ຕໍາຣວດໄທຍ ຈັບຊາວຈີນ ທີ່ໃຊ້ຄົນລາວ, ໄທຍ ແລະຈີນ ຖ່າຍວີດີໂອໂປ້ ໄລ້ຟ໌ສົດ

ສຸພັດຕາ
2022.06.01
ຕໍາຣວດໄທຍ ຈັບຊາວຈີນ ທີ່ໃຊ້ຄົນລາວ, ໄທຍ ແລະຈີນ ຖ່າຍວີດີໂອໂປ້ ໄລ້ຟ໌ສົດ ແຜນທີ່ ເຂດຕາແສງແມ່ຍາວ ເມືອງຊຽງຮາຍ ແຂວງຊຽງຮາຍ ປະເທດໄທຍ ບ່ອນທີ່ເດັກນ້ອຍ ແມ່ຍິງລາວ ຖືກຄົນຈີນຕົວະ ໄປຖ່າຍໜັງໂປ້ ໄລ້ຟ໌ສົດ
ຮູບພາບ: OpenStreetMap contributors/Datawrapper

ໃນມື້ວັນທີ່ 28 ພຶສພາ 2022 ນີ້ ເຈົ້າໜ້າທີ່ຕໍາຣວດໄທຍ ໄດ້ຈັບຜູ້ຊາຍຊາວຈີນ  9 ຄົນ ທີ່ເຊົ່າເຮືອນ ໃນ ເມືອງຊຽງຮາຍ ແຂວງຊຽງຮາຍ ປະເທດໄທຍ ຕົວະເອົາແມ່ຍິງລາວ, ໄທຍ-ຈີນ ທັງໝົດ 74 ຄົນ ໃນນັ້ນ ເປັນເດັກນ້ອຍແມ່ຍິງ ແລະເຍົາວະຊົນລາວ ທີ່ອາຍຸຕໍ່າກວ່າ 18 ປີ 12 ຄົນ ມາຖ່າຍໜັງໂປ້ ແລະໄລຟ໌ສົດ ບັນທຶກຄຣິບຂາຍອອນລາຍນ໌ ຜ່ານແອ໊ບພິເຄຊັ້ນຂອງຈີນ ຊື່ “ຈູ້ໂສ່”.

ປັດຈຸບັນ ພະນັກງານສອບສວນ ໄດ້ຂໍໃຫ້ສານແຂວງຊຽງຮາຍ ຂັງໂຕຜູ້ຕ້ອງຫາຊາວຈີນ ທັງ 9 ຄົນໄວ້ ເພື່ອສືບສວນ-ສອບສວນ ແລະຮິບໂຮມພະຍານຫຼັກຖານໃນຄະດີ ກ່ອນສລຸບສໍານວນ ແລ້ວຍື່ນເຣື່ອງໃຫ້ພະນັກງານອັຍາການ ດໍາເນີນການຮ່າງຄໍາຮ້ອງຟ້ອງ ໃຫ້ສານພິຈາຣະນາຕໍ່ໄປ, ສ່ວນເດັກນ້ອຍແລະເຍົາວະຊົນລາວ ທີ່ອາຍຸຕໍ່າກວ່າ 18 ປີ ຈໍານວນ 12 ຄົນນັ້ນ ແມ່ນຖືກສົ່ງໄປຍັງສະຖານທີ່ດູແລ ເຫຍື່ອການຄ້າມະນຸສ 3 ແຫ່ງ ເພື່ອຄຸ້ມຄອງຊົ່ວຄາວ ເພື່ອພິສູດວ່າ ເປັນເຫຍື່ອການຄ້າມະນຸສ ຫຼືບໍ່, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ຕໍາຣວດໄທຍ ຊຸດປະຕິບັດການ ປາບປາມການລ່ວງລະເມີດທາງເພດຕໍ່ເດັກນ້ອຍ ທາງອິນເຕີຣ໌ເນັທ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 1 ມິຖຸນາ ນີ້ວ່າ:

“ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຫາກະເອົາມາຝາກຂັງ ທີ່ເຮືອນຈໍາຊຽງຮາຍ ຕ້ອງສອບພະຍານ ສອບຜູ້ຕ້ອງຫາ, ທັງແມ່ຍິງລາວ ແລະແມ່ຍິງໄທຍ ຢູ່ທີ່ຫ້ອງການຕໍາຣວດ 13 ຄົນ ເອົາໄປທີ່ບ້ານພັນເດັກ ແລະຄອບຄົວເມືອງແມ່ຈັນ ແຂວງຊຽງຮາຍ 7 ຄົນ.”

ທ່ານກ່າວຕື່ມອີກວ່າ ຜູ້ຊາຍສັນຊາດຈີນ 6 ຄົນ ປະກອບດ້ວຍ ທ້າວ ຊັງກໍ ອາຍຸ 47 ປີ, ທ້າວ ສ່ຽງ ເຫວິນ ຫຼວງ ອາຍຸ 29 ປີ, ທ້າວ ສ່ຽວ ອິ້ວ ອາຍຸ 25 ປີ, ທ້າວ ເລິງຕ້າ ສູ່ ອາຍຸ 31 ປີ, ທ້າວ ສິງ ຫຍົງ ຊິງ ອາຍຸ 28 ປີ ແລະທ້າວ ສ່ຽວຜິງ ອາຍຸ 24 ປີ ຖືກດໍາເນີນຄະດີໃນຂໍ້ຫາ ຮ່ວມກັນເພື່ອຄວາມປະສົງແຫ່ງການຄ້າສື່ລາມົກ ອານາຈານເດັກນ້ອຍ ແລະຮ່ວມກັນ ນໍາເຂົ້າສູ່ລະບົບຄອມພິວເຕີ້ຣ໌ ທີ່ມີລັກສະນະລາມົກ ແລະໃນນັ້ນ 4 ຄົນ ຖືກຕັ້ງຂໍ້ຫາຫຼົບໜີເຂົ້າເມືອງ ແບບຜິດກົດໝາຍ.

ໃນຂະນະດຽວກັນ ເຈົ້າໜ້າທີ່ຕໍາຣວດໄທຍທີ່ກ່ຽວຂ້ອງ ກໍຈັບຜູ້ຊາຍຊາວຈີນ ໄດ້ອີກ 3 ຄົນ ແລະຄົນໄທຍ 1 ຄົນ ພາຍຫຼັງທີ່ເຊົ່າເຮືອນ ຢູ່ເທສບານ ແຂວງຊຽງຮາຍ ແລ້ວຕົວະເອົາແມ່ຍິງລາວ ແລະໄທຍ ປະມານ 30 ຄົນ ມາຖ່າຍໜັງໂປ້ ແລະໄລຟ໌ສົດ ບັນທຶກຄຣິບຂາຍອອນລາຍນ໌ ຜ່ານແອ໊ບພິເຄຊັ້ນຂອງຈີນ ຊື່ “ຈູ້ໂສ່” ຄືກັນ ແລະເປັນທີມເຮັດວຽກແບບດຽວກັນ ຕ່າງແຕ່ຢູ່ຄົນລະຈຸດ ໂດຍຜູ້ຕ້ອງຫາຄົນຈີນ 3 ຄົນ ແລະຄົນໄທຍ 1 ຄົນນີ້ ຖືກຕັ້ງຂໍ້ຫາໂດຍຕໍາຣວດ ແຂວງຊຽງຮາຍແລ້ວ ແລະປັດຈຸບັນ ຍັງຢູ່ລະຫວ່າງການຝາກຂັງ ຢູ່ທີ່ສານແຂວງຊຽງຮາຍ.

ດັ່ງເຈົ້າໜ້າທີ່ຕໍາຣວດ ສືບສວນ-ສອບສວນ ອາຊະຍາກັມທາງເທັກໂນໂລຢີ້ ກ່າວໃນມື້ດຽວກັນນີ້ວ່າ:

“ມີຄົນຈີນຜູ້ນຶ່ງ ຄອບຄອງສື່ລາມົກ ອີກຜູ້ນຶ່ງຫຼົບໜີເຂົ້າມາ ແລ້ວຢູ່ ແລ້ວກໍຂັດຄໍາສັ່ງທ່ານເຈົ້າແຂວງ 3 ຄົນ ຄົນຈີນ, ຄົນໄທຍຜູ້ນຶ່ງ ຖືກຂໍ້ຫາ ຮູ້ວ່າມີບຸກຄົນຕ່າງດ້າວ ແລ້ວໃຫ້ທີ່ຢູ່ອາສັຍ ປົກປິດຊຸກເຊື່ອງ.”

ທ່ານກ່າວຕື່ມວ່າ ເຈົ້າຂອງເຮືອນ ທີ່ກຸ່ມຄົນຈີນໃຊ້ເປັນສະຖານທີ່ຖ່າຍໜັງໂປ້ ແລະໄລຟ໌ສົດ ບັນທຶກຄຣິບຂາຍອອນລາຍນ໌ ຜ່ານແອ໊ບພິເຄຊັ້ນຂອງຈີນ ຊື່ “ຈູ້ໂສ່” ນັ້ນ ຈະບໍ່ຮູ້ກ່ຽວກັບການເຊົ່າສະຖານທີ່ ເພື່ອຖ່າຍຄຣິບດັ່ງກ່າວ ເນື່ອງຈາກກຸ່ມຄົນຈີນ ຕິດຕໍ່ເຊົ່າສະຖານທີ່ ຜ່ານເອເຈນຊີ້ ບໍ່ໄດ້ຈອງ ຫຼືຍ່າງເຂົ້າໄປພັກກັບທາງເຮືອນພັກນັ້ນໂດຍຕຣົງ ທາງເຈົ້າຂອງເຮືອນພັກ ຈຶ່ງຍັງບໍ່ໄດ້ຮັບຂໍ້ຫາ ຫຼືຄວາມຜິດ.

ປັດຈຸບັນ ເຈົ້າໜ້າທີ່ຕໍາຣວດຂັ້ນເທິງ ໄດ້ຈັດກອງປະຊຸມທຸກມື້ ເພື່ອວາງແນວທາງ ໃນການສືບສວນ-ສອບສວນ ເນື່ອງຈາກ ບັນຫາການຄ້າມະນຸສໃນປະເທດໄທຍ ກໍາລັງຖືກຈັບຕາ ຈາກສະຫະຣັຖອາເມຣິກາ ເຖິງຄວາມຈິງຈັງໃນການແກ້ໄຂບັນຫາ ເຊິ່ງຈະມີຜົລຕໍ່ການປັບຄ່າ Tier (ການຈັດລະດັບ) ການຄ້າມະນຸສ ທີ່ຈະມີການປະກາດຜົລ ໃນອີກ 2 ເດືອນຂ້າງໜ້ານີ້.

ດັ່ງເຈົ້າໜ້າທີ່ຕໍາຣວດ ແຂວງຊຽງຮາຍ ກ່າວໃນມື້ດຽວກັນນີ້ວ່າ:

“ຂັ້ນເທິງ ເຂົາປະຊຸມກັນທຸກມື້ທຸກມື້ ເພື່ອວາງແນວທາງການສືບສວນຕໍ່ ຍ້ອນມີຜູ້ເສັຽຫາຍເປັນຊາວຕ່າງປະເທດ.”

ເດັກນ້ອຍແລະເຍົາວະຊົນລາວ ຈໍານວນ 7 ຄົນ ທີ່ອາຍຸຕໍ່າກວ່າ 18 ປີ ໄດ້ຖືກສົ່ງໂຕມາທີ່ ໜ່ວຍງານ ຂອງສໍານັກງານພັທນາສັງຄົມ ແລະຄວາມໝັ້ນຄົງຂອງມະນຸສ ແຂວງຊຽງຮາຍແລ້ວ ແລະລໍຖ້າດໍາເນີນການຕາມຂບວນການທາງກົດໝາຍໄທຍ ໂດຍສະເພາະຂັ້ນຕອນ ການສືບສວນ-ສອບສວນ ວ່າຕົກເປັນເຫຍື່ອການຄ້າມະນຸສຫຼືບໍ່ ຫຼັງຈາກນັ້ນ ກໍຈະຖືກສົ່ງໂຕກັບຖິ່ນກໍາເນີດ ຂອງພວກເຂົາເຈົ້າ ຄື: ປະເທດລາວ.

ດັ່ງເຈົ້າໜ້າທີ່ ສະຖານທີ່ດູແລ ເຫຍື່ອຄ້າມະນຸສ ແຂວງຊຽງຮາຍ ກ່າວໃນມື້ດຽວກັນນີ້ວ່າ:

“ຕອນນີ້ ເຮົາກໍໄດ້ໃຫ້ຄວາມຊ່ອຍເຫຼືອນ້ອງ ຕາມຂບວນການແລ້ວ ຢູ່ໃນຄວາມດູແລ ຂອງ ພມ ແລ້ວເນາະ ກໍລໍຖ້າດໍາເນີນຕາມຂບວນການ ທາງກົດໝາຍໄທຍກ່ອນ.”

ຍານາງກ່າວຕື່ມວ່າ ເດັກນ້ອຍແລະເຍົາວະຊົນລາວ 7 ຄົນ ສ່ວນໃຫຍ່ເປັນເດັກນ້ອຍຊົນເຜົ່າ ຖືກນາຍໜ້າຄົນໄທຍ ຕົວະມາໃຫ້ເຮັດວຽກຮ້ານອາຫານ ແຕ່ມາຮອດໄທຍແລ້ວ ກໍພາມາຖ່າຍຄຣິບວິດິໂອຮ່ວມເພດເພື່ອໄລຟ໌ສົດ ໄປໃຫ້ຊາວຈີນຊົມແບບສົດໆ ກວ່າ 3,000,000 ຄົນ ຕໍ່ຄັ້ງ, ຂະນະທີ່ເດັກນ້ອຍ ແລະເຍົາວະຊົນລາວ ແມ່ນຈໍາໃຈຕ້ອງຖ່າຍຄຣິບຮ່ວມເພດ ເພາະບໍ່ມີເງິນຈໍານວນ 20,000 ບາດ ເພື່ອໃຊ້ໜີ້ ທີ່ກູ້ຢືມຈາກຄົນຈີນ ສົ່ງໄປໃຫ້ຄອບຄົວຢູ່ລາວ ຈຶ່ງຍອມໄລຟ໌ສົດ ມື້ລະ 3 ຮອບ ໂດຍຈະຫັກຄ່າໂຕຄັ້ງລະ 850 ບາດ.

ຫຼ້າສຸດເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທຍ ໄດ້ປະສານງານໄປທາງປະເທດຕົ້ນທາງ ຄືປະເທດຈີນ ກ່ຽວກັບຄົນຈີນ ທີ່ເຮັດຜິດໃນໄທຍ ເພື່ອເພີກຖອນໜັງສືເດີນທາງ ແລະພາກສ່ວນທີ່ກ່ຽວຂ້ອງຂອງໄທຍ ກໍາລັງຂຍາຍຜົລໄປທຸກໆພື້ນທີ່ ທີ່ກ່ຽວຂ້ອງກັບຂບວນການຄົນຈີນ ທີ່ເຂົ້າມາຖ່າຍທໍາຄຣິບໂປ້ ແລະຈະມີການດໍາເນີນຄະດີກັບຄົນໄທຍ ທີ່ເປັນທັງຜູ້ປະສານງານ ເຈົ້າຂອງສະຖານທີ່ ພ້ອມທັງແຈ້ງເຕືອນເຈົ້າຂອງເຮືອນໃຫ້ເຊົ່າທຸກຫຼັງ ໝັ່ນສັງເກດຜູ້ທີ່ມາເຊົ່າ ເພາະຫາກປ່ອຍປະລະເລີຍ ອາຈຖືກຂໍ້ຫາ ສນັບສນູນໃຫ້ເກີດການເຮັດຜິດໄດ້.
ເດັກນ້ອຍແມ່ຍິງແລະເຍົາວະຊົນ ທີ່ຖືກຕົວະມາຖ່າຍຄຣິບໂປ້ ແລະໄລຟ໌ສົດ ຜ່ານແອ໊ບພິເຄຊັ້ນຈີນ ຊື່ “ຈູ້ໂສ່” ຊຸດທໍາອິດ ທີ່ເຈົ້າໜ້າທີ່ຕໍາຣວດໄທຍກວດພົບ 44 ຄົນ ໃນເມືອງ ແມ່ຍາວ ແຂວງຊຽງຮາຍ ປະເທດໄທຍ ໃນນີ້ປະກອບດ້ວຍ ຄົນສັນຊາດຈີນ 10 ຄົນ, ສັນຊາດໄທຍ 4 ຄົນ ແລະສັນຊາດລາວ 30, ອີງຕາມການຣາຍງານ ຂອງໂທຣະພາບຊ່ອງ 7 ຂອງໄທຍ ໃນວັນທີ່ 29 ພຶສພາ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.