ຄົນງານ ຈຳນວນນຶ່ງ ຂໍເງີນມັດຈຳຄືນ ຈາກບໍຣິສັດ ຈັດຫາງານບໍ່ໄດ້
2022.09.01
ຄົນງານລາວຈໍານວນຫຼາຍຄົນ ພາກັນໄປໂຮມໂຕ ທີ່ສໍານັກງານຂອງບໍຣິສັດ ສວັນບໍຣິການຈັດຫາງານ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອຖອນເງິນມັດຈໍາຄືນ ຈໍານວນ 50% ຈາກນັ້ນ ກໍເກີດເຫດການຜິດຖຽງກັນ ລະຫວ່າງຄົນງານລາວ ແລະພະນັກງານຂອງບໍຣິສັດ ເນື່ອງຈາກທາງບໍຣິສັດ ບໍ່ອະນຸຍາດໃຫ້ຄົນງານລາວບາງຄົນ ຖອນເງິນມັດຈໍາຄືນ ອີງຕາມຄຣິບວິດິໂອ ທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍນ໌ ເມື່ອວັນທີ່ 31 ສິງຫາ ທີ່ຜ່ານມາ.
ສໍາລັບສາເຫດ ທີ່ເຮັດໃຫ້ບໍຣິສັດ ສວັນບໍຣິການຈັດຫາງານ ບໍ່ໃຫ້ເງິນມັດຈໍາຄົນງານລາວບາງຄົນຄືນນັ້ນ ເປັນຍ້ອນພວກຂະເຈົ້າ ບໍ່ໄດ້ແຈ້ງເງື່ອນໄຂ ແລະຄວາມຈໍາເປັນລ່ວງໜ້າ ສ່ວນຜູ້ທີ່ໄດ້ຮັບເງິນມັດຈໍາສ່ວນນຶ່ງຄືນນັ້ນ ເປັນຍ້ອນພວກເຂົາເຈົ້າ ແຈ້ງຄວາມຕ້ອງການ ມາຍັງບໍຣິສັດລ່ວງໜ້າ.
ດັ່ງພະນັກງານຜູ້ຮູ້ເຫດການ ຢູ່ບໍຣິສັດຈັດຫາງານແຫ່ງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 01 ກັນຍາ 2022 ນີ້ວ່າ:
“ຖ້າວ່າບໍ່ໄດ້ໄປ ຫຼືວ່າຜູ້ໃດຢາກຈະຖອນ ຜູ້ໃດຈະປ່ຽນໃຈ ບໍ່ໄປ ພວກເຮົາກໍຄືຈະຖອນໃຫ້ແລ້ວເນາະ ແນວນີ້ເນາະ ມື້ວານນີ້ກະຄືວ່າ ບາງຄົນກໍບໍ່ໄດ້ມີຣາຍຊື່ ແບບແຈ້ງຊື່ ວ່າຖອນເງິນຫັ້ນນ່າເນາະ ກໍເລີຍເກີດບັນຫາໂຕນີ້ແນ່ ຄົນທີ່ຈະໄດ້ຖອນມື້ວານນີ້ກະຄື ຄົນທີ່ໄດ້ແຈ້ງຣາຍຊື່ມາກ່ອນໜ້ານີ້ ມາແຕ່ດົນແລ້ວເນາະ.”
ທີ່ຜ່ານມາ ທາງບໍຣິສັດ ສວັນບໍຣິການຈັດຫາງານ ໄດ້ລະບຸວ່າ ສໍາລັບຄົນງງານລາວ 16 ຄົນ ທີ່ຈ່າຍເງິນມັດຈໍາ 2,000 ໂດລາສະຫະຣັຖຕໍ່ຄົນ ຈະໄດ້ຮັບພິຈາຣະນາ ໃຫ້ເດີນທາງໄປຍັງປະເທດເກົາຫລີໃຕ້ ກ່ອນ ສ່ວນຜູ້ສມັກອີກປະມານ 100 ປາຍຄົນ ທີ່ຈ່າຍເງິນມັດຈໍາ 1,000 ໂດລ້າຣ໌ສະຫະຣັັຖຕໍ່ຄົນ ຈະໄດ້ເດີນທາງໄປຕາມຫຼັງ ແຕ່ມາຮອດປັດຈຸບັນ ຍັງບໍ່ທັນຮູ້ຄັກແນ່ວ່າ ທາງການເກົາຫລີໃຕ້ ຈະອະນຸຍາດໃຫ້ນໍາເຂົ້າຄົນງາລາວ ເຂົ້າໄປເຮັດວຽກພາຍໃນປະເທດໄດ້ ໃນໄລຍະໃດ ຍ້ອນມີຄົນງານລາວ ປະມານ 9 ຄົນ ໂຕນໜີ ຢູ່ປະເທດເກົາຫລີໃຕ້ ແລະມາຮອດປັດຈຸບັນ ກໍຍັງຊອກຫາໂຕພວກກ່ຽວບໍ່ໄດ້.
ດັ່ງຄົນງານລາວ ຢູ່ນະຄອນຫຼວງພຣະບາງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເອີ່ໄປສມັກຢູ່ບໍຣິສັດສວັນ ນ້ອງໄດ້ໄປສມັກ ກໍມີຫຼາຍຢູ່ ກໍລໍຖ້າ ຂ້ອຍໄປຖອກເງິນຂະເຈົ້າ ແລ້ວຂະເຈົ້າວ່າ ຊິໄດ້ໄປເດືອນ 7 ແລ້ວຂະເຈົ້າ ກໍຕັດຊຸດຕັດຫຍັງ ໃຫ້ເຮົາຮຽບຮ້ອຍແລ້ວ ຂະເຈົ້າມີບັນຫາບຸ ແລ້ວບໍ່ໄປຊິນ່າ ແຕ່ເລື່ອນມາຮອດປັດຈຸບັນນີ້ ຍັງ ລໍຖ້າໝົດເດືອນ 9 ຊີ້ນ່າ ແລ້ວເປັນແນວໃດກໍຊິຖອນ ຖອນໄດ້ແຕ່ເຄິ່ງດຽວ ລາຄາປີ້ຍົນຫັ້ນ 2,000 ໂດລ້າຣ໌.”
ອີງຕາມການຣາຍງານ ຂອງບໍຣິສັດ ສວັນບໍຣິການຈັດຫາງານ ແລະບໍຣິສັດໄອຈ໋ອບ ລະບຸວ່າ ໄລຍະປີ 2022 ນີ້ ກະຊວງຈ້າງງານ ແລະແຮງງານຂອງເກົາຫລີໃຕ້ ມີຄວາມຕ້ອງການຄົນງານລາວ ໄປເຮັດວຽກຕາມຣະດູການ ດ້ານການກະເສດ ໃນໄລຍະສັ້ນ 5-6 ເດືອນ ປະມານ 1,000 ຄົນ ເຊິ່ງກໍມີຄົນງານລາວ ສົນໃຈສມັກນໍາສອງບໍຣິສັດນີ້ແລ້ວ ປະມານ 3,400 ຄົນ ໃນນີ້ ມີແຕ່ບໍຣິສັດ ສວັນບໍຣິການຈັດຫາງານເທົ່ານັ້ນ ທີ່ເກັບເງິນມັດຈໍາລ່ວງໜ້າຈາກຜູ້ສມັກ ແຕ່ເນື່ອງຈາກ ບໍ່ສາມາດຈັດສົ່ງຄົນງານລາວ ໄປເຮັດວຽກຢູ່ເກົາຫລີໃຕ້ ໄດ້ຕາມກໍານົດ ທາງບໍຣິສັດ ຈຶ່ງອະນຸຍາດໃຫ້ຄົນງານລາວ ມາຖອນເງິນມັດຈໍາບາງສ່ວນຄືນໄດ້.
ດັ່ງຄົນງານລາວ ຢູ່ເມືອງວຽງຄໍາ ແຂວງວຽງຈັນ ນາງນຶ່ງ ກ່າວວ່າ:
“ຄັນເຮົາຈໍາເປັນຫັ້ນນ່າ ເຂົາຈະສົ່ງເຮົາ 50% ຄັນທີ່ເຮົາຈະຖອນຫັ້ນ ເຮົາຈະໄດ້ຄືນເຄິ່ງນຶ່ງ ຄັນຖ້າເອົາໄປຖອກ 2,000 ເຮົາຈະໄດ້ພັນນຶ່ງຄືນ ຜູ້ໃດໄປຖອກພັນນຶ່ງ ກໍຈະໄດ້ 500 ຄືນ ຜູ້ໃດໄປຖອກ 4,000 ກໍໄດ້ 2,000 ຄືນ ຊີ້ນ່າ ໄປມົວເມັຍມັນຈະເປັນ 4,000 ເນາະ ຄົນລະ 2,000 ເດ້ ແມ່ນ ບໍຣິສັດຢູ່ນະຄອນຫຼວງ ຕ່າງແຂວງ ກໍໄດ້ໄປເອົາຢູ່ບໍຣິສັດພຸ້ນແຫຼະ.”
ປັດຈຸບັນ ກະຊວງແຮງງານ ແລະສວັດດີການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງຂອງລາວ ຢູ່ລະຫວ່າງການພິຈາຣະນາ ລະບຽບການ ການຈັດສົ່ງຄົນງານລາວໄປເຮັດວຽກຢູ່ຕ່າງປະເທດວ່າ ຈະອະນຸຍາດໃຫ້ບໍຣິສັດຈັດຫາງານ ເກັບເງິນມັດຈໍາລ່ວງໜ້າຈາກຜູ້ສມັກຫຼືບໍ່ ທັງນີ້ ກໍເພື່ອຮັກສາຜົລປໂຍດສູງສຸດໃຫ້ແກ່ຄົນງານລາວ ທີ່ຕ້ອງການເດີນທາງໄປເຮັດວຽກຢູ່ຕ່າງປະເທດ.
ດັ່ງພະນັກງານ ບໍຣິສັດຈັດຫາງານແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ເພິ່ນກໍໄດ້ສັ່ງຫ້າມ ບໍ່ໃຫ້ເກັບເງິນມັດຈໍາກ່ອນລ່ວງໜ້າ ກ່ຽວກັບລະບຽບການໂຕນີ້ ຍັງບໍ່ທັນອອກມາເປັນທາງການເທື່ອ ເພິ່ນຫາກໍເອີ້ນບໍຣິສັດຈັດຫາງານ ໄປລົມກັນ ໄປລົມກັນແລ້ວ ເພິ່ນຊິເຮັດລະບຽບໂຕນີ້ອອກມາ ວ່າຊິເຮັດເປັນ ແບບສັນຍາແຮງງານ ທີ່ທຸກບໍຣິສັດຕ້ອງໃຊ້ອັນດຽວກັນເບິດ ແລ້ວມື້ທີ່ຂະເຈົ້າຊິເດີນທາງພຸ້ນ ສາມາດເກັບໄດ້.”
ໃນໄລຍະ 1-2 ເດືອນຜ່ານມາ ບໍຣິສັດ ສວັນບໍຣິການຈັດຫາງານ ໄດ້ເປີດຮັບສມັກຄົນງານລາວ ທີ່ສົນໃຈເດີນທາງໄປເຮັດວຽກໄລຍະສັ້ນ ຢູ່ປະເທດເກົາຫລີໃຕ້ ພ້ອມແຈ້ງຣາຍລະອຽດເບື້ອງຕົ້ນວ່າ ຈະເລີ່ມຈັດສົ່ງຄົນງານລາວໄປຍັງປະເທດເກົາຫລີໃຕ້ ແຕ່ເດືອນກໍຣະກະດາ 2022 ເປັນຕົ້ນໄປ ແຕ່ໃນໄລຍະເວລາດັ່ງກ່າວນີ້ ມີຄົນງານລາວປະມານ 9 ຄົນ ໂຕນໜີ ເຮັດໃຫ້ທາງການເກົາຫລີໃຕ້ ສັ່ງໂຈະການນໍາເຂົ້າຄົນງານລາວ ໃນວຽກງານດັ່ງກ່າວນີ້ຊົ່ວຄາວ.
ແຕ່ຢ່າງໃດກໍຕາມ ໃນໄລຍະມື້ວັນທີ່ 25 ສິງຫາ ຫາ 3 ກັນຍານີ້ ຄະນະກັມມະການຈັດຫາງານ ກະຊວງແຮງງານ ແລະສວັດດີການສັງຄົມ ແລະພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ໄດ້ເດີນທາງໄປຍັງປະເທດເກົາຫລີໃຕ້ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມື ໃນການຈັດສົ່ງຄົນງານລາວ ໄປເຮັດວຽກຕາມຣະດູການ ຮວມເຖິງການລົງພື້ນທີ່ ຕິດຕາມບັນຫາຄົນງານລາວໂຕນໜີຢູ່ປະເທດເກົາຫລີໃຕ້ຕື່ມ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະສວັດດີການສັງຄົມ ຢູ່ແຂວງພາກໃຕ້ຂອງລາວ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວວ່າ:
“ດຽວນີ້ ເພິ່ນຍັງເດີນທາງໄປແກ້ໄຂພຸ້ນຢູ່ ກ່ຽວກັບການໂຕນໜີຫັ້ນແຫຼະ ເພິ່ນຍັງດໍາເນີນແຈ້ງການ ຮ່ວມມືກັນທັງສອງຝ່າຍຫັ້ນແຫຼະ ວ່າຊັ້ນເພິ່ນວ່າ ວ່າເພິ່ນຊິແບນທາງເຮົາ ຄັນວ່າແກ້ໄຂຫຍັງບໍ່ໄດ້ ເຣື່ອງໂຕນໜີ.”
ການສມັກໄປເຮັດວຽກ ຢູ່ປະເທດເກົາຫລີໃຕ້ ຈະມີຄ່າໃຊ້ຈ່າຍທັງໝົດ ປະມານ 2,780 ໂດລ້າຣ໌ສະຫະຣັຖ ເປັນຕົ້ນແມ່ນ ຄ່າໂຄສະນາ ແລະບໍຣິຫານງານ, ຄ່າປີ້ຍົນໄປ-ກັບ, ຄ່າຝຶກອົບຮົມກ່ອນການຈັດສົ່ງ ຮວມທັງທີ່ພັກ ແລະອາຫານ, ຄ່າກວດສຸຂພາບກ່ອນການເດີນທາງ, ກວດໂຄວິດ-19, ວີຊ້າແຮງງານ, ປະກັນພັຍ ແລະຄ່າເອກກະສານອື່ນໆ ສ່ວນຜູ້ທີ່ໄດ້ຮັບການຄັດເລືອກ ໃຫ້ເດີນທາງໄປເຮັດວຽກເປັນເວລາ 5 ເດືອນ ກໍຈະໄດ້ຮັບລາຍໄດ້ ທັງໝົດ 7,850 ໂດລ້າຣ໌ສະຫະຣັຖ.
ກ່ອນໜ້ານີ້ ເມື່ອວັນທີ່ 29 ກໍຣະກະດາ ທີ່ຜ່ານມາ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ອອກແຈ້ງການ ໄປຍັງບັນດາຫົວໜ່ວຍທຸຣະກິຈ ໃນຂອບເຂດທົ່ວປະເທດວ່າ ຫ້າມບໍ່ໃຫ້ເຄື່ອນໄຫວ ບໍຣິການຈັດຫາງານໄປຕ່າງປະເທດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍສະເພາະ ປະເທດເກົາຫລີໃຕ້ ເຊິ່ງໄດ້ສ້າງຄວາມສັບສົນໃຫ້ແກ່ສັງຄົມ ແລະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ອົງການຄຸ້ມຄອງແຮງງານ ອີກທັງ ຍັງເຮັດໃຫ້ຄົນງານລາວ ທີ່ຖືກຈັດສົ່ງໄປຍັງຕ່າງປະເທດ ບໍ່ໄດ້ຮັບການຄຸ້ມ, ເສັຍຄ່າບໍຣິການສູງເກີນຈິງ, ບາງຄົນຈ່າຍເງິນແລ້ວ ແຕ່ບໍ່ໄດ້ໄປເຮັດວຽກ, ຖືກຂູດຮີດແຮງງານ ແລະຕົກເປັນເຫຍື່ອການຄ້າມະນຸສ.