ເຣື້ອງທີ່ເກັບບັນທຶກໄວ້
2010-04-01
ໃນຣາຍການ ຕອບຈົດໝາຍ ປະຈໍາສັປດານີ້ ເຊີນທ່ານຟັງ Maysoly ຕອບຈົດໝາຍ (Christopher Yang) ຂຽນຈາກຣັຖ Minnesota, ຈົດໝາຍຂອງ (ສາຍນ້ຳ ຍົມະນາ) ແລະຈົດໝາຍຂອງ ທ່ານ ຄ. ຍົມະຣາຊ ຈາກການາດາ ຕິດຕາມດ້ວຍ ເພງ (ຄິດເຖີງເມືອງຊຳ) ຊື່ງ ເປັນຜົນງານຂອງທ່ານ (ທະນຸ ສີວິໄຊ) ຈາກປະເທດຝຣັ່ງເສດ... ເຊີນທ່ານ ເປິດຮັບຟັງໄດ້ເລີຍ.
2010-04-01
ຢູ່ ສປປລາວ ໃນປັດຈຸບັນນີ້ ມີໂຄງການພັທນາ ໃຫຍ່ໆຫລາຍໆຢ່າງ ເປັນຕົ້ນໂຄງການ ສ້າງເຂື່ອນຜລິດໄຟຟ້າ, ການຂຸດຄົ່ນບໍ່ແຮ່, ແລະການສັມປະທານ ພື້ນທີ່ດິນ ເພື່ອການກະເສຕ. ນອກຈາກຈະສ້າງ ປະໂຫຍດແລ້ວ ໂຄງການພັທນາ ເຫລົ່ານີ້ ກັບສ້າງຄວາມ ເດືອດຮ້ອນ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ ໂດຍການທຳລາຍ ຊັພຍາກອນ ທັມມະຊາດ ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ໂພໄຊສວັດ ມີລາຍງານ ໃນອັນດັບຕໍ່ໄປ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2010-04-01
ລາວ-ເຍັຽຣະມັນ ລົງນາມຄວາມຮ່ວມມື ວ່າດ້ວຍການພັທນາ ທີ່ດີນ ໃນເຂດສອງແຂວງ ພາກເຫນືອຂອງລາວ.
2010-04-01
ນາຍົກຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ ເວົ້າຜ່ານເຈົ້າໜ້າທີ່ ການທູດຂັ້ນສູງ ຂອງໄທວ່າ ຊາວມົ້ງລາວ ທີ່ຖືກສົ່ງກັບ ຈາກໄທ ຄວນເລີ່ມຊີວິດໃໝ່ ຢູ່ໃນລາວ ດີກວ່າຈະຄິດໄປ ຢູ່ປະເທດອື່ນ.
2010-04-01
ຕາມຣາຍງານຂ່າວ Asia Pulse: ທີ່ກຸງຮ່າໂນ່ຍ ເມື່ອວັນທີ 30 ມິນາ ຜ່ານມາ ເຈົ້າໜ້າທີ່ ອາວຸໂສ ກັມພູຊາ ລາວ ວຽດນາມ ແລະຍີ່ປຸ່ນ ໄດ້ເປີດປະຊຸມ ເປັນຄັ້ງທີ 4 ເພື່ອທົບທວນ ການປະຕິບັດ ໂຄງການຕ່າງໆ ຊຶ່ງຍີ່ປຸ່ນ ໄດ້ສນັບສນູນ ເປັນເງິນຈໍານວນ 20 ລ້ານໂດລາ ສະຫະຣັຖ ເພື່ອພັທນາ ໂຄງການ ເຂດສາມຫລ່ຽມ ກັມພູຊາ-ລາວ-ວຽດນາມ.
2010-04-01
ບໍຣິສັທຂຸດຄົ້ນບໍ່ຄໍາ ໃນເຂຕບ້ານຫ້ວຍຊາຍ ແຂວງວຽງຈັນ ກໍາລັງຈະເລີ້ມ ກາຣຜລິດ ໃນໄວໆນີ້.
2010-04-01
ຈີນ ວ່າກາຣສ້າງເຂື່ອນ ບໍ່ໄດ້ມີຜົລ ກະທົບຕໍ່ຣະດັບ ນໍ້າແຫ້ງລົງ ໃນແມ່ນໍ້າຂອງ ແຕ່ຢ່າງໃດ.
2010-04-01
ເວທີ ອະພິປາຍ ຂອງປະຊາກອນ ໃນເຣື້ອງແບ່ງປັນ ການໃຊ້ນໍ້າ ຈາກແມ່ນໍ້າຂອງ ຢ່າງເປັນທັມນັ້ນ, ໄດ້ຕົກລົງ ເຫັນພ້ອມນໍາກັນວ່າ ຄວນໃຫ້ປະຊາຊົນ ມີສ່ວນຮູ້ເຫັນນໍາ ໃນໂຄງການສ້າງເຂື່ອນ.