ຣັຖບານພະມ້າຈະປ່ອຍ ນັກໂທດການເມືອງອີກ
2012.06.19
ຢູ່ນອກ ກອງປະຊຸມ Oslo ບ່ອນທີ່ ມາດາມ ອອງຊານຊູຈີ ໄດ້ກ່າວ ຄໍາປາໃສນັ້ນ ຣັຖມົນຕຣີ ທ່ານນີ້ ໄດ້ເວົ້າວ່າ ຣັຖບານ ພະມ້າ ຂອງ ປະທານາທິບໍດີ ເທັນເຊັນ ມີພັນທະ ປະຕິບັດ ໄປສູ່ ປະຊາທິປະໄຕ ດັ່ງດຽວກັນ ກັບຍານາງ ອອງຊານຊູຈິ ຜູ້ໄດ້ຮັບ ລາງວັນ Nobel ຂແນງ ສັນຕິພາບ.
ທ່ານ U Soe Thane ຣັຖມົນຕຣີ ກະຊວງ ອຸດສາຫະກັມ ກ່າວວ່າ: “ພວກ ທ່ານ ກໍກ້າວໄປສູ່ ເສັ້ນທາງ ປະຊາທິປະໄຕ”. ພວກທ່ານ ໄປຕາມທິດທາງ ດຽວກັນ ແຕ່ຍຸທວິທີ ແຕກຕ່າງກັນ ສິດທິ ທາງດ້ານ ຍຸທສາດ ເປັນແບບດຽວກັນ ຢູ່ໃນເຮືອ ລໍາດຽວກັນ“.
ເມື່ອຖາມເຖິງ ຄໍາຮຽກຮ້ອງ ຂອງ ມາດາມ ອອງຊານຊູຈິ ທີ່ໄດ້ກ່າວ ໃນໂອກາດ ຮັບຣາງວັນ Nobel ເມື່ອວັນເສົາ ຜ່ານມາ ທີ່ຂໍໃຫ້ ຣັຖບານພະມ້າ ປ່ອຍນັກໂທດ ການເມືອງ ທີ່ຖືກອະດີດ ຣັຖບານ ທະຫານ ຈັບເຂົ້າຄຸກ ທ່ານ U Soe Thane ຕອບວ່າ: “ ທ່ານຈະຮູ້ແຈ້ງ ຂຶ້ນຕື່ມ ໃນເດືອນ ກໍຣະກະດາ ບາງທີ ບາງທີ. ຂ້າພະເຈົ້າ ບໍ່ແມ່ນຜູ້ ຕັດສິນ“.
ທ່ານອະທິບາຍ ວ່າ ປັດຈຸບັນ ຣັຖບານ ພະມ້າ ກໍາລັງເບິ່ງ ກໍຣະນີ ຕ່າງໆຄືນ ເພື່ອຮັບປະກັນ ໃຫ້ຜູ້ບໍ່ມີ ຄວາມຜິດ ໃນຄະດີ ກໍ່ຄວາມຮຸນແຮງ ນັ້ນ ຖືກປ່ອຍຕົວ ທ່ານກ່າວຕໍ່ ອົງການຂ່າວ AFP ວ່າ ພວກທ່ານ ມີຄວາມຄິດ ທີ່ຈະປ່ອຍ ປະຊາຊົນ ທີ່ຍັງຖືກຄຸກ ຢູ່ນັ້ນ ມັນເປັນພຽງ ຄວາມຄິດ ບໍ່ແມ່ນຄໍາສັ່ງ ມັນຢູ່ໃນຂັ້ນ ດໍາເນີນການຢູ່.