ້ເຂົາເຈົ້າກັບມາ ໃຫ້ຣັຖບານເບິ່ງແຍງ ແມ່ນຢູ່ນາຍົກລາວ ກະເຈຕນາດີ ວ່າໃຫ້ເບິ່ງແຍງ ຫາກແຕ່ວ່າ ຜູ້ປະຕິບັດ ຫັ້ນນ່າ ຢູ່ນະຄອນຫຼວງອ່າວວ່າໄຄຢູ່ ຢູ່ໃກ້ສູນກາງເບິ່ງແຍງເນາະ.

ຫາກແຕ່ວ່າຢູ່ສວັນນະເຂດ ຢູ່ຈຳປາສັກ ເຫດຜົລທີ່ວ່າມັນເກີດມັນຕິດ ມີແຕ່ໄປກັກໂຕຢູ່ນຳໄປກັກໂຕ ລວມສູນປົນກັນຫັ້ນນ່າ. ເອົາມາ ໂຮມໃສ່ກັນ ປານໄປເບິ່ງເຕະບານ ຢູ່ນຳກັນ ແຫຍ້ກັນ ມັນກະຕິດກັນໝົດແຫຼະ ບາດນີ້ ບໍ່ປ່ຽນແປງຈັກເທື່ອແຫຼະ ຮູບແບບມັນຕາຍ ລະເນາະ ລະບໍ່ເຮັດຄືບ້ານຄືເມືອງເຂົາ ເອົາໄປກັກໂຕ ລະເອົາລວມສູນ ມັນກະຕາຍແຫຼະ ບໍ່ຮູ້ວ່າ ວ່າແມ່ນໃຜຕິດຢູ່ນຳກັນ.

ນັກຂ່າວ: ມີມາຕການເຂັ້ມງວດຢູ່ ຫາກແຕ່ວ່າສະຖານທີ່ ບໍ່ພຽງພໍເບາະ ຫຼືວ່າ ເພິ່ນບໍ່ເຮັດໃໝ່ ຫຼືວ່າ ມັນເກີນຄວາມສາມາດ?

ນັກວິຊາການ: ເຮົາບໍ່ເຫັນຫຍັງທີ່ຈະເປັນສາກົນ ມາຕຖານອີ່ຫຍັງຄັກແນ່ WHO ເຂົາກະລະບຸຣະບົບຂອງສາກົນ ຄືກັກໂຕກະຄືກັກ ໂຕ ອັນນີ້ມັນເອົາມາລວມກັນ ຢູ່ບ່ອນດຽວກັນ ອັນນີ້ມັນບໍ່ແມ່ນກັກໂຕ ມັນເອົາລວມສູນ. ຄືຢູ່ສວັນ ຄືເຫັນຂ່າວຫັ້ນແຫຼະ ຈັກຄົນນອກ ມາຂາຍເຄື່ອງ ໃຫ້ພວກສູນ ລະກະຕິດກັນມະນຶ່ງທຶງເທີດ ລະຕຳຣວດກະມາຂາຍເຄື່ອງ ໄປໃກ້ຊິດກັນ ກະຕິດນຳເຂົາອີກ ພວກຢູ່ຄຸກ ຢູ່ຫຍັງຫັ້ນ. ກົດຣະບຽບມັນເປັນຕາໜ່າຍແຫຼະ ເຮົາວ່ານະ. ຕິດມັນບໍ່ຕິດແບບທີ່ວ່າ ຄົນມັນຢາກຕິດກັນແບບເກີດເຫດເກີນວິສັຍ ຫາກ ຍ້ອນວ່າ ມັນຣະບົບຈັດການເຈົ້າບໍ່ດີ.

ນັກວິຊາການລາວ ອີກທ່ານນຶ່ງ ໃຫ້ສຳພາດວ່າ ຄົນມີຈຳນວນຫຼາຍ ມີການຄວາມຄຸມຍາກ ແລະ ມັນຕ້ອງມີການເລັດລອດອອກໄປ ຍົກຕົວຢ່າງ ການກວດຫາເຊື້ອຄົນງານ ໃນ ເບື້ອງຕົ້ນບໍ່ພົບ ແຕ່ເວລາອອກໄປແລ້ວ ພັດພົບວ່າຕິດເຊື້ອ ນັ້ນກໍເປັນຍ້ອນວ່າ ມີມັນ ການຕິດເຊື້ອ ກ່ອນທີ່ຈະອອກໄປ.

ນອກຈາກນີ້ ຍັງມີສິ່ງທ້າທາຍສຳລັບ ແພດ-ໝໍ ທີ່ເຮັດວຽກກັບຄົນຄົນງານ ທີ່ຢູ່ໃນສູນກັກໂຕ ແລະ ຢູ່ໂຮງໝໍນຳອີກ ທີ່ມີຄວາມສ່ຽງ ຕໍ່ການຕິດເຊື້ອຫຼາຍກວ່າ ຄົນທັມມະດາ.

ນັກຂ່າວ: ມັນຄືສູງຂຶ້ນ ສູງຂຶ້ນແທ້ ຈໍານວນໂຕເລກນີ້ ມັນເປັນຈັ່ງໃດ?

ນັກວິຊາການ: ໂອ້, ອັນຫຼັກໆມັນກະແມ່ນໂຕເລກ ນໍາເຂົ້າແຫຼະ ມັນຍັງບໍ່ທັນໝົດເດ້ ແຮງງານມາແຕ່ໄທຍນະ ແມ່ນລະບາດນີ້ຄັນວ່າ ມາມາກັກແມ່ນບໍ່ ແລ້ວກະປ່ອຍໂຕອອກໄປ ເນາະ ແຕ່ບາງເທື່ອມັນກະອາຈມີເລັດລອດ. ມັນອາຈຕິດກັນຕອນມັນຊິອອກ ກະມີຕອນ ກວດບໍ່ພົບ ມັນອາຈມັນມີຄວາມເປັນໄປໄດ້ ໃນເຣື່ອງການຫຼຸດລອດ ເພາະວ່າມັນຄົນຈຳນວນຫຼາຍເດ້ ສະນັ້ນເພິ່ນຈັ່ງເພີ່ມຈຳນວນມື້ ການກັກກັນນີ້ ຈາກ 14 ມື້ ເປັນ 28 ມື້.

ຄືເຫັນບໍ່ ຢູ່ສູນກັກກັນນີ້ 14 ມື້ ແລ້ວຈາກນັ້ນ ຈະຕ້ອງເມືອເມືອງຂອງຕົວເອງ 14 ກັກຢູ່ເມືອງຫັ້ນ 14 ມື້ ຫຼືບາງບ້ານບາງບ່ອນທີ່ມີ ເງື່ອນໄຂກັກກັນຢູ່ບ້ານຫັ້ນ ກະໄປເຮັດຢູ່ເຂດບ້ານ ຂອງຕົວເອງຫັ້ນ 14 ມື້.

ແລ້ວເຣື່ອງວ່າມັນຊິໃຫ້ໄດ້ 100 ເປີເຊັນ ອອກໄປລະຮັບປະກັນ ວ່າປອດພັຍໝົດບໍ່ມີເຊື້ອບໍ່ມີນັ້ນ ມັນກະຍັງບໍ່ເຖິງຂັ້ນ 100 ເປີເຊັນ ເນາະ ລະຈາກຈຸດນີ້ ມັນກະຈັ່ງຄ່ອຍມີການ ຕິດເຊື້ອເລັດລອດ ໄປຕື່ມຢູ່ໃນຊຸມຊົນ ອັນນີ້ ຄືສິ່ງທີ່ມັນກຳລັງເປັນຢູ່.

ຄື ສວັນນະເຂດ ນີ້ກະຫຼາຍໄດ໋ ຕິດເຊື້ອໃນຊຸມຊົນນີ້ ແຕ່ອັນນັ້ນ ບໍ່ຮູ້ວ່າເຫດຜົລມັນມາຈາກໃສແດ່ ມັນຍັງອັນນັ້ນຢູ່ຍັງທ້າທາຍຫຼາຍຢູ່ ບັນຫາເຣື່ອງພຍາດໂຄວິດນີ້ ຍັງໆຊິຍາວຢູ່ ແຮງງານ ທີ່ກັບມາລະກະຕິດເຊື້ອມາ ນີ້ອັນນີ້ ຄືບັນຫາສຳຄັນ.

ເຖິງວ່າ ເຮົາຊິພຍາຍາມກັກກັນເນາະ ໃຫ້ໄດ້ຕາມມາຕຖານ ແຕ່ວ່າທັງນັ້ນທັງນີ້ ສະຖານທີ່ ເຮົາມັນກະຍັງຄັບແຄບ ຍັງຈຳກັດແລ້ວ ຍັງບໍ່ສາມາດຮັກສາໄລຍະຫ່າງ ການຢູ່ຮ່ວມກັນ ກະຍັງແອອັດ ລະກະຫ້ອງນ້ຳຫ້ອງໃນຕ່າງໆ ມັນກະຍັງບໍ່ພຽງພໍ ສະນັ້ນນີ້ ມັນກະຍັງ ອັນນັ້ນຢູ່ ທ້າທາຍຫຼາຍຢູ່.

ນັກຂ່າວ: ຄືຊິບໍ່ຈົບໄວເນາະ ໂຕນີ້ເນາະ?

ນັກວິຊາການ: ບໍ່ ບໍ່ ບໍ່ ບໍ່ຈົບໄວດອກ ອັນນີ້ ຕ້ອງໄດ້ຄຶງຢູ່ ຕ້ອງໄດ້ເຄັ່ງຢູ່ນະຕອນນີ້ ຄັນເຈົ້າຍານມື້ໃດນີ້ ມັນຍັງມີໂອກາດທີ່ຈະເຂົ້າ ເຖິງບ້ານເຖິງຊຸມຊົນໄດ້ ທຸກເມື່ອທຸກເວລານະ ອັນນີ້ຄືສິ່ງທີ່ໜ້າຢ້ານກົວ.

ລະເມື່ອເວລາຄຶງໄວ້ແນວນີ້ນິ ທາງຝ່າຍເຮົານີ້ ຊິມີທຶນຮອນຂນາດໃດ ເນາະ ໃນການດູແລ ຄົນທີ່ຢູ່ໃນສູນກັກກັນຕ່າງໆ ເພາະວ່າມັນ ຕ້ອງໄດ້ໃຊ້ທຶນ ຫຍັງຫຼາຍຢ່າງທີ່ຍັງມີຄວາມ ສັບສົນ ລະກະມີຄວາມທ້າທາຍ ຕໍ່ການບໍຣິຫານຈັດການ.

ນອກຈາກນັ້ນ, ຜູ້ມາກະມີຫຼາຍແບບເນາະ ຜູ້ທີ່ປຕິບັດຕາມຄຳແນະນຳ ກະມີ ຜູ້ທີ່ບໍ່ປຕິບັດກະມີ ມັນຍັງຫຼາຍສິ່ງຫຼາຍຢ່າງທີ່ຈະຕ້ອງ ໄດ້ເອົາໃຈໃສ່ ແຕ່ກະໄດ້ພຍາຍາມ. ກະຖືວ່າ ພະນັກງານ ອາສາທຸກຄົນທີ່ກ່ຽວຂ້ອງ ກະຖືວ່າ ໄດ້ເອົາໃຈໃສ່ ໄດ້ພຍາຍາມສຸດຂີດລະ ລະໂດຍສະເພາະ ຄືທາງແພດໝໍ ນີ້ກະຄືກັນ ກະທ້າທາຍຄືກັນ ວ່າຊິເຮັດແນວໃດວ່າ ຊິສູ້ຢັນ ເພື່ອປ້ອງກັນ ເພື່ອຄວບຄຸມພຍາດ.

ທັງຊິຊ່ວຍຜູ້ອື່ນ ແລະ ປ້ອງກັນຕົວເອງ ບໍ່ໃຫ້ຕິດເຊື້ອແນວນີ້ ຄັນຖ້າວ່າເຈົ້າໄປ ເຂົ້າໄປປິ່ນປົວ ຫຼື ໄປສຳຜັດ ມັນກະຕ້ອງມີການ ອອກມາກັກ ຫຼັງຈາກນັ້ນນີ້ ຢູ່ໃນສູນກັກກັນ ນີ້ກະມີ ແມ່ຍິງຖືພານີ້ ແລ້ວແມ່ຍິງທີ່ວ່ານີ້ ຢູ່ຫັ້ນຈະເຮັດແນວໃດ ເຂົາຈະໄດ້ຮັບການ ປິ່ນປົວ ທີ່ຈຳເປັນ ຫຼືວ່າ ການບໍຣິການສຸຂພາບທີ່ຈຳເປັນນີ້.

ຍົກຕົວຢ່າງເຣື່ອງ ໄດ້ຮັບການຝາກທ້ອງ ໄດ້ຮັບການ ຄຳແນະນຳເຣື່ອງໂພຊນາການ ການກິນການຢູ່ແນວໃດ ຫຼືຖ້າໂຊກບໍ່ດີເຈັບ ທ້ອງເກີດລູກ ແນວນີ້ຊິໄປຈັ່ງໃດ ສະຖານທີ່ມັນກະ ບໍ່ສາມາດຈະເກີດຢູ່ບ່ອນກັກກັນ ນັ້ນໄດ້ ແລະ ຕ້ອງໄດ້ໄປໂຮງໝໍນີ້.

ຄັນໄປໂຮງໝໍນີ້ ແພດກະຕ້ອງໄດ້ປ້ອງກັນຕົວເອງ ຢ່າງສຸດຂີດ. ຂັ້ນໃນກໍຣະນີ ບໍ່ມີເຊື້ອ ກະຖືວ່າດີໄປ ຄັນກໍຣະນີມີເຊື້ອກະແພດເດ້ ໃນເວລາໃຫ້ບໍຣິການໝູ່ນິ ຕ້ອງໄດ້ກັກໂຕ 14 ມື້ ຍົກຕົວຢ່າງ ຄັນແພດຜ່າຕັດນີ້ ຄັນ 14 ມື້ນີ້ ຄັນແພດໄປກັກໂຕໝົດລະ ເທື່ອຄົນ ເຈັບມາສຸກເສີນໃຜຊິຊ່ວຍອີກ. ໂອ້ຍັງມີອັນນັ້ນ ລະກະ ສລັບຊັບຊ້ອນ ທ້າທາຍຫຼາຍວ່າ ຊິເຮັດແນວໃດ ແບບໃດ.

ນັກວິຊາການທ່ານນີ້ ຍັງກ່າວຕື່ມອີກວ່າ ການແຜ່ຣະບາດແກ່ຍາວອອກໄປ ບັນຫາສັງຄົມຈະຕາມມາ ເປັນຕົ້ນການຂີ້ລັກ-ມັກສົກ ຍ້ອນວ່າ ຄົນບໍ່ມີວຽກເຮັດງານທຳ.

ໃນຂນະທີ່ເຈົ້າໜ້າທີ່ກ່ຽວຂ້ອງ ກໍໃຫ້ສຳພາດວ່າ ຣັຖບານ ກໍພຍາຍາມຈັດຫາ ສະຖານທີ່ເພື່ອຮອງຮັບ ຄົນງານມາຈາກໄທຍ ແລະ ສ່ວນຫຼາຍ ຜູ້ທີ່ມາພັກຢູ່ສູນກັກໂຕ ກໍປະຕິບັດ ຣະບຽບການ ແຕ່ມີພຽງສ່ວນໜ້ອຍເທົ່ານັ້ນ ທີ່ບໍ່ປະຕິບັດ.

ນັກຂ່າວ: ຕິດເຊື້ອເຮົານີ້ ມັນຄືມາຫຼາຍແທ້ ເປັນຈັ່ງ ເຮົາຊິເຮັດຈັ່ງໃດນີ້?

ເຈົ້າໜ້າທີ່: ໂອ້, ນຳເຂົ້າມາ ລະກະພວກອ້າຍນ້ອງພວກເຮົາ ໄປເຮັດວຽກເຮັດງານ ຜູ້ໃດຕິດ ຜູ້ໃດເມື່ອຍລະກະຕິດໄປນຳຈັ່ງຊີ້ນ່າ.

ນັກຂ່າວ: ເປັນຈັ່ງໃດ ພວກທີ່ຕິດຫັ້ນນະ.

ເຈົ້າໜ້າທີ່: ເຂົາກະມີແຕ່ພວກນຳເຂົ້າມາແຕ່ໄທຍແດ່. ພວກເຈົ້າທີ່ໄດ້ທີ່ເຮັດວຽກ ກ່ຽວຂ້ອງກະຄືເຮົາເວົ້າຫັ້ນແຫຼະ ຕິດມະລ່ອງຕ່ອງ ແຕ່ງໄປ.

ນັກຂ່າວ: ຄົນມັນຫຼາຍກະຄິດບໍ່ວ່າ ມັນຊິຕິດຢູ່ໃນສູນນີ້?

ເຈົ້າໜ້າທີ່: ຫຼາຍກະເຮົາຍອມຮັບໄດ໋ອັນນີ້ ເຮົາເວົ້າເຖິງວ່າມັນກະຫຼາຍ ແຕ່ກະພວກເດັກນ້ອຍ ມັນກະເຊື່ອມຊຶມຢູ່ໄດ໋ ເວລາພັກ-ຣັຖ ການຈັດຕັ້ງເວົ້າເຂົາກະຄ່ອຍຟັງ ອຳນາດການປ້ອງຄອງເຮົາ ກະລະດົມແນວຄິດເຂົາກະໂອເຄໄດ໋. ມາແຕ່ໄທຍ ບາງຄົນກະມີເລັກໆ ໜ້ອຍໆ ດອກ ສົມມຸດວ່າ ໃນ 100 ກະຊິມີແຕ່ 1-2 ເປີເຊັນ ທີ່ວ່າຢາກຝືນຄຳສັ່ງຫັ້ນນ່າ.

ນັກຂ່າວ: ສູນນີ້ຄົນຫຼາຍບໍ່ ມັນເປັນໄປໄດ້ບໍ່ ວ່າ ມັນຊິຕິດຢູ່ໃນສູນ?

ເຈົ້າໜ້າທີ່: ຢູ່ໃນສູນດຽວນີ້ ເຮົາເບິ່ງແລ້ວຄົນພາກສ່ວນ ທີ່ເຂົ້າມາແລ້ວ ເຂົາກວດຜ່ານໄປເຂົາກະແຍກໄດ໋ ແມ່ນຢູ່ສົມມຸດວ່າ ນັ່ງຮົດ ມານຳກັນ ສົມມຸດວ່າ 10 ຄົນ ຈັ່ງຊີ້ເນາະ. 10 ຄົນ ເອົາເຂົ້າມາຮອດສູນປຶບ ຫຼືວ່າ 50 ຄົນ ມາຮອດສູນປຶບ ມັນມີສູນບ່ອນກັ່ນກອງ ທຳອິດເດ້ເນາະ ເກັບຂຶ້ນມາແລ້ວ ເຂົາກະເອົາໄປກວດ ໄປກວດ. ຫຼັງຈາກກວດເຊັກ ພຍາດໂຄວິດແລ້ວ ປຶບ ສົມມຸດມາ 50 ຄົນ ຕິດ ຄົນນຶ່ງຈັ່ງຊີ້ ພາກສ່ວນທີເຫຼືອ ເຂົາກະແຍກອອກໄປ ສູນອື່ນຕ່າງຫາກໄດ໋ ພວກສ່ວນຕິດເຂົາກະເອົາໄປປິ່ນປົວ ບໍ່ແມ່ນວ່າເຂົາຊິ ເອົາໄປປົນກັນກັບພວກ ທີ່ມາແລ້ວໄດ໋.

ອອກມາມື້ນີ້ ຢູ່ສະເພາະມື້ນີ້ ກ່ອນ ຄົບ 14 ມື້ ຄົບ 28 ມື້ ຫຼືວ່າ ຄົບ 21 ມື້ ຈັ່ງຊີ້. ຈັ່ງຫຍັງເຂົ້າໄປຫາພວກທີ່ກັ່ນກອງເຂົ້າໄປ ພວກເຮົາ ມີສະຖານທີ່ເຫຼືອຫຼາຍຄືຮູ້ຫັ້ນແຫຼະ. ບ້ານເມືອງ ເຮົາ ມີບ່ອນກັບອັນນັ້ນຫຼາຍ ພັກ-ຣັຖ ເຮົາເຂົາກຽມໄວ້ ຈັດກຽມໄວ້ຫຼາຍ ບ່ອນຢູ່ ເຂົາເອົາເຂົ້ານຳໂຮງຮຽນ ແຖວເຂດນອກ ເຂດປອດໂປ່ງເຂດມີ ອາກາດສົດພຸ້ນນະ ໄປຢູ່ບ່ອນ ໂຮງຈັກໂຮງງານ ທີ່ວ່າ ຂະເຈົ້າຢຸດ ພະນັກງານຈັ່ງຊີ້ ໂຮງຮຽນເຂົາກະຢຸດຮຽນໜັງສືເດ້ ບາງໂຮງຈັກໂຮງງານ ກະຢຸດກະນຳໃຊ້ ເຮົາກະໄປເອົາ ຂໍຢືມ ສະຖານທີ່ເຂົາ ໃຫ້ເຂົາຈັດກຽມ ອຸປກອນບ່ອນຢູ່ບ່ອນນອນຂຶ້ນໄປ.

ກະດຽວນີ້ ສ່ວນຫຼາຍເຂົາກະເຊື່ອມຊຶມເອງລະ ພວກບັນດາຕື່ນໂຕ ທີ່ຢາກຈະກັບບ້ານຫັ້ນນ່າ ຄືເຂົາມາ ເຂົາກະກຽມເຕັ້ນ ບ່ອນຢູ່ ບ່ອນນອນ ອຳນວຍຄວາມສະດວກສຖານທີ່ ຢູ່ຫັ້ນນ່າ ແຕ່ວ່າເຣື່ອງອຸປກອນ ບ່ອນຢູ່ບ່ອນນອນ ກະເຂົາເຊື່ອມຊຶມ ເອົາເອງເຂົາ ຄືຄວາມໝາຍພວກທີ່ເຂົ້າມາຫັ້ນນ່າ. ພາກສ່ວນໃດ ຍັງຂາດຕົກບົກຜ່ອງຢູ່ ກະພັກ-ຣັຖເຮົາຊ່ວຍເຫຼືອ.

ເຈົ້າໜ້າທີ່ຄະນະສເພາະກິດ ຄວບຄຸມໂຄວິດ-19 ໄດ້ຣາຍງານໃນວັນທີ 20 ສິງຫາ 2021 ວ່າ ພົບຜູ້ຕິດເຊື້ອໃໝ່ທັງໝົດ 440 ຄົນ, ຕິດເຊື້ອ ສະສົມ 11,753 ຄົນ, ເສັຽຊີວິດ 11 ຄົນ, ປິ່ນປົວເຊົາ 7,138 ຄົນ, ກຳລັງປິ່ນປົວ ແລະ ຕິດຕາມອາການຢູ່ໂຮງໝໍ ຈຳນວນ 4,604 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.