ເຣື້ອງທີ່ເກັບບັນທຶກໄວ້
2023-01-03
ຈີນຕຣຽມເປີດປະເທດ ໃນວັນທີ່ 8 ມົກກະຣານີ້ ແລະເຈົ້າໜ້າທີ່ ການທ່ອງທ່ຽວລາວ ຄາດວ່າ ຊາວຈີນ ຈະເຂົ້າມາທ່ອງທຽວ ໃນປະເທດລາວ ຫຼາຍຂຶ້ນ ຂະນະດຽວກັນ ຍັງມີຄວາມກັງວົນ ເຣື່ອງເຊື້ອໂຄວິດ-19 ຫາກມີຊາວຈີນ ກະຈາຍອອກ ໄປຕາມທີ່ຕ່າງໆ ໃນເທສການປີໃໝ່ຈີນນີ້.
2023-01-03
ອຸບັດຕິເຫດ ໃນໄລຍະ ການສເລີມສລອງ ບຸນປີໃໝ່ສາກົລ 2023 ນີ້ ຫຼຸດລົງ ເມື່ອທຽບໃສ່ຫຼາຍປີກ່ອນ, ສ່ວນສາເຫດສ່ວນໃຫຍ່ ເປັນຍ້ອນສະພາບເສຖກິຈ ຜູ້ຄົນບໍ່ໃຊ້ຈ່າຍແບບຟຸ້ມເຟືອຍ ເຮັດໃຫ້ການຊື້ເຄື່ອງດື່ມທີ່ມາທາດເຫລົ້າຫຼຸດລົງ ຫຼືຢູ່ໃນວົງຈຳກັດ.
2023-01-03
ການປ່ຽນ ນາຍົກຣັຖມົນຕຣີ ຂອງ ສປປ ລາວ ເກີດຂຶ້ນໃນໄລຍະ ທີ່ປະເທດລາວ ກຳລັງປະເຊີນ ກັບ ບັນຫາເສຖກິຈ ແລະ ບັນຫາສັງຄົມ ເຮັດໃຫ້ປະຊາຊົນລາວ ເຊື່ອວ່າ ນາຍົກຣັຖມົນຕຣີ ຄົນໃໝ່ ບໍ່ອາດສາມາດ ຟື້ນຟູເສຖກິຈ ຂອງປະເທດໄດ້ ລວມທັງການແກ້ໄຂ ບັນຫາສັງຄົມ.
2023-01-03
ເຈົ້າໜ້າທີ່ ຫນ່ວຍງານ ຕຸລາການ ຈໍານວນນຶ່ງ ຍັງສວຍໃຊ້ ອຳນາດໜ້າທີ່ ເພື່ອຜົລປໂຢດຕົນເອງ ແລະ ການດໍາເນີນຄະດີຕ່າງໆ ຍັງມີຄວາມຊັກຊ້າ ເນື່ອງຈາກ ເຈົ້າໜ້າທີ່ໃນລະບົບຍຸຕິທັມ ໃຊ້ອຳນາດ ເຂົ້າໄປແຊກແຊງ ເຮັດໃຫ້ລະບົບຍຸຕິທັມ ຂາດຄວາມໜ້າເຊື່ອຖື ຈາກປະຊາຊົນ ແລະ ກາຍເປັນອຳມະພາດ.
2023-01-03
ມີການຄາດການວ່າ ເສຖກິຈລາວ ຈະຂຍາຍໂຕເພີ່ມຂຶ້ນ ໃນປີ 2023 ນີ້ ຊຶ່ງຣັຖບານຕັ້ງເປົ້າໝາຍ ຂຍາຍເຖິງ 4.5% ແຕ່ສ່ວນປະຊາຊົນຍັງບໍ່ເຊື່ອໝັ້ນ ເພາະທຸກມື້ນີ້ ຄ່າຄອງຊີພແພງຂຶ້ນ ຈົນເກີດຄວາມຫຍຸ້ງຍາກ ໃນການດຳຣົງຊີວິດ ປະຈຳວັນ.
2023-01-03
ມູລນິທິສິລປະ ແລະ ວັທນະທັມລາວ ທີ່ເມືອງແຊນທ໌ ພີເຕີຣ໌ສເບີຣ໌ກ ຈັດງານສເລີມສລອ ງໃນຄໍ່າຄືນ ຂອງມື້ວັນທີ 31 ທັນວາ.
2023-01-02
ທີມງານ ວິທຍຸ ເອເຊັຽ ເສຣີ ຂໍສົ່ງຄຳອວຍພອນ ອັນປະເສີດ ແກ່ພີ່ນ້ອງຊາວລາວ ທັງພາຍໃນ ແລະ ຕັ້ງຖິ່ນຖານ ໃນຕ່າງແດນ ທີ່ຕິດຕາມ ຮັບຟັງຣາຍການ ແລະ ເປັນກຳລັງໃຈ ໃຫ້ແກ່ພວກເຮົາ ມາໂດຍຕລອດ.
2023-01-02
ສະມາຊິກ ສະພາແຫ່ງຊາຕລາວ ຮຽກຮ້ອງ ໃຫ້ຣັຖບານ ແກ້ໄຂບັນຫາ ການຜລິດ ເພື່ອທົດແທນ ການນຳເຂົ້າ ຢ່າງຈີງຈັງ ເພາະວ່າ ແຜນການຜ່ານມາ ບໍ່ມີປະສິດທິຜົນ.
2023-01-02
ຫຼັງຈາກ ທີ່ສາມາດ ເຂົ້າມາ ກໍາອໍານາດທຸກດ້ານ ໃນພຣະຣາຊອານາຈັກແລ້ວ, ພວກແນວລາວ ກໍເຣີ່ມເອົາວິທີການປົກຄອງ ແບບຄອມມູນິສ ເຂົ້າມາໃຊ້ ໃນປະເທດ.
2023-01-01
ຊາວລາວຫຼາຍຄົນ ຕ່າງກໍຈົ່ມ ເປັນສຽງດຽວກັນວ່າ ໄລຍະນີ້ ຕ້ອງ ໃຊ້ຈ່າຍຢ່າງ, ລາວຂາດດຸນການຄ້າ 45 ລ້ານໂດລ້າຣ໌ ເດືອນພຶສຈິກາ, ແມ່ຍິງບາງຄົນ ທີ່ຖືກຕົວະ ໄປເຮັດວຽກ ຢູ່ເຂດເສຖກິຈພິເສດ ຄິງສ໌ໂຣມັນສ໌ ຖືກບັງຄັບ ໃຫ້ຂາຍໂຕ ແລະ ຖືກກັກຂັງ ຢູ່ໃນຫ້ອງ ບໍ່ໄດ້ກິນເຂົ້າ.