ເຣື້ອງທີ່ເກັບບັນທຶກໄວ້
2022-09-02
ປະຊາຊົນລາວ ມີໃບຂັບຂີ່ພາຫະນະພຽງ 11% ຂອງປະຊາກອນທັງໝົດ 7.2 ລ້ານຄົນ ຍ້ອນຍັງມີຄວາມຫຍຸ້ງຍາກ ໃນການສອບເສັງ ໂດຍທາງພາກສ່ວນທີ່ກ່ຽວຂ້ອງ ບໍ່ສາມາດລົງພື້ນທີ່ ໃຫ້ຄວາມຮູ້ກ່ຽວກັບ ກົດຈາຣະຈອນ ແລະການເປີດສອບເສັງ ເປັນສາຍເຫດນຶ່ງ ທີ່ເຮັດໃຫ້ເກີດອຸບັດຕິເຫດ ຕາມທ້ອງຖນົນ.
2022-09-02
ການຈອງປີ້ໂດຍສານ ແລະ ຈອງຕູ້ຂົນສົ່ງສິນຄ້າ ຣົຖໄຟລາວ-ຈີນ ຍັງພົບຄວາມຫຍຸ້ງຍາກ ເພາະຜູ້ໂດຍສານ ຈະຕ້ອງສັ່ງຈອງ ກ່ອນລ່ວງໜ້າ ຢ່າງໜ້ອຍ 3 ມື້ ໃນຂະນະທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຄວບຄຸມການ ດຳເນີນງານ ທັງໝົດທຸກຢ່າງເອງ ເຮັດໃຫ້ການບໍຣິການຕ່າງໆ ເກີດບັນຫາ.
2022-09-01
ຄົນງານຫຼາຍຄົນ ພາກັນໄປໂຮມໂຕ ທີ່ສໍານັກງານ ຂອງບໍຣິສັດ ສວັນບໍຣິການ ຈັດຫາງານ ເພື່ອຖອນເງິນມັດຈໍາຄືນ ຈໍານວນ 50% ຈາກນັ້ນ ກໍເກີດເຫດການ ຜິດຖຽງກັນ ລະຫວ່າງຄົນງານ ແລະພະນັກງານ ຂອງບໍຣິສັດ ເນື່ອງຈາກທາງບໍຣິສັດ ບໍ່ອະນຸຍາດໃຫ້ຄົນງານ ບາງຄົນ ຖອນເງິນມັດຈໍາຄືນ.
2022-09-01
ຣັຖບານ ເອົາການປາບປາມ ຢາເສບຕິດ ເປັນວາຣະແຫ່ງຊາຕ ຫຼື ວຽກງານ ອັນຮີບດ່ວນ ທີ່ຕ້ອງແກ້ໄຂ, ແຕ່ບັນຫາ ຢາເສບຕິດ ກໍຍັງບໍ່ຫຼຸດລົງ.
2022-09-01
ອົງການສາກົລ ໄດ້ສນັບສນູນ ການຝຶກອົບຮົມ ນາງຜະດຸງຄັນ ຊົນເຜົ່າທົ່ວປະເທດລາວ ເພື່ອຊ່ອຍຫຼຸດຜ່ອນ ອັດຕຣາການເສັຍຊີວິຕ ແລະເຂົ້າເຖິງ ການວາງແຜນຄອບຄົວ ຂອງແມ່ຍິງຊົນເຜົ່າ ໃນລາວ ຊຶ່ງປັດຈຸບັນ ແມ່ຍິງຊົນເຜົ່າສ່ວນຫຼາຍ ກໍພາກັນໄປຝາກທ້ອງ ແລະເກີດລູກ ຢູ່ສຸຂສາລາຫຼາຍຂຶ້ນ.
2022-09-01
ທາງການລາວ ຕຣຽມແກ້ໄຂບັນຫາ ຣົຖຂົນສົ່ງສິນຄ້າ ຕິດອັ່ງອໍ ຢູ່ດ່ານສາກົນບໍ່ເຕັນ ແຂວງຫລວງນໍ້າທາ ເພື່ອບໍ່ໃຫ້ເກີດຂຶ້ນ ຄືເມື່ອທ້າຍປີກາຍ ທີ່ຣົຖຕິດກັນຍາວເຖິງ 20 ກິໂລແມັດ ເພາະຈີນປິດດ່ານ ສາກົນບໍ່ຫານ ຍ້ອນການ ຣະບາດຂອງ ໂຄວິດ-19, ເຖິງແມ່ນວ່າ ຂະນະຍັງ ບໍ່ມີບັນຫາກໍຕາມ.
2022-09-01
ຣັຖບານລາວ ຍັງສືບຕໍ່ປະຕິບັດ ນະໂຍບາຍປະຢັດ ແຕ່ເວົ້າສະເພາະເຣື່ອງຣົຖ ກໍຍາກທີ່ຈະປະຕິບັດໄດ້ ຍ້ອນແຕ່ລະໜ່ວຍງານ ແລະເຈົ້າໜ້າທີ່ພັກ-ຣັຖ ລະດັບສູງ ຢາກໃຊ້ຣົຖຫລາຍຄັນ ເຖິງແມ່ນວ່າ ຫ້ອງວ່າການ ສູນກາງພັກ ຈະເປັນແບບຢ່າງ ເພື່ອຄວາມມີລະບຽບວິນັຍ ມອບຣົຖ ຣັຖໃຫ້ຄືນ 6 ຄັນແລ້ວກໍຕາມ.