ຊາວນາໄທຂູ່ໃຫ້ຣັຖ ແກ້ຣາຄາເຂົ້າເປືອກ
ສົມເນ
2010.12.23
2010.12.23
ກົດຟັງສຽງ
ທ່ານ ວິຊຽນ ພວງລໍາຈຽກ ຮອງປະທານ ສະມາຄົມ ຊາວນາໄທ ກ່າວໃນ ວັນພະຫັດ ນີ້ວ່າ ທ່ານໄດ້ ສົນທະນາ ບັນຫານີ້ ກັບຜູ້ຕາງ ໜ້າຊາວນາ ຈາກ 40 ແຂວງ
ໝົດທຸກຄົນ ເສັຽຫວັງທີ່ ຣັຖບານລ້າຊ້າ ໃນການແກ້ໄຂ ບັນຫາ ຣາຄາ ເຂົ້າເປືອກ ຕົກຕໍ່າ. ຣັຖມົນຕຣີ ກະຊວງການຄ້າ ກໍວ່າ ຈະຍົກບັນຫາ ນີ້ຂື້ນຢູ່ ໃນກອງປະຊຸມ ຄນະຣັຖບານ ໃນວັນທີ 27 ທັນວາ.
ທ່ານ ວິຊຽນ ເວົ້າວ່າ ຖ້າຫາກວ່າ ຣັຖບານ ບໍ່ແກ້ໄຂ ບັນຫານີ້ ໃຫ້ໄວທີ່ສຸດ ຊາວນາ ໃນທົ່ວປະເທດ ຈະມາໂຮມ ຊຸມນຸມກັນ ຢູ່ທີ່ບາງກອກ ຫລັງຈາກ ເທສການປີໃໝ່ ແລະ ຈະນໍາເອົາ ເຂົ້າເປືອກ ໄປຖອກເທ ໃສ່ຕໍ່ໜ້າ ຫໍສະພາ ແຫ່ງຊາດ.
ທ່ານ ວິຊຽນ ໄດ້ຮຽກຮ້ອງ ຣັຖບານ ໃຫ້ຮັບປະກັນ ຣາຄາເຂົ້າເປືອກ ຢ່າງນ້ອຍ 12,000 ບາດ ຕໍ່ນື່ງໂຕນ ຈາກປັດຈຸບັນ 10,000 ບາດ ຕໍ່ນື່ງໂຕນ ແລະ ຮັບປະກັນ ອັດຕຣາ ອະນຸມັດ ເຂົ້າຈາກ 25 ໂຕນ ຂື້ນເປັນສູງສຸດ 40 ໂຕນ ຕໍ່ຊາວນາ ນື່ງຄົນ.