ສະພາບ ຢາເສບຕິດ ຢູ່ລາວ ຍັງໜັກໜ່ວງ

ອຸ່ນແກ້ວ
2022.09.01
ສະພາບ ຢາເສບຕິດ ຢູ່ລາວ ຍັງໜັກໜ່ວງ ສີສຸກ ດາວເຮືອງ ພໍ່ຄ້າຢາເສບຕິດ ຣາຍໃຫຍ່ ກ່ອນຖືກຈັບ ໃນປີ 2017.
ນັກຂ່າວ ພົລເມືອງ

ໃນປີ 2021 ທີ່ຜ່ານມາ, ຣັຖບານ ໄດ້ປະກາດ ເອົາບັນຫາ ການແກ້ໄຂ ຢາເສບຕິດ ເປັນວາຣະແຫ່ງຊາຕ ຫຼື ວຽກງານອັນຮີບດ່ວນ ແຕ່ປະຊາຊົນ ແລະ ເຈົ້າໜ້າທີ່ກໍຍັງເຫັນວ່າ ບັນຫາຢາເສບຕິດ ຍັງບໍ່ຫຼຸດລົງ.

ປະຊາຊົນ ທ່ານ ນຶ່ງ ຢູ່ ແຂວງພາກໃຕ້ຂອງລາວ ໄດ້ໃຫ້ສຳພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຢາເສບຕິດຢູ່ບ້ານເຮົານີ້ ປາກເພິ່ນເວົ້າວ່າ ຊິລົງປາບປາມຫັ້ນແຫຼ ຫາກຜູ້ໃດທີ່ວ່າກະທັມຜິດນີ້ ຫາກສຸດທ້າຍນີ້ ເບິ່ງພີ່ນ້ອງຊາວໜຸ່ມເຍົາວະຊົນເດືອດຮ້ອນຫຼາຍ ເພາະວ່າ ຕິດຫຼາຍ ເພາະວ່າ ປັດຈຸບັນນີ້ກະ.

ເອົາກັນບໍ່ໄດ້ເລີຍ ສ່ວນມາກຄົນທີ່ຕິດເສບຕິດ ຄົນທຸກຄົນຍາກນີ້ແຫຼະ ພວກຮົ່ງພວກມີກະມີແຕ່ຂາຍລ້ຳລວຍໄປ ກະມີແຕ່ກະ ສາລະວັນຈຳປາສັກນີ້ໜັກ ມີກໍລະນີທີ່ເກີດຂຶ້ນຢູ່ບ້ານເຮົານີ້ ເຣື່ອງຢາເສບຕິດໜ້າເປັນຫ່ວງສຸດ ພັກແລະ  ຣັຖ ເພິ່ນຊິໄປແກ້ໄຂແນວໃດຕໍ່ບັນຫານີ້.”

ບັນ​ຫາຢາເສບຕິດຍັງບໍ່ໝົດໄປ ຖ້າວ່າ ບໍ່ສາມາດກຳຈັດຄົນລິຕ ແລະ ຄົນຂົນສົ່ງ​. ເຈົ້າໜ້າທີ່ທາງການລາວ ທ່ານ ນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ເຈົ້​ໜ້າທີ່:

ໂອ້ຍັງ ມັນເປັນຈັ່ງຊີ້ ຖ້າວ່າ ຍັງມີຄາຊິໂນ ຢູ່ສາມຫຼ່ຽມທອງຄຳຫັ້ນນ່າ ບໍ່ສິ້ນສຸດແທ້ໆ ຊິແຕ່ງນາຍພົນໄປ ກະຄືເກົ່າ ແຕ່ງ ພັນເອກ ພັນຫຍັງໄປ ກະຄືເກົ່າແຫຼະ ຢູ່ສາມຫຼ່ຽຫັ້ນນ່າ ໄປຫັ້ນກະມີແຕ່ເອົາເງິນໝົດເດ້ ເວົ້າແນວນັ້ນແຫຼະ. ເຈົ້າບໍ່ທັບມ້າງຈຸດເລີ່ມຕົ້ນຂອງມັນນີ້ ເຮັດບໍ່ໄດ້ດອກ ຄັນວ່າ ໂອ້ຍ ວາຣະແຫ່ງຊາຕນີ້ ຄື ວ່າ ລະໂຕນີ້ນິ ຖ້າເຈົ້າກຳຈັດຄົນລິຕບໍ່ໄດ້ນິ ດັບຄົນຂົນສົ່ງ ຄົນຂາຍນີ້ ບໍ່ໄດ້. ກະຊິໄປກຳຈັດພວກເສບ ພວກຫຍັງ ຄືເກົ່າແຫຼ ຈັບໄປເຂົ້າຄຸກ ໄປບຳບັດ ອອກມາ ມັນກະກິນຄືເກົ່າ ມັນຊິມີບ່ອນຂັງ ຊິມີບ່ອນລ້ຽງເຂົາ.”

ການ​ປາບປາມຢາເສບຕິດ ນັ້ນຂຶ້ນຢູ່ກັບເວລາ ແລະ ຄວາມຕໍ່ເນື່ອງ ໃນການດຳເນີນການ. ປະຊາຊົນ ຕັ້ງຄຳຖາມວ່າ ຖ້າວ່າ ຄະນະຣັຊຸດນີ້ ໝົດອາຍຸການໄປ ແລ້ວ ຄະນະຣັຊຸດໃໝ່ທີ່ຂຶ້ນມາ ຈະ​​ສືບຕໍ່ດຳເນີນການອີກຫຼືບໍ່.

ປະ​ຊາຊົນ ທ່ານ ອີກທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຄັນວ່າ ໃຊ້ເວລາ ມັນກະເປັນຈັ່ງຊີ້ແຫຼະ ມັນບໍ່ແມ່ນຜູ້ເກົ່າໃດ ຊິຢູ່ຕໍ່ໄປອີກ ຜູ້ໃໝ່ມາຊິດຳເນີນນະໂຍບາຍແບບໃດອີກ ຊິສາຕໍ່ບໍ່ລະ. ຜູ້ທີ່ບໍ່ແທ້ບໍ່ຈິງ ມາອ້າງວ່າ ໂຕເອງແທ້ ໂຕເອງຈິງ ມັນຢູ່ຈຸດນີ້ແຫຼະ ບາດນີ້ ອັນທີນຶ່ງ, ອັນທີສອງ ຄືນະໂຍບາຍທີ່ອອກມານີ້ດີແລ້ວ ວາຣະແຫ່ງາຕນີ້ ຕ່າງແຕ່ວ່າ ເມື່ອເພິ່ນອອກຈາກອຳນາດ ແລ້ວຜູ້ຂຶ້ນມາປີ 2026 ນີ້ ຊິສານຕໍ່ບໍ່ ແລະ ຊິເຄັ່ງຄັດຄືເກົ່າ ຫຼື ເຄັ່ງຄັດກວ່າເກົ່າບໍ່.

ຜ່ານມານີ້ ສານຕໍ່ຢູ່ ແນມເບິ່ງຊື່ໆ ການປາບປາມຢາເສບຕິດ ຊິມາໃຫ້ສຳເຣັດພາຍໃນ 5-6 ນີ້ ບໍ່ມີ.”

ນັກ​ຂ່າວ: ອັນເພິ່ນວ່າ ມັນເປັນວຽກງານທີ່ຮີບດ່ວນ ເປັນວາຣະແຫ່ງຊາຕ ເຮັດພາຍໃນປີ ສອງປີ ນີ້ໃດ ເພິ່ນວ່າ?

ປະ​ຊາຊົນ:

ບໍ່ໄດ້ ບໍ່ມີທາງ ເອົາຂ້ອຍໄປຂ້າຖິ້ມກະໄດ້ ຂ້ອຍໃຫ້ຕັດຫົວຂ້ອຍໂລດ 5 ປີ ກໍຍັງເຮັດບໍ່ໄດ້ ຂ້ອຍກ້າເອົາຫົວຂ້ອຍປະກັນ ບໍ່ມີທາງ ບໍ່ໄດ້ເດັດຂາດ.”

ນັກ​ຂ່າວ: ຄືວ່າປະກົດເປັນຂ່າວຢູ່ ການຈັດຢາເສບຕິດ?

ປະ​ຊາຊົນ:

ເປັນຂ່າວຢູ່ ແຕ່ວ່າ ຕົວຈິງ ຢູ່ພື້ນຖານນີ້ ມັນຍັງມີເຕັມພຽບ. ມັນຍັງມີເຕັມພຽບ ຕຳຣວດຢູ່ພື້ນຖານຍັງເຮັດວຽກເລັກໆ ນ້ອຍໆ. ຂັ້ນແຂວງເຮັດດີ ຂັ້ນເມືອງ ອຳເບີ ອຳບະ. ແຈ່ວນ່າ ເມື່ອລະລາຍໃນນ້ຳ ມັນກະຈາງຕົ໋ວ. ເປັນຫຍັງມັນຈັ່ງຈ່າງ ເພາະວ່າ ແຈ່ວທີ່ເຈົ້າລະລາຍໄປນັ້ນ ເຈົ້າກວດເບິ່ງຄັກລະບໍ, ເຈົ້າຖອກລົງລະກະນັ່ງເບິ່ງ. ຄັນຊິມາເບິ່ງໝົດ ມັນຊິມາບໍ່ເຖິງ ມັນຕ້ອງອາໄສຜູ້ຮອງລົງ, ຮອງລອງ ມັນພັດບໍ່ຈິງຈັງ. ບາງແຂວງເຮັດຈິງ 5 ປີ ກະບໍ່ໄດ້, ຢ່າຊິມາເວົ້າ 2 ປີ.”  

ນັກ​ຂ່າວ: ເປັນຫຍັງຈັ່ງບໍ່ໄດ້?

ປະ​ຊາຊົນ:

ເຮົາກະເຫັນວິທີການເຮັດວຽກ ພຶດຕິກັມປະຕິບັດການໂຕຈິງ ຂໍ້ມູນຫຼັກຖານວ່າ ຜູ້ໃດເປັນແບກອັບ.”

ນັກ​ຂ່າວ: ເຈົ້າໜ້າທີ່ນີ້ຮູ້ບໍ່ວ່າ ແມ່ນຜູ້ໃດເປັນພໍ່ຄ້າຢາເສບຕິດ ລາຍນ້ອຍ, ລາຍກາງ ລາຍໃຫຍ່?

ປະ​ຊາຊົນ:

ບ້ານບາງບ້ານ ຮ່ວມຫົວກັບຕຳຣວດກຸ່ມ ແຕ່ກີ້ເປັນຕາແສງເນາະ ແຕ່ດຽວນີ້ ມັນເປັນກຸ່ມ ກຸ່ມນ້ອຍກຸ່ມໃຫຍ່ ສາມບ້ານ, ສີ່ບ້ານ, ຫ້າບ້ານ, ຫົກບ້ານ ກະວ່າໄປ ກະຄືແຕ່ກີ້ຫັ້ນແຫຼ ຕາແສງນ້ອຍ ກະສາມບ້ານ ໃຫຍ່ ກະຫ້າ-ຫົກບ້ານ. ແລ້ວພວກນີ້ ມັນຈະເນີຈັ່ງນຶ່ງ ພາສາດອກໄມ້ມັນຍັງມີຢູ່ຕົວຈິງ ຖາມວ່າ ມັນເຮດບໍ່ ມັນເຮັດ ກູຮູ້ວ່າ ມີຢູ່ເຂດກຸ່ມຂອງກູນີ້ ຫົກໝູ່ບ້ານນີ້ ມີຄົນຄ້າຢາຢູ່ ທຸກບ້ານ ບ້ານລະ 3 ຄົນຊາ 7-8 ຄົນ ແຕ່ກູເນີໄປພຽງແຕ່ 7 ຄົນ ຈັບ ພວກມຶງມິດກ່ອນເດີ ຫຼັງຈາກຈັບໄປແລ້ວ ສ້າງຜົງານສາມເດືອນ ກະຈັ່ງຖ່າຍຄືນ ບາງບ່ອນບາງເຂດ ສ່ວນໃຫຍ່.”    

ປັດ​ຈຸ​ບັນ ກຸ່ມ​ເສບ​ຢາ ມີ​ການ​ປ່ຽນ​ຮູບ​ແບບ ດັ່ງ ພົນ​ເອກ ວິ​ໄລ ຫລ້າ​ຄຳ​ຟອງ ຮອງນາຍົກຣັຖມົນຕຣີ ແລະຣັ​ຖ​ມົນ​ຕ​ຣີ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສງົບ ໄດ້​ກ່າວ​ຕອນ​ນຶ່ງວ່າ:

ຄື​ວ່າ ແຂວງ​ຄຳ​ມ່ວນ​ເພິ່ນ​ສ​ເນີ​ມາ ດຽວນີ້ ມັນ​ມີ​ຢາ​ຊິ​ນິດ​ໃໝ່ ອອກ​ມານີ້ ມັນ​ກະ​ມີ​ຫຼາຍ​ຊິ​ນິດ​ເປັນ​ເລ້​ລ່ຽມ​ຂອງ​ເຂົາ​ເຈົ້າ ເຮັດ​ເປັນ​ກາ​ເຟ​ ກະ​ມີ ເຮັດ​ເປັນ​ໝາກ​ປູມ​ເປົ້າ​ກະ​ມີ ເຮັດ​ເປັນ​ແນວ​ດົມ​ກະ​ມີ ສ່ວນ​ຫຼາ​ຍ​ລະ​ແມ່ນ ສະ​ຖານ​ທີ່​ບັນ​ເທີງ. ບັນ​ເທີງນີ້ ກະ​ຄຸມ​ຍາກ​ຄື​ກັນ ຈັກ​ເຂົາ​ເອົາ​ມາ​ແຕ່​ໃສ ແຕ່​ວ່າ ຢູ່​ຫັ້ນ​ພັດ​ມີ​ມົ້ວ​ສຸມ​ທຸກ​ປະ​ເພ​ດ. ໜ້າ​ທີ່​ຂອງ​ພວກ​ເຮົາ​ໄປ​ກວດ​ກາ​ໄປ​ຄຸມ ຖ້າ​ມີ​ລະ​ພວກ​ເຮົາ​ແກ້ ສ່ວນ​ວ່າ ກຳ​ນົດ​ເວ​ລາ​ເປີດ​ປິດ ລະ​ແມ່ນ​ອົງ​ການ​ນຶ່ງ​ອີກ ແລະ ຜູ້​ອະ​ນຸ​ຍາດ ​ມີ​ອົງ​ການ​ນຶ່ງ ແຕ່​ວ່າ ພວກ​ເຮົາ​ມີ​ໜ້າ​ທີ່​ຄື​ແນວ​ນັ້ນ ເຫັນ​ລະ​ພວກ​ເຮົາ​ກະ​ປະ​ຕິ​ບັດ​ຕາມ​ ລະ​ບຽບ​ຫຼັການ ອັນ​ນີ້ ກະ​ມີ​ແທ້ ພວກ​ເຮົາ​ກຳ​ລັງ​ຄົ້ນ​ຄົ້ວ ກຳ​ລັງ​ກວດ​ກາ​ຢູ່​ເນາະ.”

ໃນວັນທີ 06 ສິງຫາຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຈັບ​ໂຕ ຜູ້​ຄ້າ​ຢາ 2 ຄົນ ເປັນຄູ່ຜົວເມັຽ ສັນຊາຕລາວ ລັກລອບຂົນຢາເສພຕິດ 6,600,000 ເມັດ ຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ.

ໃນປີ 2021 ທີຜ່ານມາ ແຂວງບໍ່ແກ້ວ ໄດ້ຈູດທຳລາຍ ຢາເສພຕິດປະເພດ ຢາບ້າທີ່ເຈົ້າໜ້າທີ່ ຢຶດໄດ້ 23,000,000 ເມັດ.

ເຈົ້າ​ໜ້າ​ທີ່ກະ​ຊວງ​ ປ້ອງ​ກັນ​ຄວາມ​ສ​ງົບ ຂອງ​ລາວ ໄດ້​ຣາຍ​ງານ​ ໃນ​ຕົ້ນ​ປີ 2022 ວ່າ ໄດ້ຂຶ້ນ​ບັນ​ຊີ​ລາຍ​ຊື່ ນັກ​ຄ້າ​ຢາ​ເສບ​ຕິດ ຈຳ​ນວນ  2,000 ປາຍ​ຄົນ​ທີ່​ຈະ​ຕ້ອງ​ເຝົ້າ​ລະ​ວັງ ແລະ ຕິດ​ຕາມ​ໂຕ​ມາ​ດຳ​ເນີນ​ຄະ​ດີ ຊຶ່ງ​ສ່ວນ​ຫຼາຍແລ້ວ ຈະ​ເປັນ​ເຄືອ​ຂ່າຍຂອງ​ຂບວນ​ການ ​ຄ້າ​ຢາ​ເສບ​ຕິດຂ້າມ​ຊາຕ, ຜູ້​ຕ້ອງ​ຫາ​ຄະ​ດີ​ຢາ​ເສບ​ຕິດ ທີ່​ເຄີຍ​ຕິດ​ຄຸກ​ມາ​ກ່ອນ​ໜ້ານີ້ ແລະ ກຸ່ມ​ທີ່​ມີ​ໝາຍ​ຈັບ​ແລ້ວ ແຕ່​ຍັງ​ຫາ​ໂຕບໍ່​ພົບ.

ນັກ​ຄ້າຢາ​ເສບ​ຕິດ ຈຳ​ນ​ນວນ 2,000 ປາຍ ຄົນ, ເຊິ່ງສ່ວນ​ຫຼາຍ​ເປັນ​ຄົນ​ລາວ ໃນ​ປະ​ເທດ ແລະ ມີ​ຄົນ​ວຽດ​ນາມ, ຄົນ​ຈີນ ແລະ ຄົນ​ໄທ​ຍ.

ໃນ​ປີ 2020-2021 ທີ່​ຜ່ານ​ມາ ປະ​ເທດ​ລາວ ມີ​ຄະ​ຢາ​ເສບ​ຕິດ ​ທັງ​ໝົດເກືອບ 3,000, ເຣື່ອງ​ຈັບ​ກຸມຜູ້​ຕ້ອງ​ຫາ ໄດ້ເກືອບ 4,000 ຄົນ, ຢຶດ​ຂອງ​ກາງ​ຢາ​ບ້າໄດ້ 125 ລ້ານ​ເມັດ, ຢາ​ໄ​ອສ 2,500 ກິ​ໂລກຼັມ ແລະ ສານ​ເສບ​ຕິດ​ອີກ​ຫຼາຍ​ຢ່າງ ອີ​ງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າ​ທີ່ ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສ​ງົບ.

ຄະ​ດີ​ຢາ​ເສບ​ຕິດ ​ທີ່​ໂດ່ງ​ດັງ​ ກໍ​ຄື ໃນ​ວັນ​ທີ 3 ມີ​ນາ 2022 ສານ​ປະ​ຊາ​ຊົນ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ຕັດ​ສິນ​ປະ​ຫານ​ຊີ​ວິຕ ທ້າວ ສີ​ສຸກ ດາວ​ເຮືອງ ຈຳ​ເລີຍ​ທີ 1 ອາ​ຍຸ 45 ປີ ໃນ​ສະ​ຖາ​ນະ​ຄ້າ​ຢາ​ເສບ​ຕິດ, ຟອກ​ເງິນ ແລະ ຄ້າ​ອາ​ວຸດ​ເສິກ​ຣາຍ​ໃຫຍ່​ຂອງ​ລາວ.​

ທ້າວ ສີ​ສຸກ ດາວ​ເຮືອງ ອາ​ຊີບ​ທຸ​ຣະ​ກິຈ ຢູ່​ບ້ານ​ຂຸນ​ຕາ​ທົ່ງ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ຖືກ​ເຈົ້າ​ໜ້າ​ທີ່ ຕຳ​ຣວດຈັບ​ໄດ້ ໃນ​ ວັນ​ທີ 1 ເມ​ສາ 2017 ຢູ່​ ແຂວງ​ຫລວງ​ພ​ຣະ​ບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.