ມາດາມອອງຊານຊູຈີ ຖືກເຊື້ອເຊີນຈາກນໍເວ

ທາງການ ປະເທດ ນໍເວ ເຊີນ ມາດາມ ອອງຊານຊູຈີ ຜູ້ນໍາ ຂະບວນການ ປະຊາທິປະໄຕ ພະມ້າ ໄປຢ້ຽມຢາມ.
ສົມເນ
2010.11.18
F-free-aung ທີ່ນະຄອນ ຢ້າງກູ້ງ ປະເທດພະມ້າ ມາດາມ ອອງຊານຊູຈິ ຖືກຫູ້ມລ້ອມ ໄປດ້ວຍນັກຂ່າວ ແລະ ຜູ້ສນັບສນູນ.ທະນາຍຄວາມ ຂອງມາດາມ ເວົ້າວ່າມາດາມ ພ້ອມຈະຕໍ່ສູ້ ເພື່ອຄວາມຄົງຢູ່ ຂອງພັກການເມືອງ ສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ.
AFP PHOTO/Soe Than WIN

ກົດຟັງສຽງ

ເອກອັຄຣາຊທູດ ນໍເວ ປະຈໍາ ປະເທດໄທ ຫລັງຈາກໄດ້ ພົບປະກັບ ມາດາມ ອອງຊານຊູຈີ ຜູ້ນໍາ ຂະບວນການ ປະຊາທິປະໄຕ ພະມ້າ ຢູ່ນະຄອນ ຢ້າງກຸ້ງ ເມື່ອວັນພຸດ ນີ້ ໄດ້ເຊີນ ມາດາມ ໄປຢ້ຽມຢາມ ນໍເວ, ຕາມການເປີດເຜີຽ ຂອງກະຊວງ ການຕ່າງປະເທດ ນໍເວ. ມາດາມ ອອງຊານຊູຈີ ໄດ້ຕອບວ່າ ປະເທດ ນໍເວ ເປັນປະເທດ ທໍາອິດທີ່ ມາດາມ ຢາກໄປຢ້ຽມຢາມ.

ເມື່ອປີ 1991 ນໍເວ ເຄີຽເຊີນ ມາດາມ ອອງຊານຊູຈີ ໄປຮັບ ລາງວັນ ສັນຕິພາບ ໂນແບນ ແຕ່ວ່າ ຣັຖບານພະມ້າ ຫ້າມບໍ່ໃຫ້ ນາງ ເດີນທາງອອກ ນອກປະເທດ ເພື່ອໄປ ຮັບເອົາລາງວັນ. ແຕ່ລູກຊາຍ 2 ຄົນ ຂອງມາດາມ ໄດ້ຕາງໜ້າ ຮັບເອົາ ລາງວັນ ນັ້ນແທນ ຜູ້ເປັນແມ່.

ເທື່ອນີ້ ຄນະກັມມະການ ລາງວັນ ໂນແບນ ຂອງນໍເວ ໄດ້ເຊີນ ມາດາມ ອອງຊານຊູຈີ ໄປກຸງ Oslo ເພື່ອກ່າວ ຄໍາປາໃສ ຮັບເອົາ ລາງວັນ ຕາມປະເພນີ. ນັບຕັ້ງແຕ່ ມາດາມ ອອງຊານຊູຈີ ຖືກປ່ອຍໃຫ້ເປັນ ອິສຣະ ເມື່ອວັນເສົາ ຜ່ານມາ ມາດາມ ກໍເລີ້ມເຕົ້າໂຮມ ສະມາຊິກ ພັກ ສັນນິບາດ ປະຊາທິປະໄຕ ທີ່ຖືກຍຸບ ໄປນັ້ນ ໂດຍທັນທີ ທັນໃດ.

ໃນວັນພຸດນີ້ ມາດາມໄດ້ ໄປຢ້ຽມຢາມ ຄົນເຈັບ ຕິດເຊື້ອໂຣກ hiv/AIDS ຈໍານວນ 160 ຄົນຢູ່ຊານເມືອງ ຂອງນະຄອນ ຢ້າງກຸ້ງ ແລະ ໄດ້ຮຽກຮ້ອງ ເອົາເງິນຊ່ວຍເຫລືອ ຜູ້ເຈັບປ່ວຍ ຕິດເຊື້ອໂຣກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.