ຂ່າວ ຈາກປະເທດ ເພື່ອນບ້ານ
2022.06.01
ສປປ ລາວ ເປັນປະເທດ ທີ່ປົກຄອງ ດ້ວຍລະບອບຄອມມິວນິສທ໌, ມີພັກດຽວ, ຖືກລະບຸ ໂດຍນັກຂ່າວໄຮ້ພົມແດນວ່າ ເປັນຂໍ້ມູນ “ຂຸມດຳ” ບ່ອນທີ່ຣັຖບານ ເປັນຜູ່ຄວບຄຸມ ສຳນັກຂ່າວຕ່າງໆ. ການຈັດດັສນີ ອິສຣະພາບ ສື່ມວນຊົນ ສາກົລ ປະຈຳປີ 2022 ຂອງກຸ່ມຕິດຕາມການຣາຍງານຂ່າວ ໄດ້ຈັດ ສປປ ລາວ ຢູ່ໃນລໍາດັບ ທີ່ 161 ຈາກ 180 ປະເທດ ໃນດັສນີ ແລະ ໃຫ້ຂໍ້ສັງເກດວ່າ ຫຼາຍໆຄົນ ໃນຈຳນວນປະຊາກອນ 7 ລ້ານຄົນ ໄດ້ຮັບຂ່າວສານ ຈາກປະເທດໄທຍ ທີ່ມີພາສາ ຄ້າຍໆກັນ ແລະ ສະບາຍໃຈ ກັບອິສຣະພາບ ໃນການອອກຂ່າວ.