ຍານາງຊູຈິພົບກັບ ຍຸວະຊົນພະມ້າ
2010.12.29
ກົດຟັງສຽງ
ຍານາງ ອັອງ ຊານ ຊູຈິ ພົບພໍ້ກັບ ຊາວໜຸ່ມ ພະມ້າ ປະມານ 200 ຄົນ ທີ່ ສໍານັກງານພັກ ຂອງຍານາງ ໃນມື້ວັນ ອັງຄານ, ຊຶ່ງເປັນສ່ວນນຶ່ງ ໃນຄວາມ ພຍາຍາມ ຂອງນາງ ເພື່ອເຂົ້າຫາ ຄົນໜຸ່ມນ້ອຍ ລູ້ນໃໝ່ ພາຍຫລັງ ທີ່ຍານາງ ຖືກປ່ອຍຕົວ. ອີງຕາມຣາຍງານ ຂອງແຫລ່ງຂ່າວ ເອ ແອັຟ ພີ ມື້ວັນທີ 28 ທັນວາ.
ຍານາງ ອັອງ ຊານ ກ່າວຕໍ່ກຸ່ມ ຊາວໜຸ່ມ ທີ່ມີອາຍຸ ຕໍ່ກ່ວາ 35 ປີ ຢ່າງເປີດເຜີຍ, ຜູ້ທີ່ເຕີບໂຕ ກັບຜູ້ນໍາຝ່າຍຄ້ານ ພາຍໃຕ້ ການກັກຂັງ ບໍຣິເວນ ເປັນເວລາ ເກືອບ 20 ປີ ວ່າ ມັນເປັນໜ້າທີ່ ຂອງຊາວໜຸ່ມ ພະມ້າ ທີ່ຈະຕ້ອງ ເບິ່ງແຍງ ອະນາຄົດ ຂອງປະເທດຊາດ. ແລະ ວ່າ ພວກຍານາງ ຕ້ອງການ ຢາກຈະຮູ້ວ່າ ຊາວໜຸ່ມ ມີຄວາມຄິດແນວໃດ.
ເຖິງຢ່າງໃດ ກໍຕາມ, ຊາວໜຸ່ມ ທີ່ເຂົ້າຮ່ວມ ການຊຸມນຸມ ຍັງບໍ່ໝັ້ນໃຈ ກ່ຽວກັບ ອໍານາດ ຂອງຍານາງ ອັອງ ຊານ ຊູ ຈິ ໃນການປ່ຽນແປງ ປະເທດພະມ້າ, ຊຶ່ງປັດຈຸບັນ ຍັງຢູ່ພາຍໃຕ້ ການປົກຄອງ ຂອງ ທະຫານ, ຊຶ່ງໄດ້ປົກຄອງ ປະເທດ ມາເກືອບເຄິ່ງ ສັຕວັດແລ້ວ.
ທ້າວ ທິນ ຊໍ ຮີນ, ອາຍຸ 23 ປີ, ບອກກັບ ເອ ແອັຟ ພີ ວ່າ: ປະຊາຊົນ ໃນພະມ້າ ຫວັງເພິ່ງ ແຕ່ຜູ້ດຽວ ເທົ່ານັ້ນ. ໃນຂນະທີ່ ນັກຮຽນ ຈາກເມືອງ ປາກົກກູ໋ ເວົ້າວ່າ ຍານາງ ອັອງ ຊານ ຊູ ຈິ ບໍ່ແມ່ນບຸກຄົນ ທີ່ມີອໍານາດ. ຍານາງ ບໍ່ສາມາດ ເຮັດຫຍັງໄດ້ ເຖິງແມ່ນວ່າ ພວກນັກຮຽນ ແລະ ຊາວໜຸ່ມ ຈະຂໍຮ້ອງໃຫ້ ຍານາງ ເຮັດສິ່ງໃດສິ່ງນຶ່ງ.
ສ່ວນນາງ ຊິນ ມາຣ ອັອງ, ອາຍຸ 34 ປີ ເວົ້າວ່າ ນາງ ຕ້ອງການ ຫາລື ກ່ຽວກັບ ບັນຫາ ຂອງພະມ້າ ກັບ ຍານາງ ອັອງ ຊານ ຊູ ຈິ ແລະ ພວກຊາວໜຸ່ມ ທັງຫລາຍ. ເພາະວ່າ ຍານາງ ອັອງ ຊານ ຊູ ເປັນພຽງຜູ້ນໍາ ຄົນດຽວ, ແຕ່ວ່າ ຄົນເຮົາ ຍັງມີຂໍ້ ຈໍາກັດຢູ່. ພວກຊາວໜຸ່ມ ຕ້ອງການ ຢາກຈະຮູ້ ພວກຂະເຈົ້າ ຈະສາມາດ ເຮັດຫຍັງໄດ້ແດ່ ໃນອະນາຄົດ, ໃນຖານະ ທີ່ເປັນຄົນ ລູ້ນໃໝ່.