ສະຫະຣັຖເລີ້ມແກ້ບັນຫາ ສານເຄມີສີສົ້ມ

ສະຫະຣັຖ ເລີ້ມສະສາງ ບັນຫາ ສານເຄມີສີສົ້ມ ໃນວຽດນາມ
ໂພໄຊສວັດ
2012.08.09
f-v orange ຜູ້ເຄາະຮ້າຍ ຈາກສານພິດສີສົ້ມ ທີ່ ວຽດນາມ ໃນວັນເປີດພິທີ
VOV world

ໂຄງການມູນຄ່າ 43 ລ້ານ ໂດລາສະຫະຣັຖ ໄດ້ເລີ້ມຂຶ້ນ ໃນຂນະທີ່ ສະຫະຣັຖ ແລະ ວຽດນາມ ເພີ້ມເຊື່ອມ ຄວາມສໍາພັນ ໃກ້ຊິດ ສົ່ງເສີມການຄ້າ ແລະ ຫວັງຕໍ່ຕ້ານ ອິດທິພົນ ຂອງຈີນ ທີ່ກໍາລັງ ຂຍາຍ ໃນເຂດ ທະເລຈີນໃຕ້ ທີ່ມີ ການຂັດແຍ່ງກັນ.

ຫລາຍຄອບຄົວ ຊາວວຽດນາມ ທີ່ອາສັຍຢູ່ໃກ້ ຖານທັບເກົ່າ ສະຫະຣັຖ ດານັງ ໃນວຽດນາມ ມີບັນຫາ ດ້ານສຸຂພາບ ຈາກສານເຄມີ dioxin ທີ່ສະສົມ ໃນເລືອດ ໃນຮ່າງກາຍ ຍ້ອນວ່າ ຖານທັບເກົ່າ ສະຫະຣັຖ ຢູ່ດານັງ ເປັນສາງເກັບ ສານເຄມີສີສົ້ມ ຫລື Agent Orange ໄວ້ໃນສໄມ ສົງຄາມວຽດນາມ ທີ່ໄດ້ຍຸຕິລົງ ໄດ້ ເກືອບ 60 ປີ ຜ່ານມາ.

ບັນຫາ ຂອງຊາວບ້ານ ທີ່ອາສັຍຢູ່ໃກ້ ສາງອາວຸດເກົ່ານີ້ ກໍມີ ຕົວຢ່າງ: ນາຍ Vo Duoc ອາຍຸ 58 ປີ ເປັນຄົນຂາຍ ເສດເຫລັກ ແລະ ມີພຍາດ ເບົາຫວານຕິດໂຕ. ສ່ວນເມັຍຂອງເລົາ ກໍເປັນ ໂຣຄມະເຮັງເຕົ້ານົມ ແລະ ລູກສາວກໍບໍ່ ສາມາດມີລູກໄດ້ ເພາະ ລຸລູກຊໍ້າແລ້ວ ຊໍ້າອີກ.

ຫລາຍປີຜ່ານມາ ນາຍ Duoc ເຊື່ອວ່າ ການເຈັບປ່ວຍ ຂອງຄົນໃນຄອບຄົວ ຄົງຈະບໍ່ມີຫຍັງ ພົວພັນກັບ ສານເຄມີສີສົ້ມ, ແຕ່ຫລັງຈາກ ການກວດເລືອດ ກໍໄດ້ຮູ້ວ່າ ທຸກຄົນ ໃນຄອບຄົວ ໄດ້ນໍາເອົາ ສານເຄມີສີສົ້ມ ເຂົ້າໄປໃນຮ່າງກາຍ ໂດຍບໍ່ໄດ້ຕັ້ງໃຈ ຍ້ອນວ່າ ໄດ້ກິນປາ ກິນຜັກ ແລະ ທັງໃຊ້ທັງກິນນໍ້າ ທີ່ມີ ສານເຄມີສີສົ້ມ ເຈືອປົນຢູ່.

ສານເຄມີ dioxin ກໍ່ໃຫ້ເກີດມະເຮັງໄດ້, ເຮັດໃຫ້ ເດັກທີ່ເກີດມາ ບໍ່ສົມບູນ ແລະ ເສັຍອົງຄະໄດ້ ແລະ ສານເຄມີສີສົ້ມ ຈະຢູ່ໃນດິນ ໂດຍບໍ່ເຫີຍໄປ ຫລາຍຊົ່ວ ອາຍຸຄົນໄດ້ ນາຍ Duoc ກ່າວວ່າ ມັນຊ້າໄປ ແຕ່ກໍດີກວ່າ ທີ່ສະຫະຣັຖ ອະເມຣິກາ ຈະບໍ່ເລີ້ມສະສາງ ບັນຫາ ສານເຄມີສີສົ້ມ ໃນວຽດນາມ ນີ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.