ວັດປ່າພຸທຣາມ ແຈກຢາຍເຄື່ອງຊ່ອຍເຫຼືອ

ຈຳ​ປາ​ທອງ
2021.07.03
ວັດປ່າພຸທຣາມ ແຈກຢາຍເຄື່ອງຊ່ອຍເຫຼືອ ພຣະອາຈານ ສີຫາ ​ວົງ​ຄຳ​ຈັນ ກຳ​ລັງ ຕຽມ​ແຈກ​ຢາຍ ອາ​ຫານ ໃນ​ໄລ​ຍະ ໂຄວິດ-19 ຣະ​ບາດ.
ວັດ​ປ່າ ພຸ​ທ​ຣາມ

ວັດປ່າພຸທຣາມ ທີ່ເມືອງ ສ​ປັອດ​ຊີ​ລ​ເວີ​ເນັຽ (Spotsylvania) ຣັຖເວີຈິເນັຽ ອ້ອມແອ້ມ ຂົງເຂດ ນະຄອນຫຼວງ Washhington DC ສະຫະຣັຖ ອະເມຣິກາ ເປັນຈຸດນຶ່ງ ຫຼື ເປັນສູນນຶ່ງ ທີ່ຊ່ອຍ ຣັຖບາລ ສະຫະຣັຖ ໃນການແຈກຢາຍ ອາຫານ ໃຫ້ປະຊາຊົນ ໃນໄລຍະໂຄວິດ-19 ຣະບາດຢູ່ນີ້. ພຣະອາຈານ ສີຫາ ວົງຄໍາຈັນ ຜູ້ເປັນ ເຈົ້າອະທິການວັດ ໃຫ້ສັມພາດ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມິຖຸນາ 2021 ນີ້ ຊຶ່ງພຣະອາຈານ ກ່າວເຖິງເຄື່ອງຂອງ ຊ່ອຍເຫຼືອນັ້ນວ່າ ມີມາຫຼາຍ ແລະ ການແຈກຢາຍ ກໍເປັນໄປດ້ວຍດີ, ອາຫານທີ່ ເພິ່ນເອົາມາໃຫ້ແຈກຢາຍນັ້ນ ບໍ່ໄດ້ຄ້າງ, ແຈກໝົດທຸກເທື່ອ, ມີອອກຕົນຍາດໂຍມ ອາສາສມັກມາຊ່ອຍ ແຕ່ເດືອນກຸມພາ ມາເຖິງ ທ້າຍເດືອນພຶສພາ ທີ່ຫາຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.