ຊາວຈີນປອມວິຊາ ຖືກຈັບໄດ້
2010.12.30
ກົດຟັງສຽງ
ເຈົ້າໜ້າທີ່ໄທ ແລະ ສະຫະຣັຖ ຈັບຊາວຈີນ ເມື່ອວັນອັງຄານ ທີ່ຜ່ານມາ ຢູ່ສນາມບິນ ສຸວັນນະພູມ ບາງກອກ ປະເທດໄທ. ເຈົ້າໜ້າທີ່ ສົງໃສວ່າ ຊາວຈີນ ມີວິຊາປອມ ເພື່ອລັກລອບເຂົ້າ ສະຫະຣັຖ ອະເມຣິກາ. ເຈົ້າໜ້າທີ່ ຕຳຣວດກວດຄົນ ເຂົ້າເມືອງ ຂອງໄທ ກ່າວວ່າ ຊາວຈີນທັງ 12 ຄົນ ເດີນທາງຈາກຈີນ ແລະ ມີຈຸດປະສົງ ເດີນທາງໄປຕໍ່ ທີ່ນະຄອນ Los Angeles ຣັຖຄາລີຟໍເນັຍ ສະຫະຣັຖ ອະເມຣິກາ. ເຈົ້າໜ້າທີ່ໄທ ກ່າວອີກວ່າ ເມື່ອວັນພຸດ ນີ້ ຊາວຈີນທັງ 12 ຄົນ ຊຶ່ງມີ ຜູ້ຊາຍສາມຄົນ ແລະ ຜູ້ຍິງເກົ້າຄົນ ຍາມຮັບ ສາຣະພາບວ່າ ພວກເຂົາຊື້ ວິຊາປອມ ຈາກຄົນໃຕ້ຫວັນ ຢູ່ບາງກອກ ດ້ວຍຣາຄາ 24,000 ດອນລ່າ ສະຫະຣັຖ ຕໍ່ຄົນ. ເຈົ້າໜ້າທີ່ ສະຫະຣັຖ ກວດພົບວ່າ ວິຊາປອມ ນັ້ນ ມີນໍ້າເບີ ຄືກັນກັບ ວິຊາທີ່ ທາງການ ສະຫະຣັຖ ອອກໃຫ້ແກ່ ຊາວໂປແລ່ນ ທີ່ນະຄອນຫລວງ ວໍຊໍ ເມືອງຫລວງ ຂອງ ປະເທດໂປແລ່ນ.
ຊາວຈີນທັງ 12 ຄົນ ຈະຖືກຂໍ້ຫາ ຄະດີ ປອມແປງ ເອກກະສານ ເພື່ອລັກລອບ ເຂົ້າສະຫະຣັຖ ຊຶ່ງຖືວ່າເປັນ ຄະດີ ທີ່ຮ້າຍແຮງ; ຜູ້ກະທຳຜິດ ອາດຈະໄດ້ ຈໍາຄຸກເຖິງ 10 ປີ. ໃນບາງກອກ ມີຂະບວນການ ຜລິດໜັງສື ຜ່ານແດນ ແລະ ວິຊາປອມ ຫລາຍພໍສົມຄວນ; ເມື່ອເດືອນທີ່ແລ້ວ ເຈົ້າໜ້າທີ່ໄທ ກໍຈັບຄົນຊາວ ຕ່າງປະເທດ ທີ່ຜລິດ ໜັງສືຜ່ານແດນ ຫລື ປັສປໍປອມ. ນັບແຕ່ປີ 2001 ເປັນຕົ້ນມາ ເຈົ້າໜ້າທີ່ໄທ ແລະ ສະຫະຣັຖ ໄດ້ເພິ້ມ ການກວດກາ ຢ່າງເຂັ້ມງວດ ຢູ່ສນາມບິນ ທີ່ບາງກອກ ເພື່ອສະກັດກັ້ນ ພວກກໍ່ການຮ້າຍ ແລະ ພວກພຍາຍາມ ລັກລອບເຂົ້າ ສະຫະຣັຖ ຢ່າງຜິດກົດໝາຍ.