ບ້ານຫ້ວຍຊາຍແຂວງວຽງຈັນ ຈະຂຸດຄໍາໃນໄວໆນີ້
2010.04.01
ບໍຣິສັທ ພູເບັ້ຍມາຍນິ໋ງ (Phu Bia Mining) ກຳລັງຕຣຽມກາຣ ສເນີຕໍ່ຣັຖບາລ ສປປລາວ ສຳຫລັບໂຄງກາຣ ຂຸດຄົ້ນບໍ່ຄຳ ແຫ່ງໃໝ່ ຢູ່ເຂຕເມືອງ ໄຊສົມບູນ ແຂວງ ວຽງຈັນ ທີ່ເຊື່ອວ່າມີ ຄຳແລະເງິນ ຢ່າງຫລວງຫລາຍ ແຕ່ກໍຈະຕ້ອງ ໄດ້ມີກາຣລົງທຶນ ເຖິງປະມານ 150 ລ້ານ ດອລລາຣ໌ ສະຫະຣັຖ. ອີງຕາມກາຣຣາຍງານ ຂອງ ໜັງສືພິມ ຜູ້ຈັດກາຣ ຣາຍວັນໄທຽ ສະບັບວັນທີ່ 31 ມີນາ ຜ່ານມານີ້.
ທາງໜັງສືພິມ ດັ່ງກ່າວແຈ້ງວ່າ ທາງບໍຣິສັທ ພູເບັ້ຽມາຍນີ໋ງ ກຳລັງ ຈະນຳເອົາແຜນ ຂອງໂຄງກາຣ ທີ່ຈະຂຸດຄົ້ນບໍ່ຄຳ ດັ່ງກ່າວ ຊຶ່ງກໍຮວມທັງແຜນ ກາຣຜລິຕ ແຜນ ກາຣກໍ່ສ້າງ ແລະ ຜົລຂອງກາຣສຳຣວຈ ສຶກສາເບິ່ງຄວາມ ເປັນໄປໄດ້ ນຳຂຶ້ນສເນີ ຕໍ່ກະຊວງພລັງງານ ແລະບໍ່ແຮ່ ເພື່ອພິຈາຣະນາ ພ້ອມກັບແຜນກາຣ ປ້ອງກັນ ຂອງ ສະພາບແວດລ້ອມ ເພື່ອບໍ່ໃຫ້ໄດ້ຮັບ ຜົລກະທົບ ກະເທືອນແຕ່ຢ່າງໃດ.
ໂຄງກາຣ ທີ່ຈະມີກາຣຂຸດຄົ້ນ ບໍ່ຄຳແຫ່ງໃໝ່ ດັ່ງກ່າວນີ້ ຢູ່ໃນເຂຕ ບ້ານຫ້ວຍຊາຍ ໄກຈາກ ເຂຕບໍ່ຄຳທີ່ ພູເບັ້ຽ ໄປທາງຕາເວັນຕົກ ປະມານ 25 ກິໂລແມ໊ຕ ທີ່ເຊື່ອວ່າມີ ຄຳແລະເງິນ ຫລາຍພໍສົມຄວນ ທີ່ຈະຕ້ອງໄດ້ ລົງທຶນເພື່ອຂຸດຄົ້ນ ໃນຣະຍະບໍ່ຕໍ່າ ກວ່າ 8 ປີຂ້າງໜ້ານີ້.
ໃນໂຄງກາຣໃໝ່ນີ້ ທາງບໍຣິສັທ ຍັງຈະຕ້ອງສາມາດ ຈ້າງແຮງງານໄດ້ ປະມານ 600 ຄົນ ແລະໃນເມື່ອມີກາຣ ເຣີ່ມກາຣຜລິຕແລ້ວ ຈະຕ້ອງໄດ້ຈ້າງ ພນັກງານ ແລະ ແຮງງານຣະດັບ ຕ່າງໆບໍ່ຕໍ່າກວ່າ 500 ຄົນຕື່ມອີກ.
ຢ່າງໃດກໍຕາມ ໂຄງກາຣຂຸດຄົ້ນ ບໍ່ຄຳດັ່ງກ່າວ ຈະເປັນບ່ອນຜລິຕຄຳ ແຫ່ງທີ່ 4 ໃນປະເທສລາວ ຊຶ່ງກໍມີບ່ອນ ທຳອິດທີ່ເຊໂປນ ແຂວງສວັນນະເຂຕ ແລະຕໍ່ມາ ກໍແມ່ນຢູ່ພູເບັ້ຽ ແລະພູຄຳ.