ເຣື້ອງທີ່ເກັບບັນທຶກໄວ້
2023-04-21
ປັດຈຸບັນ ຫຼາຍແຂວງໃນລາວ ຍັງເກີດໄຟໄໝ້ປ່າຕໍ່ເນື່ອງ ເປັນຕົ້ນ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຫຼວງພຣະບາງ ແລະ ແຂວງອຸດົມໄຊ ເຈົ້າໜ້າທີ່ສາມາດມອດໄດ້ລະດັບນຶ່ງ ແຕ່ຍັງບໍ່ໄດ້ 100% ຍັງຕ້ອງເຝົ້າລະວັງກັນຢູ່ ເພາະເຈົ້າໜ້າທີ່ ບໍ່ສາມາດເຂົ້າໄປໃນເຂດພູຜາໄດ້.
2023-04-21
ສາຍການບິນຕ່າງໆໃນລາວ ຍັງບໍ່ມີແຜນເປີດຖ້ຽວບິນ ໄປສນາມບິນໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ແຕ່ສນາມບິນແຫ່ງນີ້ ໄດ້ເຣີ່ມທົດລອງ ເອົາເຮືອບິນແລ່ນ ຂຶ້ນ-ລົງ ແລະ ຈະມີພິທີ ມອບ-ຮັບ ໃນທ້າຍເດືອນເມສານີ້.
2023-04-21
ໄລຍະບຸນປີໃໝ່ລາວ ປີນີ້ ເກີດອຸບັດຕິເຫດຕາມທ້ອງຖນົນ 342 ຄັ້ງ, ເສັຍຊີວິດ 35 ຄົນ ແລະ ບາດເຈັບ 611 ຄົນ ຄືຫລາຍກວ່າປີກາຍ ເຊິ່ງອຸບັດຕິເຫດ ສ່ວນໃຫຍ່ ເກີດຈາກການມືນເມົາ ແລະຂັບຂີ່ດ້ວຍຄວາມປະມາດ ເຮັດໃຫ້ມີຜູ້ເສັຍຊີວິດ ຈຳນວນຫຼາຍ.
2023-04-21
ການສເລີມສລອງບຸນປີໃໝ່ລາວ ປະຈຳ ພ.ສ 2566 ໃນຫຼາຍແຂວງ ຂອງປະເທດລາວ ກໍຖືວ່າດຳເນີນໄປຢ່າງມ່ວນຊື່ນ ແລະ ຍັງຮັກສາໄດ້ ເຊິ່ງວັທນະທັມ, ຮີດຄອງປະເພນີ ອັນດີງາມ ຂອງຊາວລາວບັນດາເຜົ່າ ທັງປະຕິບັດ ຮີດ 12 ຄອງ 14 ໄດ້ຢ່າງສົມບູນ.
2023-04-21
IMF ຄາດຄະເນ ວ່າ ເສຖກິຈຂອງລາວ ຈະຂຍາຍໂຕ 4% ໃນປີ 2023 ນີ້, ສ່ວນທາງການລາວ ຄາດວ່າ ເສຖກິຈຂອງລາວ ຈະຂຍາຍໂຕ 4.5% ເນື່ອງຈາກຂແນງການທ່ອງທ່ຽວ, ຂແນງພະລັງງານ ແລະບໍ່ແຮ່ ໄດ້ຮັບແຮງກະຕຸ້ນ ຈາກການລົງທຶນທີ່ເພີ່ມຂຶ້ນ.
2023-04-20
ອົງການອາຫານໂລກ ຣາຍງານວ່າ ປະຊາຊົນລາວ ໃນທົ່ວປະເທດ ຫລາຍກວ່າ 13.5% ຂາດອາຫານ, ສະເພາະຢູ່ແຂວງເຊກອງ ຂາດອາຫານເຖິງ 33%, ແຂວງອຸດົມໄຊ ແລະ ຜົ້ງສາລີ ຂາດເຖິງ 22% ເຊິ່ງ ສາເຫດສ່ວນນຶ່ງ ແມ່ນສະພາບ ເງິນກີບເຟີ້ສູງ ແລະອື່ນໆ.
2023-04-20
ຊາວກະສິກອນລາວ ໃນຫລາຍແຂວງ ຫັນກັບມາປູກມັນຕົ້ນຫລາຍຂຶ້ນ ໃນປີນີ້ ຍ້ອນປູກງ່າຍ ແລະ ຂາຍໄດ້ລາຄາດີຂຶ້ນ ໃນຂະນະທີ່ ການປູກຢູ່ບາງບ່ອນ ບໍ່ປະສົບຜົລສໍາເຣັດ ຍ້ອນບັນຫາພັຍແຫ້ງແລ້ງ.
2023-04-20
ຊາວບ້ານວ່າ ທາງການລາວ ມີແຜນຈະໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນຈີນ ເພື່ອປູກກ້ວຍ ຢູ່ເຂດເມືອງຊະນະສົມບູນ ແຂວງຈຳປາສັກ, ເຊິ່ງຈະກວມເອົາດິນ ທີ່ພວກເຂົາເຈົ້າໃຊ້ ໃນການເຮັດການກະເສຕ.
2023-04-20
ກົດໝາຍລາວຍັງອ່ອນແອ ເຮັດໃຫ້ການຊື້-ຂາຍ ໃບກະທ້ອມໃນລາວ ແຜ່ຫລາຍຂຶ້ນ ຫລ້າສຸດ ອັຍການປະຊາຊົນສູງສຸດ ມີຄຳສັ່ງ ໃຫ້ເຈົ້າໜ້າທີ່ ດຳເນີນຄະດີຢ່າງເດັດຂາດເມື່ອພົບເຫັນ ຍ້ອນ ໃບກະທ້ອມ ຍັງຜິດກົດໝາຍ.
2023-04-20
ການລັກລອບຂົນສົ່ງກັນຊາ ຈາກແຂວງບໍຣິຄຳໄຊ ໄປຍັງປະເທດໄທຍ, ໂດຍສະເພາະໃນເຂດແຂວງນະຄອນພນົມ ຍັງເກີດຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງໃນເດືອນເມສາ ປີນີ້ ເຈົ້າໜ້າທີ່ໄທຍ ກໍສາມາດຈັບ ພວກກຸ່ມຄົນບໍ່ດີ ໄດ້ ເຖິງ 3 ຄັ້ງ ແລະ ຍຶດກັນຊາ ໄດ້ 500 ກິໂລກຣາມ ມູລຄ່າ 500 ປາຍລ້ານກີບ.
2023-04-19
ການປ່ຽນແປງ ຂອງດິນຟ້າອາກາດ ສົ່ງຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນລາວແຮງຂຶ້ນ ເຊິ່ງການສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນສ່ວນນຶ່ງສ້າງຜົລກະທົບກັບຊາວບ້ານ ນອກຈາກ ການປ່ຽນແປງ ຂອງດິນຟ້າອາກາດ.
2023-04-19
ສະຫະພັນກິລາລາວ ຝຶກຊ້ອມນັກກິລາ ທີ່ຈະສົ່ງໄປແຂ່ງຂັນ ຊີເກມສ໌ ຄັ້ງທີ 32 ທີ່ປະເທດກັມພູຊາ ເປັນເຈົ້າພາບ ຕັ້ງແຕ່ວັນນທີ 5-17 ພຶສພາ 2023 ນີ້ ເຊິ່ງລາວຈະສົ່ງໄປ 656 ຄົນ, ໃນຈໍານວນນັກກິລາ ທີ່ຈະເຂົ້າຮ່ວມທັງໝົດ 12,404 ຄົນ.
2023-04-19
ຄວາມຫ່ວງໃຍ ຈາກພໍ່ແມ່ ຂອງເດັກນ້ອຍລາວ ໃນແຂວງຫຼວງນໍ້າທາ ທີ່ຖືກຄ້າມະນຸດໄປ ກາສິໂນ ຂອງຈີນ ໃນພະມ້າ ຄືຄຶດຫ່ວງລູກເຕົ້າ ທີ່ຍັງຕິດຄ້າງຢູ່ພະມ້າ ແລະບໍ່ຮູ້ວ່າ ມື້ໃດ ພວກລູກ ຈະໄດ້ຮັບການຊ່ອຍເຫຼືອ ໃຫ້ໄດ້ກັບມາຫາຄອບຄົວ ຈຶ່ງຢາກວິງວອນ ພາກສ່ວນທີ່ກ່ຽວຂ້ອງ ຊ່ວຍເຫຼືອ.
2023-04-19
ກະຊວງອຸດສາຫະກັມ ແລະ ການຄ້າ ອອກໃບແຈ້ງການ ສະບັບເລກທີ 0360/ອຄ ປະກາດ ປັບຂຶ້ນ ລາຄານ້ໍາມັນ ແອດຊັງພິເສດ ທົ່ວປະເທດ ໂດຍປັບຂຶ້ນອີກ 310 ກີບ ຕໍ່ລິດ ຈາກ 26,260 ກີບ ຕໍ່ລິດ ຂຶ້ນມາເປັນ 26,570 ກີບ ຕໍ່ລິດ ລາຄານ້ໍາມັນໃໝ່ນີ້ ມີຜົລ ຕັ້ງແຕ່ວັນທີ 1 ເມສາ ເປັນຕົ້ນມາ.
2023-04-18
ຄົນງານລາວ ເຣີ່ມກັບຄືນໄປໄທຍ ຫຼັງຈາກປີໃໝ່ລາວ ແລະ ຍ້ອນສະພາບເສຖກິຈ ທີ່ຝືດເຄືອງ ເຮັດໃຫ້ຊາວໜຸ່ມລາວ ຈຳນວນຫຼາຍ ໝີໄປຫາວຽກເຮັດ ງານທຳ ໃນຫຼາຍປະເທດ ເນື່ອງຈາກຢູ່ລາວ ປັດຈຸບັນນີ້ ຄ່າຄອງຊີບແພງຂຶ້ນ, ແຕ່ເງິນຄ່າແຮງງານຕ່ຳ.