ເຣື້ອງທີ່ເກັບບັນທຶກໄວ້
2023-06-27
ຣັຖບານລາວ ມີໜີ້ສິນຕ່າງປະເທດ ທັງໝົດ 10,234 ຕື້ ໂດລ້າຣ໌ສະຫະຣັຖ ຫຼື ຄິດເປັນ 68.1% ຂອງ GDP ໃນນີ້ຍັງບໍ່ລວມໜີິີ້ສິນ ຈາກທະນາຄານ ແລະ ບໍຣິສັດເອກະຊົນ ພາຍໃນປະເທດ ອີງຕາມບົດຣາຍງານ ເສຖກິຈ ປະຈຳປີ 2022 ຂອງທະນາຄານ ແຫ່ງຊາຕລາວ.
2023-06-27
ທຸກມື້ນີ້ ປະເທດລາວ ບໍ່ພຽງແຕ່ ປະສົບກັບບັນຫາ ທາງດ້ານເສຖກິຈ, ເງິນກີບເຟີ້ ແລະ ສິນຄ້າແພງ, ແຕ່ ຄົນລາວຍັງຖືກຍາດແຍ່ງອາຊີບນໍາອີກ ເຮັດໃຫ້ຄົນພື້ນທີ່ ທີ່ເປັນຄົນລາວ ຈຳນວນບໍ່ໜ້ອຍ ກາຍເປັນລູກຈ້າງ ຂອງຄົນຕ່າງປະເທດ ທີ່ດຳເນີນທຸຣະກິຈ ທີ່ສງວນໄວ້ໃຫ້ຄົນລາວ.
2023-06-27
ໃນສະພາວະ ທີ່ເສຖກິຈ ມີບັນຫາ, ຊາວບ້ານຕ້ອງໄດ້ດິ້ນຮົນ ຫາທາງຢູ່ລອດດ້ວຍຕົນເອງ ແລະກໍມີຊາວບ້ານ ຈຳນວນນຶ່ງ ເຂົ້າໄປຂຸດຄໍາ ໃນເຂດບ້ານນາກະດົກ ເມືອງຄໍາເກີດ ເຊິ່ງເປັນພື້ນທີ່ ສັມປະທານ ຂອງບໍຣິສັດນຶ່ງ, ແຕ່ຊາວບ້ານ ຢາກຂຸດຄຳໃຫ້ໄດ້ ກ່ອນຈະຖືກຫ້າມ ຈົນກາຍເປັນຂ່າວ.
2023-06-27
ສົກຮຽນ 2022-2023 ຈຳນວນນັກຮຽນ ເຂົ້າສອບເສັງ ທົ່ວປະເທດ ຫຼຸດລົງຫຼາຍ ເມື່ອທຽບໃສ່ ສົກຮຽນປີ 2021-2022 ສະເພາະ ມ.7 ຫຼຸດລົງຈາກ 5,500 ຄົນ ເຫຼືອ 5,000 ຄົນໃນປີນີ້, ສ່ວນສາເຫດ ສ່ວນນຶ່ງຍ້ອນຄວາມທຸກຍາກ ແລະ ການຊອກວຽກເຮັດຍາກ ເມື່ອຮຽນຈົບແລ້ວ ຫຼື ບໍ່ມີແຮງຈູງໃຈໃຫ້ຮຽນ.
2023-06-27
ກະຊວງອຸດສາຫະກັມ ແລະການຄ້າ ອອກແຈ້ງການ ລົງວັນທີ 21 ມິຖຸນາ 2023 ໃຫ້ປັບຂຶ້ນລາຄານໍ້າມັນ ໃນຂອບເຂດທົ່ວປະເທດ ເປັນຄັ້ງທີ 4 ໃນເດືອນມິຖຸນາ ແລະເຣີ່ມນໍາໃຊ້ລາຄາໃໝ່ ຕັ້ງແຕ່ວັນທີ 22 ມິຖຸນາ 2023 ທີ່ຜ່ານມາ ເຮັດໃຫ້ຜູ້ປະກອບການ ຫຼາຍພາກສ່ວນ ໄດ້ຮັບຜົລກະທົບ ໜັກຂຶ້ນອີກ.
2023-06-26
ເຈົ້າໜ້າທີ່ ແຂວງບໍຣິຄຳໄຊ ລົງກວດກາ ຮ້ານບັນເທີງ ຕາມແຈ້ງການໃຫ້ຢຸຕິຊົ່ວຄາວ ໃນໄລຍະສອບເສັງຈົບ ຊັ້ນມັທຍົມ ເພື່ອປ້ອງກັນ ການຫຼິ້ນກິນ ມົ້ວສຸມ ຂອງນັກຮຽນ ເຊິ່ງຈະກະທົບຕໍ່ຜົລການຮຽນ ຫລື ການສອບເສັງ ຂອງນັກຮຽນ.
2023-06-26
ບໍຣິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ມີແຜນຈະດຳເນີນໂຄງການ ນໍາໃຊ້ເຕັກໂນໂລຈີ ຮູບແບບໃໝ່ ໃນການປູກເຂົ້າ 3 ຣະດູ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ຂະນະທີ່ຊາວບ້ານ ເປັນຫ່ວງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະອາດສົ່ງຜົລ ຕໍ່ພື້ນທີ່ການກະເສດ ດັ້ງເດີມ.
2023-06-26
ເດັກນ້ອຍຊົນເຜົ່າ ທີ່ຮຽນຈົບໃນລະດັບ ຊັ້ນປະຖົມສຶກສາ ປີທີ 5 ຢູ່ເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສວັນນະເຂດ ບໍ່ສາມາດເຂົ້າຮຽນຕໍ່ ໃນລະດັບຊັ້ນມັດທະຍົມສຶກສາ ຕອນຕົ້ນໄດ້ ຍ້ອນຢູ່ເຂດຫ່າງໄກສອກຫຼີກ ແລະບໍ່ມີໂຮງຮຽນຮອງຮັບ.
2023-06-26
ການປະຕິບັດວາຣະແຫ່ງຊາຕ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງເຈົ້າໜ້າທີ່ຕໍາຣວດ ໂດຍສະເພາະ ແຂວງທີ່ຕິດກັບຊາຍແດນ ເຊັ່ນ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງບໍຣິຄໍາໄຊ, ແຂວງຄໍາມ່ວນ ແລະແຂວງຈໍາປາສັກ ທີ່ຜ່ານມາ ຍັງພົບຂໍ້ຫຍຸ້ງຍາກ ແລະອຸປະສັກຫຼາຍຢ່າງ.
2023-06-26
ສະພາແຫ່ງຊາຕ ເປີດການປະຊຸມ ສະພາແຫ່ງຊາຕ ຊຸດທີ 9 ໄດ້ຖືກໄຂຂຶ້ນ ຢ່າງເປັນທາງການແລ້ວ ແກ້ໄຂບັນຫາ ຄວາມຫຍຸ້ງຍາກ ດ້ານເສຖກິຈ-ການເງິນ, ພິຈາຣະນາ ແລະ ຮັບຮອງເອົາ ຮັບຮອງການອອກ ກົດໝາຍໃໝ່ ແລະ ປັບປຸງກົດໝາຍເກົ່າ ຂະນະທີ່ ບັນຫາຄ່າຄອງຊີບ ຄົງຍັງສືບຕໍ່ສູງຂຶ້ນເລື້ອຍໆ.
2023-06-25
ປະເພນີ ການເຊື່ອຖື ຂອງຊາວໄທດຳ ໃນບ້ານນາປ່າໜາດ. ເຜົ່າໄທດໍາ ທີ່ອົພຍົບເຂົ້າມາຢູ່ ປະເທດລາວ ໄດ້ເກືອບເຄິ່ງສັຕວັດ ກໍຕ້ອງຜ່າຍໜີ ອີກຄັ້ງນຶ່ງ ໄປຢູ່ທົ່ວສາຣະທິດ ໃນໂລກ, ແຕ່ໃນສາຣະຄະດີ ຊຸດນີ້ ຈະກ່າວເຖິງ ພຽງແຕ່ ກຸ່ມໄທດໍາ ທີ່ໄດ້ຕັ້ງຫຼັກແຫຼ່ງ ຢູ່ບ້ານນາປ່າໜາດ, ເມືອງຊຽງຄານ, ແຂວງເລີຍ ຂອງໄທຍ ເທົ່ານັ້ນ.
2023-06-25
ສິນຄ້ານໍາເຂົ້າ ກະທົບ ການຜລິດພາຍໃນ, ຜູ້ປະກອບການ ຜລິດສິນຄ້າ ສນອງພາຍໃນ ຮຽກຮ້ອງໃຫ້ ຣັຖບານ ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມ ໃຫ້ມີຊ່ອງທາງ ໃນການຄ້າຂາຍ ເພື່ອໃຫ້ສິນຄ້າເຫລົ່ານີ້ ສາມາດສ້າງຜົລກຳໄລໄດ້.
2023-06-24
ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ, ຍ້ອນມີການປູກ ມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂື້ນ ເຮັດໃຫ້ດິນການກະເສດ ເສື່ອມຄຸນນະພາບ, ເຫດການຍິງ ທ້າວ ອານຸຊາ ຫຼວງສຸພົມ.
2023-06-23
ຊາວບ້້ານຢູ່ເມືອງຫິນເຫີບ ແຂວງວຽງຈັນ ໄດ້ຮັບຜົລກະທົບຈາກກິ່ນເໝັນ ຂອງຢາງພາຣາ ແລະ ສວນກ້ວຍຈີນ. ມີຫຼາຍບ້ານໄດ້ຮັບຜົລກະທົບ ໃນນັ້ນ ບ້ານໂພນມ່ວງ ແລະ ບ້ານໜອງຫລວງ ໄດ້ຮັບຜົລກະທົບແຮງ ໂດຍສະເພາະ ພໍ່ຄ້າຄົນກາງ ທີ່ເປີດບ່ອນຮັບຊີ້ຢາງພາຣາ.
2023-06-23
ແພດອາສາສະມັກ ແລະ ບຸກຄະລາກອນທາງການແພດ ທີ່ເຮັດວຽກປະຈຳ ຢູ່ສຸຂສາລາ, ໂຮງໝໍນ້ອຍ ແລະ ໂຮງໝໍເມືອງ ຫຼື ໂຮງໝໍແຂວງ ໄດ້ໂຕເລຂຣັຖກອນພຽງ 12 ຄົນ ຂະນະທີ່ສ່ວນເຫຼືອອີກ 300 ກ່ວາຄົນ ຍັງຄົງລໍຖ້າໂຕເລຂຣັຖກອນ ເຮັດໃຫ້ເກີດບັນຫາ ບຸກຄະລາກອນ ບໍ່ພຽງພໍ.