ເຣື້ອງທີ່ເກັບບັນທຶກໄວ້
2021-07-04
ເຂດເສຖກິຈພິເສດ ໃນປະເທດ ລຸ່ມແມ່ນ້ຳຂອງ ເປັນຕົ້ນ ຢູ່ສປປລາວ, ກັມພູຊາ, ພະມ້າ ແລະ ວຽດນາມ ບາງແຫ່ງ ເປັນບ່ອນ ຄ້າຢາເສບຕິດ, ຄ້າຂອງເຖື່ອນ, ຊັກຟອກເງິນ ແລະ ເຮັດກິຈກັມ ຜິດກົດໝາຍ ປະເພດຕ່າງໆ.
2021-07-03
ວັດປ່າພຸທຣາມ ທີ່ເມືອງ ສປັອດຊີລເວີເນັຽ (Spotsylvania) ຣັຖເວີຈິເນັຽ ກໍເປັນຈຸດນຶ່ງ ທີ່ຊ່ອຍ ຣັຖບາລ ໃນການແຈກຢາຍ ເຄື່ອງຊ່ອຍເຫຼືອ ໃນໄລຍະ ໂຄວິດ-19 ຣະບາດ.
2021-07-03
ສປປລາວ ເປັນປະເທດຕົ້ນທາງ ຂອງການຄ້າມະນຸດ ເປັນຕົ້ນແມ່ນ ແມ່ຍິງລາວ ຫຼາຍຄົນ ຖືກຄ້າມະນຸດ ໄປໄທຍ ແລະ ຈີນ, ອິງຕາມຣາຍງານ ຂອງກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ໃນມື້ວັນທີ 1 ກໍຣະກະດາ.
2021-07-02
ຊາວຄຣິສຕຽນລາວ ຢູ່ເມືອງຄໍາເກີດ ຖືກພີ່ນ້ອງ ຈັບ ແລ້ວສົ່ງໃຫ້ ຕໍາຣວດ ຍ້ອນບໍ່ພໍໃຈ ທີ່ປ່ຽນໄປ ເຊື່ອຖື ສາສນາຄຣິສຕຽນ.
2021-07-02
ຊາວບ້ານ ເຂດຫ້ວຍຢໍ້ ເມືອງຈອມເພັດ ໄດ້ຮັບຄວາມເດືອດຮ້ອນ ຈາກການລະເບີດຫິນ ຂອງໂຄງການ ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ.
2021-07-02
ບັນດາປະເທດ ສະມາຊິກ ຄະນະກໍັມມາທິການ ແມ່ນໍ້າຂອງ ສາກົນ (MRC) ຮຽກຮ້ອງ ໃຫ້ມີການປັບປຸງ ວິທີການຄຸ້ມຄອງ ແບບກວມລວມ ທົ່ວອ່າງ ແມ່ນໍ້າຂອງ ເນື່ອງຈາກ ປະຣິມານນໍ້າ ໃນແມ່ນໍ້າຂອງ ທີ່ໄຫຼ ໃນຣະດູແລ້ງ ເຂົ້າທະເລສາບ ຢູ່ປະເທດກັມພູຊາ ຫຼຸດລົງ.
2021-07-01
ຊາວລາວ ຢາກໃຫ້ ທາງການ ເຂັ້ມງວດ ໃນການລາດຕະເວນ ຕາມເຂດຊາຍແດນ ເພີ່ມຂຶ້ນ ເພື່ອປ້ອງກັນ ຜູ້ລັກລອບ ເຂົ້າປະເທດ ທີ່ຈະນຳ ເຊຶ້ອໂຄວິດ-19 ສາຍພັນ ເດລຕ້າ ມາແຜ່ຣະບາດ ພາຍຫຼັງ 3 ຄົນ ຕິດສາຍພັນດັ່ງກ່າວ.