ອອງຊານຊູຈິ ຫາຊ່ອງທາງເຈຣະຈາ

ມາດາມ ອອງຊານຊູຈິ ຜູ້ນໍາ ເພື່ອ ປະຊາທິປະໄຕ ພະມ້າ ຊອກຊ່ອງທາງ ເຈຣະຈາ ກັບ ຣັຖບານ ທະຫານພະມ້າ.
ຈໍາປາທອງ
2010.12.13

ກົດຟັງສຽງ

ມາດາມ ອອງຊານຊູຈິ ຜູ້ນຳ ເພື່ອ ປະຊາທິປະໄຕ ພະມ້າ ມີຄວາມ ຍິນດີທີ່ ຈະອົດທົນ ຊອກຊ່ອງທາງ ເຈຣະຈາ ກັບຜູ້ນຳ ຣັຖບານ ທະຫານພະມ້າ ທີ່ໄດ້ເລີ້ມ ມາຕັ້ງແຕ່ ເດືອນທີ່ແລ້ວ ພາຍຫລັງ ການເລືອກຕັ້ງ ທີ່ມີການ ຂັດແຍ່ງກັນ ອັນເຮັດໃຫ້ ຝ່າຍທະຫານ ກຳອຳນາດ ຢູ່ຕໍ່ໄປ. ຕາມຣາຍງານ ຂອງ ໜັງສືພີມ ທີ່ພະມ້າ. ໃນການໃຫ້ ສຳພາດ ຕໍ່ເຄືອຂ່າຍ ວິທຍຸມວນຊົນ NHK ຂອງ ຍີ່ປຸ່ນ ໃນວັນອາທິດ ວ່າ ມາດາມ ອອງຊານຊູຈິ ກ່າວວ່າ:

“ຄວາມເຊື່ອຖືໄດ້ ຂອງຣັຖບານ ພະມ້າ ບໍ່ຂຶ້ນຢູ່ກັບ ສະຖິຕິຕ່າງໆ. ມັນຂຶ້ນຢູ່ ກັບຄວາມສມັກໃຈ ຂອງ ປະຊາຊົນ, ຂຶ້ນຢູ່ກັບ ການສນັບສນູນ ຢ່າງແທ້ຈິງ ຂອງ ປະຊາຊົນ“. ມາດາມ ກ່າວຕື່ມອີກວ່າ: “ ຕ້ອງລໍຖ້າ ເບິ່ງວ່າຈະຮູ້ ຄວາມຈິງ ແທ້ນັ້ນ ເປັນແນວໃດ “. ມາດາມ ອອງຊານຊູຈິ ຜູ້ໄດ້ຮັບ ຣາງວັນ Nobel ຂແນງ ສັນຕິພາບ ໃນປີ 1991 ວ່າ: "ຂ້າພະເຈົ້າ ຢາກຈະເວົ້າເຖິງ ອິດທິພົນ ແນວໃດແນວນຶ່ງ ທີ່ຂ້າພະເຈົ້າ ມີ, ຖ້າຫາກວ່າ ຂ້າພະເຈົ້າ ມີອິດທິພົນ ໃນໝູ່ປວງ ຊົນພະມ້າ, ຂ້າພະເຈົ້າ ຈະໃຊ້ ອິດທິພົນ ທີ່ມີນັ້ນ ນຳມາຊຶ່ງ ຄວາມຖືກຕ້ອງ ປອງດອງຊາດ “. ແລະວ່າ “ຣັຖບານ ທະຫານພະມ້າ ບໍ່ເຄີຍໃຫ້ ຄວາມສົນໃຈ ນຳການ ເຈຣະຈາກັນ ພໍເທົ່າໃດ ແຕ່ພວກເຮົາ ກໍຕ້ອງອົດທົນ ບາກບັ່ນ ໄປຈົນເຖິງ ທີ່ສຸດ  ແລະ ພວກເຮົາມີ ຄວາມສາມາດ ໃນການທີ່ ຈະອົດທົນ ບາກບັ່ນ ນັ້ນໄດ້“.

ມາດາມ ອອງຊານຊູຈິ ເປັນຜູ້ນຳພັກ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ທີ່ໄດ້ຖືກຍຸບ ຍ້ອນຄັດຄ້ານ ການເລືອກຕັ້ງ ຂອງຣັຖບານ ທະຫານພະມ້າ ໃນວັນທີ 7 ພຶສຈິກາ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.