ຍານາງຊູຈິຮຽກຮ້ອງ ປ່ຽນແປງຣັຖທັມນູນ

ຍານາງ ອອງຊານຊູຈີ ໄດ້ຮຽກຮ້ອງ ໃຫ້ມີການ ປ່ຽນແປງ ຣັຖທັມມະນູນ ທີ່ຮ່າງຂື້ນ ໂດຍກຸ່ມ ຜະເດັດການ ທະຫານ ໃນຣະຫວ່າງ ການ ຫາສຽງ ເລືອກຕັ້ງ ເທື່ອທຳອິດ ຂອງຍານາງ.
ສິດນີ
2012.01.30
F-suu-kyi-prays ຍານາງ ອອງ ຊານຊູຈິ ຜູ້ນໍາພັກ ສັນນິບາດ ເພື່ອ ປະຊາທິປະໄຕ ໃນພະມ້າ (photo on file)
AFP

ກົດຟັງສຽງ

ໃນມື້ວັນ ອາທິດ ຫລັງຈາກທີ່ ນາງ ປະຕິເສດ ເຂົ້າຮ່ວມ ໃນປີ ທີ່ຜ່ານມາ ພ້ອມທັງ ປະກາດ ແຜນການ ຫາສຽງເລືອກຕັ້ງ ຢ່າງເປັນ ທາງການ ຂອງຍານາງ. ປະຊົນຊົນ ຫລາຍພັນຄົນ ອອກມາໃຫ້ ການສນັບ ສນູນ ນາງ ຕາມທ້ອງຖນົນ ແລະ ຫລາຍຄົນ ກໍຮ້ອງວ່າ ມານດາ ອອງຊານຊູຈີ ຈົ່ງຫມັ້ນຢືນ ຂະບວນຣົຖ ຂອງຍານາງ ຜ່ານໄປຕາມ ເມືອງຊາຍທະເລ ດາໄວ ທາງພາກໃຕ້ ຫ່າງຈາກ ນະຄອນ ຢ້່າງກຸ້ງ ບ່ອນທີ່ນາງ ຢູ່ ປະມານ 615 ກິໂລແມັດ.

ການອອກ ຫາສຽງເທື່ອນີ້ ເປັນການ ອອກນອກ ນະຄອນຢ້າງກຸ້ງ ຂອງນາງ ເທື່ອທີ 4 ຫລັງຈາກທີ່ນາງ ຖືກປ່ອຍຕົວ ຈາກການ ກັກຂັງ ບໍຣິເວນ ໃນປີ 2010 ສະແດງໃຫ້ເຫັນ ເຖິງຄວາມ ໂດງດັງ ຂອງຍານາງ ກ່ອນທີ່ ພະມ້າ ຈະອອກຈາກ ການຢູ່ ໂດດດ່ຽວ ມາເກືອບເຄີ່ງ ສັຕວັດ.

ຍານາງ ໄດ້ກ່າວ ປາໄສ ຕໍ່ກຸ່ມທີ່ມາ ໃຫ້ການ ສນັບສນູນ ທີ່ເມືອງ ດາໄວວ່າ ຍັງມີກົດຫມາຍ ຣັຖທັມມະນູນ ຫລາຍມາຕຣາ ໃນຣັຖບານ ພະມ້າ ທີ່ຍັງເປັນ ອຸປສັກ ຕໍ່ສິດ ເສຣີພາບ ຂອງ ປະຊາຊົນ ທີ່ພັກ ຂອງ ຍານາງ ຈະລົບລ້າງຖີ້ມ ຖ້າຖືກເລືອກ ເຂົ້າໃນສະພາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 01, 2012 10:01 AM

ຂໍໃຫ້ຄວາມຝັນ ຂອງທ່ານນາງຈົ່ງປະສົບຄວາມເປັນຈິງດ້ວຍເທີ່ນ.