ຜູ້ນຳໝາຍເລຂ 2 ເກົາຫລີເໜືອມາລາວ

ຜູ້ນຳ ຣະດັບສູງ ໝາຍເລຂ 2 ຂອງ ເກົາຫລີເໜືອ ຢ້ຽມຢາມ ສປປລາວ ແລະ ວຽຕນາມ.
ຫວາດ ສີມູນ
2012.08.06

ທ່ານ Kim Young-nam ປະທານ ຄນະບໍຣິຫາຣ ຂອງ ສະພາສູງສຸດ ຫລື ບຸຄຄົລສຳຄັນ ອັນດັບ 2 ຂອງ ເກົາຫລີເໜືອ ອອກເດີນທາງ ຢ້ຽມຢາມ ສສວຽຕນາມ ແລະ ສປປລາວ ໂດຽມີທ່ານ Ri Yong-nam ຣັຖມົນຕຣີ ກາຣຕ່າງປະເທສ ແລະ ທ່ານ Kang min-chol ຣັຖມົນຕຣີ ກະຊວງ ອຸຕສາຫະກັມ ແລະ ຄນະຕິດຕາມ. ອີງຕາມ ກາຣຣາຍງານ ຂອງໜັງສືພີມ ທາງກາຣ ເກົາຫລີເໜືອ ໃນມື້ວັນເສົາ ຜ່ານມາ ຊຶ່ງກາຣຢ້ຽມຢາມ ດັ່ງກ່າວ ເຮັດໃຫ້ ນັກສັງເກດກາຣ ດ້ານ ກາຣເມືອງ ໃນເກົາຫລີເໜືອ ໃຫ້ກາຣຄາດໝາຍ ທີ່ອາຈມີກາຣ ເປີດກວ້າງ ທາງດ້ານເສຖກິຈ ຂອງເກົາຫລີເໜືອ ກັບ ບັນດາປະເທສ ໃນເຄືອຂ່າຍ ສັງຄົມ ນິຍົມ ເຊັ່ນກັນ.

ທາງໜັງສືພີມ ທາງກາຣເກົາຫລີເໜືອ ຍັງໄດ້ແຈ້ງ ເພີ່ມວ່າ ໃນເດືອນພຶສພາ ຜ່ານມາ ທ່ານ Kim Young-nam ກໍໄດ້ເດີນທາງ ໄປຢ້ຽມຢາມ ສິງກະໂປ ແລະ ອິນໂດນີເຊັຽ ເຊັ່ນກັນ ຊຶ່ງກາຣຢ້ຽມຢາມ ຕາມບັນດາ ປະເທສຕ່າງໆ ຢ່າງເປັນທາງກາຣ ຂອງ ເຈົ້າໜ້າທີ່ ຣະດັບສູງ ຂອງເກົາຫລີເໜືອ ບໍ່ຄ່ອຍຈະມີ ຫລືມີການ ອອກເປັນຂ່າວ ແຕ່ປະກາຣໃດ ສະນັ້ນ ນັກວິເຄາະ ກາຣເມືອງ ຂອງເກົາຫລີເໜືອ ຈຶ່ງມີກາຣ ຄາດໝາຍ ທີ່ວ່າອາຈມີ ກາຣປ່ຽນແປງ ຫລືເປີດກວ້າງ ດ້ານເສຖກິຈ ຂອງ ເກົາຫລີເໜືອ ໃນອະນາຄົຕ ຂ້າງໜ້າ ກໍເປັນໄດ້ ພາຍໃຕ້ຜູ້ນຳ ຄົນໃໝ່ ທີ່ທ່ານ Kim Jong-un ໄດ້ຂຶ້ນດຳຣົງ ຕຳແໜ່ງ ແທນມື້ລາງ ທ່ານ Kim Jong-il ໃນເດືອນທັນວາ ທີ່ຜ່ານມາ.

ຢ່າງໃດກໍຕາມ ສຳຫລັບ ກາຣຢ້ຽມຢາມ ວຽຕນາມ ແລະລາວ ຂອງເຈົ້າໜ້າທີ່ ຣະດັບສູງ ຂອງ ເກົາຫລີເໜືອ ໃນຄັ້ງນີ້ ກໍບໍ່ມີກາຣ ເປີດເຜີຽ ຣາຍລະອຽດ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.