ທໍານຽບຂາວປະນາມ ເກົາຫລີເໜືອ
2010.11.24

ກົດຟັງສຽງ
ໃນຖແລງການ ທີ່ອອກໃນ ເຊົ້າວັນ ອັງຄານ ນີ້ ທ່ານ Robert Gibbs ຫົວໜ້າຝ່າຍ ການຂ່າວ ຮຽກຮ້ອງ ໃຫ້ເກົາຫລີເໜືອ ຢຸດການ ກະທໍາແບບ ກະຫາຍສົງຄາມ ແລະ ປະຕິບັດ ຕາມ ຂໍ້ຕົກລົງ ຢຸດຍິງ ສະບັບປີ 1953 ທີ່ເຮັດໃຫ້ ສົງຄາມເກົາຫລີ ສິ້ນສຸດລົງ ນັ້ນ ຢ່າງເຕັມສ່ວນ.
ທ່ານ Gibb ກ່າວວ່າ ທໍານຽບຂາວ ຕິດຕໍ່ ຢ່າງໃກ້ຊິດ ກັບຣັຖບານ ເກົາຫລີໃຕ້ ແລະ ສະຫະຣັຖ ປະຕິບັດ ພັນທະ ຢ່າງແຂງແຮງ ໃນການປົກປ້ອງ ພັນທະມິດ ຂອງ ສະຫະຣັຖ ຄື ເກົາຫລີໃຕ້ ເພື່ອຮັກສາ ສັນຕິພາບ ແລະ ສະເຖັຽຣະພາບ ຂອງພາກພື້ນ. ໃນການຊ້ອມຣົບ ຂອງ ເກົາຫລີໃຕ້ ນັ້ນ ໂຄສົກ ກະຊວງປ້ອງ ກັນປະເທດ ສະຫະຣັຖ ວ່າບໍ່ມີ ທະຫານ ສະຫະຣັຖ ຄົນໃດເລີຍ ທີ່ປະຈໍາຢູ່ ເກົາຫລີໃຕ້ ທີ່ມີ 28 ພັນ ກວ່າຄົນນັ້ນ ເຂົ້າຮ່ວມ.
ຈີນ ຜູ້ເປັນ ພັນທະມິດ ທີ່ໃກ້ຊິດ ຂອງ ເກົາຫລີເໜືອ ກໍໄດ້ສະແດງ ຄວາມກັງວົນ. ໂຄສົກການ ຕ່າງປະເທດຈີນ Hong Lei ກ່າວຕໍ່ສື່ ມວລຊົນວ່າ:
"ພວກທ່ານ ໃຫ້ ຄວາມສໍາຄັນ ໃນຣາຍງານ ນັ້ນ ແລະ ກໍກັງວົນ ກ່ຽວກັບ ສະພາບການ ຍິງຕອບໂຕ້ ກັນນັ້ນ ແລະຮຽກຮ້ອງ ໃຫ້ທັງສອງຝ່າຍ ເໜືອແລະໃຕ້ ດໍາເນີນການ ກ້າວສູ່ ສັນຕິພາບ ແລະ ສະເຖັຽຣະພາບ ໃນ ແຫລມເກົາຫລີ ແລະວ່າ ຈີນ ກໍາລັງຫາ ຂໍ້ມູນຂ່າວ ກ່ຽວກັບການ ປະທະກັນນັ້ນ ເພື່ອກວດສອບ ຢືນຢັນ".
ເກົາຫລີເໜືອ ໄດ້ຍິງປືນໃຫຍ່ ໃສ່ເກາະ ຂອງ ເກົາຫລີໃຕ້ ທີ່ຢູ່ໃກ້ ຊາຍແດນ ທີ່ຂັດແຍ່ງກັນ ອັນສ້າງຄວາມ ເສັຽຫາຍ ໃຫ້ອາຄານ ບ້ານເຮືອນ ແລະ ທະຫານເຮືອ ເກົາຫລີໃຕ້ ຢ່າງໜ້ອຍ 2 ຄົນ ເສັຽຊີວິດ ຫລັງຈາກທີ່ ໄດ້ຍິງເຕືອນ ເກົາຫລີໃຕ້ ໃຫ້ຢຸດການ ຊ້ອມຣົບ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເກົາຫລີໃຕ້. ແລະກໍມີ ຣາຍງານວ່າ ສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ຈະເປີດ ປະຊຸມສຸກເສີນ. ການໂຈມຕີ ນັ້ນມີຂຶ້ນ ຂນະທີ່ຄວາມ ເຄັ່ງຕຶງ ຍ້ອນຄໍາກ່າວອ້າງ ຂອງ ເກົາຫລີເໜືອ ກ່ຽວກັບ ສະຖານ ທີ່ ກັ່ນທາດ ຢູເຣນຽມ ແຫ່ງໃໝ່ ຂອງຕົນ.
ເກົາຫລີໃຕ້ ໄດ້ຍິງໂຕ້ຕອບ ເກົາຫລີເໜືອ ຊຶ່ງອາດເຮັດ ໃຫ້ມີຜູ້ ບາດເຈັບ ລົ້ມຕາຍ ກໍເປັນໄດ້. ກອງບັນຊາການ ທະຫານສູງສຸດ ໃນກຸງພຽງຢາງ ຂູ່ວ່າ ຈະໂຈມຕີ ຫລາຍ ຂຶ້ນຕື່ມ ຖ້າເກົາຫລີໃຕ້ ຫາກຂ້າມຊາຍ ແດນທາງທະເລ ເຂົ້າມາ ພຽງຄືບ.