ລາວ ເປັນຕົ້ນທາງ ການຄ້າມະນຸດ
2021.07.03

ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ຣາຍງານ ໃນວັນທີ 1 ກໍຣະກະດາ ປີ 2021 ນີ້ວ່າ ສປປລາວ ເປັນປະເທດຕົ້ນທາງ ຂອງການຄ້າມະນຸດ; ແມ່ຍິງລາວ ຫຼາຍຄົນ ຖືກຄ້າມະນຸດ ໄປປະເທດໄທຍ, ຈີນ, ວຽດນາມ ແລະ ມາເລເຊັຽ. ຢູ່ໃນປະເທດລາວເອງ ພວກຄ້າມະນຸດ ກໍເອົາລັດເອົາປຽບ ແມ່ຍິງລາວ ຕົ້ວະຍົ້ວະ ພວກເຂົາ ໄປຂາຍໂຕ ເປັນໂສເພນີ; ຢູ່ຕ່າງປະເທດ ເປັນຕົ້ນຢູ່ໄທຍ ພວກຄ້າມະນຸດ ກໍເອົາລັດເອົາປຽບ ຄົນລາວ; ທັງຍິງ ແລະ ຊາຍ ຖືກຂາຍ ຫຼື ຖືກບັງຄັບ ໃຫ້ເຮັດວຽກໜັກ ໂຕຢ່າງ ແມ່ຍິງ ກໍໃຫ້ເປັນແມ່ບ້ານ, ເຮັດວຽກໜັກ 10 ກວ່າຊົ່ວໂມງ ຕໍ່ມື້ ຮ້າຍໄປກວ່ານັ້ນ ແມ່ຍິງລາວ ຫຼາຍພັນຄົນ ຍັງຖືກຕົ້ວະຍົ້ວ ຫຼື ຖືກບັງຄັບ ໃຫ້ເປັນ ໂສເພນີ ຂາຍບໍຣິການທາງເພດ ຕາມສະຖານທີ່ ບັນເທີງຕ່າງໆ. ສ່ວນຜູ້ຊາຍລາວ ກໍຖືກຂາຍ ຫຼື ບັງຄັບ ໃຫ້ເຮັດວຽກໜັກ ໃນໂຮງຈັກໂຮງງານ ແລະ ລົງເຮືອປະມົງ ຫາປາ ຢູ່ກາງທະເລ. ຄົນງານລາວ ທັງຍິງ ແລະ ຊາຍ ອີກຈຳນວນນຶ່ງ ກໍຖືກ ບັງຄັບ ຫຼື ຖືກກົດດັນ ໃຫ້ເຮັດວຽກ ການກະເສດ ຢູ່ໄທຍ. ສ່ວນຢູ່ຈີນ, ພວກຄ້າມະນຸດ ກໍຕົ້ວະຍົ້ວະ ແມ່ຍິງລາວ ໃຫ້ແຕ່ງດອງ ກັບຄົນຈີນ ຫຼື ໃຫ້ໄປເປັນ ຄົນໃຊ້ ແລ້ວຖືກຂາຍ ຕໍ່ໃຫ້ຄົນຈີນອື່ນໆ.
ບົດຣາຍງານ ກ່ຽວກັບ ການຄ້າມະນຸດ ຂອງກະຊວງ ການຕ່າງປະເທດ ຂອງສະຫະຣັຖ ປະຈຳປີ 2021 ນີ້ ຂຽນໄວ້ອີກວ່າ ຊາວໜຸ່ມວັຍລຸ້ນລາວ ຫຼາຍຄົນ ຈ່າຍເງິນ ໃຫ້ນາຍໜ້າ ຊຶ່ງກໍແມ່ນ ພວກຄ້າມະນຸດ ນັ້ນແຫລະ ເພື່ອເປັນ ຄ່າເດີນທາງ ແລະ ເພື່ອຈະໄດ້ ວຽກງານ. ໂດຍສະ ເພາະ ວັຍລຸ້ນ ຢູ່ທາງພາກໃຕ້ ຂອງລາວ ໜີໄປ ເຮັດວຽກ ຢູ່ໄທຍ ຫຼາຍກວ່າພາກອື່ນໆ ຫວັງວ່າ ຈະໄດ້ ເຮັດວຽກງານດີ ມີເງິນສົ່ງໃຫ້ ພໍ່ແມ່ ພີ່ນ້ອງຄອບຄົວ; ແຕ່ຫຼາຍຄົນ ຊ້ຳພັດ ຖືກກົດຂີ່ີຂົ່ມເຫັງ.
ຄົນງານລາວ ສ່ວນນຶ່ງ ເຮັດ ໜັງສືຜ່ານແດນ ຫຼື ປັສປໍ ພ້ອມທັງມີ ວີ່ຊ໋າ ແລະ ໃບອະນຸຍາດ ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ; ພວກນີ້ ກໍເດີນທາງ ໄປເຮັດວຽກ ຢູ່ໄທຍ ຫຼື ປະເທດ ອື່ນໆ ໄດ້ຢ່າງສະດວກສະບາຍ; ແຕ່ຄົນລາວ ຈຳນວນຫຼາຍເຕີບ ບໍ່ມີ ເອກກະສານ ລັກຂ້າມຊາຍແດນ ອາໃສຊ່ອງວ່າງ ທີ່ເຈົ້າໜ້າທີ່ຕຳຣວດເມືອງ ແລະ ແຂວງ ມີໜ້ອຍ ເຝົ້າຍາມ ບໍ່ທົ່ວເຖິງ ອີກຢ່າງນຶ່ງ ກໍລາຕເວນ ຕາມໂມງເວລາ ຈຳກັດ; ຊາວລາວເຫຼົ່ານີ້ ກໍພາກັນ ສວຍໂອກາດ ລັກຂ້າມຊາຍແດນ ຫຼື ສຳລັບຫຼາຍຄົນ ກໍລັກຂ້າມ ແມ່ນ້ຳຂອງ ໄປປະເທດໄທຍ ໂດຍມີນາຍໜ້າ ທັງໃນລາວ ແລະ ໄທຍ ໃຫ້ການຊ່ວຍເຫລືອ.
ເມື່ອເດືອນມິນາ ປີກາຍ ຍ້ອນການຣະບາດ ຂອງໂຄວິດ-19, ຄົນງານລາວ ຫຼາຍພັນຄົນ ກັບຄືນປະເທດ; ສ່ວນຫຼາຍ ກໍກັບຈາກປະເທດໄທຍ; ເຫຼືອນັ້ນ ກໍຈາກມາເລເຊັຽ ແລະ ຈີນ. ຄົນງານເຫຼົ່ານີ້ ທີ່ເຄີຍສົ່ງເງິນ ໄປໃຫ້ ພໍ່ແມ່ຄອບຄົວ ເດືອນນຶ່ງຫຼາຍພັນບາດ ກໍກາຍເປັນຄົນ ຫວ່າງງານ ເປັນເຫດໃຫ້ ຈຳນວນຄົນວ່າງງານ ໃນລາວ ມີຫຼາຍຂຶ້ນ ແລະ ພໍ່ແມ່ຄອບຄົວ ທີ່ແຕ່ກ່ອນ ເຄີຍອາໃສ ລູກຫຼານ ສົ່ງເງິນໃຫ້ ກໍຂາດເຂີນເງິນຄຳ ແລະ ກໍທຸກຍາກລົງ. ຄົນງານລາວ ທີ່ກັບຄືນ ຈາກໄທຍ ກໍພະຍາຍາມ ຊອກຫາວຽກງານ ຢູ່ປະເທດຂອງຕົນຢູ່ ເຖິງແມ່ນວ່າ ຈະບໍ່ໄດ້ ເງິນເດືອນຫຼາຍ ກໍຈະເຮັດ; ແຕ່ຍ້ອນ ສະພາບການຣະບາດ ຂອງໂຄວິດ-19 ວຽກງານ ຢູ່ລາວ ກໍບໍ່ມີ ຫາຍາກ.
ເຈົ້າໜ້າທີ່ ຕຳຣວດທ່ານນຶ່ງ ອະທິບາຍວ່າ ໃນເມື່ອບໍ່ມີ ວຽກເຮັດງານທຳ, ແມ່ຍິງລາວ ສ່ວນນຶ່ງ ກໍພາກັນ ລັກຂາຍບໍຣິການ ທາງເພດ ຢູ່ຕາມເມືອງໃຫຍ່ໆ ເປັນຕົ້ນ ໃນເຂດນະຄອນຫຼວງ ວຽງຈັນ, ຫຼວງພະບາງ, ສວັນນະເຂດ ແລະ ຈຳປາສັກ.
ກະຊວງ ການຕ່າງປະເທດ ສະຫະຣັຖ ຣາຍງານອີກວ່າ ໃນເຂດຊົນນະບົດ ແມ່ຍິງລາວ ກໍຕົກຢູ່ໃນ ຄວາມສ່ຽງສູງ ທີ່ຈະຖືກ ຕົ້ວະຕົ້ມ ເພາະພວກເຂົາ ສ່ວນຫຼາຍ ທຸກຍາກ ມີການສຶກສາຕ່ຳ ແລະ ກໍຖືກຫຼອກລວງ ງ່າຍໆ; ຫຼາຍຄົນ ກໍຖືກຫຼອກ ໃຫ້ໄປແຕ່ງດອງ ກັບຄົນຕ່າງປະເທດ ເປັນຕົ້ນຄົນຈີນ. ຖ້າໄດ້ ແຕ່ງດອງຢ່າງແທ້ຈິງ ກໍອາດເປັນ ການດີຢູ່ ແຕ່ແມ່ຍິງລາວ ຫຼາຍຄົນ ຊ້ຳພັດ ຖືກຂາຍ ໄປໃຫ້ຄົນອື່ນຕໍ່ ຫຼື ຖືກຂາຍ ໄປເຮັດວຽກໜັກ ໃນໂຮງຈັກໂຮງງານ. ສິ່ງທີ່ໜ້າເປັນຫ່ວງ ໄປກວ່ານັ້ນ, ແມ່ຍິງລາວ ໃນເຂດຊົນນະບົດ ເຫຼົ່ານີ້ ສ່ວນນຶ່ງ ເປັນເດັກນ້ອຍ. ຍ້ອນຄວາມທຸກຍາກ ສາວນ້ອຍພວກນີ້ ຄິດແຕ່ ຢາກຊ່ວຍໂຕເອງ ແລະ ພໍ່ແມ່ຄອບຄົວ ໃຫ້ມີຊີວິດ ການເປັນຢູ່ ທີ່ດີຂຶ້ນ; ສະນັ້ນ ພວກເຂົາ ຈຶ່ງຕົກ ເປັນເຫຍື່ອ ຂອງການຄ້າມະນຸດ ຢ່າງງ່າຍດາຍ.
ນອກຈາກ ຈະຖືກຄ້າມະນຸດ ໄປປະເທດຈີນ ແລະ ໄທຍແລ້ວ, ຄົນງານລາວ ຫຼາຍພັນຄົນ ກໍຖືກ ກົດຂີ່ຂົ່ມເຫັງ ແລະ ຖືກເອົາ ລັກເອົາປຽບ ຢູ່ໃນໂຄງການ ພັທນາໃຫຍ່ໆ ຂອງນັກລົງທຶນ ຕ່າງປະທດ ໃນ ປະເທດ ຂອງຕົນ ເຊັ່ນ ໂຄງການ ສ້າງທາງຣົດໄຟ ຄວາມໄວສູງລາວ-ຈີນ, ຢູ່ຕາມສວນກ້ວຍ ສວນຢາງພາຣາ ແລະ ສວນປູກພືດ ອຸດສາຫະກັມອື່ນໆ. ໃນເຂດເສຖກິດພິເສດ ແຮ່ງຮ້າຍ; ອົງການ ທີ່ບໍ່ຂຶ້ນຣັຖບານ ໄດ້ສຶກສາ ສຳຣວດ ແລະ ເຜີຍແຜ່ ບົດຣາຍງານ ໃນປີ 2019 ວ່າ ຢູ່ເຂດເສຖກິດ ຫຼາຍແຫ່ງ ໃນລາວ ມີແມ່ຍິງລາວ ແລະ ຕ່າງປະເທດ ຂາຍບໍຣິການ ທາງເພດ ຫຼາຍເປັນພິເສດ; ໂຕຢ່າງ ເຂດເສຖກິດພິເສດ ບໍ່ເຕັນ ທີ່ຕັ້ງຢູ່ ໃກ້ໆຊາຍແດນຈີນ ກໍມີແມ່ຍິງຫາເງິນ ຫຼາຍຄົນ. ສ່ວນໃນເຂດ ເສຖກິດພິເສດ ສາມຫຼ່ຽມຄຳ ຍິ່ງມີແມ່ຍິງ ຂາຍບໍຣິການຫຼາຍ ຊຶ່ງມີທັງ ແມ່ຍິງລາວ, ພະມ້າ, ໄທຍ, ວຽດນາມ ແລະ ຈີນ. ນອກຈາກນັ້ນ, ໃນເມືອງໃຫຍ່ໆ ຂອງລາວ ເຊັ່ນນະຄອນຫຼວງ ວຽງຈັນ, ສວັນນະເຂດ ແລະ ຈຳປາສັກ ກໍມີສາວ ຂາຍບໍຣິການ ທາງເພດ ຫຼາຍເຊັ່ນກັນ. ອົງການບໍ່ຂຶ້ນ ກັບຣັຖບານ ຣາຍງານ ເມື່ອປີ 2018 ວ່າ ໃນທົ່ວປະເທດລາວ ມີສາວບໍຣິການ ທາງເພດ ເຖິງ 13,000 ຄົນ; ແນ່ນອນ ຈຳນວນນຶ່ງ ກໍອາດສມັກໃຈ, ແຕ່ຫຼາຍຄົນ ກໍຕົກເປັນເຫຍື່ອ ຂອງການຄ້າມະນຸດ.