ການເລືອກຕັ້ງຈະທົດສອບ ການປະຕິຮູບໃນພະມ້າ
2012.02.06
ກົດຟັງສຽງ
ຄນະທູຕ ພິເສດ ເວົ້າວ່າ ການເລືອກຕັ້ງ-ຊ້ອມ ເປັນກູນແຈ ດອກສຳລັບ ເພື່ອທົບສອບ ຄວາມຈິງໃຈ ຂອງ ຣັຖບານ ພົລເຮືອນ ທີ່ ຫນູນຫລັງ ໂດຍກຸ່ມ ທະຫານ ໃນພະມ້າ ໃນການ ປະຕິຮູບ ການເມືອງ ໃນ ພະມ້າ.
ທ່ານ ທອບມັສ ໂອຮາ ກີນຕານາ ທູດພິເສດ ອົງການ ສະຫະປະຊາຊາດ ດ້ານ ສິດທິມະນຸດ ໃນພະມ້າ ໄດ້ສັລເສີນ ການສືບຕໍ່ ການປະຕິຮູບ ໃນພະມ້າ ເລີ້ມແຕ່ທ່ານ ໄດ້ມາຢ້ຽມຢາມ ພະມ້າ ໃນເດືອນສີງຫາ ຜ່ານມາ ແຕ່ທ່ານບອກວ່າ ຫຍັງມີບັນຫາ ທ້າທາຍ ຫລາຍຢ່າງຢູ່.
ທ່ານໄດ້ໃຫ້ ຄຳເຫັນ ກ່ຽວກັບ ການປະຕິຮູບ ການເມືອງ ໃນພະມ້າ ຕໍ່ກອງປະຊຸມ ນັກຂ່າວວ່າ ການເລືອກຕັ້ງ-ຊ້ອມ ໃນວັນທີ 1 ເດືອນ ເມສາ ຈະມາເຖີງນີ້ ເປັນກຸນແຈ ອັນສຳຄັນ ໃນການທົດສອບ ເຖິງຄວາມ ຄືບຫນ້າ ທີ່ ຣັຖບານພະມ້າ ຈະປະຕິຮູບ ການເມືອງ ໜ້ອຍຫຼາຍ ປານໃດ ຈະເປັນການ ເລືອກຕັ້ງ ຢ່າງເສຣີ ຍຸທຕິທັມ ແລະ ຈະຮ່ວມດ້ວຍ ທຸກພາກສ່ວນ ອັນແທ້ຈີິງ ຫລືບໍ່.
ທ່ານວ່າ ທ່ານໄດ້ ຂ່າວວ່າ ການໃຊ້ ຜູ້ສັງເກດການ ສາກົນ ໃນການເລືອກ ຕັ້ງນັ້ນ ຍັງຢູ່ໃນການ ພິຈາຣະນາ ຢູ່ ແລະວ່າ ການກະທຳ ດັ່ງກ່າວ ຈະເຮັດໃຫ້ ຍານາງ ອອງຊານຊູຈີ ຫົວຫນ້າພັກ ຝ່າຍຄ້ານ ມີໂອກາດ ຊນະການ ເລືອກຕັ້ງ ຫລາຍຂື້ນ.