ຜແນກ ກອງເລຂາທິການ ອາຊຽນ ໄດ້ຈັດງານ ສລອງ ມື້ສ້າງຕັ້ງ ອາຊຽນ ຄົບຮອບ 45 ປີ ຂຶ້ນໃນ ວັນພຸດ ວັນທີ 8 ສິງຫາ 2012 ນີ້ຢູ່ສູນກາງໃຫຍ່ ຂອງອາຊຽນ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊັຍ.
ເລຂາທິການ ເອກອາຊຽນ ດຣ ສຸຣິນ ພິດສຸວັນ ເປັນປະທານ ໃນພິທີສລອງ ຄັ້ງນີ້ ໂດຍມີ ຣັຖມົນຕຣີ ກະຊວງ ການຕ່າງປະເທດ ອິນໂດເນເຊັຍ ທ່ານ Marty Natalegawa ແລະ ເອກອັຄຣະ ສະທູດອາຊຽນ ເຂົ້າຮ່ວມ. ນອກຈາກນັ້ນ ໃນມື້ດຽວກັນ ປະເທດ ສະມາຊິກ ອາຊຽນ ທຸກໆປະເທດ ກໍຈະຈັດງານ ສລອງ ມື້ສ້າງຕັ້ງ ອາຊຽນ ຄົບຮອບ 45 ປີ ເຊັ່ນດຽວກັນນີ້ ພາຍໃນ ປະເທດຂອງຕົນ ເພື່ອ ໝາຍເຖິງ ຄວາມໝາຍໝັ້ນ ຕັ້ງໃຈ ທີ່ຈະສ້າງຕັ້ງ ປະຊາຄົມອາຊຽນ.
ໃນພິທີສລອງ ມື້ສ້າງຕັ້ງ ດຣ ສຸຣິນ ພິດສຸວັນ ໄດ້ກ່າວວ່າ “ອາຊຽນ ຂໍສແດງ ຄວາມຮູ້ບຸນຄຸນ ກ່ຽວກັບວຽກງານ, ການປະກອບສ່ວນ ແລະ ການຮ່ວມໄມ້ ຮ່ວມມື ຂອງຄູ່ເຈຣະຈາ ທີ່ໄດ້ ສນັບສນູນ ອາຊຽນ ເປັນຢ່າງດີ ຕລອດມາ ແລະ ຄູ່ເຈຣະຈາ ຍັງໄດ້ຕອບຮັບ ຢ່າງມີ ປະສິດທິພາບ ຕໍ່ຄໍາຮຽກຮ້ອງ ຂອງອາຊຽນ ເພື່ອເຮັດໃຫ້ ອາຊຽນ ໄດ້ບັນລຸ ເປົ້າໝາຍ ໃນພູມີພາກ”.
ໃນໂອກາດນີ້ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ ກໍໄດ້ກ່າວ ກ່ຽວກັບ ມື້ສ້າງຕັ້ງກຸ່ມ ອາຊຽນ ແລະ 15 ປີ ທີ່ລາວໄດ້ ເຂົ້າເປັນສະມາຊິກ ໂດຍເນັ້ນເຖິງ ຄວາມສໍາຄັນ ທາງດ້ານ ການເມືອງ ແລະ ຄວາມໝັ້ນຄົງ ຂອງ ບັນດາສະມາຊິກ ວ່າຍຶດໝັ້ນ ຫລັກພື້ນຖານ ເຄົາຣົບ ເອກກະຮາຊ, ອະທິປະໄຕ, ຜືນແຜ່ນດິນ ອັນຄົບຖ້ວນ, ການບໍ່ແຊກແຊງ ກິຈການ ພາຍໃນ ຂອງກັນ ແລ ະກັນ.