ເຣື້ອງທີ່ເກັບບັນທຶກໄວ້
2022-06-02
ລາຄານໍ້າມັນທຸກຊນິດ ໃນລາວ ໄດ້ປັບຂຶ້ນອີກແລ້ວ ໃນວັນທີ່ 1 ມິຖຸນານີ້ ຖືເປັນຄັ້ງທີ່ 12 ຂອງປີ 2022, ດ້ວຍເຫດນີ້ ຄົນລາວຈໍານວນນຶ່ງ ທີ່ໄປໄທຍ ຈຶ່ງໃສ່ນໍ້າມັນ ແລະຊື້ເຄື່ອງຂອງ ຢູ່ໄທຍ ກ່ອນຈະກັບມາລາວ ເພາະນໍ້າມັນ ແລະສິນຄ້າອື່ນໆ ຢູ່ໄທຍ ຖືກກວ່າຢູ່ລາວ.
2022-06-01
ປະເທດລາວ ບໍ່ພຽງແຕ່ປະສົບກັບເຣື່ອງ ອັດຕຣາເງິນເຟີ້, ສິນຄ້າແພງ, ການຣະບາດ ຂອງໂຄວິດ-19 ແຕ່ ຍັງປະສົບກັບບັນຫາໜີ້ສິນ ນຳອີກດ້ວຍ ເຖິງວ່າຜູ້ນຳລາວ ຈະເວົ້າວ່າ ລາວບໍ່ໄດ້ຕິດກັບດັກໜີ້ ກໍຕາມ.
2022-06-01
ສປປ ລາວ ເປັນປະເທດ ທີ່ປົກຄອງ ດ້ວຍລະບອບຄອມມິວນິສທ໌, ມີພັກດຽວ, ຖືກລະບຸ ໂດຍນັກຂ່າວໄຮ້ພົມແດນວ່າ ເປັນຂໍ້ມູນ “ຂຸມດຳ” ບ່ອນທີ່ຣັຖບານ ເປັນຜູ່ຄວບຄຸມ ສຳນັກຂ່າວຕ່າງໆ.
2022-06-01
ຊາວບ້ານ ຢູ່ບ້ານສີສະຫວາດ ແລະບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ 5 ຄົນ ທີ່ຖືກເຈົ້າໜ້າທີ່ທະຫານກອງພັນ 513 ຈັບໄປ ເມື່ອວັນທີ່ 10 ເດືອນເມສາ ທີ່ຜ່ານມາ ຍ້ອນເກີດຂໍ້ຂັດແຍ່ງທີ່ດິນ ຢູ່ແຄມອ່າງນໍ້າຫູມນັ້ນ ຈະຖືກປ່ອຍໂຕ ປະມານວັນທີ່ 10 ມິຖຸນາ ທີ່ຈະມາເຖິງນີ້ ໂດຍຈະບໍ່ມີການສົ່ງຟ້ອງຮ້ອງເຖິງຂັ້ນສານ ແລະ ບໍ່ຖືກຕັ້ງຂໍ້ຫາຮ້າຍແຮງໃດໆທັ້ງສິ້ນ.
2022-06-01
ນາຍົກລາວ ແລະ ໄທຍ ພົບພໍ້ກັນຢ່າງເປັນທາງການ, ໂດຍຮ່ວມກັນເຊັນສັນຍາ 3 ສບັບ ເພື່ອຍົກລະດັບຄວາມສັມພັນ ສູ່ການເປັນຫຸ້ນສ່ວນ ທາງຍຸທສາຕ.
2022-06-01
ເດັກນ້ອຍແມ່ຍິງ ແລະເຍົາວະຊົນລາວ ທີ່ອາຍຸຕ່ຳກວ່າ 18 ປີ ຫຼາຍຄົນ ຖືກຄົນຈີນຕົວະ ໄປຖ່າຍໜັງໂປ້ຖ່າຍທອດ ອອກອາກາດສົດ (Live) ທາງສື່ສັງຄົມອອນລາຍນ໌ ຜ່ານແອ໊ບພິເຄຊັ້ນຂອງຈີນ ຊື່ “ຈູ້ໂສ່ ແລະຖືກເຈົ້າໜ້າທີ່ຕຳຣວດໄທຍ ຈັບໄດ້ໃນມື້ວັນທີ່ 28 ພຶສພາ 2022.