ລາວ-ເຍັຽຣະມັນຮ່ວມມື ພັທນາທີ່ດີນພາກເຫນືອ
2010.04.01
ອົງການຄູ້ມຄອງ ທີ່ດີນແຫ່ງຊາດ ແລະ ອົງການຄວາມຮ່ວມມື ຣະຫວ່າງປະເທດ ເຍັຽຣະມັນ ໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບການຮ່າງແບບ ໂຄງການຄວາມຮ່ວມມື ລາວ-ເຍັຽຣະມັນ ໃຫມ່ ເພື່ອພັທນາທີ່ດີ່ນ ໃນຣະຍະຍາວ ທີ່ຈະເລີ້ມຈາກ ເດືອນ ມົກຣາ ປີ 2010 ໄປຫາ ວັນທີ 30 ເດືອນມີຖຸນາ ປີ 2012 ໂດຍເລັ່ງໃສ່ແຂວງ ໄຊຍະບຸຣີ ແລະ ແຂວງຫລວງນ້ຳທາ ເປັນໂຄງການຕົວຢ່າງ ເນື່ອງຈາກແຂວງ ດັ່ງກ່າວ ອົງການຄວາມຮ່ວມມື ຈາກປະເທດ ເຍັຽຣະມັນ ໄດ້ດຳເນີນໂຄງການ ຢູ່ທີ່ນັ້ນມາແລ້ວ. ດ່ັງທ່ານ ມຸນຕີ ເດດດວງສອນ ຫົວຫນ້າຫອ້ງການ ຄູ້ມຄອງທີ່ດີນ ແຫ່ງຊາດລາວ ກ່າວວ່າ:
"ເປັນໂຄງການຕົວຢ່າງ ທົດລອງ ໃນການຮ່ວມມື ໃນເບື້ອງຕົ້ນ ທົດລອງສະເພາະ ສອງແຂວງ ພາຍຫລັງທີ່ວ່າຈົບ ໂຄງການຊຸດນີ້ ທາງເຍັຽຣະມັນ ຈະປະເມີນໃຫມ່ວ່າ ໂຄງການນີ້ ຈະໄດ້ດີບໍ ຖ້າໄປໄດ້ດີ ກໍ່ຈະສືບຕໍ່ໄປ ທົ່ວປະເທດ".
ທ່ານກ່າວຕໍ່ໄປວ່າ ສຳລັບໂຄງການ ວ່າດ້ວຍການພັທນາ ທີ່ດີນ ທີ່ໄດ້ລົງນາມ ກັນນັ້ນ ຈະດຳເນີນການ 8 ຫນ້າວຽກ ເຊັ່ນການເກັບກຳ ຂໍ້ມູນ ການສຳຣວດ ວັດແທກ ອອກໃບຕາດີນ ການກວດກາແລະ ແກ້ໄຂຂໍ້ຂັດແຍ່ງ ປະເພດຕ່າງໆ ຊື່ງທາງຣັຖບານ ເຍັຽຣະມັນ ຈະໃຫ້ການຊ່ວຍເຫລືອ ໃນດ້ານການຄູ້ມຄອງ ທີ່ດີນ ແລະບໍຣິຫານ ທີ່ດີນ ຕາມຍຸທສາດການພັທນາ ທີ່ຈະເນັ້ນໃສ່ ການຈັດສັນ ແລະການຂື້ນທະບຽນ ທີ່ດີນ ໃນເຂດຊົນນະບົດ.
ສຳລັບການພັທນາ ທີ່ດີນ ໃນໂຄງການຕົວຢ່າງ ທີ່ແຂວງໄຊຍະບຸຣີ ແລະແຂວງຫລວງນ້ຳທາ ນັ້ນ ເຈົ້າຫນ້າທີ່ອົງການ ຊ່ວຍເຫລືອ ເຍັຽຣະມັນ ເວົ້າວ່າ:
"ພວກເຮົາໄດ້ ດຳເນີນງານ ໃນໂຄງການນີ້ ມາເປັນເວລາ ສອງປີແລ້ວ ໃນສອງແຂວງ ໄຊຍະບຸຣີ ແລະຫລວງນ້ຳທາ ດັ່ງນັ້ນ ຈື່ງມີການລິເລີ້ມ ໃນສອງແຂວງດັ່ງກ່າວ ເພາະເປັນເຂດ ພາກເຫນືອທີ່ເປັນ ພູເຂົາ ແລະກໍ່ເປັນ ເຂດຊົນນະບົດ ສອກຫລີກ ທີ່ປະກອບດ້ວຍ ປະຊາຊົນ ທີ່ທຸກຈົນ".
ໂຄງການດັ່ງກ່າວ ແມ່ນໄດ້ຮັບທືນ ຊ່ອຍເຫລືອຈາກ ປະເທດເຍັຽຣະມັນ ພາຍໃຕ້ຄວາມຮ່ວມມື ກັບອົງການຄູ້ມຄອງ ທີ່ດີນແຫ່ງຊາດລາວ ເພື່ອພັທນາທີ່ດີນ ໃນລາວ.