ສະຫະຣັດສເນີໃຫ້ ເຄັ່ງຄັດຕໍ່ເກົາຫລີເໜືອ

ທາງກາຣ ສະຫະຣັຖ ໄດ້ເສນີ ໃຫ້ທາງ ສະຫະປະຊາຊາຕ ເອົາມາຕກາຣ ຢ່າງເຄັ່ງຄັດ ໃນກາຣຂວ້ມບາທ ຫລື ກາຣລົງໂທສ ທາງດ້ານ ເສຖກິຈ ແກ່ເກົາຫລີເໜືອ.
ຫວາດ ສີມູນ
2010.11.30
F-Skorea-president ພຶສຈິກາ ວັນທີ 29, 2010 ປະທານາທິບໍດີ ເກົາຫລີໃຕ້ Lee Myung-Bak (ຂວາ) ກໍາລັງເວົ້າຜ່ານທາງ ໄມໂຄຣໂຟນ ຮ່ວມດ້ວຍ ທ່ານນາຍພົນ Walter Sharp (ຊ້າຍ), ຜູ້ບັງຄັບບັນຊາ ກໍາລັງທະຫານ ສະຫະຣັດ ປະຈໍາເກົາຫລີໃຕ້ ໃນຣະຫວ່າງ ກວດກາການ ຮ່ວມຊ້ອມຣົບ ຄັ້ງໃຫຍ່ ໃນປວັດການ.
AFP PHOTO/Presidential Blue House/KIM Yong-Wi

ກົດຟັງສຽງ

ທາງກາຣ ສະຫະຣັຖ ພ້ອມຍັງ ຮຽກທວງໃຫ້ທາງ ສປຈີນ ໃນຖານະທີ່ ເປັນ ພັນທະມິຕ ອັນໃກ້ຊິດ ກໍຄວນເພີ່ມ ຄວາມຮັບຜິດຊອບ ໄກ່ເກັ່ຽກັບທາງ ເກົາຫລີເໜືອ ເພື່ອບໍ່ໃຫ້ສ້າງ ສະຖານະກາຣ ທີ່ເຄັ່ງຕຶງ ແລະ ຮຸນແຮງ ດັ່ງທີ່ເກີດຂຶ້ນ ໃນປັຈຈຸບັນ ນີ້ນັ້ນ.

Mme Susan Rice ເອກອັຄຣາຊທູຕ ສະຫະຣັຖ ປະຈຳ ອົງກາຣ ສະຫະປະຊາຊາຕ ໄດ້ແຈ້ງ ໃນມື້ ວັນຈັນ ນີ້ວ່າ ສະຫະຣັຖ ຈະປະເຊີນ ກັບກາຣທ້າທາຍ ຫລືກາຣນາບຂູ່ ດ້ານອາວຸທ ນີວເຄລັຽ ແລະ ກາຣຈູ່ໂຈມຕີ ຂອງເກົາຫລີເໜືອ ທີ່ຍິງປືນໃຫຍ່ ຖລົມໃສ່ດອນ Yeonpyeong ຂອງເກົາຫລີໃຕ້ ໃນສັປດາ ຜ່ານມາ.

ໃນຂນະດຽວກັນນີ້ ທາງຄນະ ກັມມາທິກາຣ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາ ຊາຕ ກໍມີກາຣ ຮ່ວມປະຊຸມກັນ ໃນມື້ວັນຈັນ ນີ້ ເພື່ອພິຈາຣະນາ ໃຫ້ເອົາ ມາຕກາຣ ປະຕິບັຕ ຕາມຂໍ້ຕົກລົງ ຂອງກາຣລົງໂທສ ທາງເສຖກິຈ ແກ່ ເກົາຫລີເໜືອ ທີ່ທົດລອງ ອາວຸທນີວເຄລັຽ ຂອງຕົນໃນປີ 2006 ແລະ 2009 ທີ່ຜ່ານມາ.

ຢ່າງໃດກໍຕາມ Mme Susan Rice ໄດ້ເນັ້ນວ່າ ໃນຖານະທີ່ ຈີນ ເປັນປະເທສ ທີ່ໃກ້ຊິດ ກັບເກົາຫລີເໜືອ ຕລອດມານັ້ນ ກໍຢາກໃຫ້ ທາງກາຣ ສປຈີນ ໄດ້ເອົາໃຈໃສ່ ຕັກເຕືອນ ແລະ ໄກ່ເກັ່ຽບໍ່ໃຫ້ ທາງ ເກົາຫລີເໜືອ ລະເມີດ ກົດກາຣລົງໂທສ ຂອງທາງ ອົງກາຣ ສະຫະປະຊາຊາຕ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.