ຜົລກະທົບ ຈາກການລະເບີດຫິນ ຂອງເຂື່ອນ ຫຼວງພຣະບາງ

ສິດ​ນີ
2021.07.02
ຜົລກະທົບ ຈາກການລະເບີດຫິນ ຂອງເຂື່ອນ ຫຼວງພຣະບາງ ບໍຣິເວນ ເຂດກໍ່ສ້າງ ເຂື່ອນຫຼວງພຣະບາງ ທີ່ເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ. ຮູບຖ່າຍເມື່ອ: ເດືອນພຶສຈິກາ 2020. ໂດຍ: TS
RFA

ໃນມື້ວັນທີ 21 ມິຖຸນາປີ 2021 ໄດ້ເກີດເຫດການ ລະເບີດຫິນ ຂອງໂຄງການ ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ເຮັດໃຫ້ຊາວບ້ານ ເຂດບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ຈຳນວນ 3 ຄອບຄົວ ໄດ້ຮັບ ຄວາມເດືອດຮ້້ອນ ຈາກເຫດການດັ່ງກ່າວ.

ຊາວບ້ານ ຜູ້ໄດ້ຮັບຄວາມເສັຽຫາຍ ຈາກເຫດການ ຄັ້ງນີ້ ກ່າວຕໍ່ ວິ​ທ​ຍຸເອເຊັຽເສຣີ ໃນວັນທີ 1 ກໍຣະກະດາ ວ່າ ໂຕເອງ ກໍຕົກໃຈ ຈົນໂຕສັ່ນ ຕໍ່ເຫດການ ທີ່ເກີດຂຶ້ນ ໃນມື້ນັ້ນ ເຮັດໃຫ້ ເກີດອາການ ສົບບຽ້ວ ຍ້ອນໝາກຫິນ ຕົກໃສ່ ສັງກະສີ ຢ່າງແຮງ ເຮັດໃຫ້ ສັງກະສີ 2 ແຜ່ນ ຕົກລົງ ຈາກຫຼັງຄາ, ປັດຈຸບັນ ກໍໄດ້ໄປຫາໝໍ ເພື່ອປິ່ນປົວ ສົບບ້ຽວ ຈາກເຫດການຕົກໃຈ ໃນມື້ນັ້ນ ດັ່ງຊາວບ້ານ ທ່ານນີ້ເວົ້າວ່າ:

“ກະເຮືອນນຳ ເອື້ອຍຫັ້ນແຫລະ ບ່ອນລະເບີດ ຢູ່ເຂື່ອນນ້ຳຂອງ ມັນກໍກະເດັ່ນ ມາໃສ່ສັງກະສີ ແລ້ວກໍຂາດ ແລ້ວກໍຕົກລົງມາ ຂ້ອຍແລ່ນເຂົ້າ ປະຕູແລ້ວກໍພໍດີ ມັນພັງປະຕູແລ້ວ ກໍສລິງລົງເລີຍແລ້ວ ຂ້ອຍກະຢ້ານ ແລ້ວກະສັ່ນ ຈົນວ່າ ສົບບ້ຽວເລີຍ.”

ຜູ້ປົກຄອງເດັກນ້ອຍ ຢູ່ບ້ານຫ້ວຍຢໍ້ອີກ ຜູຸ້ນຶ່ງກ່າວວ່າ:  ໃນມື້​ທີ່ມີ ການລະເບີດຫິນນັ້ນ ມີເສດຫິນຕົກໃສ່ ເຮຶອນຂອງຕົນ ເຮັດໃຫ້ລູກ ອາຍຸ 5 ປີ ຖືກໝາກຫິນຟົ້ງມາ ຕົກໃສ່ຄາງ ແຕ່ບໍ່ໄດ້ຮັບ ບາດເຈັບ ຫຼາຍປານໃດ ຈຶ່ງຢາກຮຽກຮ້ອງ ໃຫ້ທາງໂຄງການ ລໍຖ້າ ໃຫ້ຊາວບ້ານ ຍ້າຍອອກ ຈາກບ້ານກ່ອນ ກ່ອນຈະດຳເນີນ ການລະເບີດຫິນ ເພື່ອບໍ່ໃຫ້ ຊາວບ້ານ ໄດ້ຮັບອັນຕະຣາຍ ໂຊກດີເທື່ອນີ້ ບໍ່ມີໃຜ ເສັຽຊິວິດ ຍ້ອນການລະເບີດຫິນ ດັ່ງກ່າວ.

“ມັນຕົກໃສ່ ຫຼັງຄາແລ້ວ ກໍຫຼຸດລົງມາ ເສດຫິນລະເບີດ ເຣື່ອງສ້າງເຂື່ອນນິ້ນ່າ ເພາະວ່າ ຕ້ອງໄດ້ເຮັດ ເປັນທີລະຂັ້ນຕອນ ອັນນິ້ ບໍ່ໄດ້ເຊັນ ເຂົາເຈົ້າວ່າ ເປັນຫຍັງ ບໍ່ເຊັນແລ້ວຄື ລົງໄປເຮັດວຽກ ຢູ່ໃນເຂື່ອນນ່າ.”

ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການ ເມືອງຈອມເພັດ ກ່າວວ່າ ພາຍຫຼັງ ທີ່ໄດ້ຮັບຮູ້ເຣື່ອງ ດັ່ງກ່າວ ຈາກອຳນາດ ການປົກຄອງບ້ານ ກໍໄດ້ປະສານງານ ກັບເຈົ້າໜ້າທີ່ ປະຈຳໂຄງການ ສ້າງເຂື່ອນ ຫຼວງພຣະບາງ ເຮັດບົດບັນທຶກ ຮ່ວມກັນ ເພື່ອຮັບປະກັນ ບໍ່ໃຫ້ບັນຫາ ດັ່ງກ່າວນີ້ ເກີດຂຶ້ນອີກ ພ້ອມທັງ ບໍຣິສັດ ໄດ້ຈ່າຍເງິນ ຄ່າທຳຂວັນ ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລກະທົບ ຄອບຄົວລະ 5 ແສນກີບ ແລະ ໄດ້ໃຫ້ຄົນງານໄປສ້ອມແປງເຮືອນ ທີ່ເພພັງ ຈາກເຫດການວັນນັ້ນ ພ້ອມທັງ ຈ່າຍຄ່າປິ່ນປົວ ຜູ້ທີ່ໄດ້ຮັບ ບາດເຈັບ ນຳອີກ. ດັ່ງທ່ານເວົ້າວ່າ:

“ມີ 3 ຄອບຄົວເນາະ ໝາກຫິນຕົກມາໃສ່ ຫຼັງຄາເຮືອນຫັ້ນ ເຮັດໃຫ້ສັງກະສີມັນຂາດໄປ 2 ແຜ່ນ ແລ້ວເພິ່ນ ກະໄດ້ມາໃຊ້ແທນໃຫ້ ເງິນເພິ່ນກໍໄດ້ມາ ຊົດເຊີຍແກ່ບູຣະນະ ການຕົກອົກຕົກໃຈຫັ້ນ ເຮືອນລະ 5 ແສນກີບ ກໍມີບົດບັນທຶກ ຕໍ່ກັນຄັ້ງຕໍ່ໄປ ບໍ່ໃຫ້ມີລະເບີດຕື່ມ ເພາະວ່າ ຖ້າຕາບໃດ ພວກເຮົາ ຍັງບໍ່ໄດ້ຍ້າຍ ອອກຈາກບ້ານເກົ່າ ມາຢູ່ບ້ານໃໝ່ ແລ້ວບໍ່ໃຫ້ເກີດ ເພາະວ່າ ມັນຊິ ຜົລກະທົບ ອີກເທື່ອ ຕໍ່ໄປຫັ້ນນ່າ."

ທ່ານກ່່າວຕື່ມວ່າ ພາຍໃນ ບ້ານຫ້ວຍຍໍ້ ມີປະຊາຊົນ ປະມານ 70 ຄອບຄົວ ທັງໝົດ ຍັງບໍ່ໄດ້ ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຍ້ອນເຈົ້າໜ້າທີ່ ໂຄງການ ຜູ້ທີ່ຈັດສັນ ບ້ານໃໝ່ ໃຫ້ຊາວບ້ານ ຍັງບໍ່ສາມາດ ເຂົ້າມາລາວໄດ້ ຫຼັງຈາກ ໂຄວິດ-19 ຣະບາດ.

ສ່ວນ ເຈົ້າໜ້າທີ່ ຫ້ອງການ ພລັງງານ ແລະ ບໍ່ແຮ່ ເມືອງຫຼວງພຣະບາງ ຊຶ່ງເປັນນຶ່ງ ໃນການເບິ່ງແຍງ ໂຄງການ ເຂື່ອນຫຼວງພຣະບາງ ກໍໄດ້ກ່າວວ່າ ໂຕເອງ ຍັງບໍ່ທັນຮູ້ ບັນຫາດັ່ງກ່າວ ເນື່ອງຈາກ ບ່ອນເກີດເຫດ ເປັນເຂດ ຄວາມຮັບຜິດຊອບ ຂອງເມືອງຈອມເພັດ.

ສ່ວນຄວາມຄືບໜ້າ ຂອງໂຄງການ ສ້າງເຂື່ອນຫຼວງພຣະບາງນັ້ນ ໃນປັດຈຸບັນ ຍັງບໍ່ທັນ ລົງມືສ້າງ ເຂື່ອນເທື່ອ ມີແຕ່ ຂົນດິນເພື່ອເຮັດທາງເຂົ້າ ສ້າງບ່ອນພັກຄົນງານ ແລະ ຕິດຕັ້ງໄຟຟ້າ ເທົ່ານັ້ນ

“ຂະເຈົ້າ ມີແຕ່ເຮັດວຽກ ຢູ່ແຄມຂອງ ອັນລະເບື້ອງຊື່ໆ ຍັງບໍ່ທັນ ເຮັດຫຍັງເທື່ອ ຍັງບໍ່ທັນຈົກເສົາ ຈົກຫຍັງເທື່ອ ເຫັນຕອນມາເບິ່ງຫັ້ນ ເຫັນເຂົາເຮັດແຄ້ມ ເຮັດຫຍັງຢູ່ ມີຄົນງານ ຢູ່ຫຼາຍແລ້ວ ກໍເຂົາ ຈະໃສ່ ສລິງໄຟຟ້າ ເຂົາຕັດແລວທາງ ຊື່ໆ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ການລະເບີດຫິນ ໄດ້ເຊົາແລ້ວ ພາຍຫຼັງ ທີ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂັ້ນເມືອງ ລົງໄປ ແກ້ໄຂບັນຫາ ຮ່ວມກັບເຈົ້າໜ້າທີ່ ເຂື່ອນຫຼວງພຣະບາງ ແຕ່ວຽກງານອື່ນໆນັ້ນ ຍັງສືບຕໍ່ ໃນໃນພື້ນທີ່ ສ້າງເຂື່ອນ.

ໂຄງການ ເຂື່ອນຫຼວງພຣະບາງ ຂນາດ 1,410 ເມກາວັດ ລົງທຶນຮ່ວມ ຣະຫວ່າງ ບໍຣິສັດ ຊ. ການຊ່າງ ຂອງໄທຍ, ບໍຣິສັດ ເປໂຕຣວຽດນາມ ແລະ ຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.