ຄຣິສຕຽນລາວ ຖືກຈັບ ຍ້ອນປ່ຽນສາສນາ

ຈຳ​ປາ​ທອງ
2021.07.02
ຄຣິສຕຽນລາວ ຖືກຈັບ ຍ້ອນປ່ຽນສາສນາ ຊາວຄຣິສຕຽນລາວ ຢູ່ເມືອງຄໍາເກີດ ທີ່ຖືກພີ່ນ້ອງໂຕເອງຈັບ ແລະ ສົ່ງໃຫ້ ຕໍາຣວດ ຍ້ອນປ່ຽນໄປ ເຊື່ອຖື ສາສນາຄຣິສຕຽນ.
ນັກຂ່າວ ພົລເມືອງ

ຊາວຄຣິສຕຽນລາວ ຜູ້ນຶ່ງ ຢູ່ບ້ານກໍໄຮ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ຖືກຍາດພີ່ນ້ອງ ຂອງຕົນເອງ ຈັບ ແລະ ສົ່ງໃຫ້ ເຈົ້າໜ້າທີ່ຕໍາຣວດ ຍ້ອນບໍ່ພໍໃຈ ທີ່ຜູ້ກ່ຽວ ປ່ຽນໄປເຊື່ອຖື ສາສນາ ຄຣິສຕຽນ ພາຍຫຼັງ ໄດ້ພະຍາຍາມ ເກັ້ຽກ່ອມ ແລະ ບັງຄັບ ໃຫ້ກັບຄືນມາ ເຊື່ອຖືສາສນາເກົ່າ ແຕ່ຜູ້ກ່ຽວ ບໍ່ຍອມ, ດັ່ງ ຊາວຄຣິສຕຽນລາວ ຢູ່ແຂວງບໍຣິຄໍາໄຊ ຜູ້ນຶ່ງ ທີ່ຮູ້ເຫັນ ເຫດການນັ້ນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ກໍຣະກະດາ ນີ້ວ່າ:

“ເຂົາວ່າ ເຊື່ອພະເຍຊູ ແລ້ວກໍພີ່ນ້ອງ ຫັ້ນນ່າ ມາຈັບເອົາ ເປັນພີ່ນ້ອງຊື່ໆ ຈັບໂຕ ໄປໃຫ້ເຈົ້າໜ້າທີ່ຫັ້ນ ແຕ່ວ່າ ຍັງບໍ່ຮູ້ຣາຍລະອຽດ ປານໃດ ແຕ່ວ່າ ມັນເປັນແນວຫັ້ນແຫລະ ແລ້ວກະບັງຄັບ ໃຫ້ມານັບຖື ສາສນາເກົ່າ ຫັ້ນນ່າ.”

ທ່ານກ່າວ ເຖິງເຫດການ ນັ້ນຕື່ມວ່າ ຕົນເຫັນວ່າ ການກະທໍາ ຄືດັ່ງກ່າວ ເປັນການລະເມີດສິດທິ ຂອງສ່ວນບຸກຄົນ ຂັ້ນຮ້າຍແຮງ ໃນການເຊື່ອຖື ສາສນາ ແລະ ບໍ່ສອດຄ່ອງກັບ ຣັຖທັມນູນລາວ ທີ່ລະບຸ ໄວ້ວ່າ ພົລເມືອງລາວ ມີສິດເສຣີພາບ ໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສນາໃດ ກໍໄດ້. ດັ່ງນັ້ນ ຕົນ ຈຶ່ງຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫານີ້ ແລະ ໃຫ້ຄວາມເປັນທັມ ແກ່ຜູ້ກ່ຽວ ຍ້ອນວ່າ ເປັນການກະທໍາ ທີ່ເຮັດໃຫ້ ຊາວຄຣິສຕຽນ ຫຼາຍຄົນ ບໍ່ສະບາຍໃຈ.

ໃນຂະນະດຽວກັນ ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ທ່ານນຶ່ງ ທີ່ໄດ້ຮັບຂ່າວ ກ່ຽວກັບ ເຣື່ອງທີ່ວ່ານັ້ນ ກໍເວົ້າວ່າ ຕົນບໍ່ຮູ້ຈັກ ຣາຍລະອຽດ ທີ່ມາ ຂອງເຣື່ອງນີ້ ຢ່າງຄັກແນ່, ຮູ້ພຽງແຕ່ວ່າ ເກີດຈາກ ຄວາມບໍ່ພໍໃຈ ຂອງຍາດພີ່ນ້ອງ ທີ່ຊາວລາວ ຄົນນີ້ ປ່ຽນໄປ ນັບຖື ສາສນາຄຣິສຕຽນ ດັ່ງທີ່ ທ່ານກ່າວວ່າ:

“ເຮົາກະບໍ່ໄດ້ ຣາຍລະອຽດ ບໍ່ໄດ້ຖາມລະອຽດ ແຕ່ໄດ້ຍິນ ຢູ່ວ່າ ພີ່ນ້ອງ ເຊື່ອພຣະເຈົ້ານີ້ແຫລະ ໄດ້ຮັບໃຊ້ ພຣະເຈົ້າ ນີ້ແຫລະ ບໍ່ຮູ້ວ່າ ລາວໄປປະກາດ ຂ່າວປະເສີດ ຫຼືວ່າ ຍ້ອນຄົນເຊື່ອເພິ່ນ ເຮົາບໍ່ຮູ້ ເຫດຜົລນ່າ.”

ທ່ານກ່າວຕື່ມວ່າ ຫລັງຈາກ ໄດ້ຮູ້ຂ່າວນັ້ນແລ້ວ ຕົນກໍຮູ້ສຶກ ເສັຽໃຈ ແລະ ຜິດຫວັງ ທີ່ຍັງມີ ເຫດການ ອັນບໍ່ດີນີ້ ເກີດຂຶ້ນ ກັບຊາວຄຣິສຕຽນ ຢູ່ເລື້ອຍໆ ທັງໆ ທີ່ຢູ່ໃນຫຼາຍເຂດ ຫຼາຍແຂວງ ຂອງລາວ ກໍໄດ້ ຈັດກອງປະຊຸມເຜີຍແຜ່ ທັມນູນ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ສາສນາຄຣິສຕຽນ ຂອງສູນລວມ ຄຣິສຕະຈັກ ຂ່າວປະເສີດ ແຫ່ງປະເທດລາວ ເພື່ອຄຸ້ມຄອງ ແລະ ປົກປ້ອງສິດທິ ຂອງຊາວຄຣິສຕຽນລາວ, ແຕ່ກໍຍັງເກີດ ບັນຫາ ຢູ່ຄືເກົ່າ.

ກ່ຽວກັບ ເຣື່ຶອງທີ່ວ່ານີ້ ເຄືອຂ່າຍ ຊາວຄຣິສຕຽນລາວ ທ່ານນຶ່ງ ທີ່ອາສັຍ ຢູ່ປະເທດໄທຍ ກໍຢືນຢັນວ່າ ຊາວຄຣິສຕຽນລາວ ຄົນດັ່ງກ່າວ ໄດ້ຖືກຈັບ ໄປຄຸມຂັງ ຢູ່ຫ້ອງການ ຕໍາຣວດແທ້, ແຕ່ຕົນ ຢາກຖາມວ່າ ຍ້ອນເຫດໃດ ຈຶ່ງຈັບຜູ້ກ່ຽວ ເພາະບໍ່ເຫັນວ່າ ມີມາຕຣາໃດ ໃນກົດໝາຍລາວ ທີ່ກໍານົດ ໃຫ້ລົງໂທດ ພົລເມືອງລາວ ທີ່ເຊື່ອຖື ສາສນາຄຣິສຕຽນ ດັ່ງທີ່ ທ່ານກ່າວວ່າ:

“ຢູ່ບ້ານກໍໄຮ ເມືອງຄໍາເກີດ ແຂວງບໍຣິຄໍາໄຊ ມີຜູ້ນຶ່ງ ຖືສາສນາ ຄຣິສຕຽນ ດຽວນີ້ ຖືກຈັບ ໄປຄຸມຂັງແລ້ວ ແລ້ວກໍຢາກ ຖາມວ່າ ກົດໝາຍ ຢູ່ໃນຣັຖບານລາວນີ້ ມີບໍວ່າ ຜູ້ໃດ ໄປຖືສາສນາ ຄຣິສຕຽນແລ້ວ ຖືກຈັບ ຫຼວ່າ ຖືກໄລ່ອອກ.”

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ ໄປຫາ ຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ເມືອງຄໍາເກີດ ເພື່ອຂໍຮູ້ ຣາຍລະອຽດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ທີ່ຈະໃຫ້ ສັມພາດ ຕໍ່ນັກຂ່າວ.

ແຕ່ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ຫ້ອງການ ແນວລາວສ້າງຊາດ ເມືອງຄໍາເກີດ ທ່ານນຶ່ງ ກໍຊີ້ແຈງວ່າ ເຫດການ ທີ່ເກີດຂຶ້ນນັ້ນ ເປັນການບໍ່ເຂົ້າໃຈກັນ ຣະຫວ່າງ ຜູ້ກ່ຽວ ກັບຍາດພີ່ນ້ອງ ຊື່ືໆ, ຊຶ່ງທາງ ເຈົ້າໜ້າທີ່ ກໍໄດ້ໄກເກັ່ຽໃຫ້ທັງ 2 ຝ່າຍ ເຂົ້າໃຈກັນ ແລະ ໃຫ້ຜູ້ກ່ຽວ ກັບບ້ານແລ້ວ.

“ກະບໍ່ມີຫຍັງ ມີແຕ່ວ່າ ຄວາມບໍ່ເຂົ້າໃຈ ອ້າຍນ້ອງເຂົາ ຊື່ໆ ກະບໍ່ແມ່ນເຣື່ອງ ຄຣິສຕະຈັກ ອີ່ຫຍັງດອກ ບໍ່ແມ່ນ ກ່ຽວກັບ ສາສນາ ຄວາມເຂົ້າໃຈ ເຂົາຜິດຖຽງກັນ ອ້າຍນ້ອງ ບໍ່ພໍໃຈຊື່ໆ ແລ້ວກະເລີຍວ່າ ເຂົາກໍຄຸມໂຕມາ ກະກວດກາເບິ່ງແລ້ວ ກະໄດ້ປ່ອຍກັບ.”

ທ່ານກ່າວຕື່ມວ່າ ຈາກການສອບຖາມ ຮູ້ວ່າ ຊາວຄຣິສຕຽນ ຄົນດັ່ງກ່າວ ບໍ່ໄດ້ມີຄວາມຜິດຫຍັງ. ສ່ວນ ທາງຍາດພີ່ນ້ອງ ທີ່ຈັບ ເຂົາມາສົ່ງໃຫ້ ເຈົ້າໜ້າທີ່ນັ້ນ ທາງເຈົ້າໜ້າທີ່ ກໍໄດ້ຕັກເຕືອນ ບໍ່ໃຫ້ເຮັດແບບນັ້ນ ອີກຢ່າງເດັດຂາດ.

ຊາວຄຣິສຕຽນລາວ ທີ່ຢູ່ເຄືອຂ່າຍ ຄຣິສຕະຈັກ ຂ່າວປະເສີດ ແຂວງບໍຣິຄໍາໄຊ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ເວົ້າວ່າ ໃນເບື້ອງຕົ້ນ ທີ່ຍັງບໍ່ທັນ ໄດ້ຮັບແຈ້ງຂ່າວ ກ່ຽວກັບເຫດການ ດັ່ງກ່າວ ຈະແຈ້ງເທື່ອນັ້ນ, ຕົນກໍຮູ້ສຶກ ບໍ່ສະບາຍໃຈ ທີ່ມີເຫດການບໍ່ດີ ແນວນີ້ເກີດຂຶ້ນ ກັບ ຊາວຄຣິສຕຽນລາວ ຢູ່ໃນແຂວງນີ້ ແລະວ່າ ຈະມີການຫາຣື ກັບພາກສ່ວນ ທີ່ກ່ຽວຂ້ອງ ພາຍໃນແຂວງ ເພື່ອຂໍໃຫ້ມີ ການເພີ່ມມາຕການ ຄຸ້ມຄອງ ຊາວຄຣິສຕຽນລາວ ຫລາຍຂຶ້ນ.

ວິທຍຸເອເຊັຍເສຣີ ໄດ້ພະຍາຍາມ ຕິດຕໍ່ໄປຫາ ຊາວຄຣິສຕຽນລາວ ຄົນດັ່ງກ່າວ ແລະ ຍາດພີ່ນ້ອງ ຂອງຜູ້ກ່ຽວ ທີ່ເປັນຜູ້ຈັບໂຕ ສົ່ງໃຫ້ຕໍາຣວດ ພ້ອມທັງ ໄດ້ຕິດຕໍ່ ໄປຫາ ເຈົ້າໜ້າທີ່ບ້ານ ເພື່ອຂໍຮູ້ ຣາຍລະອຽດ, ແຕ່ກໍບໍ່ສາມາດ ຕິດຕໍ່ ຫາຜູ້ໃດໄດ້.

ກ່ຽວກັບ ບັນຫາຊາວຄຣິສຕຽນລາວ ຖືກເຈົ້າໜ້າທີ່ ຕໍາຣວດ ມາຈັບໂຕ ໄປນັ້ນ ເມື່ອກ່ອນໜ້ານີ້ ກໍເຄີຍເກີດຂຶ້ນ ຫຼາຍກໍຣະນີມາແລ້ວ. ແຕ່ກໍຣະນີນຶ່ງ ທີ່ເຫັນວ່າເດັ່ນ ກໍແມ່ນ ກໍຣະນີ ອາຈານສີທົນ ທິບພະວົງ, ອາຍຸ 34 ປີ, ຄຣູສອນ ສາສນາຄຣິສຕຽນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ທີ່ຖືກຈັບໄປ ເມື່ອວັນທີ 15 ມິນາ 2020 ໃນຂໍ້ຫາ ແບ່ງແຍກ ຄວາມສາມັກຄີ ແລະ ສ້າງຄວາມປັ່ນປ່ວນ ໃຫ້ແກ່ສັງຄົມ ແຕ່ໃນທີ່ສຸດ ກໍຖືກປ່ອຍໂຕ ໃນມື້ວັນທີ 9 ເມສາ ທີ່ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.