ຈອງປີ້ຣົຖໄຟ ລາວ-ຈີນ ຍັງຊັກຊ້າ ສ່ວນຄ່າຂົນສົ່ງສິນຄ້າ ຍັງແພງ
2022.09.02

ຫຼາຍຝ່າຍສເນີໃຫ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ເລັ່ງແກ້ໄຂບັນຫາ ການຈອງປີ້ໂດຍສານ ແລະ ການຈອງຕູ້ຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ໃຫ້ມີຄວາມສະດວກ ຫຼາຍກວ່າເກົ່າ ຍ້ອນວ່າ ນັບແຕ່ເປີດບໍຣິການ ເປັນຕົ້ນມາ ຜູ້ທີ່ໄປໃຊ້ບໍຣິການ ໄດ້ວິຈານການບໍຣິການ ຢ່າງຕໍ່ເນື່ອງ.
ຜູ້ໂດຍສານ ຈະຕ້ອງສັ່ງຈອງກ່ອນລ່ວງໜ້າ ຢ່າງໜ້ອຍ 3 ມື້ ນັ້ນ ສ້າງຄວາມຫຍຸ້ງຍາກໃຫ້ເຂົາເຈົ້າ ໃນຂະນະທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ດຳເນີນການໝົດທຸກຢ່າງ ເຮັດໃຫ້ການບໍຣິການຕ່າງໆ ເກີດຄວາມວຸ້ນວາຍ.
ຊາວລາວຄົນນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ບໍຣິສັດ ທາງຣົຖໄຟ ເຂົາພັດບໍ່ລິ້ງກັບເອກຊົນ ບໍ່ລິ້ງຄ໌ກັບບໍຣິສັດອື່ນຫັ້ນນ່າ. ຢາກເຮັດໂຕແທນປີນີ້ ກະບໍ່ໄດ້ຫັ້ນນ່າ. ເຂົາຢາກຄວບຄຸມເອງຫັ້ນນ່າ ແຕ່ວ່າ ການບໍຣິການ ເຂົາບໍ່ທົ່ວເຖິງ ກະຄືລູກຄ້າໄປນີ້ ກະຕ້ອງໄປລໍ ໄປຢືນຖ້າ ຢູ່ນອກຫັ້ນນ່າ. ຫ້ອງນ້ຳກະບໍ່ມີໃຫ້ໃຊ້.”
ຊາວລາວທ່ານນີ້ ຍັງກ່າວຕື່ມວ່າ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຄວນຈະອຳນວຍຄວາມສະດວກ ດ້ານຕ່າງໆ ໃຫ້ເປັນແບບສາກົນ ເພຶ່ອໃຫ້ຜູ້ໂດຍສານ ຫຼື ຜູ້ມາໃຊ້ບໍຣິການ ເກີດຄວາມປະທັບໃຈ ໃນການບໍຣິການຮັບສົ່ງ, ການບໍຣິການຫ້ອງນ້ຳ ແລະ ຈຸດລໍຖ້າຜູ້ໂດຍສານ ຕ້ອງແບ່ງໂຊນກັນ ຈະແຈ້ງໃຫ້ເປັນລະບຽບກວ່ານີ້.
ໄລຍະຜ່ານມາ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ກໍເຄີຍບອກວ່າ ຈະໃຫ້ຊື້ປີ້ຜ່ານລະບົບອອນລາຍນ໌ ແລະ ແອ໊ບ ແຕ່ວິທີການເຫຼົ່ານັ້ນ ບໍມີປະສິທທິພາບ ແລະ ປະສິທທິຜົລເທົ່າທີ່ຄວນ ຈຶ່ງເຮັດໃຫ້ຜູ້ໂດຍສານ ທັງພາຍໃນ ແລະ ຕ່າງປະເທດ ຈຳເປັນຕ້ອງໄປໃຊ້ ບໍຣິການກຸ່ມນາຍໜ້າຄືເກົ່າ.
ປັດຈຸບັນ ຍັງມີຄວາມຫຍຸ້ງຍາກ ເພາະຜູ້ໂດຍສານ ຈະຕ້ອງຈອງປີ້ລ່ວງໜ້າ ປະມານ 2-3 ມື້ ກ່ອນຈະອອກເດີນທາງ ແລະ ບັນຫາດັ່ງກ່າວ ມັກຈະເກີດຂຶ້ນ ກັບນັກທ່ອງທ່ຽວ ຕ່າງປະເທດ ແລະ ຄົນທີ່ຈະເດີນທາງ ແບບຮີບດ່ວນ ເພາະຈະບໍ່ສາມາດ ຊື້ປີ້ໄດ້ທັນເວລາ.
ຜູ້ໂດຍສານບາງທ່ານ ຈະຕ້ອງໄດ້ຊື້ປີ້ ນຳກຸ່ມນາຍໜ້າ ໃນລາຄາທີ່ສູງກວ່າເກົ່າ ປະມານ 5-7 ເປີເຊັນ.
ຊາວລາວອີກຄົນນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຊື້ກ່ອນລ່ວງໜ້າໄດ້ 2 ຫາ 3 ມ໋ື້ ຊ້ວງນີ້ຫັ້ນ. ມັນມີທົວຣ໌ຄົນໄທຍ ກຳລັງເຂົ້າມາຫຼິ້ນຫຼາຍນ່າ. ຕາມແອ໊ບພລິກເຄຊັ້ນຫັ້ນຕີ້ ມັນມັກໝົດຕົວຣົຖໄຟ ມັນເຕັມຫຼາຍໆ ຕ້ອງໄດ້ຈອງລ່ວງໜ້າ ປົກກະຕິຫັ້ນ ຄັນເຮົາໄປຊື້ ໜ້າສະຖານນີຫັ້ນໄດ້. ຄັນກໍຣະນີທີ່ວ່າ ປີ້ມັນເຫຼືອ ເຫຼືອຈາກການຈອງລ່ວງໜ້າ ຈັກສອງ ຫາ ສາມມື້ ເຮົາຊື້ໄດ້.”
ໃນຂະນະທີ່ ຜູ້ປະກອບການຂົນສົ່ງສິນຄ້າ ທີ່ມີຄວາມຕ້ອງການຈະໃຊ້ບໍຣິການ ຕູ້ຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ກໍມີບັນຫາ ຍ້ອນວ່າ ມີຂັ້ນຕອນຫຍຸ້ງຍາກ ໃນການຈອງຕູ້ຂົນສົ່ງສິນຄ້າ ເພາະຈະຕ້ອງກຳນົດ ປະເພດສິນຄ້າ, ປຣິມານສິນຄ້າ, ໃບຢັ້ງຢືນ ມາຕການສິນຄ້າ ແລະ ຕ້ອງພົວພັນ ບໍຣິສັດ ຂົນສົ່ງສິນຄ້າ ທີ່ເປັນໂທແທນບໍຣິສັດທາງຣົຖໄຟລາວ-ຈີນ ນຳດ້ວຍ.
ນອກຈາກນີ້ ການຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ກໍຍັງມີລາຄາແພງ ແລະ ຜູ້ໃຊ້ບໍຣິການ ກໍຢາກໃຫ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຊ່ວຍຫຼຸດຜ່ອນຄ່າຂົນສົ່ງລົງອີກ ເພື່ອຫຼຸດຜ່ອນຕົ້ນທຶນ ແລະ ອຳນວຍຄວາມສະດວກໃນການຈອງຕູ້ຂົນສົ່ງສິນຄ້າ.
ຜູ້ປະກອບການຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ແຫ່ງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ຂະເຈົ້າໄລ່ເປັນແມັດກ້ອນເຈົ້າ, ກະຄື 830 ຢວນ ຕໍ່ແມັດກ້ອນ, ຖ້າເປັນເຄື່ອງນຸ່ງທັມມະດາເນາະ ລາຄາປົກຕິຢູ່ 850, ກະຫາຢາກຢູ່ໄດ໋ ຖ້າວ່າ ມີບໍຣິສັດທີ່ຈະນຳເຂົ້າໄປ ຕ້ອງໄປຖາມ ບໍຣິສັດຈີນ ໂດຍຕຣົງເລີຍວ່າ ຂະເຈົ້າມີບໍຣິສັດອື່ນບໍ່ ຫັ້ນນ່າ.”
ສະມາຄົມຜູ້ຈັດສົ່ງສິນຄ້າ ລະຫວ່າງປະເທດ ຂອງລາວ ໄດ້ຮຽກຮ້ອງໃຫ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ແກ້ໄຂບັນຫາ ການໃຫ້ບໍຣິການຈອງ-ຊື້ປີ້ໂດຍສານ ແລະ ການຈອງຕູ້ຂົນສົ່ງສິນຄ້າ ໃຫ້ມີຄວາມສະດວກຂຶ້ນ.
ຕາງໜ້າສະມາຄົມ ຈັດສົ່ງສິນຄ້າ ລະຫວ່າງປະເທດ ຂອງລາວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ໂອ້ຍ! ສັບສົນຢູ່ ຫາກກໍ່ປະຊຸມຫວ່າງມື້ກ່ອນນີ້ ກະເວົ້າກັນແລ້ວ ເຣື່ອງຕູ້ ທັງເຣື່ອງຄົນໂດຍສານ ເວົ້າທັງ 2 ຢ່າງ. ຕ້ອງໄດ້ມີກົລໄກມາແກ້ ມີວິທີການແກ້ ໃຫ້ມັນເໝາະສົມຫັ້ນແຫຼະ ເພາະວ່າຖືກທາງເບື້ອງ ລາວ-ໄທຍ ໜັກເດ້.”
ປັດຈຸບັນ ມີຢູ່ 2 ບໍຣິສັດ ທີ່ດຳເນີນການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ລາວ-ຈີນ ຄື ບໍຣິສັດ ຢຸນນານ ທຽນຈິນ ໂລຈິສຕິກສ໌ ຄໍເປີີ້ເຣທຕິດ ຈຳກັດ (Yunnan Tengjin Logistics Cooperated) ແລະ ບໍຣິສັດ ນິ່ວ ແລນດ໌-ຊີ່ ຄໍຣ໌ຣິດໍຣ໌ ໂອເປີ້ເຣຊັ້ນ ຈຳກັດ (New Land–Sea Corridor Operation) ໂດຍ ທັງ 2 ບໍຣິສັດ ເປັນຂອງຄົນຈີນທັງໝົດ ແລະ ແຕ່ລະບໍຣິສັດ ກໍຈະມີຂັ້ນຕອນ ການຂົນສົ່ງທີ່ຫຍຸ້ງຍາກ ແລະ ລາຄາແພງ.
ບັນຫາດັ່ງກ່າວ ເຮັດໃຫ້ຜູ້ປະກອບການໃນລາວ ແລະ ໄທຍ ພົບຄວາມຫຍຸ້ງຍາກ ເຊິ່ງຣັຖບານລາວ ກໍພະຍາຍາມຫາລື ກັບພາກສ່ວນກ່ຽວຂ້ອງ ເພື່ອຫາແນວທາງ ໃນການພັທນາລະບົບຂົນສົ່ງຕໍ່ໄປ.
ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສີຣີ ໃນວັນທີ 2 ກັນຍາ ວ່າ:
“ແມ່ນແຫຼະ! ຈອງກັບຈີນນີ້ແຫຼະ. ລາວເຮົາບໍ່ມີຕູ້ເດ້, ມີແຕ່ປະຊຸມ ກັບບໍຣິສັດ ສົ່ງອອກນີ້ແຫຼະ ດຽວນີ້ກະ.”
ບໍຣິສັດ ຢຸນນານ ທຽນຈິນ ໂລຈິສຕິກສ໌ ຄໍເປີີ້ເຣທຕິດ ຈຳກັດ (Yunnan Tengjin Logistics Cooperated) ໃຫ້ບໍຣິການຂົນສົ່ງສິນຄ້າ ຂນາດ 4 ຕູ້ ແລະ ລາຄາຂົນສົ່ງຕາມຂນາດຂອງຕູ້.
ຄ່າຂົນສົ່ງຈາກເມືອງຄຸນໝິງ ຂອງຈີນ ມາຫາ ນະຄອນຫລວງວຽງຈັນ:
- ຕູ້ຄອນເທນເນີຣ໌ ຂນາດ 20 ຟຸດ, ລາຄາ 1,400 ປາຍ ໂດລ້າຣ໌ຕໍ່ຕູ້.
- ຕູ້ຄອນເທນເນີຣ໌ ຂນາດ 40 ຟຸດ, ລາຄາ 1,900 ປາຍ ໂດລ້າຣ໌ ຕໍ່ຕູ້
- ຕູ້ຄອນເທນເນີຣ໌ ຂນາດ 45 ຟຸດ ລາຄາ 2,000 ປາຍ ໂດລ້າຣ໌ ຕໍ່ຕູ້.
ສ່ວນຄ່າຊົນສົ່ງ ຈາກນະຄອນຫລວງວຽງຈັນ ໄປຫາ ເມືອງຄຸນໝິງ ມີຄ່າດັ່ງນີ້:
- ຕູ້ຂນາດ 40 ຟຸດ ລາຄາ, 1,700 ປາຍ ໂດລ້າຣ໌ ຕໍ່ຕູ້.
ບໍຣິສັດ ນິ່ວ ແລນດ໌-ຊີ່ ຄໍຣ໌ຣິດໍຣ໌ ໂອເປີ້ເຣຊັ້ນ ຈຳກັດ (New Land–Sea Corridor Operation) ໃຫ້ບໍຣິການຂົນສົ່ງສິນຄ້າ ຈາກເມືອງ ສົງຊິ້ງ ມາຫາ ນະຄອນຫລວງວຽງຈັນ ລາຄາດັ່ງນີ້:
- ຕູ້ຂນາດ 20 ຟຸດ ລາຄາ, 1,300 ປາຍ ໂດລ້າຣ໌ ຕໍ່ຕູ້.
- ຕູ້ຂນາດ 40 ຟຸດ ລາຄາ, 1,800 ປາຍ ໂດລ້າຣ໌ ຕໍ່ຕູ້.
ສ່ວນວ່າ ການຂົນສົ່ງ ຈາກນະຄອນຫລວງວຽງຈັນ ໄປຫາເມືອງ ສົງຊິ້ງ ມີລາຄາດັ່ງນີ້:
- ຕູ້ຂນາດ 20 ຟຸດ, ລາຄາ 1,400 ປາຍ ໂດລ້າຣ໌ ຕໍ່ຕູ້.
- ຕູ້ຂນາດ 40 ຟຸດ, ລາຄາ 2,000 ປາຍ ໂດລ້າຣ໌ ຕໍ່ຕູ້.
ນອກຈາກນີ້ ຍັງມີຄ່າດຳເນີນການ ທາງພາສີ-ອາກອນ ລາຄາ 100-150 ໂດລ້າຣ໌ ຕໍ່ຕູ້ ແລະ ຄ່າບໍຣິການອື່ນໆ ເຊິ່ງ ຜູ້ປະກອບການທຸຣະກິຈ ກໍເຫັນວ່າ ຍັງແພງຢູ່ ຖ້າລາຄ້າຖືກລົງອີກ ກໍຈະຊ່ວຍຫຼຸດຜ່ອນຕົ້ນທຶນ ຄ່າຂົນສົ່ງໄດ້ເປັນຢ່າງດີ.
ເພື່ອເປັນການນຳໃຊ້ ເສັ້ນທາງຣົຖໄຟ ລາວ-ຈີນ ໃຫ້ມີປະສິທທິພາບ ແລະ ເກີດປໂຍດສູງສຸດ, ຫຼ້າສຸດນີ້ ກະຊວງກະສິກັມ ແລະ ປ່າໄມ້ ຂອງລາວ ໄດ້ປະຊຸມຫາລືກັບ ສະພາການຄ້າ ແຂວງກວາງຊີ ປະເທດຈີນ ແຕ່ວັນທີ 1-2 ກັນຍາ 2022 ຢູ່ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມການຜລິຕສິນຄ້າ ແລະ ສົ່ງອອກພືດ ແລະ ຜລິຕພັນກະສິກັມ ໄປຈີນ ໃຫ້ນັບມື້ຫຼາຍຂຶ້ນ ເປັນຕົ້ນໝາກກ້ວຍ, ໝາກສົ້ມໂອ ແລະ ເຂົ້າສານ ໂດຍຈະນຳໃຊ້ເສັ້ນທາງ ຣົຖໄຟລາວ-ຈີນ ເປັນເສັ້ນທາງຫຼັກ ໃນການຂົນສົ່ງ.