ໂຄງການພັທນາ ເຂດສາມຫລ່ຽມ

ຕາມຣາຍງານຂ່າວ Asia Pulse: ທີ່ກຸງຮ່າໂນ່ຍ ເມື່ອວັນທີ 30 ມິນາ ຜ່ານມາ ເຈົ້າໜ້າທີ່ ອາວຸໂສ ກັມພູຊາ ລາວ ວຽດນາມ ແລະຍີ່ປຸ່ນ ໄດ້ເປີດປະຊຸມ ເປັນຄັ້ງທີ 4 ເພື່ອທົບທວນ ການປະຕິບັດ ໂຄງການຕ່າງໆ ຊຶ່ງຍີ່ປຸ່ນ ໄດ້ສນັບສນູນ ເປັນເງິນຈໍານວນ 20 ລ້ານໂດລາ ສະຫະຣັຖ ເພື່ອພັທນາ ໂຄງການ ເຂດສາມຫລ່ຽມ ກັມພູຊາ-ລາວ-ວຽດນາມ.
ມະນີຈັນ
2010.04.01

ໃນພ້ອມດຽວກັນນັ້ນ ບັນດາຜູ້ເຂົ້າຮ່ວມ ກອງປະຊຸມຍັງ ໄດ້ຫາຣືກ່ຽວກັບ ມາຕການເພີ່ມທະວີ ການພົວພັນ ຮ່ວມມືກັນຫລາຍຂຶ້ນ ຣະຫວ່າງ 3 ປະເທດເອເຊັຽ ຕາເວັນອອກສ່ຽງໃຕ້ ກັບ ຍີ່ປຸ່ນ. ຂໍ້ລິເລີ່ມ ໂຄງການພັທນາ 3 ຫລ່ຽມ ດັ່ງກ່າວ ຖືກນໍາສເນີຕໍ່ ກອງປະຊຸມຣະຫວ່າງ ນາຍົກຣັຖມົນຕຣີຂອງ 3 ປະເທດ ລາວ ວຽດນາມ ກັມພູຊາ ເມື່ອປີ 1999, ເພື່ອສົ່ງເສີມຄວາມ ສາມັກຄີແລະ ການຮ່ວມມືຣະຫວ່າງກັນ. ນອກຈາກນັ້ນ ກໍເປັນຂໍ້ລິເລີ່ມ ທີ່ມີເປົ້າໝາຍ ອໍານວຍໃຫ້ມີ ການພັທນາ ທາງດ້ານເສຖກິດ ສັງຄົມ, ຫລຸດຜ່ອນຄວາມອຶດຢາກ ແລະຄວາມທຸກຍາກ ຮວມໄປເຖິງການ ຮັກສາຄວາມໝັ້ນຄົງ ສໍາລັບທັງ 3 ປະເທດນັ້ນ ນໍາດ້ວຍ.

ກອງປະຊຸມສຸດຍອດ ກັມພູຊາ-ລາວ-ວຽດນາມ ກັບຍີ່ປຸ່ນ ຄັ້ງທີ 3 ຜ່ານມາ ຝ່າຍຍີ່ປຸ່ນ ໄດ້ໃຫ້ຄໍາໝັ້ນ ສັນຍາ ທີ່ຈະສນັບສນູນ ທາງດ້ານການເງິນ ໃນໂຄງການພັທນາ ຕ່າງໆ ໃນພູມີພາກເຂດນີ້  ຊຶ່ງກໍມີທັງ ໂຄງການພັທນາ ເຂດຊົນນະບົດ ແລະຄວາມໝັ້ນຄົງ ທາງສັງຄົມ ຮວມຢູ່ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.