ຜົນວິເຄາະທາງຣົດໄຟ ຂອງປະເທດໃກ້ຄຽງ

ການສ້າງ ທາງຣົດໄຟ ຄວາມໄວສູງ ຕາມການວິເຄາະ ຂອງປະເທດ ເພື່ອນບ້ານ ແທນທີ່ ຈະເປັນ ການສົ່ງເສີມ ການລົງທຶນ ດຶງດູດ ຊາວ ຕ່າງປະເທດ ແຕ່ກັບເປັນ ການທ່ວງດຶງ ການເຕີບໃຫຍ່ ຂອງເສຖກິດ.
ມະນີຈັນ
2012.10.30

ໂຄງການ ສ້າງທາງຣົດໄຟ ຄວາມໄວສູງ ຂອງ ຣັຖບານລາວ ເຣື່ອງທີ່ວ່າ ຈະຄຸ້ມຄ່າ ຫລືບໍ່ຄຸ້ມຄ່າ ນັ້ນ ບໍ່ຕັ້ງເປັນ ບັນຫາ ເພາະຣັຖບານລາວ ມີຕົວເລຂ ຄິດໄລ່ ອອກມາວ່າ ຈະຄຸ້ມ ຈັກປີຈັກປີ. ອີກຢ່າງນຶ່ງ ຜູ້ໃຫ້ເງິນກູ້ຢືມ ຄືຣັຖບານຈີນ ກໍເຕັມໃຈ ໃຫ້ກູ້ຢືມ.

ຫາກມາເບິ່ງເຖິງ ບົດຮຽນ ຂອງປະເທດ ວຽດນາມ ກໍເຫັນວ່າ ໂຄງການສ້າງ ທາງຣົດໄຟ ຄວາມໄວສູງ ບໍ່ຄຸ້ມຄ່າ ທາງຣັຖສະພາ ວຽດນາມ ຈຶ່ງບໍ່ຮັບຜ່ານ. ນັກວິຊາການໄທ ກ່າວຕໍ່ RFA ເມື່ອວັນທີ 28 ຕຸລາ 2012 ໃນຕອນນຶ່ງວ່າ:

"ທ່ານວ່າ ກໍຣະນີ ຂອງວຽດນາມ ທີ່ມີໂຄງການ ສ້າງທາງຣົດໄຟ ຄວາມໄວສູງ ຊິງເຈີເຊັນ ຜ່ານການຄົ້ນຄວ້າ ຈາກຍີ່ປຸ່ນ ເຫັນວ່າບໍ່ຄຸ້ມຄ່າ ກັບການລົງທຶນ ທີ່ສູງ ໃຫ້ຖ້າ ໄປອີກປະມານ 20 ປີ ເພາະຜູ້ໂດຍສານ ກໍບໍ່ມີຄວາມພ້ອມ ທີ່ຈະໃຊ້. ຍີ່ປຸ່ນ ໄດ້ສເນີໃຫ້ສ້າງ ແບບໄລຍະສັ້ນ ນາຈາງ-ໂຮຈິມິນ ຊຶ່ງເປັນເສັ້ນທາງ ທີ່ຈະມີ ຜູ້ໂດຍສານໃຊ້ ຫລາຍ".

ສໍາລັບ ກໍຣະນີ ຂອງໄທ ທ່ານວ່າ ມັນກໍມີຄວາມ ວິຕົກກັງວົນ ຄືກັນ:

"ຣັຖບານ ຂອງຍານາງ ຍິ່ງລັກ ຊິນນະວັດ ໃຫ້ຄວາມສໍາຄັນ ທາງຣົດໄຟ ຄວາມໄວສູງ ສາຍບາງກອກ-ຊຽງໃໝ່ ສ່ວນວ່າສາຍ ບາງກອກ-ໜອງຄາຍ ຍັງບໍ່ມີແຜນເທື່ອ ເພາະຈະຕ້ອງໃຊ້ ງົປມານສູງ ເຖິງ 2 ແສນ ລ້ານບາດ. ບັນຫາກໍຄື ຄ່າໂດຍສານ ມັນຈະແພງ ຄົນທີ່ສາມາດຂຶ້ນໄດ້ ກໍຈະເປັນຄົນ ທີ່ມີຖານະ ເປັນນັກ ທຸຣະກິດ ບໍ່ແມ່ນ ຄົນທັມມະດາ ທົ່ວໄປ".

ປະເທດຈີນ ກໍຍັງສ້າງບໍ່ໄດ້ ຕາມແຜນ ທີ່ໄດ້ວາງໄວ້ ໃນປີ 2012 ຈີນຈື່ງໄດ້ໂຈະ ການສ້າງທາງຣົດໄຟ ທັງໝົດ ເຫລືອພຽງ 23 ສາຍ ຮວມທັງຣົດໄຟ ຄວາມໄວສູງ 9 ສາຍນໍາດ້ວຍ ຍ້ອນບັນຫາ ໜີ້ສິນ ການສໍ້ຣາສບັງຫລວງ ເຣືື່ອງທາງຣົດໄຟ. ເສັ້ນປັກກິ່ງ-ຊຽງໄຮ ລົງທຶນໄປ ນັບເປັນລ້ານໆບາດ ມັນກໍຂາດທຶນ ແລະ ກໍຫລຸດຄວາມໄວ ຈາກ 350 ກິໂລແມັຕ ຕໍ່ຊົ່ວໂມງ ລົງມາເປັນ 300 ກິໂລແມັຕ ຕໍ່ຊົ່ວໂມງ ເທົ່ານັ້ນ.

ໃນປະເທດໄທ ເອງ ສາຍທາງຣົດໄຟ airport link ແຕ່ສນາມບິນ ສຸວັນນະພູມ ເຂົ້າບາງກອກ ກໍລຸບທຶນ. ສໍາລັບ ສປປລາວ ຄົນກໍບໍ່ຫລາຍ ຄົນທີ່ີສາມາດ ຂີ່ໄດ້ຈະມີ ໜ້ອຍ.

ທ່ານກ່າວ ຊໍ້າທ້າຍວ່າ ຫາກເບີ່ງຄືນຫລັງໄປ ໃນສມັຍຝຣັ່ງເສດ ເປັນຫຍັງຝຣັ່ງ ຈຶ່ງບໍ່ສ້າງ ທາງຣົດໄຟ ໃນລາວ ສ້າງພໍເປັນຮູບ ຢູ່ຫລີ່ຜີ ພາກໃຕ້ຂອງລາວ ແຕ່ສ້າງໃນ ກໍາພູຊາ ແລະວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.