ຄາດວ່າ ນັກທ່ອງທ່ຽວຈີນ ຈະເດີນທາງເຂົ້າມາລາວ ຫຼາຍຂຶ້ນ

ອາວະຣີ
2023.01.03
ຄາດວ່າ ນັກທ່ອງທ່ຽວຈີນ ຈະເດີນທາງເຂົ້າມາລາວ ຫຼາຍຂຶ້ນ ດ່ານສາກົລ ບໍ່ເຕັນ ແຂວງຫຼວງນ້ຳທາ, ວັນທີ 14 ເດືອນ ກໍຣະກະດາ ປີ 2022.
RFA

ຣັຖບານຈີນ ປະກາດເມື່ອບໍ່ດົນຜ່ານມາວ່າ ຈີນຈະເປີດປະເທດ ແລະອະນຸຍາດໃຫ້ປະຊາຊົນຈີນ ເດີນທາງທັງພາຍໃນ ແລະຕ່າງປະເທດໄດ້ ນັບແຕ່ວັນທີ່ 8 ເດືອນມົກກະຣາ ປີ 2023 ນີ້ເປັນຕົ້ນໄປ.

ເຈົ້າໜ້າທີ່ການທ່ອງທ່ຽວຂອງລາວ ຄາດຄະເນວ່າ ຫຼັງຈາກຈີນເປີດປະເທດ ຫຼື ເປີດຊາຍແດນແລ້ວ, ຊາວຈີນ ຈະມາທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໂດຍສະເພາະໃນຍາມເທສການ ປີໃໝ່ຈີນ ຫຼື ກຸດຈີນ ຈະມາເຖິງນີ້.

ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະການທ່ອງທ່ຽວ ຂອງແຂວງນຶ່ງ ໃນພາກເໜືອຂອງລາວ ທີ່ບໍ່ປະສົງບອກຊື່ ແລະ ຕຳແໜ່ງ ກ່າວກັບວິທະຍຸ ເອເຊັຽ ເສຣີ ເມື່ອວັນທີ່ 29 ທັນວາ 2022 ທີ່ຜ່ານມາວ່າ:

ບໍ່ຮູ້ແນ່ນອນວ່າ ຊິເຂົ້າມາຫຼາຍປານໃດ ແຕ່ຄາດວ່າຈະຫຼາຍຫັ້ນແຫຼະ. ສ່ວນຫຼາຍຈະໄປຫຼວງພະບາງເນາະ ນະຄອນຫຼວງວຽງຈັນເນາະ ແລ້ວກໍມາແຖວອຸດົມໄຊ ມາຫຼວງນ້ຳທາ ແລ້ວພວກທີ່ວ່າຂະເຈົ້າມີເວລາໜ້ອຍຫັ້ນນ່າ ຂະເຈົ້າກໍຈະຢູ່ອຸດົມໄຊ ຫຼວງນ້ຳທາ ແລ້ວກໍບໍ່ແກ້ວ. ສ່ວນວ່າມີເວລາຫຼາຍ ກໍຕໍ່ໄປຫຼວງພະບາງ ຕໍ່ໄປທາງວຽງຈັນພຸ້ນ ຫຼືວ່າຂ້າມໄປທາງຝັ່ງໄທ.

ເຈົ້າໜ້າທີ່ການທ່ອງທ່ຽວ ທ່ານດຽວກັນນີ້ກ່າວອີກວ່າ ສຳລັບເຈົ້າໜ້າທີ່ ການທ່ອງທ່ຽວ ໃນແຂວງຂອງທ່ານ ກໍໄດ້ກະຕຣຽມຫຼາຍຢ່າງ ເພື່ອຮັບມືກັບການເຂົ້າມາ ຂອງນັກທ່ອງທ່ຽວຈີນ ແລະຫ້ອງການ ຂອງທ່ານ ກໍໄດ້ຫາລື ກັບກະຊວງການຕ່າງປະເທດ ລາວແລ້ວ.

ແມ່ນແຫຼະ ດຽວນີ້ພວກເຮົາຫັ້ນ ໄດ້ຍິນຂ່າວວ່າ ຈີນເພິ່ນຊິເປີດວັນທີ່ 8 ວັນທີ່ 9 ນີ້ເນາະ ແລ້ວບາດນີ້ເນາະ ທາງພວກເຮົາກໍໄດ້ປະສານຫາທາງຝ່າຍລາວ (ກະຊວງ ການຕ່າງປະເທດ ຂອງລາວ) ວ່າ ທາງພວກເຮົາກໍຊິເປີດບໍ່ ຫຼືວ່າຈັງໃດຫັ້ນ ແຕ່ເພິ່ນກໍຍັງບໍ່ທັນໃຫ້ຂໍ້ມູນ ພວກເຮົາເທື່ອນ່າ ປົກກະຕິນີ້ ທາງການລາວກໍຈະເຮັດແຈ້ງການ ໃຫ້ພວກເຮົາຫັ້ນນ່າ ແຕ່ວ່າຍັງບໍ່ເຫັນເທື່ອນ່າ.

ສ່ວນທາງກະຊວງ ການຕ່າງປະເທດລາວ ກໍປະກາດແຈ້ງແລ້ວວ່າ ປະເທດລາວ ໄດ້ເປີດດ່ານສາກົນມາແຕ່ດົນແລ້ວ ນັບແຕ່ເດືອນພຶສພາ ປີກາຍເປັນຕົ້ນມາ; ແຕ່ໃນໄລຍະຜ່ານມາ ເຖິງວ່າທາງດ່ານລາວເປີດ, ທາງການຈີນ ຍັງເຂັ້ມງວດ ກັບປະຣິມານ ການເຂົ້າ-ອອກ ຂອງພົລເມືອງ ແລະສິນຄ້າຢູ່. ມາບັດນີ້ ຖ້າທາງການຈີນເປີດປະເທດ, ທາງການລາວ ພ້ອມແລ້ວທີ່ຈະເປີດຮັບຊາວຈີນ ແລະສິນຄ້າຈີນ ຢ່າງເຕັມທີ່. ແຕ່ເຖິງຢ່າງໃດກໍຕາມ ທາງກະຊວງການຕ່າງປະເທດລາວ ກໍຍັງບໍ່ທັນໄດ້ຮັບແຈ້ງການການ ເປີດປະເທດຂອງຈີນ ຢ່າງເປັນທາງການເທື່ອ.

ດັ່ງເຈົ້າໜ້າທີ່ລາວ ທ່ານນຶ່ງ ທີ່ເຮັດວຽກກ່ຽວກັບ ການປະສານງານ ຕ່າງປະເທດ ທີ່ບໍ່ປະສົງບອກຊື່ ແລະອອກສຽງ ອະທິບາຍໃຫ້ວິທະຍຸ ເອເຊັຽ ເສຣີ ຟັງເມື່ອວັນທີ່ 29 ທັນວາ ທີ່ຜ່ານມາວ່າ:

ທາງຝ່າຍລາວ ຍັງບໍ່ທັນໄດ້ຮັບແຈ້ງການ ຈາກທາງຝ່າຍຈີນຢ່າງ ລາຍລັກອັກສອນເທື່ອ ແຕ່ໄດ້ຍິນຂ່າວມາວ່າ ໃນວັນທີ່ 8 ເດືອນ 1 ທາງຈີນເພິ່ນຈະເປີດ ຄືເປີດປະເທດຫັ້ນແຫຼະ ເພິ່ນຈະຍົກເລີກມາດຕະການໂຄວິດ-19 ຫັ້ນນ່າ ສ່ວນທາງຝ່າຍລາວ ດ່ານບໍເຕັນ-ບໍຫານນີ້ ເພິ່ນເປີດມາແຕ່ດົນແລ້ວ ແຕ່ເຣື່ອງໄລຍະຜ່ານມາ ທາງຈີນເພິ່ນຈຳກັດ ເພິ່ນຄຸມເຂັ້ມຫັ້ນນ່າໃນການກັກໂຕຄົນ ທີ່ຈະເຂົ້າປະເທດເພິ່ນຫັ້ນນ່າ ມັນເລີຍເຮັດໃຫ້ແບບວ່າ ແຕ່ລະມື້ຄົນແລະສິນຄ້າທີ່ຈະເຂົ້າໄປຈີນນັ້ນ ມີຈຳນວນຈຳກັດ.

ອີງຕາມຄຳເວົ້າ ຂອງເຈົ້າໜ້າທີ່ທ່ອງທ່ຽວລາວ ໃນແຂວງພາກເໜືອທ່ານດຽວກັນນັ້ນ, ກ່ອນການຣະບາດຂອງໂຄວິດ-19, ຊາວຈີນ ລົງມາທ່ອງທ່ຽວ ໃນປະເທດລາວ ຫຼາຍເຖິງປີລະປະມານ 1 ລ້ານຄົນ. ບັດນີ້ ໃນເມື່ອຊາວຈີນ ບໍ່ໄດ້ເດີນທາງມາເປັນເວລາ ກວ່າ 3 ປີ ແລະອີກຢ່າງນຶ່ງ ປະເທດລາວ ກໍມີທາງຣົຖໄຟຄວາມໄວສູງແລ້ວ, ທ່ານຄາດວ່າ ຈະມີຄົນຈີນມາທ່ອງທ່ຽວ ແລະມາລົງທຶນ ຢູ່ລາວ ຫຼາຍຂຶ້ນ, ຫຼາຍກວ່າແຕ່ກ່ອນ; ແຕ່ກໍບໍ່ສາມາດຄາດຄະເນວ່າ ຄົນຈີນຈະມາຫຼາຍເທົ່າໃດ ຈັກພັນຄົນ ຕໍ່ມື້ ຫຼື ຕໍ່ເດືອນ.

ເຈົ້າໜ້າທີ່ທ່ານນີ້ກ່າວອີກວ່າ ຜ່ານມາ ຊາວຈີນ ມັກມາທ່ອງທ່ຽວ ພາກເໜືອຂອງລາວ ເປັນຕົ້ນມັກໄປນະຄອນຫຼວງພະບາງ ແລ້ວເດີນທາງໄປຂົວມິຕພາບ ລາວ-ໄທຍ ແຫ່ງຕ່າງໆ ເພື່ອໄປປະເທດໄທຍຕໍ່. ແຕ່ປັດຈຸບັນ ປະເທດລາວ ມີທາງຣົຖໄຟແລ້ວ ນັກທ່ອງທ່ຽວຈຳນວນນຶ່ງ ອາດຈະເດີນໄປນະຄອນຫຼວງວຽງຈັນ ແລ້ວຈຶ່ງອອກໄປປະເທດໄທຍ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ບໍຣິສັດຣົຖໄຟ ລາວ-ຈີນ ທ່ານນຶ່ງ ຢູ່ແຂວງຫຼວງນ້ຳທາ ກ່າວວ່າ:

ນ່າຈະແມ່ນມາລາວ ແລ້ວໄປໄທຫັ້ນແຫຼະ ເພາະວ່ານັກທ່ອງທ່ຽວສ່ວນຫຼາຍ ທີ່ໄປທ່ຽວໄທເນາະ ກໍໄປໄທຍກ່ອນແລ້ວ ຈຶ່ງໄປບ່ອນອື່ນຫັ້ນນ່າ ຄືວ່າຊ່ວງນີ້ມີຣົຖໄຟແຫຼະເນາະ ເພິ່ນກໍຈະມາຂີ່ຣົຖໄຟມາລາວເນາະ ຈາກນັ້ນແລ້ວກໍຈຶ່ງອອກໄປໄທຍ. ກໍຍັງບໍ່ຮູ້ວ່ານັກທ່ອງທ່ຽວ ຊິເຂົ້າມາຫຼາຍປານໃດເນາະ ກໍຫຼາຍຄືແຕ່ກ່ອນນັ້ນແຫຼະທີ່ເປີດດ່ານ.

ສ່ວນເຈົ້າໜ້າທີ່ ທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ຶງກ່າວວ່າ ຊາວຈີນສ່ວນຫຼາຍ ມັກມາທ່ອງທ່ຽວແລະມາລົງທຶນ ເຮັດທຸຣະກິຈ ການທ່ອງທ່ຽວ ຢູ່ນະຄອນຫຼວງພະບາງ.

ສ່ວນຫຼາຍເປັນນັກລົງທຶນ ພວກຂະເຈົ້າຈະເຂົ້າມາເບິ່ງກ່ຽວກັບທຸຣະກິຈ. ແມ່ນ ສ່ວນຫຼາຍແມ່ນທຸຣະກິຈກ່ຽວກັບການທ່ອງທ່ຽວ ເພາະວ່າເຂົາຈະໃຫ້ຄວາມສົນໃຈຫຼາຍ ກ່ຽວກັບນັກລົງທຶນເນາະ ຂອງຈີນນີ້ເນາະ ທີ່ເຂົ້າມາໂຕນີ້ກໍບໍ່ແນ່ ເພາະວ່າຍັງບໍ່ເຫັນຂະເຈົ້າອອກມາຖແລງຂ່າວ ອອກມາເທື່ອເນາະ ເພາະວ່າຕ້ອງແມ່ນສູນກາງເພິ່ນແຈ້ງມາເນາະ ຢ່າງເປັນທາງການ ເປັນກອງປະຊຸມຊື່ໆ ທາງກະຊວງເພິ່ນຍັງບໍ່ທັນໄດ້ແຈ້ງມາເທື່ອ.

ພະນັກງານບໍຣິສັດທ່ອງທ່ຽວ ຢູ່ລາວທ່ານນຶ່ງ ກ່າວວ່າ ເຖິງວ່າຈີນຈະເປີດປະເທດ ແລະຈະອະນຸຍາດໃຫ້ຊາວຈີນ ອອກຕ່າງປະເທດໄດ້ ນັບແຕ່ວັນທີ່ 8 ເດືອນມົກກະຣານີ້ເປັນຕົ້ນ; ແຕ່ຄົນຕ່າງປະເທດ ຕົວຢ່າງຄົນລາວ ນັກສຶກສາລາວ ຍັງບໍ່ສາມາດໄປຈີນໄດ້ເທື່ອ.

ດັ່ງທ່ານໄດ້ກ່າວ.

ວັນທີ່ 8 ເດືອນນຶ່ງ ເຣີ່ມເປີດທ່ອງທ່ຽວໄດ້ເບິດເລີຍ ຈີນເຂົ້າລາວໄດ້ເບິດເລີຍ ແຕ່ລາວໄປຈີນຍັງເທື່ອ ມີແຕ່ຈີນມາລາວໄດ້ຊ່ວງນີ້.

ຄະນະກັມມະການ ສຸຂພາບແຫ່ງຊາຕ ຂອງຈີນ ໄດ້ມີມະຕິປ່ຽນນະໂຍບາຍ ຈາກນະໂຍບາຍ ໂຄວິດເປັນສູນ ມາເປັນນະໂຍບາຍແນະນຳ ໃຫ້ພົລເມືອງຈີນ ຮູ້ຈັກຢູ່ກັບພະຍາດນີ້ໃຫ້ໄດ້, ປະກາດຫຼຸດລະດັບການຣະບາດ ຂອງໂຄວິດ-19 ຈາກລະດັບ ເອ (A) ລົງມາເປັນ ລະດັບບີ (B) ໝາຍຄວາມວ່າ ທາງການຈີນ ຈະບໍ່ຖືວ່າ ໂຄວິດ-19 ເປັນການຣະບາດ ອີກຕໍ່ ຈະຖືວ່າ ເປັນພຽງໂຣກ ຊະນິດນຶ່ງເທົ່ານັ້ນ ທີ່ຈຳເປັນຕ້ອງປິ່ນປົວ ແລະຄວບຄຸມ. ໃນຂະນະດຽວກັນ ທາງຄະນະກັມມະການ ສຸຂພາບຂອງຈີນ ກໍປະກາດຍົກເລີກ ການກັກໂຕ ແລະຕຣຽມພ້ອມ ທີ່ຈະເປີດປະເທດ ໃນວັນທີ່ 8 ມົກກະຣານີ້.

ເຖິງຢ່າງໃດກໍຕາມ ທາງການຈີນ ກໍໄດ້ປະກາດເຕືອນວ່າ ໂຄວິດ-19 ອາດຈະຣະບາດອີກ ໃນຍາມກຸດຈີນຈະມາເຖິງນີ້. ອີງຕາມໜັງສືພິມ ລາວພັທນາ ສະບັບວັນທີ່ 2 ເດືອນມົກກະຣາ ປີ 2023 ນີ້, ເຈົ້າໜ້າທີ່ສາທາຣະນະສຸຂ ຂອງຈີນ ປະກາດເຕືອນວ່າ ໃນເທສການປີໃໝ່ຈີນ ຫຼື ກຸດຈີນ ຊຶ່ງເຣີ່ມແຕ່ວັນທີ່ 22 ເດືອນມົກກະຣານີ້ ຊາວຈີນຫຼາຍລ້ານຄົນ ຈະເດີນທາງໄປຕ່າງປະເທດ ແລະກັບຄືນບ້ານເກີດ ເມືອງນອນ, ໂຄວິດ-19 ອາດຣະບາດແຮງຂຶ້ນ ໃນທົ່ວປະເທດຈີນ ໃນຍາມກຸດຈີນ ປີນີ້.

ຢູ່ປະເທດໄທຍ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ປະຊຸມກັນເມື່ອວັນທີ່ 31 ທັນວາ ທີ່ຜ່ານມາ. ໃນກອງປະຊຸມນັ້ນ ຫົວໜ້າກົມຄວບຄຸມໂຣກ ຂອງໄທຍ ຄາດຄະເນວ່າ ໃນປີ 2023 ນີ້ ຊາວຈີນ ຈະເຂົ້າປະເທດໄທຍ ປະມານ 5 ລ້ານຄົນ. ຄະນະກັມມະການຄວບຄຸມໂຣກ ຕິດຕໍ່ຂອງໄທຍ ສເນີວ່າ ທາງການໄທຍ ບໍ່ຄວນຈຳແນກ ຊາວຈີນ ແລະປັດຈຸບັນ ຍັງບໍ່ຈຳເປັນ ຕ້ອງກວດສຸຂພາບ ຂອງຊາວຈີນທຸກຄົນ ທີ່ເຂົ້າປະເທດໄທຍເທື່ອ ແຕ່ຊາວຈີນ ກໍຕ້ອງມີໃບຢັ້ງຢືນ ສັກວັກຊີນ ໂຄວິດ-19 ແລະມີປະກັນພັຍສຸຂພາບ ໄລຍະສັ້ນ. ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ການແພດ ຂອງໄທຍ ຈະກວດສຸຂພາບ ຂອງຊາວຕ່າງປະເທດ ທີ່ເຂົ້າໄທຍ ແລະທີ່ສົງໄສວ່າ ມີຄວາມສ່ຽງ ຕິດໂຄວິດ-19. ສ່ວນເຈົ້າໜ້າທີ່ອື່ນໆ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ສະແດງຄວາມເປັນຫ່ວງ ຢ້ານມີການຣະບາດ ຂອງໂຄວິດ-19 ໃນໄທຍອີກ ໂດຍສະເພາະ ໃນເວລາຊາວຈີນ ຈະເຂົ້າປະເທດໄທຍ ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.